ການຈັດສັນທີ່ດິນ ຢູ່ ລາວ ຍັງມີບັນຫາ

ໄມຊູລີ
2018.06.13
f-land ເມືອງຊຽງເງິນ ແຂວງຫລວງພຣະບາງ
RFA/AS

ການຈັດສັນທີ່ດິນຢູ່ ສປປລາວ ຍັງເປັນບັນຫາຫຍຸ້ງຍາກ ໂດຍສະເພາະ ເປັນດິນຂອງປະຊາຊົນ ຍັງຖືກນໍາໄປ ສັມປະທານ ສ້າງອາຄານ ປູກສ້າງໂຮງຈັກໂຮງງານ ແລະປູກພຶດກະສິກັມ ເຮັດໃຫ້ປະຊາຊົນ ຂາດບ່ອນທໍາມາຫາກິນ. ດັ່ງເຈົ້າໜ້າທີ່ຫ້ອງການ ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວວ່າ:

“ກໍມີຫັ້ນແລ້ວ ຄັນສິເວົ້າເຣື້ອງຂໍ້ຫຍຸ້ງຍາກສັບສົນ ກໍຫລາຍອັນ ການເຮັດການທໍານີ້ ດິນນີ້ຢູ່ໃນຂອບເຂດ ເຮົາ ມັນບໍ່ມີແລ້ວ ດຽວນີ້ມີແຕ່ ບໍຣິສັດໝົດ ບຸກເບີກ ໝາຍຄວາມວ່າ ບໍຣິສັດສັມປະທານ ເຣື້ອງດິນ ເຂື່ອນໄຟຟ້າ ປູກຕົ້ນໄມ້ ປູກກາເຟ ມັນຫຼາຍບໍຣິສັດ ເຂົ້າມາ ນີ້ ເພາະວ່າດິນມັນແຮງແຄບລົງໆ.”

ທ່ານກ່າວຕຶ່ມວ່າ ຍັງມີດິນ ສາທາຣະນະ ຫຼືດິນຂອງຣັຖ ຖືກເຈົ້າໜ້າທີ່ທ້ອງຖິ່ນ ບາງຄົນໃຫ້ສັມປະທານ ແກ່ບໍຣິສັດເອກຊົນ ທັງໃນ ແລະ ຕ່າງປະເທດ ໂດຍສະເພາະ ດິນທີ່ໃກ້ກັບຊາຍແດນ.

ສະເພາະແຕ່ເມືອງປາກຊ່ອງ ແຂວງຈໍາປາສັກ ປະຊາຊົນ ຈໍານວນຫລວງຫລາຍ ເຄີຍມີດິນແລະເຄີຍ ປູກພຶດ ມາດົນນານ ແຕ່ເຈົ້າໜ້າທີ່ ທ້ອງຖິ່ນ ບາງຄົນກໍໃຫ້ ສັມປະທານ ແກ່ບໍຣິສັດເອກຊົນ ເພື່ອປູກກາເຟ ເຊັ່ນດຽວກັນ.

ສ່ວນປະຊາຊົນ ເມືອງສິງ ແຂວງຫລວງນໍ້າທາ ເວົ້າວ່າ ການຈັດສັນທີ່ດິນ ຂອງພາກຣັຖບານ ໃນທຸກມື້ນີ້ ແມ່ນເອື້ອອໍານວຍ ທີ່ດິນໃຫ້ແຕ່ ພາກເອກຊົນເຂົ້າມາປູກ ຢາງພາຣາແລະພຶດອື່ນໆ ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນໃນພື້ນທີ່ ທີ່ບໍ່ສາມາດປູກພຶດ ກິນເອງໄດ້ ບໍ່ສາມາດ ເຮັດໄຮ່ ເຮັດສວນ ຫາປູຫາປາ ຕາມຫ້ວຍໜອງ ແບບເຄີຍມີມາກ່ອນ ດັ່ງປະຊາຊົນ ຜູ້້ນຶ່ງເວົ້າວ່າ:

“ກໍຍັງສົ່ງຜົນກະທົບ ກັບປະຊາຊົນ ໂດຍສະເພາະກັບພຶດຜັກ ສັດແຖວໆນັ້ນ ປູປາ ນາມຽວ ເນາະ ເພາະວ່າຖານະພວກເຮົາເປັນປະຊາຊົນ ນີ້ ກໍບໍ່ໜ້າສິອັນນັ້ນ ຂນະນີ້ຊັພຍາກອນລາວ ຊັພຍາກອນແຫ່ງຊາດ ຢູ່ໃນແຜ່ນດິນ ກໍຫລຸດນ້ອຍຖອຍລົງ ແລ້ວເນາະ.”

ຢ່າງໃດກໍຕາມ ກອງປະຊຸມສະພາແຫ່ງຊາດ ທີ່ກໍາລັງດໍາເນີນຢູ່ນີ້ ໄດ້ນໍາຮ່າງແຜນ ແມ່ບົດວ່າດ້ວຍການ ຈັດສັນທີ່ດິນ ສະບັບປັບປຸງໃໝ່ ຂຶ້ນມາ ພິຈາຣະນາ ຮັບຮອງເອົາ. ແຜນແມ່ບົດ ສະບັບນີ້ ມີຈຸດປະສົງ ເພື່ອນໍາໃຊ້ ດິນໃຫ້ເກີດ ປະໂຫຍດສູງສຸດ ແລະ ແກ້ໄຂຂໍ້ຂັດແຍ້ງ ທີ່ດິນ ຣະຫວ່າງ ຣັຖບານກັບປະຊາຊົນ ແລະ ເອກຊົນກັບປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.