ອະນຸຮັກໝາກຈອງ ຫຼື ໃຫ້ຈີນຜູກຂາດຕະຫຼາດໝາກຈອງ

ບໍລິສັດຈີນ ສາມາດກໍານົດລາຄາໄດ້ເອງ ໂດຍບໍ່ມີການແຂ່ງເລື່ອງລາຄາຮັບຊື້ກັບບໍລິສັດອື່ນ

ແຂວງອັດຕະປື ແລະ ຈໍາປາສັກ ໃຫ້ບໍລິສັດຈີນ ເຂົ້າມາສໍາປະທານຜູກຂາດຊື້ໝາກຈອງບານນໍາຊາວບ້ານ ແລະ ໂດຍ ຫ້າມພໍ່ຄ້າ ຫຼື ບໍລິສັດ ອື່ນໆໄປເກັບຊື້ນໍາຂາວບ້ານ.

ອະນຸຮັກໝາກຈອງ ຫຼື ໃຫ້ຈີນຜູກຂາດຕະຫຼາດໝາກຈອງ ໃຫ້ສໍາປະທານບໍລິສັດຈີນ ມາຮັບຊື້ໝາກຈອງຈາກຊາວບ້ານແຕ່ພຽງບໍລິສັດດຽວ (RFA Video)

ພໍ່ຄ້າໝາກຈອງ ຢູ່ແຂວງພາກໃຕ້ ໄດ້ໃຫ້ຂໍ້ມູນຕໍ່ເອເຊັຍເສລີວ່າ ນັບແຕ່ປີ 2025-2026 ແຂວງຈໍາປາສັກ ແລະ ແຂວງອັດຕະປື ໄດ້ໃຫ້ສໍາປະທານບໍລິສັດຈີນ ມາຮັບຊື້ໝາກຈອງຈາກຊາວບ້ານແຕ່ພຽງບໍລິສັດດຽວເທົ່ານັ້ນ.

ບໍລິສັດຈີນສາມາດກໍານົດລາຄາໄດ້ເອງ ໂດຍບໍ່ມີການແຂ່ງເລື່ອງລາຄາຮັບຊື້ກັບບໍລິສັດອື່ນ, ແຕ່ ຖ້າບໍລິສັດ ອື່ນຈະຮັບຊື້ຈາກຊາວຍບ້ານ ຈະຕ້ອງຈ່າຍເງິນໃຫ້ ບໍລິສັດຈີນ 15,000 ກີບ ຕໍ່ ນຶ່ງກິໂລກຼາມ ໃນຂະນະທີ່ ລາຄາໝາກຈອງຕາກແຫ້ງ ແມ່ນ 300,000-350,000 ກີບ ຕໍ່ ນຶ່ງກິໂລ.

ສ່ວນວ່າ ແຂວງ ສາລະວັນ ແລະ ເຊກອງ ເປີດຂາຍແບບເສລີ ທຸກຄົນສາມາດຊື້ຂາຍໄດ້ ໃນລາກິໂລກຼາມລະ 400,000 ກິີບ ສະນັ້ນ ຊາວບ້ານ ຢູ່ແຂວງ ຈໍາປາສັກ ແລະ ອັດຕະປື ຈຶ່ງເອົາໄປຂາຍຢູ່ແຂວງສາລະວັນ ແລະ ແຂວງເຊກອງ ແທນ.

ຍ້ອນວ່າ ໝາກຈອງເປັນລາຄາດີ ຊາວບ້ານຈຶ່ງໄປເກັບໝາກແໜ່ງ ແບບສູນພັນ ດ້ວຍການຕັດຕົ້ນມັນລົງເລີຍ ແທນທີ່ຈະເກັບເອົາ ຫຼື ຊັ່ນງ່າ ໃຫ້ໝາກມັນຕົກລົງມາແລ້ວເກັບ. ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ມີການປັບໃໝພົບວ່າ ຊາວບ້ານຄົນໃດ ເອົາໝາກຈອງດິບມາຂາຍ ແລະ ແຂວງອັດຕະປື ກໍອອກແຈ້ງການຫ້າມໃນວັນທີ 6 ເມສາ 2026.

ໝາກຈອງ ເປັນເຄື່ອງປາຂອງດົງ ທີ່ຊາວບ້ານເກັບໄປຂາຍມີພໍ່ຄ້າມາຮັບຊື້ ແລ້ວ ສົ່ງອອກໄປຂາຍຢູ່ປະເທດຈີນ ແລະ ຫວຽດນາມ ວ່າ ກັນວ່າ ເຂົາເຈົ້ານໍາໃຊ້ພືດດັ່ງກ່າວໄປຜະລິດຢາ.