ພາວເວີ ໄຊນາ ຂອງຈີນ ຟ້ອງລັດວິສາຫະກິດ ໄຟຟ້າລາວ
2025.03.12
ບໍລິສັດ ພາວເວີ ໄຊນາ (PowerChina) ຊຶ່ງເປັນບໍລິສັດ ຂອງລັດຖະບານຈີນ ຟ້ອງລັດວິສາຫະກິດ ໄຟຟ້າລາວ ຍ້ອນບໍ່ຈ່າຍໜີ້ເຂື່ອນນໍ້າອູໃຫ້ ຫຼາຍເຖິງ 555 ລ້ານໂດລ້າ ສະຫະລັດ, ອີງຕາມຂໍ້ມູນຂອງສໍານັກຂ່າວ Reuters ວັນທີ 5 ມີນານີ້.
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບຄະດີຟ້ອງຮ້ອງ ຂອງລັດວິສາຫະກິດ ໄຟຟ້າຈີນ ທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ລັດວິສາຫະກິດໄຟຟ້າລາວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕອບວ່າ ບໍ່ສາມາດໃຫ້ຂໍ້ມູນໄດ້, ມີແຕ່ບອກວ່າ ໃຫ້ເຮັດເອກກະສານເຂົ້າມາພົວພັນ. ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ໄປຍັງ ກະຊວງພະລັງງານ ແລະບໍ່ແຮ່ ເພື່ອຂໍຖາມກ່ຽວກັບ ເລື່ອງດຽວກັນນີ້ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ ລັດວິສາຫະກິດ ໄຟຟ້າລາວ ຜູ້ຂໍສະຫງວນຊື່ ແລະສຽງ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣິ ໃນມື້ວັັນທີ 7 ມີນາ ນີ້ວ່າ:
“ການເປັນໜີ້ຈີນນັ້ນ ຍັງແກ້ບໍ່ໝົດ ຄືປະນິປະນອມກັນຢູ່ ເຮົາຈະຈ່າຍເປັນງວດ ເທົ່າທີ່ເຈລະຈາກັນໄດ້ ສະພາບທີ່ວ່າ ອັດຕາເງິນເຟີ້ ຄືເຮົາຂາຍໄຟຟ້າພາຍໃນ ເຮົາຂາຍເປັນເງິນກີບ ແລ້ວຕ້ອງປ່ຽນເປັນເງິນໂດລ້າ ອັດຕາແລກປ່ຽນແມ່ນຈໍາກັດ ເຮັດໃຫ້ເງິນຕາຂາດສະພາບຄ່ອງ.”
ການຍື່ນຟ້ອງ ລັດວິສາຫະກິດ ໄຟຟ້າລາວ
ໃນເອກກະສານ ຂອງບໍລິສັດ ພາວເວີ ໄຊນາ ທີ່ຍື່ນຟ້ອງ ລັດວິສາຫະກິດ ໄຟຟ້າລາວ ຕໍ່ສະຖາບັນອະນຸຍາໂຕຕຸລາການ ລະຫວ່າງປະເທດຂອງສິງກະໂປ (Singapore International Arbitration Centre (SIAC) ຫຼືສະຖາບັນເພື່ອລະງັບຂໍ້ຂັດແຍ່ງ ລະຫວ່າງປະເທດ ລະບຸວ່າ ລັດວິສາຫະກິດ ໄຟຟ້າລາວ ຕິດໜີ້ບໍລິສັດ PowerChina 486 ລ້ານໂດລ້າ ສະຫະລັດ ແລະດອກເບ້ຍ ອີກ 66 ລ້ານໂດລ້າ ສະຫະລັດ. ນອກຈາກນີ້ແລ້ວ ຍັງມີຄ່າເສຍຫາຍອີກ 3 ລ້ານໂດລ້າສະຫະລັດ ຍ້ອນທີ່ຜ່ານມາ ລັດວິສາຫະກິດ ໄຟຟ້າລາວ ຊໍາລະຄ່າໄຟຟ້າ ເປັນເງິນກີບ ແຕ່ໃນສັນຍາ ລະບຸວ່າ 85% ຕ້ອງຈ່າຍເປັນເງິນສະກຸນໂດລ້າ ສະຫະລັດ.
ໜີ້ທັງໝົດ ທີ່ຝ່າຍລາວ ຍັງຄ້າງຊໍາລະ ໃຫ້ຝ່າຍຈີນ ເກີດຂຶ້ນມາ ຕັ້ງແຕ່ເດືອນມັງກອນ 2020 ຫາເດືອນທັນວາ 2024.
ຂ່າວ ກ່ຽວກັນ
ລັດຖະບານລາວ ຈະປັບຂຶ້ນລາຄາໄຟຟ້າໃໝ່ ເລີ່ມແຕ່ເດືອນມີນາ 2025 ເປັນຕົ້ນໄປ
ໄຟຟ້າລາວ ຮັບວ່າ ອຸປະກອນໄຟຟ້າ ທີ່ບໍ່ໄດ້ບໍາລຸງ-ຮັກສາ ເຮັດໃຫ້ເກີດໄຟໄໝ້
ລາວ ແລະຈີນ ເລີ່ມກໍ່ສ້າງ ໂຄງການສາຍສົ່ງໄຟຟ້າ ຢູ່ແຂວງອຸດົມໄຊ
ເຈົ້າໜ້າທີ່ພາກປະຊາສັງຄົມ ທ່ານໜຶ່ງ ກ່າວກ່ຽວກັບເລື່ອງນີ້ ວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນລັດວິສາຫະກິດ ໄຟຟ້າລາວ, ຄະນະກໍາມະການ ປະຕິຮູບລັດວິສາຫະກິດ ລະດັບຊາດ ແລະກະຊວງພະລັງງານ ແລະບໍ່ແຮ່ ຍັງບໍ່ທັນໄດ້ຮັບແຈ້ງການ ຢ່າງເປັນທາງການ ກ່ຽວກັບ ດັ່ງກ່າວນີ້ເທື່ອ ແຕ່ກໍຄາດວ່າ ຈະມີການເຈລະຈາ ຂໍປະນິປະນອມ ເລື່ອງການຈ່າຍໜີ້ນີ້ ຍ້ອນທາງການລາວ ຍັງບໍ່ມີຄວາມສາມາດ ໃນການທີ່ຈະຈ່າຍໜີ້ ຈໍານວນມະຫາສານນັ້ນ ໄດ້ເທື່ອ, ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມີນາ ນີ້ວ່າ:
“ຍັງໆ ອາດຈະບໍ່ຖະແຫຼງຂ່າວ ຖ້າແມ່ນຊົງນີ້ ໜ້າຈະແມ່ນປະນິປະນອມແລ້ວ ຊິງຽບໄປເລີຍ ຖ້າຫາກວ່າບໍ່ເລື່ອນການໃຊ້ໜີ້ ກໍຕ້ອງຫາຊັບພະຍາກອນ ອັນໃດມາໃຊ້ ຫຼືກິດຈະການອັນໃດ ອັນໜຶ່ງ ກໍຕ້ອງຖືກ take over ອີກ.”
ສາເຫດ ລາວເປັນໜີ້ ຢ່າງມະຫາສານ
ເວົ້າເຖິງສາເຫດ ທີ່ພາໃຫ້ລາວເປັນໜີ້ ຢ່າງມະຫາສານ ແລະບໍ່ສາມາດຊໍາລະໜີ້ ໄດ້ຕາມກໍານົດເວລານັ້ນ, ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢຍຣະມັນ ກ່າວວ່າ ການທີ່ບໍລິສັດຈີນ ຍື່ນຟ້ອງ ລັດວິສາຫະກິດ ໄຟຟ້າລາວນີ້ ຖືວ່າເປັນຂໍ້ຜິດພາດ ໃນການບໍລິຫານ ຂອງໄຟຟ້າລາວ ທີ່ປ່ອຍໃຫ້ມີການສ້າງເຂື່ອນໃນລາວ ຢ່າງບໍ່ມີຂອບເຂດ ໃນຂະນະທີ່ ປະຊາຊົນ ຈ່າຍຄ່າໄຟຟ້າແພງ ແລະໄຟຟ້າ ມີໃຊ້ບໍ່ທົ່ວເຖິງ ແລະວ່າ ການໃຊ້ໜີ້ ຢ່າງຫຼວງຫຼາຍ ບໍ່ໄດ້ນັ້ນ ທັງໝົດ ແມ່ນເປັນຍ້ອນການປົກຄອງ ຂອງເຈົ້າໜ້າທີ່ ທາງການ ສປປ ລາວ ຜິດພາດ:
”ສ້າງເຂື່ອນ ຢ່າງມະຫາສານ ແຕ່ບໍ່ໄດ້ນໍາຜົນໄດ້ ມາໃຫ້ກອງທຶນຂອງລັດ ສ້າງເຂື່ອນແລ້ວ ຍັງໄດ້ຊື້ໄຟຟ້າ ຈາກບໍລິສັດສ້າງເຂື່ອນ. ປະຊາຊົນລາວ ກໍໄດ້ຈ່າຍຄ່າໄຟຟ້າແພງ ບາງບ່ອນ ກໍບໍ່ມີໄຟຟ້າໃຊ້ . ປັດຈຸນັນ ຍ້ອນວ່າ ເສດຖະກິດຂອງເພິ່ນຕົກຕໍ່າ ເພາະວ່າຕິດໜີ້ ຢ່າງຫຼວງຫຼາຍ ໃຊ້ໜີ້ກໍບໍ່ໄດ້ ທັງໝົດ ມັນຄວາມຜິດພາດ ຢູ່ໃນການປົກຄອງ ຂອງເຈົ້າໜ້າທີ່ ທາງການ ສປປ ລາວ.”
ແລະປະຊາຊົນ ທີ່ຢູ່ໃກ້ກັບເຂື່ອນນໍ້າອູ 3 ເມືອງງອຍ ແຂວງຫຼວງພຣະບາງ ຜູ້ໜຶ່ງ ກໍເວົ້າວ່າ ຕົນກໍບໍ່ແນ່ໃຈ ໄຟຟ້າທີ່ຜະລິດໄດ້ ຈາກເຂື່ອນນໍ້າອູ 1, 2 ແລະ 3 ນີ້ ຖືກສົ່ງໄປຂາຍໃສແດ່ ຮູ້ພຽງແຕ່ວ່າ ເຂື່ອນໄຟຟ້ານໍ້າອູທັງໝົດ ແມ່ນບໍລິສັດຈີນ ເປັນເຈົ້າຂອງ ແລະລາຄາໄຟຟ້າ ບໍ່ເປັນປົກກະຕິ:
”ຂອງຈີນໆ ເຂື່ອນ 1 ເຂື່ອນ 2 ເຂື່ອນ 3 ນີ້ ກໍຂອງຈີນ. ເອີ ເຮົາກໍບໍ່ແນ່ໃຈວ່າ ຈະສົ່ງໄປໃສ ກໍບໍ່ຮູ້ເດ ແຕ່ວ່າຂຶ້ນລົງ ມັນກໍປົກກະຕິ ລາຄາໄຟ ມັນມີເດືອນທີ່ຂຶ້ນ ກໍແພງ ບາງເດືອນ ກໍລົດລົງ ແມ່ນບໍ່ປົກກະຕິ.”
ໃນຂະນະດຽວກັນ ປະຊາຊົນ ຜູ້ໜຶ່ງ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ກໍເວົ້າວ່າ ຍັງບໍ່ຮູ້ຂ່າວ ກ່ຽວກັບກໍລະນີ ລັດວິສາຫະກິດ ໄຟຟ້າລາວ ຖືກບໍລິສັດຈີນຟ້ອງ ເລື່ອງການບໍ່ໃຊ້ໜີ້ນັ້ນເທື່ອ ແຕ່ເຫັນວ່າ ຄ່າໄຟຟ້າໃນລາວ ແພງຂຶ້ນ ແລະແພງຂຶ້ນເລື້ອຍໆ ແລະວ່າ ເຖິງແມ່ນ ແຂວງວຽງຈັນ ມີເຂື່ອນໄຟຟ້າ ແຕ່ປະຊາຊົນ ກໍບໍ່ໄດ້ໃຊ້ໄຟຟ້າ ຈາກເຂື່ອນທີ່ຢູ່ໃກ້ເຂດບ້ານ, ໄດ້ໄຟຟ້າ ທີ່ເອົາມາຈາກເຂດອື່ນ. ຍ້ອນເປັນເຂື່ອນ ຂອງບໍລິສັດຕ່າງປະເທດ ດັ່ງທີ່ທ່ານ ກ່າວວ່າ:
”ແພງແທ້ ມີແຕ່ແພງຂຶ້ນເລື້ອຍໆ ແຂວງວຽງຈັນ ກໍອ່າງນໍ້າງື່ມ ໃຫຍ່ນໍ, ເຂື່ອນນໍ້າງື່ມ 1 ເຂື່ອນນໍ້າງື່ມ 2 ເຂື່ອນນໍ້າລີກ ກໍແຂວງວຽງຈັນໝົດລະບໍ ຈີນພຸ້ນແຫຼະ ຫຼືວ່າໄທພຸ້ນແຫຼະ ສໍາປະທານ ເຮົາກໍມີແຕ່ກິນເບຍນໍາເຂົາເທົ່ານັ້ນ ໄຟບໍ່ແມ່ນໃຊ້ຢູ່ນໍາເຂື່ອນເຂດບ້ານ ໃກ້ນີ້ດອກ ເຂົາເອົາໄຟເຂດອື່ນ ມາໃຫ້ໃຊ້ ພຸ້ນນ່າ.”
ເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ໄດ້ສໍາເລັດການກໍ່ສ້າງ ແລະເປີດໃຊ້ ທັງໝົດແລ້ວ ໂດຍແມ່ນ ບໍລິສັດຜະລິດໄຟຟ້າ ພະລັງງານນໍ້າ ນໍ້າອູ ຈຳກັດ ທີ່ຢູ່ພາຍໃຕ້ບໍລິສັດ ພາວເວີ ໄຊນາ ຂອງຈີນ ເປັນຜູ້ບໍລິຫານທັງໝົດ. ເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງນີ້ ມີກຳລັງການຜະລິດ 1,272 ເມກະວັດ, ມູນຄ່າການກໍ່ສ້າງ ປະມານ 2.7 ຕື້ໂດລ້າ ສະຫະລັດ, ໄລຍະສໍາປະທານ 29 ປີ.
ໄຟຟ້າຈາກເຂື່ອນນໍ້າອູນີ້ ຈະສະໜອງໃຫ້ທາງລົດໄຟ ລາວ-ຈີນ ແລະໂຄງການ ອື່ນໆ ທີ່ຕິດພັນ ກັບຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ.