ຄາດວ່າ ເຮືອນຜູ້ປະສົບພັຍ ເຂື່ອນແຕກ ຈະສ້າງແລ້ວ ໃນປີ 2022 ນີ້

ໄຊຍາ
2022.08.09
ຄາດວ່າ ເຮືອນຜູ້ປະສົບພັຍ ເຂື່ອນແຕກ ຈະສ້າງແລ້ວ ໃນປີ 2022 ນີ້ ສິ່ງສົກກະປົກເຕັມທ້ອງຖະນົນ ຫຼັງຈາກເຂື່ອນແຕກ ແຂວງອັດຕະປື ສປປ ລາວ, ວັນທີ 26 ເດືອນ ກໍຣະກະດາ ປີ 2018.
ຮູບພາບຂ່າວ: Reuters

ເຈົ້າແຂວງອັດຕະປື ທ່ານ ເລັດ ໄຊຍະພອນ ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 22 ກໍຣະກະດາ 2022 ທີ່ຜ່ານມາວ່າ. ສຳລັບແຜນການຟື້ນຟູ ຜົລກະທົບຈາກພັຍພິບັດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ບໍຣິສັດ ຜູ້ພັທນາໂຄງການ PNPC ໄດ້ຈ່າຍຄ່າຊົດເຊີຍ ຜົລເສັຽຫາຍທັງໝົດ 828 ຕື້ປາຍກີບ.

ທຶນຈຳນວນດັ່ງກ່າວ ແມ່ນນໍາໃຊ້ເຂົ້າໃນການກໍ່ສ້າງ ພື້ນຖານໂຄງຮ່າງ, ຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນ, ກໍ່ສ້າງຖນົນຫົນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງໝໍ, ກໍ່ສ້າງເຮືອນ 700 ຫຼັງ, ໂຄງການປູກຝັງ, ລ້ຽງສັດ, ຊົນລະປະທານ ແລະ ສ້າງວຽກເຮັດງານທຳ.  ທ່ານໄດ້ເໜັ້ນຢໍ້າຕື່ມວ່າ ປັດຈຸບັນກຳລັງເລັ່ງໃສ່ ໂຄງການກໍ່ສ້າງເຮືອນ 700 ຫຼັງໃຫ້ສຳເຣັດຕາມແຜນການ ທີ່ວາງໄວ້ໃນທ້າຍປີນີ້ໃຫ້ສຳເຣັດ 100%.

ເຖີງແມ່ນວ່າອຳນາດການປົກຄອງ ແຂວງອັດຕະປື ຈະບຸກເບີກ ແລະທົດແທນທີ່ດິນ ທຳການກະເສຕໃຫ້ກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊແລ້ວ ແຕ່ຊາວບ້ານກໍບໍ່ສາມາດເຮັດນາໄດ້ ແບບຖາວອນ ເພາະດິນທົດແທນບໍ່ເໝາະສົມ ຕໍ່ການເຮັດນາ ຊາວບ້ານຈຶ່ງຫັນໄປປູກພືດ ເສຖກິຈແທນເຊັ່ນມັນຕົ້ນ.

ສ່ວນທົ່ງນາເກົ່າທີ່ຖືກນໍ້າຖ້ວມ ເປັນຈຳນວນຫຼາຍພັນເຮັກຕ້າຣ໌ນັ້ນ ປັດຈຸບັນຍັງຖືກທັບຖົມ ດ້ວຍດິນຊາຍ ສູງປະມານ 30-40 ຊັງຕີແມັດ ບາງຈຸດສູງເຖິງ 1 ແມັດ ເປັນຂຸມ, ເປັນບໍ່ ເຕັມໄປດ້ວຍເສດຊາກຕ່າງໆ ເຮັດໃຫ້ພື້ນທີ່ ໂດຍສ່ວນໃຫຍ່ບໍ່ສາມາດເຮັດນາໄດ້.

ດັ່ງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ສິງຫານີ້ວ່າ:

ເຂົາບຸກເບີກອັນສະນະ ມີແຕ່ເຂົາອນາມັຍສື່ໆ ນ່າເຮັດບໍ່ໄດ້ແຫຼະປະເລີຍ ຮອດປັດຈຸບັນນີ້ ເປັນໂນນໆ ສູງໆ ເປັນໄມ້ເປັນຍາກ ເຂົາເຮັດນາປັດຈຸບັນນີ້ ຊື້ນານໍາພີ່ນໍານ້ອງເອົາໂຕນາ ເກົ່າແດ່ໂຕນາເດີມຫັ້ນແນ່ເພາະໂຕໃດເຂົາເຮັດໄດ້ແລ້ວ ເຂົາກາເຮັດເບີກເອັງແປງເອງ ຟື້ນຟູ ເອງຊັ້ນລະຜູ້ລະ 2,000-3,000 ຕາແມັດໄປຈັ່ງຊັ້ນ.

ຊາວບ້ານຜູ້ນີ້ ກ່າວຕື່ມວ່າມີບາງຄອບຄົວເທົ່ານັ້ນ ທີ່ສາມາດເຂົ້າໄປເຮັດນາໄດ້ໃນພື້ນທີ່ ທົ່ງນາເກົ່າມທີ່ບໍ່ໄດ້ຖືກນໍ້າຖ້ວມ ຫຼືຖືກນໍ້າຖ້ວມພຽງໜ້ອຍດຽວ ຊຶ່ງພວກຊາວບ້ານເລົ່ານັ້ນກໍເຮັດນາໄດ້ ພຽງເນື້ອທີ່ເຫຼັກໜ້ອຍໃຫ້ພໍຢູ່ພໍກິນ ເພື່ອຫຼຸດຜ່ອນການຊື້ເຂົ້າ ສານຈາກຕລາດ ສ່ວນຄອບຄົວທີ່ເຫຼືອເປັນສ່ວນຫຼາຍ ກໍພາກັນປູກມັນຕົ້ນ, ລ້ຽງສັດ ແລະ ໄປເປັນກັມມະກອນ.

ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກອີກທ່ານນຶ່ງ ກ່າວວ່າມີບໍ່ເຖິງ 100 ຄອບຄົວ ທີ່ເຂົ້າໄປເຮັດນາໄດ້ ຢູ່ທົ່ງນາເກົ່າ ແລະ ເຮັດໄດ້ແຕ່ເນື້ອທີ່ໜ້ອຍດຽວ ເພາະເນື້ອທີ່ທົ່ງນາເກືອບທັງໝົດ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ປັດຈຸບັນກໍຍັງບໍ່ໄດ້ຮັບການຟື້ນຟູເທື່ອ ຍັງຖືກທັບຖົມໄປດ້ວຍດິນຊາຍ ແລະເສດຊາກຕ່າງໆ .

ປັດຈຸບັນຊາວບ້ານ ເກືອນຈະທຸກຄອບຄົວ ທີ່ໄດ້ຮັບຜົລກະທົບ ເຂື່ອນແຕກກໍຍັງໄດ້ຊື້ເຂົ້າຈາກ ຕລາດມາກິນເອງ ສ່ວນທີ່ນໍາມາຊື້ເຂົ້າກິນ ກໍມາຈາກການປູກມັນຕົ້ນຂາຍ, ເງິນຄ່າແຮງງານລາຍວັນ ຈາກການເປັນກັມມະກອນ ກໍຍັງຂ້ອນຂ້າງທຸກຍາກ. ຂະນະທີ່ລາຄາເຂົ້າໃນຕລາດ ກໍປັບລາຄາແພງຂຶ້ນເລື້ອຍໆ ໂດຍເຂົ້າສານ 1 ເປົາ ລາຄາປະມານ 4-5 ແສນກີບ. ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເອເຊັຽເສຣີ ໃນວັນທີ 09 ສິງຫານີ້ວ່າ:

ໂຕບ້ານຜູ້ປະສົບພັຍນີ້ ບໍ່ທັນເຮັດເທື່ອແຕ່ກ່ອນ ເພິ່ນກາເບີກຢູ່ເບີກໃຫ້ມັນພຽງສື່ໆ ແຕ່ວ່າບໍ່ໄດ້ເອົາດິນອອກກາເຮັດນາບໍ່ໄດ້ ມັນກາເຈື່ອນຄືເກົ່າເຮົາກາ ບໍ່ສາມາດປູກເຂົ້າໄດ້ມັນເປັນດິນຊາຍ ເພິ່ນໃຫ້ດິນໃຫ້ດິນເປັນສວນ ມັນເຮັດນາບໍ່ໄດ້ ມັນຢູ່ເທິງໂນນ ສ່ວນຫຼາຍກາຊື້ກິນຫາຊື້ກິນນີ້ແຫຼະ.

ສ່ວນຊາວບ້ານ ຜູ້ປະສົບພັຍເຂື່ອນແຕກທ່ານນຶ່ງ ກ່າວວ່າທັງທົ່ງນາເກົ່າທີ່ຖືກນໍ້າຖ້ວມນັ້ນ ໄລຍະຜ່ານມາທາງການລາວ ກໍເຂົ້າມາປັບປຸງແລ້ວ ແຕ່ບໍ່ທັນເຫັນຄວາມແຕກຕ່າງຫຍັງ ແລະຍັງຄົງສະພາບເສດຊາກຕ່າງໆ ຄືເກົ່າ ເຮັດໃຫ້ຊາວບ້ານສ່ວນຫຼາຍບໍ່ສາມາດ ເຂົ້າໄປເຮັດນາ ຫຼື ປູກໄມ້ ປູກພືດຫຍັງໄດ້ເລີຍ.

ສ່ວນທີ່ດິນ ທີ່ທົດແທນທີທາງການຈັດສັນ ໃຫ້ນັ້ນກໍຍັງບໍ່ສາມາດເຮັດນາໄດ້ ເຊັ່ນດຽວກັນແຕ່ຊາວບ້ານກໍພາກັນປູກມັນຕົ້ນ ທົດແທນ ເພື່ອສ້າງລາຍຮັບໃຫ້ກັບຄອບຄົວ ໄປກ່ອນເພື່ອນຳເງິນຈາກການ ຂາຍມັນຕົ້ນມາຊື້ເຂົ້າກິນ. ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 09 ສິງຫານີ້ວ່າ:

ບໍ່ນ່າ ຂະເຈົ້າບໍ່ທັນໄດ້ເຮັດນານ່າ ເພາະວ່າຂະເຈົ້າບໍ່ທັນລົງ ເພາະມັນເປັນລົ່ມຢ້ານມີແກ້ວ ມີເສດເຫຼັກອີ່ຫຍັງຫັ້ນນ່າ ບ່ອນໃດມັນຖ້ວມບໍ່ໜັກປານໃດຫັ້ນນ່າ ຂະເຈົ້າກາເຮັດແຖວມັນຖ້ວມໜັກໆ ຂະເຈົ້າກາບໍ່ເຮັດເອີໄຄແນ່ ຂະເຈົ້າກາພໍຢູ່ພໍກິນແລ້ວ ດຽວນີ້ພັທນາຫຼາຍເຕີບ.

ເມື່ອປີ 2021 ທີ່ຜ່ານມາ ທາງການແຂວງອັດຕະປື ໄດ້ບຸກເບີກ ແລະຈັດສັນທີ່ດິນທຳການກະເສຕ ໃຫ້ກັບຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຈຳນວນ 4 ບ້ານ ເນື້ອທີ່ທັງໝົດ 1,545 ເຮັກຕ້າຣ໌ ມີ 852 ຕອນ ຮວມ 852 ຄອບຄົວປະກອບມີ ຈຸດບ້ານດົງບາກໃໝ່ ຈຳນວນ 842 ເຮັກຕ້າຣ໌ ຮວມ 420 ຄອບຄົວ, ຈຸດບ້ານທ່າແສງຈັນ ຈຳນວນ 123 ເຮັກຕ້າຣ໌ ຮວມ 123 ຄອບຄົວ, ຈຸດບ້ານຫິນລາດ ແລະຕຳມໍຢອດ ຈຳນວນ 400 ເຮັກຕ້າຣ໌ ຮວມ 219 ຄອບຄົວ ແລະ ຈຸດບ້ານສະໝອງໃຕ້ ຫຼື ບ້ານປິ່ນດົງ ຈຳນວນ 180 ເຮັກຕ້າຣ໌ ຮວມ 90 ຄອບຄົວ.

ແຕ່ສະເພາະຈຸດບ້ານ ທ່າແສງຈັນຈຳນວນ 123 ຄອບຄົວແມ່ນ ບໍ່ຍອມເຊັນຮັບຮອງເອົາທີ່ດິນ ທົດແທນຈາກທາງການແຂວງ ເພາະຊາວບ້ານເຫັນວ່າ ການທົດແທນບໍ່ເໝາະສົມ ໂດຍໃຫ້ທີ່ດິນ 1 ເຮັກຕ້າຣ໌ຕໍ່ຄອບຄົວ ຂະນະທີ່ບາງຄອບຄົວ ມີສະມາຊິກປະມານ 5-6 ຄົນຈຶ່ງບໍ່ສົມເຫດສົມຜົລປານໃດ ແລະດິນຈັດສັນໃຫ້ນັ້ນ ຍັງເປັນດິນເກົ່າຂອງຜູ້ອື່ນ.

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປືກ່າວວ່າ ສຳລັບທົ່ງນາເກົ່າ ທີ່ຖືກນໍ້າຖ້ວມນັ້ນ ຈະບໍ່ໄດ້ຟື້ນຟູຄືນໃໝ່ ເພື່ອໃຫ້ຊາວບ້ານໄດ້ເຮັດນາຄືເກົ່າ ຍົກເວັ້ນເພື່ນທີ່ສ່ວນໃດນຶ່ງ ທີ່ບໍ່ຖືກນໍ້າຖ້ວມເສັຽຫາຍກໍຈະໃຫ້ ຊາວບ້ານທີ່ເປັນເຈົ້າຂອງທີ່ດິນ ເຂົ້າໄປເຮັດນາໄດ້ຄືເກົ່າ ແລະປັດຈຸບັນມີຊາວບ້ານ ຈຳນວນນຶ່ງສາມາດປູກເຂົ້ານາປີໄດ້ພຽງ 24 ເຮັກຕ້າຣ໌ເທົ່ານັ້ນ ຈາກປົກກະຕິປະມານ 1 ພັນປາຍເຮັກຕ້າຣ໌.

ຂະນະທີ່ທາງການແຂວງອັດຕະປື ມີແຜນວ່າຈະໃຫ້ບໍຣິສັດເອກຊົນ ຕ່າງປະເທດ ເຂົ້າມາສຳຣວດ ແລະສັມປະທານເພື່ອປູກໄມ້ເສຖກິຈ ແລ້ວໃຫ້ຊາວບ້ານຜູ້ປະສົບພັຍ ມີສ່ວນຮ່ວມ ໃນໂຄງການເຊັ່ນ ເຂົ້າຮ່ວມໂຄງການແບບ 2+3 ຫຼື ເປັນກັມມະກອນ ຊຶ່ງປັດຈຸບັນກໍຢູ່ລະຫວ່າງ ການສຳຣວດສຶກສາ ຄວາມເປັນໄປໄດ້ຂອງໂຄງການ. ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ສິງຫານີ້ວ່າ.

ເຂດອັນເນື້ອທີ່ຂອງບ້ານເກົ່າເຮົາ ເຂດມັນຖ້ວມບໍ່ສມາດຈະເຮັດນາໄດ້ ຈະມີບໍຣິສັດນຶ່ງເຂົ້າມາສົ່ງເສີມ ເວົ້າເຣື່ອງປູກໄມ້ໄຜ່ ສົ່ງອອກ ເພິ່ນກຳລັງລົງເກັບກຳຂໍ້ມູນ ຫາກໍໄດ້ 100 ປາຍເຮັກຕ້າຣ໌ ສ່ວນຫຼາຍກາອອກໄຮ່, ອອກສວນຫັ້ນແຫຼະ ເຮັດສວນມັນຕົ້ນດຽວນີ້ ເຂົາເຮັດພືດອື່ນໆ.”

ທ່ານກ່າວຕື່ມວ່າ ສະເພາະຊາວບ້ານ ບ້ານທ່າແສງຈັນ ທີ່ຍັງບໍ່ຍອມຮັບເອົາດິນທົດແທນນັ້ນ ເພາະຊາວບ້ານເຫັນວ່າ ບໍ່ສົມເຫດສົມຜົລ ເພື່ອແກ້ໄຂບັນຫາດັ່ງກ່າວ ທາງການແຂວງອັດຕະປື ຈະເລັ່ງບຸກເບີກເນື້ອທີ່ໃໝ່ ປະມານ 200 ປາຍເຮັກຕ້າຣ໌ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການ ຂອງຊາວບ້ານ ແລະຄາດວ່າຈະບຸກເບີກ ໃຫ້ສຳເຣັດໃນທ້າຍປີ 2022 ນີ້.

ປັດຈຸບັນທາງການແຂວງອັດຕະປື ສາມາດມອບໃບຢັ້ງຢືນ ການນຳໃຊ້ທີ່ດິນ ທຳການກະເສຕ ໃຫ້ປະຊາຊົນແລ້ວ ຈຳນວນ 729 ຄອບຄົວເນື້ອທີ່ 729 ຕອນ ຊຶ່ງກວມເອົາ 3 ບ້ານຄື ບ້ານ ດົງບາກໃໝ່, ບ້ານສະມອງໃຕ້ ຫຼື ບ້ານປິ່ນດົງ ແລະ ບ້ານຫິນລາດ.

ນອກຈາກຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ທີ່ໄດ້ຮັບຜົລກະທົບໜັກ 100% ແລະ ຍັງມີຊາວບ້ານອີກຈຳນວນນຶ່ງ ໃນເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບບາງສ່ວນ ເນື່ອງຈາກທົ່ງນາ ໄດ້ຮັບຄວາມເສັຽຫາຍຖືກດິນຖົມ ກໍຫາໄດ້ຮັບການປັບປຸງ, ຟື້ນຟູສຳເຣັດ ເມື່ອທ້າຍປີ 2021 ນີ້ ປະກອບມີ. ການຟື້ນຟູດິນນາແລະຄັນນາເປ່ເພ ກໍຣະນີຜົລກະທົບເບົາ ຫາປານກາງ ຈຳນວນ 4 ບ້ານເນື້ອທີ 2,263 ເຮັກຕ້າຣ໌. ການຟື້ນຟູດິນນາ ແລະຄັນນາເປ່ເພ ກໍຣະນີຜົລກະທົບເບົາ ຈຳນວນ 8 ບ້ານ 503 ຄອບຄົວ ເນື້ອທີ 900 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.