ກົດຟັງສຽງ
ສີ່ປະເທດ ໃນພູມີພາກ ລຸ່ມແມ່ນ້ຳຂອງ ໄດ້ຕົກລົງກັນ ໃນມື້ວັນທີ 25 ມົກກະຣາ 2011 ເປັນເທື່ອທຳອິດ ທີ່ຈະ ປົກປັກຮັກສາ ຄຸນນະພາບ ຂອງນ້ຳ. ຕາມຂໍ້ຕົກລົງ ທີ່ໃຫ້ຊື່ວ່າ “ລະບຽບການຮັກສາ ຄຸນນະພາບ ຂອງນ້ຳ” ກໍານົດໃຫ້ປະເທດ ທີ່ອາສັຍໃນ ພູມີພາກ ລຸ່ມແມ່ນ້ຳຂອງ ຮັບຮອງເອົາມາຕຖານ ຮ່ວມກັນ ໃນການວັດແທກ ຄວບຄຸມ ແລະ ປະເມີນ ຄຸນນະພາບຂອງນ້ຳ ພາຍໃນອ່າງ ແມ່ນ້ຳຂອງນີ້.
ຂໍ້ຕົກລົງໄດ້ ຖືກຮັບຮອງເອົາ ໃນກອງປະຊຸມ 3 ມື້ ຢູ່ນະຄອນໂຮຈິມິນ ປະເທດວຽດນາມ ທີ່ໄດ້ສິ້ນສຸດລົງ ໃນມື້ວັນທີ 26 ມົກກະຣາ 2011, ໂດຍຄນະຣັຖມົນຕຣີ ສິ່ງແວດລ້ອມ ແລະນ້ຳ ຂອງກຳພູຊາ, ສປປລາວ, ໄທ ແລະ ວຽດນາມ. ການລົງນາມໃນ ສົນທິສັນຍາ ໄດ້ມີຜູ້ເຂົ້າ ສັງເກດການຫລາຍທ່ານ ຮວມທັງຜູ້ຊ່ຽວຊານ ດ້ານສະພາບແວດລ້ອມ ແລະ ຜູ້ມີ ສ່ວນໄດ້ສ່ວນເສັຍ ອື່ນໆພາຍໃນ ພູມີພາກ.
ປັດຈຸບັນນີ້ມີ ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ໂດຍສະເພາະຈາກ ເຂດຊົນນະບົດ ທີ່ອາສັຍຢູ່ ຕາມອ່າງແມ່ນ້ຳຂອງ, ທີ່ຕ້ອງໄດ້ເພິ່ງ ພາອາສັຍແມ່ນ້ຳ ແລະ ອ່າງນ້ຳເປັນແຫລ່ງ ຜລິດອາຫານ ແລະ ລາຍຮັບປະຈຳ. ປະຊາຊົນ ຫລາຍກວ່າ 60 ສ່ວນຮ້ອຍ ທີ່ມີອາຊິບ ຊຶ່ງກ່ຽວພັນກັບນ້ຳ ກຳລັງປະສົບ ກັບບັນຫາການ ເຊື່ອມໂຊມ ຂອງ ສະພາບແວດລ້ອມ.
ເຖິງວ່າໃນ ປັດຈຸບັນນີ້ ການພັທນາ ຊັພຍາກອນ ແມ່ນ້ຳເຊັ່ນ ການກະສິກັມ, ອຸດສາຫະກັມ ແລະ ພະລັງນ້ຳຕົກ ອາດຈະເປັນປໂຍດ ຕໍ່ປະຊາຊົນ ທ້ອງຖິ່ນ ຢ່າງມະຫາສານ ກໍຕາມແຕ່ ລະບົບນິເວດວິທຍາ ແລະ ຄຸນນະພາບຂອງນ້ຳ ກຳລັງຕົກຢູ່ໃນ ຄວາມສ່ຽງຍ້ອນໄດ້ຮັບ ຄວາມກົດດັນ ຈາກການພັທນາ, ນອກຈາກວ່າຈະມີ ແຜນແມ່ບົດ ທີ່ຄັກແນ່, ແລະ ການບໍຣິຫານ ຄວບຄຸມທີ່ຖືກຕ້ອງ.
ດ້ວຍເຫດນີ້ ການຕົກລົງ ໃນເທື່ອນີ້ຈະເປັນ ຊ່ອງທາງນຶ່ງ ທີ່ຈະຊ່ວຍ ປົກປັກຮັກສາ ຄຸນນະພາບ ຂອງນ້ຳນີ້ໄດ້.
