ກົດຟັງສຽງ
ຊາວລາວທີ່ຕ້ອງໂຍກຍ້າຍອອກຈາກບ້ານເຮືອນເພື່ອໂຄງການສ້າງທາງຣົດໄຟ ໃກ້ຊາຍແດນຈີນນັ້ນເວລານີ້ດີໃຈແລ້ວ-ເພາະພວກເຂົາຈະໄດ້ຮັບຄ່າຊົດເຊີຍ ແລະໄດ້ຮັບຄຳອະທິບາຍເພິ້ມຕື່ມຈາກເຈົ້າໜ້າທີ່ກ່ຽວຂ້ອງ-ດັ່ງທ່ານສຸວັນເພັງ ວົງໄຊ-ຫົວໜ້າຜແນກໂຍທາແຂວງຫລວງນ້ຳທາກ່າວວ່າ:
“ເຣື່ອງຣົດໄຟບໍ່ໄດ້ມີການຕໍ່ຕ້ານ-ແຕ່ວ່າທາງມັນຖືກຜົນກະທົບບ້ານຂະເຈົ້າທາງ ການໄດ້ໄປໂອ້ລົມແລ້ວແລະອະທິບາຍໃຫ້ເຂົາເຈົ້າເຂົ້າໃຈເພາະວ່າໂຄງການໄດ້ ມີນະໂຍບາຍໃນການຊົດເຊີຍໃຫ້ຂະເຈົ້າ.”
ກ່ອນນີ້ບໍ່ດົນ-ມີຂ່າວວ່າປະຊາຊົນລາວບ້ານນາເຕີຍເມືອງບໍ່ເຕັນແຂວງຫລວງນ້ຳ ທາທັງໝົດ40ຄອບຄົວບໍ່ດີໃຈທີ່ພວກເຂົາຈຳເປັນຕ້ອງໂຍກຍ້າຍບ່ອນຢູ່ອາໄສອີກ ເປັນເທື່ອທີ່ສອງ-ໃນປະມານຫ້າປີກ່ອນພວກເຂົາຈຳເປັນຕ້ອງໄດ້ຍ້າຍອອກຈາກ ບ້ານເດີມ-ໃນເຂດເມືອງບໍ່ເຕັນ-ເພື່ອຈີນຈະສ້າງໂຮງກາສີໂນໃສ່-ໄປຕັ້ງບ້ານໃໝ່ ເອິ້ນວ່າ-ບ້ານນາເຕີຍ-ແຕ່ເມື່ອບໍ່ດົນຜ່ານມາ-ທາງການບອກວ່າພວກເຂົາຕ້ອງໄດ້ ຍ້າຍອີກເພື່ອໂຄງການສ້າງທາງຣົດໄຟຈາກຈີນຫານະຄອນຫລວງວຽງຈັນຊຶ່ງຈະ ຜ່ານໄປທາງບ້ານນາເຕີຍນັ້ນ.