ສວນກ້ວຍຈີນຖິ້ມຂີ້ເຫຍື້ອ ຊະຊາຍ

ຈໍາປາທອງ
2020.04.23
f-trash ກອງຂີ້ເຫຍື້ອ ຕາມແຄມຖນົນຫົນທາງ ທີ່ຖືກນໍາມາຖິ້ມ ແບບບໍ່ຄໍານຶງ ເຖິງຜົນກະທົບ ໃນໄລຍະຍາວ
RFA/VD

ສວນກ້ວຍຈີນ ຢູ່ເຂດບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຖິ້ມຂີ້ເຫຍື້ອຊະຊາຍ ຢູ່ກາງທາງ ແລະເຕັມສອງແຄມທາງ ເປັນຕົ້ນໂຟມຂັ້ນຫວີກ້ວຍ ແລະຖົງຢາງຫຸ້ມເຄືອກ້ວຍກີດຂວາງທາງ ເຂົ້າ-ອອກໄປເຮັດສວນມັນຕົ້ນຂອງປະຊາຊົນ ແລະເຮັດໃຫ້ມີກິ່ນຂິວ ກິ່ນເໝັນໃຫ້ຊາວບ້ານ ທີ່ທຽວຜ່ານໄປ-ມາ ວິນຫົວຍ້ອນ, ອີງຕາມຄໍາເວົ້າຂອງຊາວສວນປູກມັນຕົ້ນ ນາງນຶ່ງໃນມື້ວັນທີ 15 ເມສານີ້:

“ຢູ່ເຂດບ້ານຊຽງແລນາຫັ້ນນ່າ ຖິ້ມຊະຊາຍຢູ່ກາງທາງຣົດ ຈົນປະຊາຊົນບໍ່ມີທາງສິທຽວເຂົ້າໄປຫາສວນ ເຮັດໃຫ້ປະຊາຊົນເດືອດຮ້ອນ ເພາະວ່າລໍາບາກຊົ່ວສິພົ້ນກອງຂີ້ເຫຍື້ອ ໄປກໍໄປຍາກແລ້ວກໍກິ່ນເໝັນ ຊະຊາຍບໍ່ມີໃຜມາມ້ຽນເລີຍ ຊະຢູ່ຫັ້ນແຫຼະ ປະຊາຊົນກໍເໝັນ ໄປຂີ່ຣົດຕ໊ອກໆ ເໝັນໄປຊື່ໆຫັ້ນນະ.”

ນາງເວົ້າຕື່ມວ່າ ບັນຫາດັ່ງກ່າວ ຫາກໍເກີດຂຶ້ນຕໍ່ຊາວບ້ານ ໃນມື້ວັນທີ 14 ເມສາ ນີ້ເນຶ່ອງຈາກໄລຍະນີ້ ເປັນໄລຍະທີ່ກ້ວຍກໍາລັງອອກໝາກ ງາມ ແລະເປັນໄລຍະເກັບກູ້ກ້ວຍ ສົ່ງອອກໄປຂາຍປະເທດຈີນ ໃຫ້ ໝົດພາຍໃນເດືອນ ເມສາ ນີ້ເຮັດໃຫ້ຄົນງານສວນກ້ວຍ ຕ້ອງໄດ້ເອົາ ຂີ້ເຫຍື້ອ ອອກມາກອງໄວ້ແຄມທາງ ແລະວ່າ ສວນກ້ວຍຈີນແຫ່ງນີ້ ຫາກໍໄດ້ຮັບອະນຸຍາດ ທາງຂັ້ນເທິງ ໃຫ້ປູກມາໄດ້ພຽງ 9 ເດືອນ ເທົ່ານັ້ນ ກໍເຮັດໃຫ້ບັນຫາເກີດຂຶ້ນແລ້ວ.

ແລະຊາວບ້ານບ້ານຊຽງແລນາ ອີກທ່ານນຶ່ງກໍເວົ້າວ່າ ຄົນງານສວນກ້ວຍໄດ້ເອົາຂີ້ເຫຍື້ອ ມາຖິ້ມຊະຊາຍ ຢູ່ສອງແຄມທາງ ໃນມື້ວັນທີ 14 ເມສາ ນີ້ເຮັດໃຫ້ປະຊາຊົນ ທີ່ທຽວໄປເຮັດສວນເໝັນຂິວສານເຄມີ ຫາຍໃຈຍາກ, ມີແມງວັນຫລາຍໃນກອງຂີ້ເຫຍື້ອ ດັ່ງທີ່ທ່ານກ່າວວ່າ:

”ຢູ່ແຄມສວນ ເປັນຖົງຢາງອີ່ຫຍັງຫັ້ນນະ ມັນສົ່ງກິ່ນເໝັນ ມີແມງວັນ ລະອີກຢ່າງນຶ່ງມັນກະມານໍາປຸ໊ຍ ທີ່ຂະເຈົ້າເອົາມາ ແລ້ວປຸ໊ຍມັນເໜົ່າ ລະຂະເຈົ້າເອົາມາຖິ້ມຕາມແຄມທາງ ແລ້ວມັນເໝັນ.”

ທ່ານກ່າວຕື່ມວ່າ ປະຊາຊົນພາຍໃນບ້ານຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາຕັກເຕືອນບໍຣິສັດສວນກ້ວຍຈີນ ບໍ່ໃຫ້ຖິ້ມຂີ້ເຫຍື້ອກີດຂວາງ ທາງໄປ-ມາ ສວນປະຊາຊົນ ຫລືຊອກທາງເສັ້ນໃໝ່ ເພື່ອໃຫ້ພວກ ເຂົາເຈົ້າ ທຽວໄປ-ມາສວນໄດ້ສະດວກ.

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ບ້ານຊຽງແລນາ ທ່ານນຶ່ງເວົ້າວ່າ ຂີ້ເຫຍື້ອທີ່ວ່ານັ້ນ ແມ່ນຖືກກອງຊະຊາຍ ຢູ່ໃນຂອບເຂດຂອງສວນ ກ້ວຍຈີນ ບໍ່ແມ່ນຢູ່ທາງ ສາທາຣະນະຂອງບ້ານ ແລະພາຍຫລັງທີ່ ອໍານາດການ ປົກຄອງບ້ານ ຮູ້ບັນຫາດັ່ງກ່າວແລ້ວ ກໍໄດ້ຕິດຕໍ່ໄປຫາພາກສ່ວນ ທີ່ກ່ຽວຂ້ອງຂອງເມືອງ ເພື່ອຫາທາງແກ້ໄຂ ແລະໄດ້ຕົກລົງກັນແລ້ວວ່າ ຈະແກ້ໄຂໃຫ້ ດັ່ງທີ່ທ່ານກ່າວ ໃນມື້ວັນທີ 16 ເມສານີ້ວ່າ:

”ເມື່ອເຊົ້ານີ້ເຮົາກໍປະສານ ຂະເຈົ້າກະວ່າ ຂະເຈົ້າຊອກຣົດທີ່ວ່າຈະມາແກ່ຂີ້ເຫຍື້ອນັ້ນ ໄປຖອກໄວ້ທົ່ງນາບ່ອນທີ່ເຂົາເຈົ້າເຊົ່າຫັ້ນ ເມື່ອວານ ກະສິກັມກໍປະສານຫາສວນຂະເຈົ້າ ເພາະວ່າຂະເຈົ້າກະຕິດຕາມ ຫາກັນຢູ່ກະມີເບີໂທຣະສັບກັນຢູ່ ເວົ້າກັນແລ້ວ ຕົກລົງວ່າຊິມ້ຽນໃຫ້ແລ້ວ ແຕ່ວ່າມັນຫາໂອກາດຢູ່ ວ່າຈັ່ງຊັ້ນສະ.”

ທ່ານກ່າວຕື່ມອີກວ່າ ສໍາລັບກິ່ນຂິວ ກິ່ນເໝັນ ຈາກກອງຂີ້ເຫຍື້ອນັ້ນ ບໍ່ໄດ້ເກີດຈາກການໃຊ້ສານເຄມີ ໃນສວນກ້ວຍໃນໄລຍະນີ້ ຍ້ອນວ່າ ສວນກ້ວຍ ຈະໃຊ້ສານເຄມີສີດກ້ວຍ ໃນໄລຍະທີ່ຕົ້ນກ້ວຍ ເປັນໝາກປີ ເທົ່ານັ້ນ, ໄລຍະນີ້ ເປັນໄລຍະເກັບກູ້ກ້ວຍ ສົ່ງໄປຂາຍໃຫ້ຈີນແລ້ວ ແລະເຖິງແມ່ນວ່າ ສວນກ້ວຍຈະໃຊ້ສານເຄມີແທ້ ກໍຈະໃຊ້ໃນຈໍານວນ ທີ່ຈໍາກັດ ຕາມຣະບຽບ ທີ່ທາງການກໍານົດ ຍ້ອນວ່າຖ້າໃຊ້ເກີນກໍານົດ ກໍຈະບໍ່ສາມາດ ສົ່ງກ້ວຍອອກໄປຈີນໄດ້.

ສວນກ້ວຍຈີນ ຢູ່ບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເປັນສວນຫຸ້ນສ່ວນກັບຄົນລາວ, ສໍາປະທານດິນຂອງປະຊາຊົນ ພາຍໃນບ້ານ ໃນເນື້ອທີ່ 90 ປາຍເຮັກຕາ ປູກກ້ວຍມາຕັ້ງແຕ່ ເດືອນ ພຶສພາ ປີກາຍ. ບໍຣິສັດປູກກ້ວຍແຫ່ງນີ້ ຈ້າງຄົນງານປະມານ 40 ຄອບຄົວ ຊຶ່ງສ່ວນໃຫຍ່ເປັນຊາວຊົນເຜົ່າຂະມຸ ແລະຊົນເຜົ່າມົ້ງ ຈາກແຂວງໃກ້ຄຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.