ຝູງຕັກແຕນເລີ່ມຣະບາດ ພາກເໜືອ

ໄຊຍາ
2020.05.21
f-locust ຕັກແຕນຝຸງໃຫຍ່ ອອກອາຣະວາດຣະບາດ ກັດກິນຜົລປູກ ຂອງປະຊາຊົນ ຢູ່ບ້ານນາເມືອງ ເມືອງວຽງໄຊ ແຂວງຫົວພັນ
ນັກຂ່າວພົລເມືອງ

ປີນີ້ຝູງຕັກແຕນ ຫຼື ຊາວບ້ານເອີ້ນຝູງຕັກແຕນໄມ້ປ່ອງ ເລີ່ມຕົ້ນມີການຣະບາດ ອີກແລ້ວໃນເຂດພາກເໜືອຊຶ່ງປີຜ່ານມາກໍມີການຣະບາດ ໜັກທຳລາຍຜົລປູກ ຂອງປະຊາຊົນໃນສາມແຂວງທັງ ຫົວພັນ ຊຽງຂວາງ ແລະ ຫຼວງພຣະບາງ. ດັ່ງປະຊາຊົນຢູ່ ເມືອງວຽງຄຳ, ເມືອງ ໂພນທອງ, ເມືອງນໍ້າບາກ ແລະ ເມືອງງອຍ ແຂວງຫລວງພຣະບາງ ກໍເຣີ້ມໄດ້ຮັບຜົລກະທົບ ຈາກການຣະບາດຂອງຝູງ ຕັກແຕນແລ້ວ. ດັ່ງປະຊາຊົນ ເມືອງວຽງຄຳ ທີ່ໄດ້ຮັບຜົລກະທົບ ສວນຜັກ, ສວນສາລີ ແລະ ຕົ້ນກ້າ ຖືກຕັກແຕນທຳລາຍ ແຕ່ຍັງບໍ່ເສັຍຫາຍເພາະຫາ ກໍເລີ່ມຣະບາດ, ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ພືສພາ ວ່າ:

"ກະມີຫັ້ນແລ້ວ ກະຍັງບໍ່ທັນໜັກ ຫາກໍ່ເລີ່ມນ່າຕັກກະແຕນ ມີກະຢາກໃຫ້ຊ່ອຍເຫລືອ ເອົາຢາມາໃຫ້ຫັ້ນແລ້ວໃກ້ຣະດູເຮັດນາ ແລ້ວເນາະ ຕົກກ້າແລ້ວມັນມາກິນກ້າແລ້ວ ເດ້ລະເນາະ, ສາລີ ຄວາມເສັຍດາຍ ບໍ່ວ່າແລ້ວບໍ່ຮູ້ຈະເຮັດແນວໃດ ກະບໍ່ມີແນວປ້ອງກັນກະມີ ແຕ່ຊື້ຢາ ເລັກໆນ້ອຍໆ ຫັ້ນແຫລະ."

ສ່ວນຊາວບ້ານຜູ້ໄດ້ຮັບຜົລກະທົບ ອີກຄົນນຶ່ງທີ່ໄດ້ຮັບຜົລເສັຍຫາຍໄດ້ກ່າວວ່າ ປັດຈຸບັນຝູງຕັກແຕນເລີ່ມເຂົ້າມາກິນພືດຜັກແຕ່ຍັງບໍ່ຫຼາຍ ແລະນອກຈາກນີ້ ຍັງມີບົ້ງກິນສາລີນຳອີກ.

"ຕັກກະແຕນ ດ້ວງ ບົ້ງ ເຂົ້າໄປກິນໃບສາລີ ກະບໍ່ຫລາຍປານໃດ ທັມມະດາພວກກະສິກັມເມືອງ ເຂົາເຈົ້າແນະນຳໃຫ້ ເຂົາເຈົ້າບອກໃຫ້ ເອົາຄາດິດອນຫັ້ນແລ້ວ ສີດພົ່ນຖ້າມັນກິນຫລາຍມັນກະຕາຍ."

ຕໍ່ການຣະບາດຂອງຝູງຕັກແຕນ ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ເມືອງວຽງຄຳ ແຂວງຫລວງພຣະບາງ ໄດ້ຢືນຢ້ນວ່າ ຢູ່ເມືອງວຽງຄຳ ມີຕັກແຕນຣະບາດ ແຕ່ທ້າຍເດືອນມີນາ 2020 ຮວມແລ້ວ 20 ບ້ານ, ໂດຍຕັກແຕນຈະກິນໄມ້ປ່ອງ ຫຼາຍກວ່າພືດຜັກ ຊຶ່ງການຣະບາດ ກວມເອົາເນື້ອທີ່ 1000 ເຮັກຕ້າ. ສ່ວນທາງກະສິກັມຍັງຝືດເຄືອງ ເຣື່ອງງົບປະມານ ໃນໄລຍະໂຄວິດ-19 ຍັງບໍ່ໄດ້ຊ່ອຍເຫຼືອ ປະຊາຊົນ ແຕ່ຢ່າງໃດ.

"ກະບໍ່ມີການຊ່ອຍເຫລືອ ເຮົາກໍຍັງຍາກເວົ້າເຣື່ອງງົບປະມານ ມັນກໍຢາກຢູ່ເນາະ ຊ່ວງນີ້ຊ່ວງວິກິດແຮງຮ້າຍ ແລ້ວນີ້ມີແຕ່ຄຳແນະນຳວິທີ ການໃຫ້ເພີ່ນເນາະໄປຊື້ຢາມາ ປາບວ່າເຣື່ອງການຊ່ອຍເຫລືອ ກໍຢາກ ໃຫ້ປະຊາຊົນເປັນເຈົ້າການ ກຸ້ມຕົນເອງຫັ້ນແຫລະ."

ນອກຈາກແຂວງຫຼວງພຣະບາງແລ້ວ ແຂວງຊຽງຂວາງກໍໄດ້ຮັບຜົລກະທົບຈາກ ຝູງຕັກແຕນຣະບາດ 03 ເມືອງຮວມມີ ເມືອງໜອງແຮັດ, ເມືອງຄຳ ແລະ ເມືອງໝອກ ແຕ່ຍັງບໍ່ສາມາດເກັບກຳໂຕເລກ ໄດ້ວ່າຣະບາດກວມເນື້ອທີ່ ເທົ່າໃດ. ດັ່ງເຈົ້າໜ້າ ກະສິກັມ ແລະ ປ່າໄມ້ ໄດ້ກ່າວຕໍ່ເອເຊັຽເສຣີວ່າ.

"ຍັງບໍ່ທັນໄດ້ຮັບ ຣາຍງານຜົລເສັຍຫາຍ ທີມງານກຳລັງຕິດຕາມ ເບິ່ງຍັງບໍ່ທັນຣະບາດ ເປັນວົງກວ້າງເທື່ອ ຮອດຣະດູການ ມັນກໍເກີດ, ເພາະມັນມີການເພາະພັນ ເພາະໄຂ່ຢູ່ແຖວນັ້ນ ບໍ່ສາມາດທຳລາຍມັນໄດ້ ຫັ້ນນ່າ ມັນກໍຍາກພື້ນທີ່ເປັນພູເປັນຜາເປັນປ່າເດ້."

ສ່ວນແຂວງຫົວພັນ ຍັງບໍ່ມີຣາຍງານວ່າມີຕັກແຕນຣະບາດ ເບື້ອງຕົ້ນກຳລັງໃຫ້ເຈົ້າໜ້າທີ່ ຮວບຮວມຂໍ້ມູນ ມີການເລີ່ມຣະບາດຢູ່ເມືອງໃດ. ແຕ່ໃນປີ 2019 ແຂວງຫົວພັນ ມີຕັກແຕນຣະບາດ 63 ບ້ານ 9 ເມືອງ ທຳລາຍເຂົ້າ ສວນສາລີ ພືດຜັກ ເສັຍຫາຍ ເປັນບໍຣີເວນກວ້າງ. ດັ່ງເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ແຂວງຫົວພັນ ໄດ້ກ່າວວ່າ:

"ຍັງລໍຖ້າຟັງຂ່າວ ປະຊາຊົນຢູ່ຫັ້ນເນາະ ນັກວິຊາການກະສິກັມ ຕິດຕາມຢູ່ປີທີແລ້ວ ຫລາຍທີ່ສຸດ ປີນີ້ບໍ່ຮູ້ວ່າມັນເຄື່ອນຍ້າຍແລ້ວບໍ່ ຫລື ແນວໃດ ຍັງຊອກບ່ອນໄຂ່ ມັນບໍ່ທັນເຫັນເທື່ອ ມັນຈະໄປທາງໃດ."

ການຣະບາດຂອງຝູງຕັກແຕນໃນເຂດພາກເໜືອ ຕາມທາງການຣາຍງານແມ່ນ ເລີ່ມຣະບາດມາຕັ້ງແຕ່ປີ 2016 ຈົນມາເຖິງປັດຈຸບັນ ຊຶ່ງ ສ້າງຜົລເສັຍຫາຍໃຫ້ກັບຊາວກະສິກອນ ໃນເຂດພາກເໜືອ ທັງ ຫຼວງພຣະບາງ, ຊຽງຂວາງ, ຫົວພັນ ແລະໄຊຍະບູລີ ເປັນຕົ້ນ ປີຜ່ານມາ ຣະບາດໜັກວ່າໝູ່ ແມ່ນແຂວງຫົວພັນ ຕັກກະແຕນຣະບາດ ເຖີງ 63 ບ້ານ 9 ເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.