ຝູງຕັກແຕນທຳລາຍ ເຂົ້າໄຮ່

ອຸ່ນແກ້ວ ສຸກສະຫວັນ
2020-06-05
ອີແມວລ໌
ຄໍາເຫັນ
Share
ພິມ
ເມື່ອກາງປີ 2019 ໜ່ວຍງານພ້ອມທັງຊາວບ້ານ ອອກໄປຕາມເຂດພື້ນທີ່ ມີຝູງຕັກແຕນຣະບາດ ເພື່ອສີດຢາຂ້າ ແຕ່ກໍຍັງຂາດເຂີນ ອຸປກອນຫຼາຍຢ່າງ ທີ່ຈະເຮັດໃຫ້ວຽກງານ ໄດ້ຜົນຕາມທີ່ຕ້ອງການ
ເມື່ອກາງປີ 2019 ໜ່ວຍງານພ້ອມທັງຊາວບ້ານ ອອກໄປຕາມເຂດພື້ນທີ່ ມີຝູງຕັກແຕນຣະບາດ ເພື່ອສີດຢາຂ້າ ແຕ່ກໍຍັງຂາດເຂີນ ອຸປກອນຫຼາຍຢ່າງ ທີ່ຈະເຮັດໃຫ້ວຽກງານ ໄດ້ຜົນຕາມທີ່ຕ້ອງການ
RFA/PN

ຝູງຕັກແຕນ ທຳລາຍເຂົ້າໄຮ່ຂອງຊາວບ້ານ ຢູ່ ບ້ານນ້ຳດ່ວນ ຢູ່ເມືອງນ້ຳບາກ ແຂວງຫລວງພຣະບາງ ແລະ ຊາວບ້ານ ຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງຊ່ວຍເຫຼືອ ດ້ານສະບຽບອາຫານ ແລະແນວພັນເຂົ້າ ໃນລະດູແລ້ງ. ຊາວບ້ານທີ່ປູກເຂົ້າໄຮ່ຢູ່ບ້ານຫ້ວຍເຊື້ອ ເມືອງນ້ຳບາກ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ມິຖຸນາ ວ່າ:

"ກໍເຫງົາແຫຼະ ໂສກເສົ້າແຫຼະ ເພາະວ່າມັນບໍ່ມີສະບຽບອາຫານຕໍ່ໜ້າເດ້ ໄປຊອກອອກແຮງງານ ຮັບຈ້າງຫັ້ນແຫຼະ ເພາະວ່າມັນມີເຂົ້າແລ້ວ ເຮັດກໍບໍ່ໄດ້ ມັນກໍບໍ່ຖືກລະດູການ ສເນີຢາກໃຫ້ທົດແທນ ເບິ່ງນັ້ນແຫຼະ ຊ່ວຍເຫລືອທາງດ້ານສະບຽບເຂົ້າບໍ່ ຫລື ວ່າແມ່ນແນວພັນປູກ ທົດແທນ."

ມີຊາວບ້ານ 11 ຄອບຄົວ ຢູ່ບ້ານນ້ຳດ່ວນ ທີ່ໄດ້ຮັບຜົນກະທົບ ແລະ ຊາວບ້ານອີກ 5 ຄອບຄົວ ຢູ່ເທສບານ ເມືອງນ້ຳບາກ ກໍໄດ້ຮັບຜົນ ກະທົບເຊັ່ນດຽວກັນ ແລະ ເຂົາເຈົ້າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ວຍສະກັດກັ້ນ ການຣະບາດຂອງຕັກແຕນ, ດັ່ງຊາວບ້ານທ່ານນຶ່ງໄດ້ ກ່າວວ່າ:

"ກໍເສັຍໃຈແຫຼະ ໂຈມຕີແບບເທື່ອນີ້ ບໍ່ເຄີຍມີຂັກເທື່ອ ກໍໃຫ້ຊ່ວຍເຫຼືອ ສະກັດກັ້ນບໍ່ໃຫ້ມີຫັ້ນແຫຼະ ແຕ່ລະບ້ານ ບໍ່ໃຫ້ມັນແຜ່ລາມໄປຕື່ມ ຜົນເສັຍຫາຍກໍທົດແທນ ເປັນແນວພັນ ຫລື ແນວອື່ນ ກໍໄດ້ ບໍ່ກຳໜົດ ເປັນໂຕຫັ້ນໂຕນີ້ ມີແຕ່ຂັ້ນເທິງເອົາໄປປະເມີນ."

ເນື້ອທີ່ເຂົ້າໄຮ່ຂອງຊາວບ້ານ ຢູ່ເມືອງນ້ຳບາກ ທີ່ຖືກຕັກແຕນທຳລາຍທັງໝົດ ປະມານ 30  ເຮັກຕາ. ໃນເບື້ອງຕົ້ນ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເອົາ ສານເຄມີ ຂ້າຕັກແຕນ ແລະ ເຄື່ອງຈັກພົ່ນຢາ ໄປແນະນຳໃຫ້ ຊາວບ້ານສີດພົ່ນ ຢູ່ເທສບານແລ້ວ, ສ່ວນບ້ານນ້ຳດ່ວນ ແມ່ນຕ້ອງ ໄດ້ໃຊ້ຕີນຢາງຣົດໃຫຍ່ ໄປຈູດ ຢູ່ຕາມແຄມໄຮ່ເຂົ້າ ອາສັຍຄັວນໄຟໄລ່ ຕັກແຕນ ຍ້ອນວ່າ ເຂດບ້ານນ້ຳດ່ວນ ຢູ່ພື້ນທີ່ເນີນສູງ ໄກແຫ່ງນ້ຳ ບໍ່ສາມາດນຳໃຊ້ ສານເຄມີ, ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງນ້ຳບາກ ໄດ້ກ່າວວ່າ:

"ໄດ້ເອົາຢາແລ້ວ ເອົາຈັກຫັ້ນມອບ ແນະນຳວິທີການຕ່າງໆ ໃຫ້ເຂົາເຈົ້າໄປສີດ ສຳລັບຢູ່ຈຸດເຂດເທສບານເມືອງ ບ່ອນມັນບໍ່ສະດວກ ແລ້ວ ສ່ວນຢູ່ເຂດທາງນຳດ່ວນ ມັນເປັນພື້ນທີ່ເນີນສູງ ໄກຈາກແຫຼ່ງນ້ຳ ແນະນຳເຂົ້າເຈົ້າ ສຳລັບພື້ນທີ່ໂຕໃຫຍ່ ມັນກິນໝົດ ບໍ່ມີຫັ້ນ ແມ່ນໃຫ້ ເຂົາເຈົ້າປູກ ຊອກແນວພັນໝາກເດືອຍ ຫລື ສາລີ ປູກຄືນສອງມາແລ້ວ ແມ່ນພວກເຮົາ ໄດ້ເອົາກົງຣົດເອົາຢາງຣົດໃຫຍ່ ເອົາຕີນຣົດໃຫຍ່ ໄປຢາຍແບບວ່າ ດັງໄຟຈູດ ເອົາຄັວນມັນອູດຫັ້ນນາ."

ທ່ານກ່າວຕື່ມວ່າ ສ່ວນແນວພັນທົດແທນ ສະບຽງອາຫານ ແລະ ສານເຄມີ ຂ້າຕັກແຕນເພີ່ມເຕີມ ແມ່ນໄດ້ຂຶ້ນງົບປະມານ ຣາຍງານໄປຂັ້ນ ແຂວງ ເພື່ອກຽມຈັດກຳລັງ ເຈົ້າໜ້າທີ່ໄປຊ່ວຍເຫລືອ ແລະ ຕິດຕາມ ເຂດບ້ານທີ່ມີຄວາມຫຍຸ້ງຍາກແລ້ວ.

ໃນຂນະດຽວກັນ ຝຸງຕັກແຕນ ເລີ່ມມາທຳລາຍເຂົ້າໄຮ່ຂອງຊາວບ້ານພຽງຫວານ ແລະ ເຂົ້ານາ ຢູ່ບ້ານວັງໄຮ່ ເມືອງວຽງໄຊ ແຂວງຫົວພັນ ເສັຍຫາຍ 0.5 ເຮັກຕາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ນຳເອົາສານເຄມີ ຈຳນວນ 10 ກິໂລກຼັມໄປສີດພົ່ນໄລ່ຕັກແຕນ. ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງວຽງໄຊ ໄດ້ກ່າວວ່າ:

"ວິຊານການຫັ້ນໄດ້ເອົາ ຢາ ເນີ ຖືວ່າ ມີອຸປກອນມີຈັກ ມີນັ້ນ ລົງສີດເຂົ້າໄຮ່ ນີ້ ແຕ່ວ່າ ປ່າໄມ້ປ່ອງ ພວກເຮົາບໍ່ໄດ້ສີດເນີ ມີແຕ່ແຈ້ງການ ໃຫ້ປະຊາຊົນນັ້ນ ຕິດຕາມເບິ່ງ ຖ້າເຫັນມັນລົງໄຮ່ລົງນາ ຈັ່ງມາພົວພັນ ນຳວິຊການ ເອົາຢາເອົາຫັ້ນລົງສີດ ເພາະວ່າ ຢາມັມມີຈໍານວນ ຈຳກັດເນີ."

ທ່ານກ່າວຕື່ມວ່າ ສຳລັບຕັກແຕນ ທີ່ຢູ່ນຳປ່າໄມ້ປ່ອງ ຈະບໍ່ສາມາດນຳໃຊ້ສານເຄມີສີດພົ່ນໄດ້ ຍ້ອນວ່ ສານເຄມີ ມີຈຳນວນຈຳກັດຈະສີດ ພົ້ນໄດ້ແຕ່ຈະໃຊ້ສະເພາະ ບ່ອນຜລິດກະສິກັມ ຂອງຊາຍບ້ານທີ່ຖືກ ຕັກແຕນມາທຳລາຍ. ຖ້າຕັກແຕກ ກິນໄມ້ປ່ອງໝົດແລ້ວ ກໍຈະຍ້າຍ ມາກິນຜົນຜລິດຂອງຊາວບ້ານ, ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງ ໄດ້ຣາຍງານໄປຫາເຈົ້າໜ້າທີ່ຂັ້ນແຂວງ ເພື່ອຂໍງົບປະມານ ແລະ ອຸປກອນໃຊ້ປາບຕັກແຕນ ໃນຕໍ່ໜ້າ.

ໃນຂນະທີ່ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເຈົ້າໜ້າທີ່ ກໍມີການເຝົ້າຕິດຕາມ ແລະ ເຝົ້າລະວັງເຊັ່ນດຽວກັນ, ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງໜອງແຮດ ໄດ້ກ່າວວ່າ:

"ຊາວບ້ານເພິ່ນຣາຍງານໃຫ້ວ່າ ຖາມແລ້ວ ເພິ່ນວ່າ ຕັກແຕນນີ້ ເພິ່ນເຫັນປະມານ 100 ປາຍໂຕ ນີ້ແຫຼະ ແຖວປ່າໄມ້ປ່ອງ ຫັ້ນນ່າແຕ່ວ່າ ຢູ່ເຮົາ ກໍມີແຜນເຝົ້າລະວັງຕິດຕາມຢູ່ ແຕ່ບໍ່ທັນໄດ້ຍິນເຂົາສົ່ງຂ່າວ ມາວ່າ ມັນເປັນຈັ່ງໃດແລ້ວ ຈັ່ງຊີ້ນາ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ວົງຈອນຊີວິດ ຂອງຕັກແຕນ ກໍຄື ໂຕແມ່ປີກແຂງ ຈະອອກໄຂ່ໄວ້ໜ້າດິນ ຫລັງຈາກນັ້ນ ໃຊ້ເວລາ ປະມານ 6 ເດືອນ ຈະເປັນໂຕໜຸ່ມໃຫຍ່ ປີກອ່ອນ ຍ່າງຕາມດິນ ຫາກິນໄມ້ປ່ອງ ຫລື ເຂົ້າໄຮ່ເປັນອາຫານໄດ້. ທຳອິດ ຕັກແຕນຈະກິນ ໄມ້ປ່ອງຢູ່ໃນປ່າ ແລະ ຫລັງຈາກໄມ້ປ່ອງໝົດ ມັນຈະຫັນມາກິນຜົນຜລິດຂອງຊາວບ້ານ.

ໃນປີ 2017 ທີ່ຜ່ານມາ, ຕັກແຕນລະບາດຢູ່ພາກເໜືອຂອງລາວ 600 ຈຸດ ທີ່ກວມເອົາ 24 ເມືອງ ຢູ່ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ, ຫລວງພຣະບາງ, ຊຽງຂວາງ. ສະເພາະຢູ່ແຂວງຫົວພັນ ຕັກແຕນໄດ້ ທຳລາຍເນື້ອທີ່ການຜລິດ ຂອງປະຊາຊົນ 200 ເຮັກຕາ.

ເຕັມຫນ້າ