ລາຄາມັນຕົ້ນ ຢູ່ລາວ ຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນ ຍອມແພ້

ຈຳປາທອງ
2025.03.05
ລາຄາມັນຕົ້ນ ຢູ່ລາວ ຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນ ຍອມແພ້ ຮູບພາບປະກອບ: ສວນມັນຕົ້ນ ພາຍຫຼັງທີ່ເກັບກ່ຽວສຳເລັດແລ້ວ. ເດືອນມີນາ ປີ 2024.
RFA

ລາຄາມັນຕົ້ນ ຢູ່ປະເທດລາວ ໃນປັດຈຸບັນ ຕົກຕໍ່າຫຼາຍ ຄືມັນຕົ້ນດິບ ມີລາຄາປະມານ 800 ກີບຕໍ່ກິໂລ ເທົ່ານັ້ນ ແລະ ຍັງບໍ່ມີແນວໂນ້ມ ວ່າ ລາຄານັ້ນ ຈະຖືກປັບຂຶ້ນ ຈົນເຮັດໃຫ້ຊາວສວນມັນຕົ້ນ ຫຼາຍຄົນ ຕັດສິນໃຈປະອາຊີບປູກມັນຕົ້ນ ແລ້ວຫັນໄປປູກພືດຢ່າງອື່ນແທນ ເພາະຖ້າເຮັດຕໍ່ໄປ ກໍຈະຂາດທຶນເພີ່ມຫຼາຍຂຶ້ນ ເພາະວ່າ ການຂຸດມັນຕົ້ນ ໄປຂາຍ ຊາວສວນ ຈໍານວນໜຶ່ງ ຕ້ອງໄດ້ຈ້າງຄົນມາຂຸດຊ່ວຍ, ມັນບໍ່ກຸ້ມຄ່າ ແລະ ຊາວສວນມັນຕົ້ນ ຫຼາຍຄົນ ກໍບໍ່ມີຄວາມເຊື່ອໝັ້ນ ວ່າ ທາງລັດຖະບານ ຈະແກ້ໄຂບັນຫາ ລາຄາມັນຕົ້ນຕົກຕໍ່າ ນີ້ ໄດ້.

ເຖິງແມ່ນລັດຖະບານ ໄດ້ມີການປະຊຸມປຶກສາຫາລື ແກ້ໄຂບັນຫາ ລາຄາມັນຕົ້ນຕົກຕໍ່າ ນີ້ຫຼາຍເທື່ອ ມາແລ້ວ ແຕ່ກໍບໍ່ເຫັນວ່າ ຈະມີຜົນ ຢ່າງເປັນຮູບປະທໍາ, ບໍ່ມີການຄໍ້າປະກັນລາຄາໃຫ້, ຍອມຖິ້ມເລີຍ, ດັ່ງຊາວສວນມັນຕົ້ນ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມີນາ ນີ້ວ່າ:

“ບໍ່ໄດ້ເຮັດຫຍັງແລ້ວ ດຽວນີ້. ມັນບໍ່ກຸ້ມຄ່າ ແຮງງານກໍບໍ່ໄດ້ການເລີຍ ລາຄາມີແຕ່ທໍ່ໃດໜຶ່ງ 700-800 ໜຶ່ງ ຍອມຖິ້ມເລີຍ ມັນບໍ່ໄດ້ຄ່າແຮງງານດອກ ແນວໂນ້ມ ຄົນປູກໜ້ອຍແລ້ວ ຜູ້ມີເຮື່ອແຮງເຮັດເອງ ກະຫາກບໍ່ໄດ້ຫຼາຍ ກໍຂ້ອນຂ້າງຍາກຫັ້ນແຫຼະ ແກ້ໄຂ ເພາະບ້ານເຮົາ ມັນບໍ່ມີປະກັນຄໍ້າລາຄາ ໃຫ້ໄດ້ ຫັ້ນນ່າ. ຫັນປ່ຽນໄປທາງອື່ນລະ ຊິໄປປູກພວກຢາງພາລາພວກ ນີ້ແຫຼະ.”

ໄປປູກພືດຢ່າງອື່ນແທນ

ໃນຂະນະດຽວກັນ ຊາວສວນມັນຕົ້ນ ອີກຜູ້ໜຶ່ງ ກໍເວົ້າດັ່ງດຽວກັນນັ້ນ ວ່າ ຕົນກໍເຊົາປູກມັນຕົ້ນແລ້ວ. ປັດຈຸບັນ ກໍາລັງກຽມ ຫັນໄປປູກພືດອື່ນໆ ທີ່ໄຊ້ໄລຍະສັ້ນແທນ ຍ້ອນລາຄາມັນຕົ້ນ ຍັງຕົກຕໍ່າຢູ່. ລາຄາມັນຖືກໂພດ 850 ກີບຕໍ່ກິໂລ ທີ່ພໍ່ຄ້າ ແມ່ຄ້າ ຄົນກາງ ມາຮັບຊື້ຈາກຊາວສວນ ແລ້ວເອົາໄປຂາຍຕໍ່ ໃຫ້ໂຮງງານ ໃນລະຄາປະມານ 1,100 ຫາ 1,200 ກີບຕໍ່ກິໂລ.

“ເຊົາແລ້ວ ບໍ່ເຮັດແລ້ວ ໄວ້ປູກພືດລົ້ມລຸກ ໄລຍະສັ້ນ. ລາຄາມັນຖືກໂພດ 850 ກີບຕໍ່ 1 ກິໂລ ເພິ່ນມາຮັບຊື້ ຢູ່ສວນນ່າ, ບໍ່ເອົາໄປຂາຍເອງ ລາຄາມັນຖືກ ມັນບໍ່ກຸ້ມຄ່ານໍ້າມັນລົດໄປ.”

ເຫດຜົນທີ່ລາຄາມັນຕົ້ນ ຕົກຕ່ຳຫຼາຍ

ກ່ຽວກັບເລື່ອງລາຄາມັນຕົ້ນ ຕົກຕໍ່າຫຼາຍນີ້ ເຈົ້າໜ້າທີ່ອຸດສາຫະກໍາ ແລະ ການຄ້າ  ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ນາງໜຶຶ່ງ ເວົ້າວ່າ ທາງພາກລັດ ກໍເຫັນໃຈຊາວສວນ ທີ່ໄດ້ຮັບຜົນກະທົບ ແຕ່ກໍຍັງແກ້ໄຂບໍ່ໄດ້ ຍ້ອນລາຄາມັນຕົ້ນ ຢູ່ລາວ ສ່ວນໃຫຍ່ ກໍອີງໃສ່ລາຄາຢູ່ຕ່າງປະເທດ, ເປັນໄປຕາມລາຄາ ໃນຕະຫຼາດໂລກ ທີ່ຢູ່ນອກເໜືອຈາກ ການທີ່ຈະຄວບຄຸມໄດ້.

“ສ່ວນໃຫຍ່ ມີແຕ່ອີງໃສ່ລາຄາຂອງຕ່າງປະເທດ ທ້ອງຕະຫຼາດເປັນຫຼັກ ຖ້າວ່າຕະຫຼາດມີການປັບຕົວຂຶ້ນ ພວກກໍຊິໄດ້ ມີການປັບຕົວຂຶ້ນນໍາ ຖ້າວ່າ ຫາກຕະຫຼາດຫັ້ນໂອະ. ດຽວນີ້ຫັ້ນ ຫຍຸ້ງຍາກຢູ່ແລ້ວ ກໍແມ່ນຊິໄດ້ສູ້ ຕາມລາຄາໂຕນີ້ ຫັ້ນນ່າ.”


ຂ່າວ ກ່ຽວກັນ

ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບ ຕໍ່ກິໂລ

ຊາວສວນມັນຕົ້ນ ເມືອງນານ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ

ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ໃນລາຄາຖືກ


ແລະເຈົ້າໜ້າທີ່ ສະມາຄົມມັນຕົ້ນ ນາງໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງຄືກັນ ນັ້ນ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ ເລື່ອງລາຄາມັນຕົ້ນຕົກຕໍ່າ ລັດຖະບານ ເພິ່ນຍັງຈະມີການປຶກສາຫາລືກັນ ແກ້ໄຂຕື່ມອີກຢູ່. ລາຄາມັນ ເປັນໄປຕາມລາຄາ ໃນຕະຫຼາດໂລກ, ມັນຂຶ້ນຢູ່ກັບຕະຫຼາດ ຊຶ່ງສ່ວນໃຫຍ່ ລາວໄດ້ສົ່ງມັນຕົ້ນ ໄປຂາຍໃຫ້ປະເທດໄທ.

“ອັນນີ້ ກໍຍັງບໍ່ຮູ້ເທື່ອນໍ ກໍາລັງເບິ່ງຢູ່ ລັດຖະບານ ເພິ່ນກໍຈະປະຊຸມກັນ ມື້ອື່ນນີ້ ມັນກະເວົ້າຍາກນໍ ໂຕນີ້ ກະຕາມລາຄາຕະຫຼາດໂລກ ຫັ້ນແຫຼະ ລາຄາມັນ ກໍຂຶ້ນຢູ່ກັບລາຄາເມືອງໄທ ທັງໝົດນ່າ.”

ລາຄາມັນຕົ້ນຕົກຕໍ່າ ຢູ່ລາວ ບໍ່ແມ່ນແຕ່ຢູ່ໃນ ປີ 2025 ນີ້ເທົ່ານັ້ນ. ຖ້າເບິ່ງຄືນ ໃນຊຸມປີທີ່ຜ່ານມາ ກໍຈະເຫັນວ່າ ຕົກຕໍ່າ, ຊາວສວນ ໄດ້ຮັບຜົນກະທົບຫຼາຍ. ລາຄາທີ່ທາງໂຮງງານ ເກັບຊື້ມັນຕົ້ນດິບ ໃນ ປີ 2024 ທຽບໃສ່ ປີ 2023 ແມ່ນຫຼຸດລົງ ປະມານ 25% ແລະ ມັນຕົ້ນແຫ້ງ ຫຼຸດລົງ 26% ຊຶ່ງສ່ວນໜຶ່ງ ກໍເປັນຍ້ອນຄວາມຕ້ອງການມັນຕົ້ນ ຂອງຕະຫຼາດຈີນ ຫຼຸດລົງ ແລະ ສ່ວນໜຶ່ງ ກໍແມ່ນການປ່ຽນແປງ ຂອງອັດຕາເງິນເຟີ້ ທີ່ມີຜົນຕໍ່ຕົ້ນທຶນສົ່ງອອກ, ອີງຕາມການລາຍງານ ຂອງສະຖາບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງລາວ ທີ່ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບລາຄາມັນຕົ້ນ ໃນມື້ວັນທີ 27 ກຸມພາ 2025 ຊຶ່ງໃນນັ້ນ ໄດ້ໃຫ້ເຫດຜົນວ່າ ທຸລະກິດມັນຕົ້ນ ຍັງມີຄ່າໃຊ້ຈ່າຍສູງ ໃນການເກັບຊື້ ແລະສົ່ງອອກ ໃນຂະນະທີ່ລາຄາມັນຕົ້ນນໍາເຂົ້າ ຢູ່ຕະຫຼາດຕ່າງປະເທດ ຕົກຕໍ່າ ດັ່ງນັ້ນ ຈຶ່ງເຮັດໃຫ້ ລາຄາມັນຕົ້ນ ຢູ່ລາວ ຖືກກົດ ຕໍ່າລົງກວ່າປີທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.