ກົດຟັງສຽງ
ບໍຣິສັທ ນ້ຳມັນ ປິໂຕຼລ້ຽມ ແຫ່ງ ປະເທສໄທຽ ຫລື ປຕທ (PTT) ໄດ້ເປີດໃຫ້ ບໍຣິສັທ PTT International ຈຳກັດ ຊຶ່ງເປັນ ບໍຣິສັທຍ່ອຍ ຂອງ ປຕທ ເຂົ້າຮ່ວມລົງທຶນ ໃນບໍຣິສັທ ໄຟຟ້າ ໄຊຍະບູຣີ ພາວເວີຣ໌ຈຳກັດ (XPCL) ໃນສ່ວນຖືຫຸ້ນ 25 ສ່ວນຮ້ອຍ ເພື່ອຮ່ວມພັທນາ ໂຄງກາຣໄຟຟ້າ ພລັງນ້ຳ ໄຊຍະບູຣີ ຂອງເມືອງລາວ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຂອງບໍຣິສັທ ໄດ້ກ່າວວ່າ:
ທ່ານວ່າ “ໄປລົງທຶນເພື່ອ ໃຫ້ສອດຄ່ອງ ກັບກາຣດຳເນີນ ທຸຣະກິຈ ກ່ຽວກັບໄຟຟ້າ ຊຶ່ງກໍເປັນເຣື່ອງ ຂອງກາຣເຮັດທຸຣະກິຈ ຮ່ວມກັນ ພ້ອມຍັງຈະເປັນ ກາຣເຮັດໃຫ້ ປະຊາຊົນ ໃນປະເທສ ເພື່ອນບ້ານ ມີທາງເລືອກ ໃນກາຣໃຊ້ຊີວີຕ ທີ່ມີຄຸນພາບ ດີຂຶ້ນ”.
ພ້ອມດຽວກັນນີ້ ທ່ານກໍວ່າ ໃນປັຈຈຸບັນ ທາງໂຄງກາຣໄຟຟ້າ ພລັງນ້ຳ ໄຊຍະບູຣີ ມີເງິນທຶນ 115,000 ລ້ານບາທ ໂດຽແມ່ນບໍຣິສັທ ໄຟຟ້າ ໄຊຍະບູຣີ ເປັນຝ່າຍອອກແບບ ກາຣພັທນາກໍ່ສ້າງ ພ້ອມດຳເນີນ ກາຣບໍຣິຫາຣ ໃນຣະຍະເວລາ 29 ປີ ແລະ ມີສັນຍາກາຣຂາຍ ໄຟຟ້າ ໃຫ້ແກ່ຣັຖວິສາຫະ ກິຈລາວ 60 ເມກາວັຕ ແລະ ຂາຍໃຫ້ແກ່ ກາຣໄຟຟ້າ ແຫ່ງປະເທສໄທຽ 1,220 ເມກາວັຕ ຕລອດ ຣະຍະຂອງກາຣ ສັມປະທານ ແລະຫລັງຈາກນັ້ນ ຈຶ່ງຈະມີກາຣມອບ ໃຫ້ເປັນສົມບັຕ ຂອງ ຣັຖບາລລາວ.
ຢ່າງໃດກໍຕາມ ໂຄງກາຣກໍ່ສ້າງ ເຂື່ອນພລັງນ້ຳ ໄຊຍະບູຣີ ດັ່ງກ່າວ ນອກຈາກບໍຣິສັທ PTT Inter-national ຈຳກັດຂອງໄທຽ ດັ່ງກ່າວ ນີ້ແລ້ວ ຍັງມີບໍຣິສັທ ອື່ນໆເຂົ້າຮ່ວມ ໃນກາຣລົງທຶນ ນຳດ້ວຍເຊັ່ນ: ບໍຣິສັທ ຊ.ກາຣຊ່າງຂອງໄທຽ ທີ່ຖືຫຸ້ນ 12.5% ແລະ ບໍຣິສັທ ຈາກລາວທີ່ຖື ຫຸ້ນນຳອີກ 5%.
