ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບ ຕໍ່ກິໂລ

ສຸພັດຕາ
2025.02.07
ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບ ຕໍ່ກິໂລ ມັນຕົ້ນ ທີ່ຊາວບ້ານຕາກແຫ້ງ ເພື່ອນຳໄປຂາຍ. ເດືອນເມສາ ປີ 2024
RFA

ແຂວງໄຊຍະບູລີ ເປັນອີກໜຶ່ງແຂວງ ທີ່ມີເນື້ອທີ່ການປູກມັນຕົ້ນ ຫຼາຍເຖິງ 90,000 ປາຍເຮັກຕາ ແລະໄດ້ຮັບຜົນຜະລິດ 25-30 ໂຕນ ຕໍ່ເຮັກຕາ ແລະເປັນອີກໜຶ່ງແຂວງ ທີ່ມີໂຮງງານແປ້ງມັນຕົ້ນ ຂອງນັກລົງທຶນຈີນ ແລະລັດຖະບານ ໄດ້ສົ່ງເສີມໃຫ້ປະຊາຊົນ ປູກມັນຕົ້ນ ເພື່ອສົ່ງເຂົ້າໂຮງງານແປ້ງມັນຕົ້ນ ບໍ່ຫຼຸດ 5 ແສນໂຕນ ຕໍ່ປີ, ຂະນະດຽວກັນ ເມື່ອສົມທຽບລາຄາມັນຕົ້ນ ຂອງປີທີ່ແລ້ວ ກັບປີນີ້ ໃນໄລຍະດຽວກັນ (2 ເດືອນທີ່ຜ່ານມາ) ພົບວ່າ ລາຄາມັນຕົ້ນຫຼຸດລົງຫຼາຍ ໂດຍມັນຕົ້ນດິບ ຈາກລາຄາ 1,200-1,500 ກີບ ຕໍ່ກິໂລ ຫຼຸດລົງ ເຫຼືອ 900-1,000 ກີບ ຕໍ່ກິໂລ, ສ່ວນມັນຕົ້ນແຫ້ງ ຈາກລາຄາ 5,000 ກີບ ຕໍ່ກິໂລ ຫຼຸດລົງ ເຫຼືອ 2,000-2,500 ກີບ ຕໍ່ກິໂລ.

ເມື່ອຄົ້ນຫາສາເຫດເລິກເຊິ່ງ ພົບວ່າ ການປູກມັນຕົ້ນ ຂອງຊາວສວນ ໃນແຂວງໄຊຍະບູລີ ໃນປີທໍາອິດ ແລະປີທີ 2 ຈະຂາຍມັນຕົ້ນ ໄດ້ລາຄາສູງ ຍ້ອນໄດ້ສານອາຫານປະເພດແປ້ງ ຈາກມັນຕົ້ນຫຼາຍ ແຕ່ຕໍ່ມາ ເມື່ອເຂົ້າສູ່ປະມານ ປີທີ 3 ຈະຂາຍມັນຕົ້ນໄດ້ລາຄາ ຕໍ່າລົງ ຍ້ອນໄດ້ສານອາຫານປະເພດແປ້ງ ຈາກມັນຕົ້ນໜ້ອຍ ເນື່ອງຈາກ ຊາວສວນ ບໍ່ໄດ້ປູກພືດໝູນວຽນ ອີກທັງ ບໍ່ມີເງື່ອນໄຂ ໃນການຊື້ຝຸ່ນ ເພື່ອນໍາມາບໍາລຸງມັນຕົ້ນ ໃຫ້ໄດ້ຄຸນນະພາບ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູລີ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ກຸມພາ ນີ້ວ່າ:

“ສໍາຄັນເລື່ອງ ຄຸນນະພາບແປ້ງ ໃຫ້ມັນໜ້ອຍ ປູກໄລຍະ 2-3 ປີ ຜ່ານມາແລ້ວ ແລ້ວເຮົາບໍ່ໄດ້ມີການປັບປຸງດິນ ບໍ່ມີການປູກພືດໝູນວຽນ ເພື່ອສ້າງອາຫານໃຫ້ດິນ ຄືທໍາອິດນີ້ ກໍບາງເທື່ອອາດຈະເປັນປູກສາລີບໍ, ໝາກເດືອຍ ປີຕໍ່ມາປູກມັນຕົ້ນ ຄົນມີເງື່ອນໄຂ ເຂົາເຈົ້າກໍຊື້ຝຸ່ນມາໃສ່ ເພີ່ມສະມັດຖະພາບຂຶ້ນ ກະເພີ່ມຄຸນນະພາບແປ້ງຂຶ້ນ ພໍ່ແມ່ປະຊາຊົນເຮົາ ມັນບໍ່ມີທຶນເດ້ ເຂົ້າແຫຼ່ງທຶນ ກໍບໍ່ກ້າໄປຍື່ນເພິ່ນຫັ້ນແຫຼະ ມີສໍ່າໃດ ກໍເຮັດໄປສໍ່ານັ້ນ.”

ນາງກ່າວຕື່ມວ່າ ການປູກມັນຕົ້ນ ຂອງຊາວສວນ ໃນແຂວງໄຊຍະບູລີ ມີທັງປູກມັນຕົ້ນ ເພື່ອສົ່ງໃຫ້ໂຮງງານແປ້ງມັນຕົ້ນ ຂອງນັກລົງທຶນ ເພື່ອສົ່ງອອກໄປຂາຍ ປະເທດຈີນ ແລະມີທັງ ປູກເພື່ອຂາຍໃຫ້ແກ່ຜູ້ໃດກໍໄດ້ ທີ່ສົນໃຈຊື້ ຈຶ່ງເຮັດໃຫ້ ຈໍານວນຄົນປູກມັນຕົ້ນມີຫຼາຍ ດັ່ງນັ້ນ ລາຄາມັນຕົ້ນ ຈຶ່ງຕໍ່າລົງໃນປີນີ້.


ຂ່າວ ກ່ຽວກັນ

ຊາວສວນມັນຕົ້ນ ເມືອງນານ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ

ຊາວສວນມັນຕົ້ນ ອາດໄປປູກພືດອື່ນ ແທນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ

ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ໃນລາຄາຖືກ


ຂະນະດຽວກັນ ຢູ່ແຂວງອື່ນ ລວມເຖິງ ນະຄອນຫຼວງວຽງຈັນ ປະຊາຊົນ ກໍມີການປູກມັນຕົ້ນ ໂດຍຊາວສວນມັນຕົ້ນ ນາງໜຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ປູກມັນຕົ້ນໄດ້ 3 ປີ ແລະປູກຂາຍ ແບບອິດສະຫຼະ ບໍ່ໄດ້ປູກປ້ອນເຂົ້າໂຮງງານໃດໜຶ່ງ ກ່າວວ່າ ຕົນເອງ ປູກມັນຕົ້ນສ່ວນຫຼາຍ ຈະໄດ້ແຕ່ມັນຕົ້ນຫົວໃຫຍ່ ເນື່ອງຈາກຕົນເອງ ປູກພືດແບບໝູນວຽນ ແລະມີ ເງື່ອນໄຂຊື້ຝຸ່ນບໍາລຸງມັນຕົ້ນ ໃຫ້ມີຄຸນນະພາບ ເຮັດໃຫ້ລາຍຮັບຂອງປີນີ້ ຈາກການຂາຍມັນຕົ້ນຂອງເຂົາເຈົ້າ ບໍ່ຫຼຸດລື່ນ ຈາກປີທໍາອິດ ຫຼາຍປານໃດ ລາຍຮັບສະເລ່ຍ ຢູ່ທີ່ 31 ລ້ານກີບ ເຖິງ 32 ລ້ານກີບ ຕໍ່ການຂາຍມັນຕົ້ນແຫ້ງ 1 ໂຕນ, ດັ່ງນາງ ກ່າວວ່າ:

ຄັນເຮົາບໍາລຸງດິນໄດ້ຫັ້ນນ່າ ມັນກໍງາມ ສວນເອື້ອຍລະໃສ່ຝຸ່ນເນາະ ໃສ່ຝຸ່ນຂີ້ຄວາຍ, ຂີ້ເປັດ, ຂີ້ໝູ ຂຶ້ນກັບວ່າເຮົາດຸໝັ່ນ ພຽນດິນ ປຸງດິນມັນບໍ່ ຄັນເຮົາມີແຕ່ປູກໆ ລະແນ່ນອນວ່າ ມັນກໍໜ້ອຍລົງ ໜ້ອຍລົງຫັ້ນແຫຼະ ມັນຕົ້ນ ມັນກິນຝຸ່ນຫຼາຍ ແຕ່ກ່ອນຫັ້ນ ເຂົາເຈົ້າເຮັດສວນອ້ອຍບໍ່ ແລ້ວມາປູກມັນຕົ້ນ ມັນກໍບໍ່ງາມ ອ້ອຍມັນກໍກິນຝຸ່ນຫຼາຍ ເອື້ອຍລະປູກເຂົ້າ ຈຶ່ງມາປູກມັນຕົ້ນ.”

ຊາວສວນມັນຕົ້ນ ຮູ້ພຽງແຕ່ວ່າ ລາຄາມັນຕົ້ນແຫ້ງ ປີນີ້ ຫຼຸດລົງຫຼາຍ ເຫຼືອແຕ່ 3,000 ກີບ ຕໍ່ກິໂລ ຈາກ 4,000 ກີບ ຕໍ່ກິໂລ ເມື່ອປີທີ່ແລ້ວ ແລະບໍ່ຮູ້ວ່າ ສາເຫດ ແມ່ນຍ້ອນຫຍັງ ເນື່ອງຈາກຕົນເອງ ຫາກໍປູກມັນຕົ້ນ ໄດ້ພຽງປີປາຍ ແລະຂາຍມັນຕົ້ນແບບທົ່ວໄປ ຄື ຜູ້ໃດຢາກຮັບຊື້ ກໍຂາຍໃຫ້ຜູ້ນັ້ນ ບໍ່ໄດ້ມີສັນຍາຜູກມັດ ວ່າຕ້ອງຂາຍໃຫ້ໃຜ ແລະຕ້ອງຂາຍ ໃນລາຄາເທົ່າໃດ, ດັ່ງຊາວສວນມັນຕົ້ນ ໃນນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວວ່າ:

ປີກາຍນີ້ ແທ້ແພງ ປີນີ້ ຫຼຸດຫຼາຍ ຈັກຫຍັງວ່າ ເປັນຍ້ອນອັນໃດ ບໍ່ໄດ້ສົ່ງໂຮງງານ ມີແຕ່ຂາຍທົ່ວໄປ ຜູ້ໃດຮັບຊື້ ແລ້ວເອົາໄປຂາຍ ແລ້ວເຂົາເອົາສົ່ງເທົ່າໃດ ກໍບໍ່ຮູ້ ເຂົາຮັບຊື້ນໍາເຮົາແລ້ວ ສົ່ງໂຮງງານ.”

ເຖິງຢ່າງໃດກໍຕາມ ລາຄາມັນຕົ້ນຫຼຸດລົງ ໃນປີນີ້ ບໍ່ໄດ້ເປັນຍ້ອນແຕ່ວ່າ ຊາວສວນບໍ່ໄດ້ປູກພືດໝູນວຽນ, ຊາວສວນບໍ່ມີເງື່ອນໄຂຊື້ຝຸ່ນ ເພື່ອບໍາລຸງມັນຕົ້ນ ໃຫ້ໄດ້ຄຸນນະພາບ ແລະມີຈໍານວນຊາວສວນ ປູກມັນຕົ້ນທົ່ວປະເທດ ຈໍານວນຫຼາຍເທົ່ານັ້ນ, ແຕ່ລາຄາມັນຕົ້ນຫຼຸດລົງ ໃນປີນີ້ ກໍຍ້ອນວ່າ ປະເທດລາວ ມີຕະຫຼາດແຂ່ງຂັນສູງ ຄື: ປະເທດໄທ ແລະປະເທດກໍາປູເຈຍ ທີ່ສົ່ງມັນຕົ້ນໄປຂາຍປະເທດຈີນ ບ່ອນດຽວກັນກັບປະເທດລາວ ແຕ່ຂະນະດຽວກັນ ຄຸນນະພາບມັນຕົ້ນແຫ້ງ ຂອງປະເທດລາວ ທີ່ສົ່ງໄປຂາຍປະເທດຈີນນັ້ນ ບໍ່ໄດ້ຄຸນນະພາບ ຈຶ່ງເຮັດໃຫ້ລາຄາມັນຕົ້ນແຫ້ງ ຫຼຸດລົງ ໃນປີນີ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູລີ ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ເຮົາສົ່ງມັນຕົ້ນແຫ້ງ ອອກໄປຈີນຫັ້ນນ່າ ກໍບໍ່ໄດ້ຄຸນນະພາບ ມີສິ່ງເຈືອປົນເປັນຈໍານວນຫຼາຍ ສະນັ້ນທາງການຈີນ ປີນີ້ ນີ້ ເຮັດໜັງສືແຈ້ງມາ ແມ່ນໃຫ້ຕ້ອງເຮັດເປັນມັນຕົ້ນເມັດ ອັດເມັດໄປ ບາດເວລາຄັດແລ້ວ ສິ່ງເຈືອປົນ ສິ່ງເສດເຫຼືອອື່ນໆ ເປັນຈໍານວນຫຼາຍຫັ້ນນ່າ ໄດ້ຄຸນນະພາບ ໄດ້ຈໍານວນ ປະລິມານຫັ້ນໜ້ອຍລົງ ເຮັດໃຫ້ລາຄານີ້ຫັ້ນຫຼຸດລົງ ເປັນຈໍານວນໜຶ່ງ.”

ທ່ານກ່າວຕື່ມວ່າ ບັນຫາລາຄາມັນຕົ້ນ ແຫ້ງ ແລະ ດິບ ຫຼຸດລົງ ໄດ້ລາຍງານ ໃຫ້ຂັ້ນເທິງ ແລ້ວ ແລະປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ອະນຸມັດໃຫ້ນັກລົງທຶນ ເຊິ່ງຕອນນີ້ ຍັງບໍ່ຮູ້ລາຍລະອຽດຈະແຈ້ງ ວ່າແມ່ນ ນັກລົງທຶນສັນຊາດໃດ ມາຕັ້ງໂຮງງານ ອັດເມັດມັນຕົ້ນ ຢູ່ພາຍໃນ ແຂວງໄຊຍະບູລີ ແລ້ວ.

ນອກຈາກນັ້ນ ການຊື້ຂາຍມັນຕົ້ນ ໃນປະເທດລາວ ມີຫົວໜ່ວຍທຸລະກິດ ຂະໜາດນ້ອຍຈໍານວນໜຶ່ງ ທີ່ມີລົດບັນທຸກ ເພື່ອຂົນມັນຕົ້ນໄປຂາຍໃຫ້ໂຮງງານ ຈະເລາະເກັບຊື້ມັນຕົ້ນ ຂອງຊາວສວນ ທີ່ມີຍານພາຫະນະ ເພື່ອຂົນສົ່ງມັນຕົ້ນໄປຂາຍຕາມບ່ອນຕ່າງໆ ຈຶ່ງເຮັດໃຫ້ ແຂວງໄຊຍະ​ບູ​ລີ ອອກແຈ້ງການໄປຍັງເມືອງແລ້ວ ໃຫ້ຄວບຄຸມ ລາຄາມັນຕົ້ນ ໂດຍມັນຕົ້ນດິບ ລາຄາ 900-1,000 ກີບ ຕໍ່ກິໂລ ແລະມັນຕົ້ນແຫ້ງ 2,000-2,500 ກີບ ຕໍ່ກິໂລ ເພື່ອຮັກສາຜົນປະໂຫຍດ ຂອງຊາວສວນ ແຂວງໄຊຍະບູລີ.

ຫຼ້າສຸດ ແຂວງສະຫວັນນະເຂດ ກໍອອກແຈ້ງການ ໃຫ້ຫົວໜ່ວຍທຸລະກິດ ແລະຊາວກະສິກອນຜູ້ປູກມັນຕົ້ນ ພາຍໃນແຂວງ ຊື້-ຂາຍມັນຕົ້ນດິບຂັ້ນຕໍ່າ ບໍ່ຫຼຸດ 1,200 ກີບ ຕໍ່ກິໂລ ແລະຖ້າລາຄາມັນຕົ້ນ ເໜັງຕີງຂຶ້ນ ທາງໂຮງງານກໍຈະເກັບຊື້ ຕາມລາຄາທ້ອງຕະຫຼາດ ທີ່ມີການເໜັງຕີງຂຶ້ນ ໃນແຕ່ລະໄລຍະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.