ມາດາມຊູຈິ ເຂົ້າພົບທ່ານອອງຈິ

ມາດາມ Aung San Suu-kyi ຜູ້ນຳພັກ ຝ່າຍຄ້ານ ຈະ ຫາລືກັບ ຜູ້ນໍາ ຣັຖບານ ພະມ້າ ທີ່ມີ ຝ່າຍ ທະຫາຣ ໃຫ້ກາຣ ສນັບສນູນ ອີກ ຄັ້ງນື່ງ.

0:00 / 0:00

ກົດຟັງສຽງ

ໂຄສົກ ປະຈໍາ ມາດາມ ອ໊ອງຊານ ກ່າວ ໃນມື້ວັນ ພຣະຫັດ ທີ 29 ກັນຍາ ນີ້ວ່າ: ການພົບພໍ້ ກັບ ຣັຖມົນຕຣີ ກະຊວງ ແຮງງານ ທ່ານ Aung Kyi ແລະ ມາດາມ Aung San Suu-kyi ໃນມື້ ວັນສຸກ ທີ່ 30 ກັນຍາ ຈະເປັນການ ປະຊຸມ ຄັ້ງທີ່ 3 ພາຍຫລັງ ທີ່ຖືກປ່ອຍ ຈາກກາຣກັກ ບໍຣິເວນ ໃນເດືອນ ພຶສຈິກາ ຜ່ານມາ ແລະ ມາດາມ ອ໋ອງຊານ ກໍໄດ້ພົບ ກັບ ປະທານາທິບໍດີ ພະມ້າ ທ່ານ Thein Sein ຢູ່ ນະຄອນຫລວງ ໄນປີດໍ ເມື່ອເດືອນ ກ່ອນ, ຊຶ່ງກໍເປັນ ສັນຍານ ໃຫ້ເຫັນວ່າ ຣັຖບານ ພະມ້າ ກໍມີກາຣ ຕິດຕໍ່ ພົວພັນ ກັບ ພັກຝ່າຍຄ້ານ ຫລາຍຂຶ້ນ.

ປັດຈຸບັນ ເຖິງແມ່ນ ພະມ້າ ມີ ຣັຖບານ ພົລເຮືອນ ກໍຕາມ, ແຕ່ຜູ້ນໍາ ແລະ ຄນະຣັຖບານ ກໍຍັງເປັນ ອະດີດ ນາຍພົລ ທະຫາຣ ຄືເກົ່າ. ໃນການໃຫ້ ສັມພາສ ຕໍ່ອົງການ ຂ່າວ AFP ເມື່ອ ຕົ້ນເດືອນ ນີ້ ມາດາມ ອ໋ອງຊານ ຊູຈີ ໄດ້ກ່າວວ່າ “ມີສັນຍານ ການພັທນາ ດ້ານການ ປະຕິຮູບ, ແຕ່ຍັງ ບໍ່ແນ່ວ່າ ທ່ານ Thein Sein ຈະສາມາດ ສືບຕໍ່ ປະຕິບັດ ການ ປະຕິຮູບ ຕາມທີ່ໄດ້ ໃຫ້ຄໍາໝັ້ນ ສັນຍາ ໄວ້ນັ້ນ ໄດ້ ຫລືບໍ່”.

ໂຄສົກ ຂອງ ມາດາມ ອ໋ອງຊານ ທ່ານ Nyan Win ກ່າວວ່າ ການພົບພໍ້ ກັນ ລະຫວ່າງ ມາດາມ Aung San Suu-kyi ແລະ ທ່ານ Aung Kyi ຈະຈັດໃສ່ ສະຖານທີ່ ຮັບຮອງ ແຂກ ຂອງ ຣັຖບານ, ແຕ່ບໍ່ມີ ຂໍ້ມູນ ເພີ້ມຕື່ມ ວ່າ ຈະມີກາຣ ຫາຣືກັນ ແນວໃດແດ່?

ເຖິງຢ່າງໃດ ກໍຕາມ ທາງບັນດາ ປະເທສ ຕາເວັນຕົກ ກໍໄດ້ ຮຽກຮ້ອງ ໃຫ້ພະມ້າ ມີກາຣ ປະຕິຮູບ ຫລາຍຢ່າງ ຊຶ່ງ ກໍຮວມທັງ ໃຫ້ມີການ ປ່ອຍນັກໂທດ ການເມືອງ ບໍ່ຕໍ່າກວ່າ 2,000 ຄົນ ພ້ອມກັບ ໃຫ້ມີການ ຍຸຕິ ການລ່ວງ ລະເມີດ ສິດທິມະນຸດ ແລະ ຍົກເລີກ ກາຣປາບປາມ ປະຊາຊົນ ເຜົ່ານ້ອຍ ໃນພະມ້າ ຢ່າງ ສິ້ນເຊີງ.