ຜູ້ປະກອບການນໍາທ່ຽວ ຂໍໃຫ້ ປັບປຸງ ພື້ນຖານ

ຈໍາປາທອງ
2020.08.26
F-Kuangsi ບ່ອນຊື້ປີ້ເຂົ້າທ່ຽວຊົມ ຕາດກວາງຊີ ທີ່ ຂຶ້ນຊື່ລືຊາ ສໍາລັບນັກທ່ອງທ່ຽວ ຈາກທົ່ວໂລກ, ປັຈຈຸບັນກໍາລັງ ມີການປັບປຸງ ເພື່ອຄວາມສະດວກ ໃຫ້ນັກທ່ອງທ່ຽວ. ( ຮູບຖ່າຍເດືອນເມສາ ປີ 2009 )
RFA

ຜູ້ປະກອບການນໍາທ່ຽວ ຢູ່ແຂວງຫລວງພຣະບາງຫລາຍຄົນ ຢາກໃຫ້ທາງການປັບປຸງພື້ນຖານ ການທ່ອງທ່ອງພາຍໃນແຂວງໃຫ້ສະດວກ ຂຶ້ນ ເປັນຕົ້ນປັບປຸງ ຖນົນຫົນທາງ ທີ່ເປັນຫລຸບເປັນຂຸມ ແລະຕິດປ້າຍຕາມແຫລ່ງ ທ່ອງທ່ຽວຕ່າງໆ ດັ່ງຜູ້ປະກອບການນໍາທ່ຽວ ທ່ານນຶ່ງ ຢູ່ນະຄອນຫລວງພຣະບາງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:

“ມີຫລາຍໂຄງການຢູ່ ທີ່ເຮົາຢາກສເນີຂໍເພິ່ນ. ແຕ່ວ່າຕ້ອງລໍຖ້າ ກ່ຽວກັບການອະນຸມັດງົບປະມານ .. .ກໍມີຫລາຍຢູ່ ຕົວຢ່າງວ່າ ໂຄງສ້າງ ພື້ນຖານເນາະ ກໍເປັນຖນົນຫົນທາງ ການເຂົ້າເຖິງມັນຈະຫຍູ້ງຍາກ ເປັນທາງລຸກລັງ ຫລື ບາງເທື່ອ ບາງບ່ອນເປັນແຫລ່ງ ທ່ອງທ່ຽວ ທີ່ເປີດໃໝ່ ປ້າຍກໍຍັງບໍ່ທັນນັ້ນ ໄປຕິດຕັ້ງໃໝ່.”

ພ້ອມກັນນັ້ນ ທ່ານກໍກ່າວວ່າ ຢາກໃຫ້ມີການພັທນາຫລາຍຢ່າງ ຮວມທັງການຕິດປ້າຍບອກທາງ ປ້າຍອະທິບາຍຕາມຈຸດຕ່າງໆ ຂອງແຫລ່ງ ທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ອ່ານ ແລະເຂົ້າໃຈເຖິງປວັດ ຄວາມເປັນມາ ຂອງສະຖານທີ່ນັ້ນ. ແລະຢາກໃຫ້ເພິ່ມໄຟຟ້າ ຢູ່ຕາມຊອຍ ທາງຍ່າງ ໃຫ້ແຈ້ງຂຶ້ນ ຍ້ອນບາງຊອຍ ທີ່ມີບ້ານພັກ ມີຮ້ານກິນດື່ມ ຍັງມືດຢູ່.

ແລະຜູ້ປະກອບການນໍາທ່ຽວ ໃນນະຄອນຫລວງພຣະບາງ ອີກທ່ານນຶ່ງ ກໍເວົ້າວ່າ ເຣຶ່ອງທາງການແຂວງຈະປັບປຸງ ທາງຍ່າງຮອບພະທາດ ພູສີ ໃຫ້ກວ້າງອອກຕື່ມ ຍ້ອນວ່າມັນແຄບນັ້ນ ກໍເຫັນດີນໍາເພິ່ນ ແຕ່ກໍຕ້ອງໄດ້ຄໍານຶງ ເຖິງຜົລກະທົບຕໍ່ ຄວາມສວຍງາມຕາມທັມຊາດ, ດັ່ງ ທີ່ທ່ານກ່າວວ່າ:

“ທີ່ວ່າບ່ອນເດີນຮອບໆຫັ້ນນະ ມັນນ້ອຍຂຍາຍບ່ອນໃຫ້ມັນກວ້າງ ກວ່າເກົ່າຫັ້ນນະໃຫ້ນັກທ່ອງທ່ຽວ ໃຫ້ມີສະຖານທີ່ກວ່າເກົ່າ ຕົວນີ້ຫຼັກໆ ທີ່ເຂົາສິເຮັດຫັ້ນນະ. ແທ້ທີ່ຈິງ ຕົວນີ້ເປັນແຜນຊື່ໆ ຫັ້ນນະ ແຕ່ວ່າອາຈມີການຄັດຄ້ານ ເຣື່ອງທັມຊາດ ການທ່ອງທ່ຽວມໍຣະດົກ ຂຍາຍ ທໍາຣາຍ ຄວາມສວບງາມ ຫັ້ນນະ.”

ແລະຜູ້ປະກອບການນໍາທ່ຽວອີກທ່່ານນຶ່ງ ກໍເວົ້າວ່າ ນອກຈາກຈະປັບປຸງສະຖານທີ່ທ່ອງທ່ຽວ ພາຍໃນແຂວງແລ້ວ ກໍຢາກໃຫ້ທາງການແຂວງ ເອົາໃຈໃສ່ແກ້ໄຂ ເຣຶ່ອງຄ່າອາຫານການກິນ ແລະ ເຄື່ອງດື່ມ ທີ່ມີຣາຄາແພງເກີນໄປ ດັ່ງທີ່ທ່ານກ່າວວ່າ:

“ເຣື່ອງຄ່າອາຫານນີ້ແຫລະ ເຣື່ອງຄ່າໃຊ້ຈ່າຍ ເຣື່ອງການກິນນີ້ແຫລະມັນສູງ ມັນກໍມີຫລາຍສາເຫດ ເວົ້າເຣື່ອງອັດຕຣາແລກປ່ຽນ ແລ້ວວັສດຸ ນໍາເຂົ້ານີ໋ ຜລິດເອງບໍ່ໄດ້ ເຮົາກໍຕ້ອງໄດ້ມີ ການນໍາເຂົ້າ. ຕົວຢ່າງອາຫານ ຈະເປັນອາຫານທະເລ ໃນລາວບໍ່ມີທະເລຢູ່ແລ້ວ. ເຄື່ອງນໍາເຂົ້ານີ໋ ເຂົ້າມາ ກໍຕ້ອງມີຄ້າໃຊ້ຈ່າຍສູງຢູ່ແລ້ວ.”

ທ່ານເວົ້າຕື່ມອີກວ່າ ຣາຄາເຝີທີ່ຂາຍຢູ່ຕາມຮ້ານຂ້າງທາງ ຖ້ວຍນຶ່ງປະມານ 15 ພັນກີບ, ຖ້າຢູ່ຮ້ານທີ່ມີອາຍເຢັນ ກໍແພງຂຶ້ນເປັນ 20 ພັນ- 25 ພັນກີບ ແລະ ນໍ້າບໍຣິສຸດ ຂວດນ້ອຍ ກໍ 5 ພັນກີບ ຖືວ່າແພງຫລາຍ.

ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງໃຫ້ມີການປັບປຸງຫົນທາງ ຍາວປະມານ 25 ກິໂລແມັດ ຈາກໂຕເມືອງຂອງ ນະຄອນຫຼວງພຣະບາງ ໄປຫາ ຖໍ້າຕິ່ງ ເມືອງປາກອູ ເຖິງຈະປູຢາງແລ້ວ ແຕ່ບາງບ່ອນ ກໍເປ່ເພ ເປັນຫລຸບເປັນຂຸມ.

ເວົ້າເຖິງເຣຶ່ອງການປັບປຸງແຫລ່ງທ່ອງທ່ຽວ ຍານາງ ສຸດາພອນ ຄົມທະວົງ ຫົວໜ້າຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ນະຄອນ ຫລວງພຣະບາງ ກ່າວວ່າ ທາງຜແນກໄດ້ ຮັບເງິນຈາກທາງແຂວງມາ 1 ຕື້ກີບ ເພື່ອປັບປຸງແຫລ່ງທ່ອງທ່ຽວ 2 ແຫ່ງ ຄືພະທາດພູສີ ແລະ ນໍ້າຕົກຕາດກວາງຊີ ໂດຍຈະປັບປຸງ ສິ່ງອໍານວຍຄວາມສະດວກຕ່າງໆ ຮວມໄປເຖິງ ປັບສະພາບທິວທັດ ໃຫ້ສວຍງາມ ຊຶ່ງຕອນນີ້ ເຮັດຢູ່ ນໍ້າຕົກຕາດ ກວາງຊີແລ້ວ ໂດຍໄດ້ເລີ້ມແຕ່ຕົ້ນເດືອນ ສິງຫາ ນີ້ໄປເຖິງເດືອນ ສິງຫາ ປີໜ້າ ດັ່ງທີ່ນາຍາງກ່າວວ່າ:

“ປັບໜ້າດິນ ຈັດສັນທາງຍ່າງ ໃຫ້ມີຄວາມສວຍງາມ. ການປູກຕົ້ນໄມ້ປະດັບ ແລ້ວກໍການລ້ອມຮົ້ວຮອບຕາດກວາງຊີ ໃນໄລຍະ 200 ກວ່າ ແມັຕ ແລ້ວກໍປັບປຸງທໍ່ນໍ້າ ໃຊ້ໃຫ້ມີຄວາມ ສວຍງາມ ກັບມ້າ່ນັ່ງພັກຜ່ອນ ແລ້ວກໍຈັດສັນທາງຍ່າງ ສໍາລັບຄົນພິການ ຫລືວ່າ ຜູ້ເຖົ້າຜູ້ແກ່ ເດັກນ້ອຍເນາະ ສໍາລັບຄວາມສະດວກ.”

ຍານາງ ສຸດາພອນ ກ່າວຕື່ມວ່າ ສໍາລັບການປັບປຸງ ພະທາດພູສີນັ້ນ ຄາດວ່າເບື້ອງຕົ້ນຈະປັບປຸງ ທາງຍ່າງ ອ້ອມພະທາດ ທີ່ເປັນບ່ອນຊົມ ທິວທັດ ແລະ ສ້າງສິ່ງອໍານວຍຄວາມສະດວກ ໃຫ້ຜູ້ທີ່ມາທ່ຽວຊົມ ແຕ່ຣາຍລະອຽດຕ່າງໆ ຈະໄດ້ຕົກລົງກັນຢູ່ໃນກອງປະຊຸມ. ການປັບປຸງ ແຫລ່ງທ່ອງທ່ຽວ 2 ແຫ່ງນີ້ ຈະໃຫ້ແລ້ວບໍ່ເກີນ ເດືອນສິງຫາ ປີໜ້າແນ່ນອນ ສ່ວນແຫລ່ງ ທ່ອງທ່ຽວ ແຫ່ງອື່ນໆ ຈະມີການປັບປຸງຕໍ່ໄປ.

ອີງຕາມຣາຍງານຂອງທາງການນະຄອນຫລວງພຣະບາງ ໃນມື້ວັນທີ 8 ສິງຫານີ້, ນະຄອນຫລວງພຣະບາງ ຈະໃຊ້ງົບປະມານ 1 ຕື້ກັບ 400 ລ້ານກີບ ໃນການພັທນາແຫລ່ງທ່ອງທ່ຽວ ຕາດກວາງຊີ ແລະ ພະທາດພູສີ ເພື່ອດຶງດູດ ແລະອໍານວຍຄວາມສະດວກ ໃຫ້ນັກທ່ອງ ທ່ຽວ ໂດຍຈະປັບປຸງ ທັງບ່ອນຈອດຣົດ, ບ່ອນນັ່ງພັກຜ່ອນ, ທາງຍ່າງ ແລະທັງຫ້ອງນໍ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.