ຍິງກັນສະນັ່ນເທັກ ເມືອງສີໂຄດຕະບອງ

ກຸ່ມຄົນລາວ ກັບ ກຸ່ມຄົນຈີນ ມີບັນຫາກັນ ຈຶ່ງກໍ່ເຫດຍິງລົດກັນ

ເກີດເຫດກຸ່ມຄົນຈີນ ກັບ ຄົນລາວ ຍິງລົດກັນ ຢູ່ບັນເທິງ ຢູ່ ຮ້ານເຣນັສ ໄນ ຄຮັບ ຢູ່ ບ້ານປາກທ້າງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຄືນວັນທີ 22 ເມສາ ເວລາ ປະມານ 22 ໂມງ.

ອີງຕາມຂໍ້ມູນຈາກຜູ້ທີ່ຢູ່ເຂດໃກ້ຄຽງ ຮູ້ວ່າ, ກຸ່ມຄົນລາວ ກັບ ກຸ່ມຄົນຈີນ ມີບັນຫາກັນ ຈຶ່ງກໍ່ເຫດຍິງລົດກັນ ແຕ່ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສັຍຊີວິດ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງຢືນຢັນວ່າ ລົດໄດ້ຮັບຄວາມເສັຍຫາຍ 8 ຄັນ ຈາກການຖືກຍິງດ້ວຍອາວຸດປືນ.

ໃນຈຸດເກີດເຫດ ເຈົ້າໜ້າທີ່ພົບກະສອບລູກປືນຫຼາຍອັນ ແລະ ເຈົ້າໜ້າທີ່ກໍາລັງຕິດຕາມກຸ່ມຄົນທີ່ກໍ່ເຫດໃນຄັ້ງນີ້.