ສານເຄມີຢູ່ສວນກ້ວຍ ຈີນ ສ້າງບັນຫາ

ອຸ່ນແກ້ວ ສຸກສະຫວັນ
2020-05-27
ອີແມວລ໌
ຄໍາເຫັນ
Share
ພິມ
ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປ ລາວ
ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປ ລາວ
Photo Credit: NAFRI

ໃນວັນທີ 10 ພຶສພາ ທີ່ຜ່ານມາ, ມີຂ່າວກ່ຽວກັບແມ່ຍິງຊາວເຜົ່າມົ້ງ ຄົນນຶ່ງ ທີ່ເຮັດວຽກຢູ່ ສວນກ້ວຍຈີນ ເຂດບ້ານນ້ຳຟ້າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຕຸ່ມຕາມແຂນຕາມຂາ ຫລັງຈາກທີ່ ລາວໄດ້ເຮັດວຽກສີດ ສານເຄມີຢູ່ໃນສວນກ້ວຍ ແລະ ນອກຈາກນີ້ ຍັງມີຊາວບ້ານນ້ຳຟ້າ ກໍເກີດມີຕຸ່ມຕາມຕົນໂຕ ເຊັ່ນດຽວກັນ ຫລັງຈາກລົງອາບນ້ຳຫ້ວຍເກິ່ງ ທີ່ຢູ່ໃກ້ກັບສວນກ້ວຍ ຂອງຈີນ.

ເຖິງວ່າຣັຖບານໄດ້ຄຳສັ່ງ ໃຫ້ຢຸດປູກກ້ວຍໃນປີ 2014 ຍ້ອນວ່າສວນກ້ວຍຂອງຈີນ ມີການໃຊ້ສານເຄມີຫຼາຍ ທີ່ສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມກໍຕາມ, ແຕ່ຣັຖບານກໍມີຄຳສັ່ງ ອະນຸຍາດ ໃຫ້ ບໍຣິສັດຈີນ ປູກກ້ວຍຄືນໃນປີ 2018 ຈົນມາເຖີງປັດຈຸບັນ.

ນັກຊ່ຽວຊານ ດ້ານພັທນາຂອງລາວ ທ່ານນຶ່ງ ໃຫ້ຄຳເຫັນວ່າ ການອະນຸຍາດໃຫ້ຈີນ ເຂົ້າມາປູກກ້ວຍໃນລາວ ຄືນອີກເປັນການຕັດສິນໃຈ ທີ່ບໍ່ສລາດ, ດັ່ງທ່ານກ່າວຕໍ່ເອເຊັຽເສຣີ ວ່າ:

“ການທີ່ກັບຄືນໄປປູກກ້ວຍຄືນນີ້ ຄືກັນກັບຄົນບໍ່ມີທາງອອກ ແລະກະເປັນການຕັດສິນໃຈ ທີ່ບໍ່ສລາດ ເປັນຫຍັງຈຶ່ງວ່າແນວນັ້ນ ເພາະເຮົາຮູ້ ຊັດເຈນວ່າ ການປູກກ້ວຍ ມັນເປັນຣາຍຮັບສະເພາະໜ້າຊື່ໆ ແຕ່ວ່າ ມັນມາພ້ອມກັບມູນຄ່າມະຫາສານ ຕໍ່ສະພາບແວດລ້ອມ ແລະ ຕໍ່ສຸຂພາບ ພໍ່ແມ່ປະຊາຊົນ.”

ເຖິງວ່າຣັຖບານ ຈະມີມາຕການໃຫ້ນັກລົງທຶນຈີນ ທີ່ໄດ້ສຳປະທານປູກກ້ວຍ ໃຫ້ເຮັດຕາມລະບົບກະສິກັມສະອາດ ຫລື GAP ໝາຍເຖິງການ ໃສ່ຝຸ່ນ ແລະ ສານເຄມີໃນປະຣິມານ ທີ່ຈຳກັດ ຕາມຂໍ້ແນະນຳ ຂອງກະຊວງກະສິກັມ ແລະ ປ່າໄມ້, ແຕ່ມັນຄົງປະຕິບັດໄດ້ຍາກ ຍ້ອນວ່າ ການປະຕິບັດມາຕການ ລະບຽບກົດໝາຍ ຍັງບໍ່ເຄັ່ງຄັດ. ນັກຊ່ຽວຊານທ່ານນີ້ ໄດ້ກ່າວຕື່ມອີກວ່າ:

“ໂອ້ ອັນນີ້ ເປັນຫ່ວງຢ້ານບໍ່ໄດ້ດອກ ໃນເລື້ອງການຈັດຕັ້ງປະຕິບັດ ເລື້ອງເອກກະສານ ເລື້ອງຄຳສັ່ງເລື້ອງນະໂຍບາຍ ແມ່ນຫຍັງຕ່າງໆ, ງາມ! ແຕ່ເລື້ອງພາກປະຕິບັດນີ້ ຢູ່ບ້ານເຮົາ ເຮົາກະຮູ້ນຳກັນແລ້ວ ປະຕິບັດບໍ່ໄດ້ດອກ ແລະ ຄັນວ່າ ໄປກວດເຈົ້າຂອງສວນກ້ວຍ ຜູ້ເຂົາມາລົງທຶນ ເອົາຊອງຂາວ ເອົາຂອງນັ້ນໃຫ້ ກະຖືວ່າຜ່ານໄປ ຄິດວ່າ ເຮົາຍັງບໍ່ສາມາດຈັດຕັ້ງ ຕາມນະໂຍບາຍ ຕາມກົດລະບຽບ ໄດ້ເຄັ່ງຄັດ ຢູ່ບ້ານເຮົານີ້ ຍັງຫລົມ ຍັງຫລົມຫລາຍ.”

ນັບແຕ່ຣັຖບານປະກາດໃຫ້ປູກກ້ວຍຄືນ ແລະ ນຳໃຊ້ວິທີການຜລິດກະສິກັມສະອາດ ໃນປີ 2018 ເປັນຕົ້ນມາ, ແຕ່ກໍຍັງບໍ່ທັນມີຕົວຢ່າງວ່າ ມີເຈົ້າຂອງສວນກ້ວຍຄົນໃດ ປະຕິບັດ. ເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມລາວ ທ່ານນຶ່ງ ທີ່ເຮັດວຽກເລື້ອງການໃຊ້ ສານເຄມີ ຢູ່ພາກ ເໜືອຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ອັນນີ້ກໍບໍ່ຄ່ອຍຫມັ້ນໃຈຄືກັນ ບໍ່ຫມັ້ນໃຈເລື່ອງຄວາມອາດສາມາດ ຂອງພະນັກງານ ແລະ ບໍຣິສັດຈີນ ຍ້ອນວ່າ ຍັງບໍ່ເຫັນບໍຣິສັດໃດ ປະຕິບັດນະ ລະບຽບຫລັກການນີ້ ຢ່າງເປັນຮູປທັມ.”

ການໃຫ້ນັກລົງທຶນຈີນ ເຂົ້າມາປູກກ້ວຍ ມີທັງຜົນກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະໃຫ້ຜົນປະໂຫຍດທາງ ເສຖກິດ ແກ່ປະຊາຊົນ. ເຈົ້າໜ້າທີ່ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຜູ້ທີ່ເຮັດການວິຈັຍ ເລື້ອງການປູກກ້ວຍ ຢູ່ພາກເໜືອຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຜົນກະທົບທາງສຸຂພາບ ກໍຄືປະຊາຊົນເຂົາກະເມື່ອຍ ເຂົາເອີ້ນວ່າ ແບບເຈັບຫົວເປັນວິນ ລະກະ ຫລັງຈາກເຮັດວຽກໄດ້ ເຝົ້າກ້ວຍໄດ້ 2,3 ປີ ເຂົາເຈົ້າຈະບອກວ່າ ຂ້ອຍຊິບໍ່ເຮັດຕໍ່ອີກແລ້ວ ເພາະວ່າ ເມື່ອຍຫລາຍ ຫລັງຈາກທ້ອນເງິນໄດ້ ຊ່ຳນິ ຂ້ອຍກະຊິ ເຂົາຊອກເຮັດອັນອື່ນ ຈັ່ງຊິນະ.”

ການໃຊ້ສານເຄມີເຮັດໃຫ້ປະຊາຊົນບາງຄົນລົ້ມປ່ວຍ. ເຈົ້າໜ້າທີ່ກ່າວວ່າ:

“ຂະເຈົ້າກະໄປໂຮງໝໍ ອີກຄອບຄົວນຶ່ງ ຂະເຈົ້າກະເວົ້າໃຫ້ຟັງວ່າ ເມັຽລົ້ມປ່ວຍໄດ້ 2,3 ປີແລ້ວ ຍ້ອນເຮັດວຽກຢູ່ສວນກ້ວຍ ມີແຕ່ໃສ່ຢາ ຕລອດ ລາວ ວ່າຈັ່ງຊີ້.”

ເຖິງຢ່າງໃດກໍຕາມ, ກ້ວຍກໍເປັນພືດເສຖກິດທີ່ສ້າງຣາຍໄດ້ໃຫ້ແກ່ປະຊາຊົນ ໃນການເຮັດວຽກຢູ່ໃນສວນກ້ວຍ ແລະການເອົາດິນໃຫ້ບໍຣິສັດ ຈີນເຂົ້າມາເຊົ່າປູກກ້ວຍ. ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:

“ບາງຄອບຄົວເຂົາວ່າ ໂດຍສ່ວນໃຫຍ່ ຄອບຄົວຈະໄດ້ຮັບຜົນປະໂຫຍ ດ້ານການເຊົ່າທີດິນ ແລະ ກໍໄປເຝົ້າສວນກ້ວຍ ດ້ານການອອກ ແຮງງານ ເຝົ້າສວນກ້ວຍໃຫ້ເງິນຂະເຈົ້າ ໂດຍທີ່ປະຊາຊົນຈຳນວນນຶ່ງ ກະເວົ້າວ່າ ຂ້ອຍບໍ່ເຄີຍຫາເງິນໄດ້ຂນາດນີ້ ໄດ້ເງິນຮອດ 20, 30 ລ້ານ ກີບ ຕໍ່ປີ ຈາກການປູກກ້ວຍ.”

ປັດຈຸບັນ ຣັຖບານ ກໍເຮັດຄູ່ມື ແລະ ຂໍ້ກຳນົດເລື້ອງການເຮັດກະສິກັມສະອາດ ເພື່ອໃຫ້ບໍຣິສັດທີ່ເຂົ້າມາລົງທຶນ ປູກກ້ວຍ ຕ້ອງປະຕິບັດ. ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:

“ໃນພາກຣັຖເພິ່ນກະມີການແກ້ໄຂ ໂດຍສ້າງ ກະຄູ່ມືມາຕການຕ່າງໆ ເຂົາເອີ້ນຄູ່ມື ໃນການປູກກ້ວຍຢ່າງສະອາດ ເພິ່ນກະວ່າ ມີຄູ່ມືອອກ ມາແລ້ວ ແຕ່ວ່າເລື້ອງປະຕິບັດ ມັນຍັງເປັນສິ່ງທ້າທາຍ ໃຫ້ກັບການ ພັທນາ ການປູກກ້ວຍຢູ່ບ້ານເຮົາ.”

ນອກຈາກນີ້ ນັກຊ່ຽວຊານຕ່າງປະເທດທ່ານນຶ່ງ ຜູ້ທີ່ເຮັດວຽກຕິດຕາມ ຜົນກະທົບຈາກສວນກ້ວຍ ຢູ່ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

“ຂ້ອຍຄິດວ່າ ການເຮັດກະສິກັມມີຜົນດີ ຍ້ອນວ່າ ສ້າງວຽກເຮັດໃຫ້ປະຊາຊົນ ຢູ່ຊົນນະບົດຫລາຍຄົນ. ສວນກ້ວຍຈ້າງຄົນຢ່າງໜ້ອຍນຶ່ງຄົນ ຕໍ່ນຶ່ງເຮັກຕາ ປົກກະຕິຜົວເມັຽຄູ່ນຶ່ງ ກໍຮັບຜິດຊອບສວນກ້ວຍໄດ້ 3 ເຮັກຕາ, ແລະ ຍັງມີກັມມະກອນ ທີ່ເຮັດວຽກຂົນກ້ວຍ, ດູແລ ແລະ ປູກກ້ວຍ. ສະນັ້ນ ສວນກ້ວຍ 100 ເຮັກຕາ ກໍຕ້ອງໄດ້ຈ້າງກັມມະກອນ 100 ຄົນ ເຮັດວຽກເຕັມເວລາ.”

ນັກຊ່ຽວຊານຕ່າງປະເທດ ທ່ານນີ້ ກ່າວຕື່ມອີກວ່າ:

“ບັນຫາກໍຄືການໃຊ້ສານເຄມີ, ຫຼາຍປີຜ່ານມາ ຣັຖບານໄດ້ມີການຄວບຄຸມເລື່ອງນີ້ດີຂຶ້ນ, ແຕ່ວ່າກໍຍັງມີອຸປສັກໃນການຕິດຕາມ ບາງເມືອງ ກໍປະຕິບັດໄດ້ດີກ່ວາເມືອງອື່ນ. ບາງບໍຣິສັດ ກໍປະຕິບັດລະບຽບ ກົດໝາຍໄດ້ດີກວ່າບໍຣິສັດອື່ນ. ມີການຊຸກຍູ້ໃຫ້ເຮັດ ກະສິກັມສະອາດ ເພື່ອໃຫ້ສາມາດຄວບຄຸມໄດ້, ແຕ່ ມັນບໍ່ງ່າຍໃນການເຮັດວຽກ ກັບຄົນຈີນ ແລະ ກັບກັມມະກອນຫລາຍຄົນທີ່ ບໍ່ມັກປ້ອງກັນຕົວເອງ."

ຫ້ອງວ່າການຣັຖບານ [ປັດຈຸບັນ ປ່ຽນຊື່ມາເປັນ ສຳນັກງານນາຍົກຣັຖມົນຕຼີ] ໄດ້ອອກແຈ້ງການ ລົງວັນທີ 24 ເດືອນ 6 ປີ 2014 ໄປຫາ ເຈົ້າແຂວງຜົ້ງສາລີ, ເຈົ້າແຂວງຫລວງນ້ຳທາ, ເຈົ້າແຂວງບໍ່ແກ້ວ, ເຈົ້າແຂວງອຸດົມໄຊ, ເຈົ້າແຂວງຫລວງພະບາງ, ເຈົ້າແຂວງໄຊຍະບູລີ ເພື່ອບໍ່ໃຫ້ເຈົ້າແຂວງເຫລົ່ານັ້ນ ອະນຸຍາດ ໃຫ້ທີ່ດິນສຳປະທານ ປູກກ້ວຍ. ແຈ້ງການໄດ້ລະບຸວ່າ:

“ໃຫ້ບັນດາເຈົ້າແຂວງພາກເໜືອ ອອກຄຳສັ່ງ ບໍ່ອະນຸຍາດນຳໃຊ້ດິນນາ ໃນເຂດຊົລປະທານ ໃຫ້ບັນດາບໍຣິສັດ ຫລື ບຸກຄົນເຊົ່າ ຫລື ສຳປະທານ ເພື່ອປູກກ້ວຍຢ່າງເດັດຂາດ.”

ການໃຊ້ສານເຄມີຢູ່ໃນສວນກ້ວຍ ທີ່ບໍ່ມີການຄວບຄຸມ ໄດ້ສົ່ງຜົນກະທົບຕໍ່ສຸຂພາບຂອງປະຊາຊົນ ແລະ ສິ່ງແວດລ້ອມ ເຊັ່ນ, ໃນປີ 2016 ກັມມະກອນທີ່ເຮັດວຽກຢູ່ສວນກ້ວຍ ຢູ່ແຂວງບໍ່ແກ້ວ ໄດ້ເສັຽຊີວິດ ເຈົ້າຂອງສວນກ້ວຍ ທີ່ເປັນຄົນຈີນ ໄດ້ເງິນໃຫ້ຍາດພີ່ນ້ອງ ຂອງຜູ້ເສັຽ ຊີວິດ ພຽງແຕ່ 500 ພັນກີບເທົ່ານັ້ນ. ຕໍ່ມາ, ຣັຖບານໄດ້ອອກຄຳສັ່ງ ເປີດໃຫ້ມີການສຳປະທານ ທີ່ດິນປູກກ້ວຍຄືນ ໃນປີ 2018 ເພື່ອ ເປັນການກະຕຸ້ນ ສົ່ງເສີມການລົງທຶນ.

ນາຍົກຣັຖມົນຕຼີ ໄດ້ອອກຄຳສັ່ງເລກທີ 09 ລົງວັນທີ 2 ກໍຣະກະດາ 2018 ວ່າດ້ວຍ ການຄຸ້ມຄອງໃນການນຳໃຊ້ເນື້ອທີ່ດິນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ແລະ ພືດຊິນິດອື່ນໆ ໃນຂອບເຂດທົ່ວປະເທດ. ຄຳສັ່ງ ຕອນນຶ່ງ ໄດ້ລະບຸ ວ່າ:

“ໃນການປະສານງານກັບພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ, ກະຊວງກະສິກັມ ແລະ ປ່າໄມ້ ຈະຕ້ອງມີມາຕການ ເພື່ອ ແກ້ຜົນກະທົບຈາກການອະນຸມັດ ການເຊົ່າ ຫລື ສຳປະທານ ເນື້ອທີ່ດິນ ທີ່ຜ່ານມາ ລວມທັງຜົນກະທົບຈາກ ໂຄງການລົງທຶນໃໝ່ ທີ່ປູກກ້ວຍ ແລະ ພືດກະສິກັມອື່ນໆ ທີ່ສົ່ງຜົນກະທົບ ຕໍ່ເສຖກິດ ແລະສັງຄົມ ນັບແຕ່ໄດ້ມີການສັ່ງຫ້າມ ໃຊ້ສານເຄມີ ໃນປະຣິມານທີ່ ຫລາຍກ່ວາມາດຖານກຳນົດໄວ້.”

ຄຳສັ່ງຍັງລະບຸອີກວ່າ:

“ໃນການປະສານງານກັບພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ, ກະຊວງກະສິກັມ ແລະ ປ່າໄມ້ ຕ້ອງກັ່ນຕອງ ການລົງທຶນປູກກ້ວຍ ແລະ ພືດຊນິດອື່ນໆ ດ້ວຍມາຕຖານ ການຜລິດກະສິກັມ ທີ່ດີ ແລະ ນະໂຍບາຍກະສິກັມສະອາດ.”

ຕໍ່ມາ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ອອກຄຳແນະນຳ ໃນວັນທີ 30 ເດືອນ ກໍຣະກະດາ 2018 ກ່ຽວກັບການປະຕິບັດຄຳສັ່ງນາຍົກ ໂດຍ ສະເພາະການປູກກ້ວຍ ແລະ ປູກພືດອື່ນໆ ໃນທົ່ວປະເທດ.   
ຄຳແນະນຳ ໄດ້ລະບຸວ່າ:

“ໂຄງການລົງທຶນໄລຍະທີ່ຜ່ານມາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແມ່ນໃຫ້ສືບຕໍ່ ຊຸກຍູ້, ຕິດຕາມ, ກວດກາ ແລະຈົດທະບຽບ ພື້ນທີ່ປູກ ສະຖານທີ່ຫຸ້ມຫໍ່ ຜລິຕພັນ, ສະຖານທີ່ເກັບຮັກສາ, ການນຳ ໃຊ້ຝຸ່ນ ຢາປາບສັດຕຣູພືດ ໃຫ້ຖືກຕ້ອງຕາມເທັກນິກ ວິຊາການ ແລະ ມາຕການສຸຂນາມັຍພືດ ຕາມເງື່ອນໄຂ ການນຳເຂົ້າຂອງປະເທດ ປາຍທາງ. ສຳລັບໂຄງການທີ່ໄດ້ຮັບອະນຸຍາດ ຫລື ດຳເນີນການ ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ນຳໃຊ້ຢາປາບສັດຕຣູພືດ ທີ່ຍົກເລີກນໍາໃຊ້ໃນ ສປປລາວ ແມ່ນໃຫ້ຊອກຫາມາຕການ ແລະ ວິທີການ ແກ້ໄຂ ທີ່ເໝາະສົມ ໃນແຕ່ລະທ້ອງຖິ່ນ ບົນພື້ນຖານ ລະບຽບກົດໝາຍ.”

ຄຳແນະນຳ ລະບຸອີກວ່າ:

“ໂຄງການລົງທຶນໃໝ່ ໃຫ້ປະກອບບົດວິພາກເສຖກິດ ເຕັກນິກການປູກພືດ ໂດຍຜ່ານການຢັ້ງຢືນ ຈາກກົມປູກຝັງ ຫລື ຜແນກກະສິກັມ ແລະ ປ່າໄມ້ແຂວງ, ນະຄອນຫຼວງຕາມຂນາດ ແລະ ມູນຄ່າການລົງທຶນ ພ້ອມທັງປະຕິບັດກົດໝາຍ ແລະລະບຽບການກ່ຽວຂ້ອງຢ່າງ ເຂັ້ມງວດ.”

ເຖິງຢ່າງໃດກໍຕາມ, ການຫ້າມ ແລະ ການຄວບຄຸມການໃຊ້ສານເຄມີ ຢູ່ໃນສວນກ້ວຍ ຍັງເປັນສິ່ງທີ່ ທ້າທາຍ ແລະ ເປັນບັນຫາທີ່ຈະຕ້ອງ ກວດກາ ຍ້ອນວ່າ ກ້ວຍຊນິດທີ່ນຳປາມາປູກຢູ່ ປະເທດລາວ ເປັນກ້ວຍຊນິດທີ່ຕ້ອງໃຊ້ປຸ໋ຍ ແລະ ຢາປາບສັດຕູພືດຫລາຍ ເພື່ອໃຫ້ສາມາດ ອອກຜົນຜລິດຕາມ ທີ່ຜູ້ລົງທຶນຕ້ອງການ.

ນອກຈາກນີ້ ຈຳນວນບຸຄລາກອນ ທີ່ມີຄວາມສາມາດ ກໍຍັງມີຂໍ້ກຳກັດ, ເຈົ້າໜ້າທີ່ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຄົນດຽວກັນໄດ້ກ່າວວ່າ:

“ສິ່ງທ້າທາຍອັນນັ້ນມັນກະມີ ບຸຄລາກອນຂອງເຮົາ ຄວາມອາດສາມາດວ່າ ຊິລົງໄປກວດສວນກ້ວຍຫັ້ນ ການເກັບກຳຂໍ້ມູນບໍ່ ການເກັບກຳ ສານເຄມີ ການເກັບກຳວ່າ ຊາວສວນປະຕິບັດ ຜູ້ລົງທຶນເຮັດໄດ້ດີ ຕາມຄູ່ມືບໍ່ ມັນຍັງເປັນສິ່ງທ້າທາຍ ຈຶ່ງວ່າແຕ່ວ່າທາງພາກຣັຖເຮົາຍັງ ແຕ່ວ່າ ບຸຄລາກອນທີ່ມີຄວາມຮູ້ ຄວາມສາມາດໃນດ້ານນີ້ ຍັງບໍ່ທັນພຽງພໍ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມອີກວ່າ:

“ຖ້າວ່າ ໝາກກ້ວຍຢາກໃຫ້ມັນຍືນຍົງ ເຮົາຕ້ອງເບິ່ງໄລຍະຍາວ ນຶ່ງເລື່ອງສັນຍາ, ສອງ ສິ່ງແວດລ້ອມ ແລະສຸຂພາບ ແລະກໍເອົາເລື້ອງ ກົດໝາຍ ແຮງງານມາໃສ່ນຳ ຕໍ່ສຸຂພາບຂອງເຂົາເຈົ້າ ເຮົາຕ້ອງມາເບິ່ງ ເລື້ອງແຮງງານ ແລະ ສວັດດີການແນວນີ້.”

ອີງຕາມຂໍ້ມູນຈາກກະຊວງກະສິກັມ ແລະປ່າໄມ້ ໃນປີ 2015, ຢູ່ແຂວງຜົ້ງສາລີ, ແຂວງອຸດົມໄຊ, ຫລວງນ້ຳທາ, ບໍລິຄຳໄຊ, ສາລະວັນ ມີການປູກກ້ວຍທັງໝົດ 27 ພັນເຮັກຕາ. ນອກຈາກນີ້ຍັງມີການປູກກ້ວຍ ຢູ່ແຂວງບໍ່ແກ້ວທັງໝົດ 11 ພັນເຮັກຕາ. ລວມທັງໝົດເປັນ 38 ພັນເຮັກຕາ.

ແຕ່ບໍ່ລວມຂໍ້ມູນໃຫ້ສຳປະທານໃໝ່ ຢູ່ໃນແຂວງດັ່ງກ່າວ ແລະຂໍ້ມູນໃຫ້ສຳປະທານ ປູກກ້ວຍໃໝ່ຢູ່ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ແລະ ແຂວງອັດຕະປື.

ນອກຈາກນີ້, ຂໍ້ມູນຈາກ ສະຖາບັນວິຈັຍກະສິກັມ ແລະ ປ່າໄມ້ແຫ່ງຊາດ ຫຼື NAFRI ຍັງຊີ້ໃຫ້ເຫັນວ່າ ມີການໃຊ້ຢາປາບສັດຕູພືດ, ປຸ໋ຍ ເຄມີ, ອາຫານພືດ ປະເພດກ້ວຍ, ຢາຂ້າແມງໄມ້, ອາຫານເສີມອື່ນໆ ໃນຂະບວຍການຜລິດ ທັງປະມານ 40 ຄັ້ງ ຕໍ່ລະດູການຜລິດນຶ່ງ ແລະ ມີການໃຊ້ສານເຄມີຢູ່ໃນສວນກ້ວຍແຕ່ 100-140 ຊນິດ ຍ້ອນວ່າ ຕົ້ນກ້ວຍ ເກີດພຍາດໄດ້ງ່າຍ ໂດຍສະເພາະ ເຊື້ອພຍາດຢູ່ດິນ ແລະ ຢູ່ໃນອາກາດ.

ເຕັມຫນ້າ