ຂ.ອັດຕະປື ຈະຂາຍໄມ້ ຍຶດໄດ້

ຈໍາປາທອງ
2017.09.27
F-LOGS ໄມ້ທີ່ຖືກຢຶດໄດ້ ຢູ່ດ່ານພູເກືອ ຖືກນຳມາເກັບໄວ້ໃນສາງ ຂອງຜແນກ ອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື
ຖ່າຍໂດຍ: ຜູ້ຟັງ ວິທຍຸເອເຊັຽເສຣີ 16/6/2017

ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ກຽມການປະມູນ ຂາຍໄມ້ຈຳນວນ 661 ແມັດກ້ອນ ຈາກຣົດ 13 ຄັນ ໃນຈຳນວນຣົດ 27 ຄັນທີ່ຍຶດໄດ້ ຊຶ່ງຈະໄດ້ ເປີດຊອງປະມູນ ໃນມື້ວັນທີ 10 ຕຸລາ 2017. ສ່ວນໄມ້ທີ່ເຫລືອ ຈະໄດ້ນຳອອກມາປະມູນ ໃນເທື່ອໜ້າ. ຕາມ ຄຳເວົ້າຂອງ ເຈົ້າໜ້າທີ່ ຜແນກດັ່ງກ່າວ ໃນມື້ວັນທີ 26 ກັນຍາ ນີ້:

"ວັນທີ 10 ເດືອນ 10 ເຮົາສິເປີດຊອງປະມູນໂຕ 27 ຄັນ ແຕ່ເຮົາສິເປີດຊອງ ກ່ອນເຂົ້າຮ່ວມ 13 ຄັນມີຈໍານວນ 661 ແມັດກ້ອນ ສ່ວນ ໂຕ 14 ຫັ້ນແມ່ນຍັງ ສັງລວມຢູ່ ກະກຽມຢູ່".

ນາງເວົ້າວ່າທາງຄະນະຈັດການປະມູນ ໄດ້ຂາຍຊອງປະມູນ ມາຕັ້ງແຕ່ມື້ວັນທີ 20 ກັນຍາ ແລະຈະຂາຍໄປເຖິງ ມື້ວັນທີ 9 ຕຸລາ ທີ່ຈະມາ ເຖິງນີ້. ມາເຖິງປັດຈຸບັນ ມີນັກທຸຣະກິດລາວ ຊຶ່ງສ່ວນຫຼາຍ ແມ່ນນັກທຸຣະກິດ ແຂວງອັດຕະປື ແລະແຂວງໃກ້ຄຽງ ຊື້ຊອງປະມູນ ໄປຫຼາຍ ແລ້ວ. ສ່ວນວ່າໄມ້ປະເພດໃດ ທີ່ຈະນຳມາປະມູນ ນັ້ນນາງບໍ່ຮູ້ຄັກແນ່.

ນາງກ່າວຕື່ມວ່າ ເມື່ອເດືອນມິຖຸນາ ທີ່ຜ່ານມາ ທາງການກໍໄດ້ປະມູນໄມ້ ໄປແລ້ວເທື່ອນຶ່ງ ໃຫ້ນັກທຸຣະກິດລາວຈຳນວນ 13 ພັນແມັດກ້ອນ, ແຕ່ຜູ້ປະມູນໄດ້ ບໍ່ປະຕິບັດ ຕາມສັນຍາ ແລະບໍ່ໄດ້ຈ່າຍເງິນ ຕາມຂັ້ນຕອນ ຂອງຣະບຽບການ. ດັ່ງນັ້ນທາງການ ຈຶ່ງຍົກເລີກ ແລະຍຶດໄມ້ ຈຳນວນນັ້ນຄືນ ເພື່ອເປີດປະມູນໃໝ່.

ສຳລັບເຣຶ່ອງຄວາມຄືບໜ້າ ຂອງການສືບສວນສອບສວນ ຄະດີໄມ້ ຈາກຣົດ 27 ຄັນນັ້ນ ມາເຖິງປັດຈຸບັນ ພາກສ່ວນ ທາງການ ສປປລາວ ທີ່ຮັບຜິດຊອບ ຍັງບໍ່ທັນໄດ້ ເປີດເຜີຍໃຫ້ ສາທາຣະນະຊົນຮູ້ ວ່າເປັນໄມ້ ຂອງໃຜແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.