ນ້ຳເທີນປີນີ້ແຫ້ງກວ່າ ປີກາຍ

ອຸ່ນແກ້ວ ສຸກສະຫວັນ
2020.05.30
F-Namtheun ນໍ້າເທີນ ແຂວງບໍຣິຄໍາໄຊ
Public Domain

ນ້ຳເທີນ ເຂດເມືອງນາກາຍ ແຂວງຄຳມ່ວນ ບົກແຫ້ງກວ່າປີທີ່ຜ່ານມາ ຍ້ອນບັນຫາພັຍແຫ້ງແລ້ງ ແລະ ສະພາບອາກາດຮ້ອນ ໃນໄລຍະ ເດືອນ ມີນາ-ເມສາ ກະທົບຕໍ່ການເດີນເຮືອ ຂອງຊາວບ້ານຈຳນວນນຶ່ງ, ແຕ່ບໍ່ກະທົບການຜລິດໄຟຟ້າຂອງເຂື່ອນ ນ້ຳເທີນ 2. ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ແຂວງຄຳມ່ວນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ກະຄັນທຽບໃສ່ປີກາຍນີ້ ກະຖືວ່າ ແລ້ງແລ້ວເນາະ ທາງພີ້ ແຫ້ງແລ້ງ ມັນກະເດືອນນຶ່ງ ເດືອນປາຍແລ້ວ ແດດມາແດດແທ້ ປ່ອຍປົກກະຕິ ຢູ່ຍັງຫຼາຍຢູ່ ເພິ່ມຄວບຄຸມມັນຢູ່ ເພາະວ່າ ຫລັງຈາກທີ່ເຂົ້ານາແຊງ ເຂົ້ານາແຊງມັນຂຽວແລ້ວ ເພິ່ນກະປິດ-ປ່ອຍ ປົກກະຕິ ທັມມະດາເອົາ."

ທ່ານ ກ່າວຕື່ມອີກວ່າ ລະດູຮ້ອນຜ່ານມາ ສະພາບອາກາດຮ້ອນ ສະເລັ່ຽປະມານ 40 ອົງສາ ເຮັດໃຫ້ປະຣິມານນ້ຳໃນອ່າງນ້ຳເທີນ ຫຼຸດລົງ ຫຼາຍສົມຄວນ ເຮັດໃຫ້ນ້ຳເທີນ ທີ່ເລິກເຂົ້າໄປໃນເຂດປ່າສງວນ ແຫ່ງຊາດນາກາຍ-ນ້ຳເທີນ ບົກແຫ້ງເປັນໄລຍະ ແລະ ສູງບໍເຖິງ 1 ແມັດ ກະທົບຕໍ່ການເດີນເຮືອ ຂອງຊາວບ້ານ ທີ່ອາສັຍຢູ່ຕາມລຳນ້ຳເທີນ ຕ້ອງໄດ້ລົງຍູ້ເຮືອເປັນໄລຍະ.

ກ່ຽວກັບ ປະຣິມານນ້ຳ ໃນອ່າງຈະເພີ່ມຂຶ້ນ ຫຼືຫຼຸດລົງເຫຼືອນ້ຳ ໃນອ່າງຈັກເປີເຊັນ ບໍໍຣິສັດເຂື່ອນໄຟຟ້ານ້ຳເທີນ 2 ທີ່ເປັນເຈົ້າຂອງໂຄງການ ບໍ່ໄດ້ຣາຍງານໃຫ້ຮູ້ ແຕ່ຊາວບ້ານທີ່ອາສັຍຢູ່ແຄມນ້ຳເທີນ ເມືອງນາກາຍ ແຂວງຄຳມ່ວນ ກ່າວຕໍ່ເອເຊັຽເສຣີວ່າ, ເລື່ອງນ້ຳແຫ້ງເປັນເລື້ອງ ປົກກະຕິ ຕາມລະດູການຂອງມັນ:

“ອໍ ມັນກະຄືເກົ່າອ້າຍ ຮອດລະດູການຍາມນີ້ ມັນກະແຫ້ງຄືເກົ່າ ປົກກະຕິ ບາດຍາມຝົນຈັກໜ້ອຍ ເດືອນ 9 ເດືອນ 10 ກະຂຶ້ນເຕັມຄືເກົ່າ ຫັ້ນນ່າ, ບໍ່ເຮົາຍັງໄດ້ຢູ່ ຂີ່ເລາະແລ່ນແຖວອ່າງ ແຖວບ້ານເຮົາຍັງໄດ້ຢູ່ ບໍ່ມີບັນຫາ."

ຊາວບບ້ານມີອາຊີບຂາຍເຄື່ອງ ຢູ່ແຄມອ່າງນ້ຳເທີນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ສະພາບນ້ຳແຫ້ງເປັນປົກກະຕິໃນຍາມນີ້ ແລະກໍຍັງຄ້າຂາຍ ໄດ້ປົກກຕິ ຢູ່:

"ໂຄວິດ ກະບໍ່ໄດ້ປິດ ໄດ້ຂາຍດີຢູ່, ທັມມະດາໄດ້ ປົກກະຕິໄດ໋ ເອີໆ ບໍ່ແຫ້ງ."

ຕໍ່ກັບເລື່ອງນີ້ ເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ບໍຣິສັດ ໄຟຟ້ານ້ຳເທີນ 2 ເພື່ອຖາມຣາຍລະອຽດກ່ຽວກັບ ປະຣິມານນ້ຳໃນອ່າງນ້ຳເທີນ ແລະ ສາເຫດທີ່ເຮັດໃຫ້ນ້ຳໃນອ່າງຫຼຸດລົງ ແລະ ລະດັບນ້ຳເທີນ ບົກແຫ້ງ, ແຕ່ເຈົ້າໜ້າທີ່ບໍຣິສັດ ປະຕິເສດ ທີ່ຈະໃຫ້ຄຳເຫັນໃນເລື່ອງນີ້.

ນ້ຳເທີນເປັນນຶ່ງໃນແມ່ນໍ້າ ທີ່ມີຄວາມອຸດົມສົມບູນທີ່ສຸດ ໃນປະເທດລາວ ທີ່ໄຫລຜ່ານເຂດປ່າສງວນແຫ່ງຊາດ ນາກາຍ-ນ້ຳເທີນ ແຂວງ ຄຳມ່ວນ ແລະ ແຂວງບໍລິຄຳໄຊ ຊຶ່ງມີຊົນເຜົ່າ 10 ບ້ານ ທີ່ບໍ່ຍອມຍົກຍ້າຍ ອອກຈາກພື້ນທີ່ ໄປຢູ່ເຂດບ້ານຈັດສັນ ຂອງໂຄງການເຂື່ອນ ໄຟຟ້າ ນ້ຳເທີນ 2 ສະນັ້ນຈຶ່ງເຮັດໃຫ້ຊາວບ້ານ ຕ້ອງເດີນທາງດ້ວຍເຮືອຈັກ ທີ່ບັນທຸກຄົນ 5-6 ຄົນຕໍ່ຖ້ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.