ກົດຟັງສຽງ
ໂຄງການ ເຂື່ອນໄຟຟ້າ ຫ້ວຍລໍາພັນ ໃຫຍ່ ແຂວງເຊກອງ ທີ່ກໍາລັງ ດໍາເນີນ ການກໍ່ສ້າງ ໃນພື້ນ ທີ່ 6 ກິໂລແມັດ ມົນທົນ ໄດ້ກວມເອົາ ພື້ນທີ່ ຂອງຊາວບ້ານ ບ້ານທົ່ງໂພນ ບ້ານທົ່ງຍາວ ເມືອງທ່າແຕງ. ປັດຈຸບັນ ຄນະ ບໍຣິຫານ ການກໍ່ສ້າງ ກໍາລັງ ຈ່າຍຄ່າຊົດເຊີຍ ງວດທີ 2 ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ດັ່ງກ່າວນັ້ນຢູ່. ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງເຊກອງ ເວົ້າວ່າ:
"ຍັງບໍ່ທັນ ໄດ້ຍ້າຍ ປັດຈຸບັນນີ້ ກໍາລັງ ປະຕິບັດ ການຊົດເຊີຍຢູ່ ຊົດເຊີຍ ເປັນງວດໆ ໄປຕາມຂໍ້ມູນ ທີ່ມີ ມັນອີງຕາມ ຂໍ້ມູນ ການສໍາຣວດ ຂອງຂະເຈົ້າ ວ່າມັນມີ ຜົນກະທົບ ດ້ານໃດແທ້ ປະຕິບັດ ດ້ານນັ້ນໄປ ກໍາລັງສໍາຣວດ ຈັດສັນ ຜັງບ້ານກ່ອນ ແລະ ປະຕິບັດ ໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ແລ້ວຈຶ່ງຍ້າຍ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການໂຍກຍ້າຍ ປະຊາຊົນ ຊາວບ້ານຕ້ອງ ໄດ້ໃຊ້ເວລາ ຢ່າງຕໍ່າ 2 ຫາ 3 ປີ ເພາະຕ້ອງໄດ້ ຈັດສ້າງ ໂຄງຮ່າງ ພື້ນຖານ ທີ່ໝັ້ນຄົງ ໃຫ້ພວກຂະເຈົ້າ ກ່ອນທີ່ຈະເຂົ້າ ມາຢູ່ ຊຶ່ງການຊົດເຊີຍ ຈະຮວມ ທັງການ ໃຫ້ພື້ນທີ່ດິນ ໃນການປູກຝັງ ເຮືອນບ່ອນຢູ່ ອາສັຍ ແລະ ເງິນຈໍານວນນຶ່ງ ໃຫ້ພວກຂະເຈົ້າ. ສໍາລັບ ຜູ້ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ຫ້ວຍລໍາພັນ ໃຫຍ່ ແຂວງ ເຊກອງ ຍັງບໍ່ທັນມີ ການໂຍກຍ້າຍ ຍ້ອນຍັງບໍ່ທັນ ມີການ ກັກຕັນນໍ້າເທື່ອ ເຈົ້າໜ້າ ທີ່ເວົ້າວ່າ:
"ປັດຈຸບັນ ຂະເຈົ້າ ດໍາເນີນການ ກໍ່ສ້າງຢູ່ ຍັງບໍ່ທັນ ກັກນໍ້າເທື່ອ ຂະເຈົ້າ ກໍບໍ່ຈໍາເປັນ ຕ້ອງໄດ້ຍ້າຍເທື່ອ ພາຍຫລັງທີ່ ສໍາຣວດ ວາງແຜນກໍ່ສ້າງ ໂຄງການ ເຂດໂຍກຍ້າຍ ແລ້ວ ກໍຍ້າຍ ຂະເຈົ້າມາໄດ້ ໂຄງການ ກໍເລີ້ມໄດ້ ປະມານ 10% ມັນກໍຍັງ ບໍ່ມີຫຍັງ".
ເຂື່ອນໄຟຟ້າ ຫ້ວຍລໍາພັນ ໃຫຍ່ ແຂວງເຊກອງ ຈະຜລິດ ກະແສໄຟຟ້າ ໄດ້ 88 ເມັກກະວັດ ເພື່ອຮັບໃຊ້ ໃນແຂວງ ພາກໃຕ້ ຂອງລາວ ເປັນໂຄງການ ຂອງຣັຖບານ 100 ສ່ວນ 100 ຊຶ່ງມີມູນຄ່າ ໃນການ ກໍ່ສ້າງ 206 ລ້ານ ໂດລາ ສະຫະຣັຖ ໂດຍເງິນ ກູ້ຢືມ ຈາກ ທະນາຄານ ເອັກຊິມ ຂອງຈີນ ແລະ ຄາດວ່າຈະແລ້ວເສັດ ພາຍໃນ ປີ 2015.
