ການຕາຍຂອງແມ່ແລະເດັກ ຕ້ອງນໍາມາແກ້ໄຂ

ການຕາຍ ຂອງ ແມ່ແລະເດັກ ເປັນບັນຫາ ສໍາຄັນ ທີ່ຕ້ອງໄດ້ ເອົາໃຈໃສ່ ຍ້ອນວ່າ ການຕາຍ ຂອງ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ລົງໄປ ຍັງມີ ຫຼາຍຢູ່ ຊື່ງອາຈເນື່ອງ ມາຈາກ ດິນຟ້າ ອາກາດ ປ່ຽນແປງ ແລະ ຂາດ ສາຣອາຫານ. (ຕາມຄໍາເວົ້າ ຂອງ ຍານາງ ເຂັມແພງ ພົນເສນາ)

0:00 / 0:00

ກົດຟັງສຽງ

ຍານາງ ເຂັມແພງ ພົນເສນາ ຣັຖມົນຕຣີ ປະຈໍາ ສໍານັກງານ ນາຍົກ ໄດ້ກ່າວ ໃນກອງ ປະຊຸມ ຂອງ ຄນະກັມມະການ ເພື່ອ ແມ່ແລະເດັກ ທົ່ວ ປະເທດ ຄັ້ງທີ່ 6 ທີ່ ນະຄອນຫຼວງ ວຽງຈັນ, ໃນຕອນເຊົ້າ ວັນທີ່ 21 ຕຸລາ ປີ 2011.

"ບັນຫາ ການຕາຍ ຂອງ ແມ່ແລະເດັກ ອາຍຸ ລຸ່ມ 5 ປີ, ສະພາບ ແມ່ແລະເດັກ ຍັງໄດ້ຮັບ ຜົນກະທົບ ຢ່າງໜັກໜ່ວງ ຈາກຜົນຮ້າຍ ທີ່ມາຈາກ ການປ່ຽນແປງ ດິນຟ້າ ອາກາດ ເປັນຕົ້ນແມ່ນ ໄພພິບັດ ທັມມະຊາດ ທີ່ກໍ່ ຄວາມເສັຽຫາຍ ຢ່າງຫຼວງຫຼາຍ ຕໍ່ຊີວິດ ແລະ ຊັພສິນ ຂອງ ປະຊາຊົນ ບັນດາ ຊົນເຜົ່າ ແລະ ກ່ອນອື່ນໝົດ ແມ່ນ ແມ່ຍິງ ແລະ ເດັກນ້ອຍ".

ຍານາງ ເຂັມແພງ ກ່າວຕໍ່ວ່າ ສາເຫດ ສໍາຄັນ ໃນການຕາຍ ຂອງ ເດັກນ້ອຍ ໃນເຍົາວັຍ ມີຂື້ນ ຢ່າງຕໍ່ເນື່ອງ ໃນເຂດ ສອກຫລີກ ຫ່າງໄກ ນັ້ນ ມາຈາກ ການຂາດ ໂພຊນາຫານ ຂາດ ນໍ້າສະອາດ ສຸຂນາມັຍ ໃນການ ຖ່າຍເທ ແລະ ບັນຫາ ບໍ່ຮູ້ ໜັງສື. ຖ້າວ່າ ບໍ່ແກ້ໄຂ ບັນຫາ ເຫລົ່ານີ້ ການລືບລ້າງ ຄວາມທຸກຍາກ ຂອງ ປະຊາຊົນ ບັນດາ ຊົນຊາດ ຊົນເຜົ່າ ຊື່ງເປັນ ເປົ້າໝາຍ ຂອງ ສະຫັດສວັດ ກໍຈະບໍ່ ບັນລຸ ຜົນ.

ທາງການລາວ ຢາກໃຫ້ ແຜນຍຸທສາດ ແມ່ແລະເດັກ ປີ 2012-2015 ປະສົບຄວາມ ສໍາເຣັດ, ກອງປະຊຸມ ຈື່ງຮຽກຮ້ອງ ໃຫ້ແຕ່ລະ ພາກສ່ວນ ທົບທວນ ແລະ ປະຕິບັດ ແຜນການ ທີ່ ຍັງຄົງຄ້າງຢູ່, ເພາະ ວຽກງານ ແມ່ແລະເດັກ ບໍ່ຖືກ ເອົາໃຈໃສ່ ເທົ່ານີ່ຄວນ.

ອັດຕຣາ ການຕາຍ ຂອງ ເດັກນ້ອຍ ເກີດໃໝ່ ໃນລາວ, ໃນປີ 2010 ມີປະມານ 70 ຄົນ ຕໍ່ 1,000 ຄົນ. ເປົ້າໝາຍ ສະຫັດສວັດ ໃນປີ 2015 ສໍາລັບ ສປປລາວ ນັ້ນ ໃຫ້ຫລຸດລົງ ເປັນ 50 ຕໍ່ 1,000 ຄົນ.