ກົດຟັງສຽງ
ກົມກວດກາ ປ່າໄມ້ ເປີດເຜີຍວ່າ ການຕັດໄມ້ ເພື່ອພັທນາ ໂຄງການຕ່າງໆ ແລະ ການຈູດປ່າ ເຮັດໄຮ່ ແມ່ນສອງ ສາເຫດສໍາຄັນ ໃນການ ທໍາລາຍປ່າໄມ້ ໃນລາວ ໂຄງການພັທນາ ໃນແຕ່ລະແຂວງ ພ້ອມທັງ ການລັກຕັດໄມ້ ໃນປ່າສງວນ ເຮັດໃຫ້ປ່າໄມ້ ທີ່ປົກຄຸ ຫລຸດໜ້ອຍລົງເລື້ອຍໆ ເຈົ້າໜ້າທີ່ ກົມປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ນະຄອນຫຼວງ ວຽງຈັນ ອະທິບາຍວ່າ:
"ມັນມີ 2 ຢ່າງ ຕົວຢ່າງທາງ ພາກເໜືອ ຂະເຈົ້າຊິເວົ້າ ເຣື້ອງຖາງປ່າເຮັດໄຮ່ ນີ້ຫລາຍ, ທາງພາກໃຕ້ ນີ້ໄປໜັກ ເຣື້ອງການຂຸດຄົ້ນ ຈະຊໍ້າໆກັນ ເວລາມາຄິດ ໄລ່ເປີເຊັນ ການສູນເສັຍປ່າ ເພາະວ່າ ທັງສອງ ຢ່າງ ມັນເປັນສາເຫດ ຂອງການ ທໍາລາຍປ່າ ທັງໝົດ"
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ໂຄງການ ອຸດສາຫະກັມ ໃຫຍ່ໆ ໂຄງການ ສ້າງເຂື່ອນ ໄຟຟ້າ ໂຄງການຂຸດຄົ້ນ ແຮ່ທາດ ຈໍາເປັນ ຕ້ອງໄດ້ ຖາງປ່າ ແລະຕັດໄມ້ ເພື່ອແປງ ໜ້າດິນ ໃຫ້ພ້ອມ ໃນການ ປູກສ້າງ ແລະສໍາລັບ ພື້ນທີ່ ດັ່ງກ່າວ ກໍຈະ ບໍ່ມີການ ປູກຕົ້ນໄມ້ ທົດແທນໄດ້.
ນອກຈາກການ ຕັດໄມ້ ເພື່ອການສ້າງສາ ພັທນານີ້ແລ້ວ ຍັງມີການ ຖາງຈູດປ່າ ເຮັດໄຮ່ ແລະ ການລັກ ຕັດໄມ້ ໃນເຂດປ່າສງວນ ທີ່ເຮັດໃຫ້ ປ່າໄມ້ ໃນລາວ ນັບມື້ ໜ້ອຍລົງ ທ່ານເວົ້າອີກວ່າ:
"ປັດຈຸບັນນີ້ ເຫດການ ກໍຄືວ່າ ການລັກລອບ ຕັດໄມ້ ຫວງຫ້າມ ໄມ້ສໍາຄັນ ໃນປ່າສງວນ ເປັນຕົ້ນຕໍ ນີ່ຊິ ເປັນແບບນີ້ ທາງແຂວງ ສາລະວັນ ສວັນນະເຂດ ອັດຕະປື ຈໍາປາສັກ 4 ແຂວງນັ້ນ"
ສະຖິຕິ ຫລ້າສຸດໃນປີ 2008 ສປປລາວ ຍັງມີ ປ່າໄມ້ ປົກຄຸມ ທັງໝົດ 41.3 ສ່ວນຮ້ອຍ ສປປລາວ ມີການ ສ້າງສາ ພັທນາ ຂຍາຍໂຕໄວ ຈຶ່ງຕ້ອງໄດ້ ຕັດໄມ້ຖາງປ່າ ແລະບໍ່ສາມາດ ປູກຕົ້ນໄມ້ ທົດແທນໄດ້.