ການທະນາຄານ ໃນວຽດນາມ

ທະນາຄານ ໃນວຽດນາມ ຂາດ ກົດຣະບຽບ ຂໍ້ບັງຄັບ ກ່ຽວກັບ ການບໍຣິຫານ ຈັດການ ຕໍ່ສີ່ງແວດລ້ອມ ແລະ ຄວາມສ່ຽງ ຕໍ່ສັງຄົມ ໃນໂຄງການ ທີ່ທະນາຄານ ໃຫ້ເງິນກູ້.

0:00 / 0:00

ຈາກການສຳຣວດ ຂອງ ສະຖາບັນ ການເງີນສາກົນ IFC ແລະ ທະນາຄານກາງ ຂອງ ວຽດນາມ ທີ່ພິມເຜີຍແແພ່ ທີ່ກຸງຮ່າໂນຍ ໃນວັນພຸດ ພົບວ່າ ມີທະນາຄານ ວຽດນາມ ບາງ ທະນາຄານ ເທົ່ານັ້ນ ທີ່ມີກົດຣະບຽບ ຂໍ້ບັງຄັບ ໃນໂຄງການ ທີ່ຕົນໃຫ້ເງີນກູ້ ໃນການ ບໍຣິຫານ ຈັດການ ສີ່ງແວດລ້ອມ ແລະ ຄວາມສ່ຽງຕໍ່ສັງຄົມ ທີ່ໄດ້ມາຕຖານ ແຕ່ສ່ວນຫລາຍ ແລ້ວນັ້ນບໍ່ມີ.

ການສຳຣວດທີ່ ໄດ້ດຳເນີນງານ ໃນເດືອນມີຖຸນາ ໃນຈຳນວນ 54 ສະຖາບັນ ການເງີນຂອງວຽດນາມ ພົບວ່າ ນື່ງໃນ ກຸນແຈດອກ ສຳຄັນ ໃນການກີດຂວາງ ຄວາມຄືບຫນ້າ ຂອງ ທະນາຄານ ໃນວຽດນາມ ກໍແມ່ນວ່າ ຂາດກົດຣະບຽບ ຂໍ້ບັງຄັບ ການ ບໍຣິຫານ ຈັດການ ຕໍ່ສີ່ງແວດລ້ອມ ແລະ ຄວາມສ່ຽງຕໍ່ສັງຄົມ ໃນໂຄງການ ແລະ ໃນກິຈກັມ ຂອງບໍຣິສັດ ທີ່ ທະນາຄານ ໃຫ້ເງີນກູ້.

ທ່ານ Simon Andrews ຫົວຫນ້າ ສະຖາບັນການເງີນ IFC ປະຈຳວຽດນາມ ກຳພູຊາ ສປປລາວ ແລະ ໄທ ກ່າວວ່າ ທະນາຄານ ຢູ່ວຽດນາມ ຕ້ອງກຳນົດ ກົດຣະບຽບ ທີ່ໄດ້ມາຕຖານ ໃນການບໍຣິຫານ ຈັດການ ສີ່ງແວດລ້ອມ ແລະ ຄວາມສ່ຽງ ຂອງມະນຸດ ຕໍ່ໂຄງການເງີນກູ້ ຂອງ ທະນາຄານ.

ການແກ້ໄຂບັນຫາ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ຄວາມສ່ຽງ ຕໍ່ສັງຄົມ ທີ່ຢັ້ງຢືນ ຈະເປັນການ ເປີດໂອກາດ ໃຫ້ເກີດ ທຸຣະກິດໃຫມ່ ໃນນັ້ນ ຮ່ວມດ້ວຍການ ໃຊ້ພລັງງານ ທີ່ຢັ້ງຢືນ ແລະ ພລັງງານທາງເລືອກ ໃນການລົງທືນ.