ຊ່ຽວຊານລາວຢືນຢັນ ເຂື່ອນ ມີປໂຍດ

ໄຊຍາ
2020.05.22
f-xayaburi ເຂຶ່ອນ ໄຊຍະບູຣີ
RFA

ຣັຖບານລາວ ປະກາດວ່າມີແຜນຈະສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງເຖິງ 6 ເຂື່ອນ ໃນນັ້ນ ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ສ້າງໄປແລ້ວສ່ວນອີກ 4 ເຂື່ອນ ກຳລັງຈະສ້າງໂດຍມີ 03 ເຂື່ອນ ທີ່ຈະສ້າງຢູ່ຕອນເທິງ ຂອງເຂື່ອນໄຊຍະບູລີ ຄື; ເຂື່ອນປາກລາຍ, ເຂື່ອນປາກແບງ,ເຂື່ອນຫຼວງພຣະບາງ ແລະອີກ 1 ເຂື່ອນ ຈະສ້າງຢູ່ຕອນລຸ່ມຂອງ ເຂື່ອນໄຊຍະບູລີ ຄື; ເຂື່ອນຊະນະຄາມ ທີ່ອົງການ ແມ່ນໍ້າຂອງ ໄດ້ປະກາດວ່າ ລາວສເນີ ເຂົ້າຂະບວນການປຶກສາ ລ່ວງໜ້າ ກັບປະເທດເຂດແມ່ນໍ້າຂອງ ເມື່ອວັນທີ 11 ພຶສພາ ຜ່ານມາ.

ເຖີິງວ່າຜ່ານມາ ທັງການສ້າງເຂື່ອນດອນສະໂຮງ ແລະ ເຂື່ອນໄຊຍະບູລີ ພ້ອມດ້ວຍ ແຜນການສ້າງເຂື່ອນ ອີກ 4 ແຫ່ງ ຕ່າງກໍມີພາກ ປະຊາສັງຄົມ ໄດ້ທັກທ້ວງເຖິງຜົລກະທົບ ຕໍ່ສິ່ງແວດລ້ອມ ທັງພັຍແລ້ງ, ນໍ້າຖ້ວມ ຮວມໄປເຖິງບັນຫາ ເຂື່ອນແຕກ ແຕ່ຣັຖບານລາວ ກໍໄດ້ເດີນໜ້າ ຕາມຍຸທສາດ ເອົາພະລັງງານໄຟຟ້າ ເປັນທ່າແຮງສ້າງຣາຍຮັບ ໃຫ້ກັບປະເທດ.

ປັຈຈຸບັນລາວ ຂາຍໄຟຟ້າໃຫ້ປະເທດ ເພື່ອນບ້ານຫລັກໆ ກໍ່ແມ່ນໄທ ແຕ່ປະຊາຊົນເຫັນວ່າຍັງບໍ່ໄດ້ຮັບປະໂຫຍດ ຈາກການກໍ່ສ້າງເຂື່ອນ ໄຟຟ້າພໍປານໃດ, ດັ່ງທີ່ເຫັນຜ່ານມາ ຜົລກະທົບຜ່ານມາ ທັງເຂື່ອນ ແຕກ, ການຍົກຍ້າຍ, ບໍ່ໄດ້ຮັບເງິນຄ່າຊົດເຊີຍ ເປັນທັມ ແລະ ຄ່າ ໄຟຟ້າແພງເປັນຕົ້ນ. ດັ່ງເຊັ່ນປະຊາຊົນ ຊາວນະຄອນຫຼວງວຽງຈັນ ໃຫ້ຄຳເຫັນ ຕໍ່ເອເຊັຽເສຣີ ເມື່ອວັນທີ 16 ພຶຶສາພາ ວ່າເປັນຫ່ວງເຣື່ອງ ເຂື່ອນແຕກ, ດັ່ງໂຕຢ່າງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກສ້າງຜົລກະທົບ ໃຫ້ປະຊາຊົນຊາວອັດຕະປື ຢ່າງສາຫັດ.

"ຄູ່ມື້ນີ້ຍັງບໍ່ຢຸດສ້າງສ້າງ ໄດ້ 73 ແຫ່ງ ເຂື່ອນລາວ ລະມັນກາຊິສ້າງໄປເລື້ອຍໆ ຈົນປະເທດລາວ ບໍ່ມີດິນຊິສ້າງ. ຍົກໂຕຢ່າງສອງປີ ຜ່ານມາເນາະຄື ເຂື່ອນເຊປຽນ-ເຊນໍ້ານ້ອຍ ເມື່ອສ້າງແລ້ວເຂື່ອນແຕກຫຼາຍ ໂຕເມືອງຫຼາຍໝູ່ບ້ານ ເສັຍທີ່ດິນໄຮ່ ດິນນາ.ເສັຍທັງຊັບສີນ ຖືກນໍ້າພັດໄປ."

ສ່ວນປະຊາຊົນ ແຂວງສວັນນະເຂດ ໄດ້ກ່າວໃນລັກສນະດຽວກັນວ່າ ເຂື່ອນສ້າງມາຫຼາຍ ແຕ່ເປັນຫຍັງໄຟຟ້າ ຄືແພງ ທັງທີ່ຂາຍໃຫ້ເພື່ອນ ບ້ານ, ແຕ່ຄ່າໄຟໂຕເອງຊໍ້າແພງ ກວ່າເຂົາ.

"ປະເທດລາວກະເປັນແບັດເຕີຣີ ຂອງ 10 ປະເທດອາຊຽນ ແຕ່ເປັນຫຍັງຄ່າໄຟຟ້າຈັ່ງແພງ. ເຂື່ອນໄຟຟ້າໃນລາວ ກະຫຼາຍກວ່າ ປະເທດ ອື່ນໆໃນ 10 ປະເທດອາຊຽນ ແລະ ໄຟຟ້າລາວນີ້ຂາຍອອກຕ່າງ ປະເທດໂດຍສະເພາະ ປະເທດເພື່ອນບ້ານໃກ້ຄຽງ ເຂື່ອນໄຟຟ້າ ທີ່ຈະ ສ້າງຂື້ນມາໃໝ່ ກະມີຫຼາຍແຕ່ເປັນຫຍັງ ຄ່າໄຟຟ້າຢູ່ລາວ ຈັ່ງແພງອັນນີ້ ພາກສ່ວນກ່ຽວຂ້ອງ ກະບໍ່ຄິດເຫັນໃຈ ປະຊາຊົນແດ່ບໍ່ ແທນທີ່ ປະເທດຕົນເອງ ເປັນເຈົ້າຂອງຈະປັບຄ່າໄຟຟ້າ ພໍດີພໍງາມ ຢູ່ໃນໄລຍະປານກາງ."

ການທີ່ ສປປລາວ ມີການສ້າງເຂື່ອນຫຼາຍ ທ່ານ ອຸໄທ ອຸດາວົງ ໄດ້ໃຫ້ສຳພາດຕໍ່ ເອເຊັຽເສຣີ ໃນວັນທີ 17 ພືສພາ ວ່າ, ຊ່ອຍໃຫ້ມີການ ພັທນາເສຖກິດ, ການທ່ອງທ່ຽວ ແລະ ຍົກຣະດັບຊີວິດການເປັນຢູ່ ຂອງ ປະຊາຊົນໃຫ້ດີຂື້ນ.

"ສລຸບການສັມພາດ: ການສ້າງເຂື່ອນບໍ່ວ່າຈະເປັນ ເຂື່ອນແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຕ່າງໆ ແມ່ ປະຊາຊົນລາວ ໄດ້ຮັບຜົລປໂຍດ ທັງດ້ານເສຖກິດ, ການທ່ອງທ່ຽວ, ການຍົກຣະດັບຊີວິດ ການເປັນຢູ່ ໃຫ້ດີຂື້ນ ຄືດັ່ງຫຼາຍປະເທດ ທີ່ສ້າງມາແລ້ວໄດ້ຮັບຜົລປໂຍດອັນ ມະຫາສານດັ່ງ ເອີຣົບ ຫລື ອະເມຣິກາ ກໍເອົາເຂື່ອນໄຟຟ້າ ເປັນໂຕຂັບເຂື່ອນ ເສຖກິດ. ເຊັ່ນດຽວກັນການສ້າງເຂື່ອນ ໃນລາວ ກໍຊ່ອຍ ໃຫ້ຄົນລາວມີຊີວິດທີ່ດີຂຶ້ນ ຫຼາຍດ້ານ ແລະ ເປັນໂຕຂັບເຄື່ອນພື້ນຖານ ເສຖກິດອັນດັບນຶ່ງ ຂອງປະເທດລາວ ເມື່ອທຽບໃສ່ຜົລກະທົບ ທີ່ເກີດຂື້ນແລ້ວ ທ່ານໄດ້ຢັ້ງຢືນວ່າ ມັນມີຜົລບວກຫຼາຍກວ່າ."

ອີງຕາມບົດຣາຍງານຂອງຄະນະກຳມາທິການ ອົງການແມ່ນໍ້າຂອງ ເມື່ອຕົ້ນປີຜ່ານມາ ກ່ຽວກັບການສ້າງເຂື່ອນໄຟຟ້າ ໃນລາວ ໃນໄລຍະ ຜ່ານມາ ໄດ້ສົ່ງຜົລກະທົບ ປະຊາຊົນຖືກໂຍກຍ້າຍເຖິງ 60 ພັນຄົນ ຫລື 12 ພັນຄອບຄົວ ໃນ 240 ປາຍບ້ານ ໄປຢູ່ເຂດຈັນສັນໃໝ່. ພ້ອມນີ້ນັກລົງທຶນ ຍັງໄດ້ນໍາໃຊ້ເງິນກວ່າ 500 ລ້ານໂດລາສະຫະຣັຖ ເພື່ອຊົດເຊີຍຄ່າເສັຍຫາຍ, ພັທນາທີ່ຢູ່ອາສັຍໃໝ່ ໃຫ້ກັບປະຊາຊົນ ທີ່ຖືກຜົລກະທົບ.

ປັດຈຸບັນຣັຖບານລາວ ກໍາລັງເດີນໜ້າສ້າງເຂື່ອນໄຟຟ້າທີ່ນາຍທຶນ ໂດຍສ່ວນຫຼາຍແມ່ນຈີນ ເປັນຜູ້ລົງທຶນສ້າງ ໂດຍຄາດວ່າຖ້າເປັນໄປ ຕາມແຜນການ ແຕ່ນີ້ຮອດປີ 2025 ລາວ ຈະມີເຂື່ອນໄຟຟ້າ 100 ເຂື່ອນ ນັ້ນກໍ່ໝາຍຄວາມວ່າ ຂາຍແຕ່ໄຟຟ້າ ກໍເປັນຣາຍຮັບຫລັກ ແຫ່ງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.