ຊາວລາວບໍ່ແນ່ໃຈວ່າ ເສຖກິດຈະດີຂື້ນ

ປະຊາຊົນ ລາວ ບໍ່ໝັ້ນໃຈ ວ່າ ຣັຖບານ ຈະສາມາດ ແກ້ໄຂ ບັນຫາ ເສຖກິດ ໄດ້ພາຍໃນ ປີ 2012.

0:00 / 0:00

ກົດຟັງສຽງ

ບັນຫາ ເສຖກິດ ຄ່າຄອງຊີພແພງ ຊຶ່ງ ປະຊາຊົນ ລາວ ປະສົບ ຢູ່ເທົ່າທຸກມື້ນີ້ ຣັຖບານ ຄົງຈະບໍ່ ສາມາດ ແກ້ໄຂໄດ້ ຢູ່ຄືເກົ່າ ແລະຄາດວ່າ ເຄື່ອງຂອງ ຈະແພງ ຂຶ້ນຕື່ມອີກ ເພາະການ ສັ່ງເຄື່ອງຂອງ ຈາກເມືອງໄທ ກໍຕ້ອງມີຄ່າ ຂົນສົ່ງ ຄ່າເສັຽພາສີ ຊຶ່ງເຮັດໃຫ້ ປະຊາຊົນ ໃນແຂວງຕ່າງໆ ຕ້ອງຊື້ເຄື່ອງ ຂອງນັ້ນ ໃນຣາຄາ ທີ່ແພງຂຶ້ນ. ຕາມຄໍາເວົ້າ ຂອງ ຄົນໃນແຂວງ ສວັນນະເຂດ:

"ກໍຄືເກົ່າ ກໍແພງຂຶ້ນ ຂອງເຄື່ອງຂາຍ ກໍແພງຂຶ້ນ ເພາະວ່າເຄື່ອງກິນ ຈະຕ້ອງເອົາ ມາແຕ່ ນະຄອນ ແລ້ວຄ່າຂົນສົ່ງ ນັ້ນແຫລະແພງ ຄ່າພາສີ ກໍແພງ ເຂົາເລີຍ ຂຶ້ນແພງ ຄືສິແພງ ຂຶ້ນແຫລະ".

ນາງເວົ້າຕໍ່ວ່າ ບັນຫາ ເສຖກິດ ເປັນບັນຫາ ທີ່ເກີດຂຶ້ນ ທຸກປີ ແລະ ບໍ່ເຄີຍໄດ້ ຮັບການ ຊ່ວຍເຫລືອ ຈາກທາງການ ຢ່າງຈິງຈັງ ຮວມທັງ ເຣື່ອງຄ່າ ຄອງຊີພ ທີ່ສູງຂຶ້ນ ເລື້ອຍໆ ແຕ່ຣາຍໄດ້ ຂອງ ປະຊາຊົນ ຍັງເທົ່າເດີມ. ກ່ຽວກັບ ບັນຫາ ເສຖກິດ ຄົນແຂວງ ຈໍາປາສັກ ຜູ້ນຶ່ງເວົ້າວ່າ ຣັຖບານ ຈະສາມາດ ແກ້ໄຂ ໃຫ້ດີຂຶ້ນ ໄດ້ໃນປີ 2012 ນີ້ ເພາະລາວ ກໍາລັງພັທນາ ໃນຫລາຍດ້ານ:

"ກໍຄືສິດີຂຶ້ນ ເພາະວ່າເຂົາ ຈະພັທນາຂຶ້ນ ທໍາດີກວ່າເກົ່າ ຂຶ້ນຫລາຍທາງ ເສຖກິດ ຫລືວ່າທຸກ ສິ່ງຢ່າງ ເພາະວ່າປະເທດ ເຮົາ ພັທນາແລ້ວ ທຸກສິ່ງຢ່າງ ຈະດີຂຶ້ນ".

ສໍາລັບ ເປົ້າໝາຍ ຊຶ່ງຣັຖບານ ວ່າຈະໃຫ້ ປະຊາຊົນລາວ ທົ່ວປະເທດ ຫລຸດພົ້ນ ຈາກຄວາມທຸກຍາກ ໃນຂັ້ນພື້ນຖານ ໄດ້ໃນປີ 2015 ນັ້ນ ນາງເຫັນວ່າ ຣັຖບານ ຈໍະບໍ່ສາມາດ ເຮັດສໍາເຣັດ ໄດ້ ເພາະຍັງມີ ປະຊາຊົນ ຈໍານວນບໍ່ໜ້ອຍ ໂດຍສະເພາະ ໃນເຂດ ຫ່າງໄກ ຍັງທຸກຍາກຢູ່.