ອົງການສິ່ງແວດລ້ອມໂລກ ຮຽກຮ້ອງ ຊາວໂລກ

ມະນີຈັນ
2020.06.05
F-TRash ຊາວເມືອງວັງວຽງ ເວົ້າວ່າ: ຫຼາຍໆແຂວງໃນລາວ ມີໂຕຢ່າງກອງຂີ້ເຫຍື້ອ ຖືກຖິ້ມແບບຊະຊາຍມັກງ່າຍ ຊຶ່ງທໍາລາຍເຮົາເອງ ແລະຜູ້ອື່ນ ໃນໄລຍະສັ້ນ ແລະໄລຍະຍາວ,
ນັກຂ່າວພົລເມືອງ

ໃນໂອກາດວັນ ສິ່ງແວດລ້ອມສາກົລ ຫລື World Environment Day ວັນທີ 5 ມິຖຸນາ 2020 ນີ້, ອົງການສິ່ງແວດລ້ອມໂລກ ຮຽກຮ້ອງ ໃຫ້ຣັຖບານປະເທດຕ່າງໆ ປົກປ້ອງປ່າ ແລະ ຊຸກຍູ້ໃຫ້ເຍົາວະຊົນ ມີຈິດສໍານຶກ ໃນການປົກປັກຮັກສາ ສິ່ງແວດລ້ອມ ຕາມຄໍາຂັວນໃນວັນ ສິ່ງແວດລ້ອມ ສາກົລ ໃນປີນີ້ຄື: ເຖິງເວລາແລ້ວທີ່ຕ້ອງໃສ່ໃຈທັມມະຊາດ.

ສໍາລັບຢູ່ປະເທດລາວ ກໍມີບັນຫາເຣື່ອງສິ່ງແວດລ້ອມ ຮວມທັງອາກາດເປັນ ມົລພິດ ຊຶ່ງຢູ່ນະຄອນຫລວງວຽງຈັນ ກໍມີບັນຫາຄັວນພິດ PM2.5 ຈາກໂຮງງານ ອຸດສາຫະກັມ ແລະ ຈາກທໍ່ໄອເສັຽຣົດຍົນ ຍ້ອນມີ ການໃຊ້ຣົດຈັກ ຣົດໃຫຍ່ ຫຼາຍຂຶ້ນ, ໂຮງຈັກໂຮງງານ ອຸດສາຫະກັມ ກໍເຮັດການຜລິດຫຼາຍຂຶ້ນ, ຂນະທີ່ປ່າໄມ້ໃນ ປະເທດລາວ ຫລຸດໜ້ອຍລົງ ບໍ່ມີຕົ້ນໄມ້ດູດສານພິດ ຄາຍຮ້ອນ ແລະ ຜລິດອາກາດ ບໍຣິສຸດ, ອີງຕາມຄໍາເວົ້າ ຂອງນັກສຶກສາ ປີທີ 2 ຄະນະກະເສດສາດ ມະຫາວິທຍາລັຍແຫ່ງຊາດລາວ ຕໍ່ RFA ເນື່ອງ ໃນວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ນີ້:

“ໃນຕໍ່ໜ້າ ປະຊາຊົນກໍເພີ່ມຂຶ້ນ ຜູ້ໃດກໍໃຊ້ຣົດຈັກ ຣົດຍົນຫຼາຍຂຶ້ນ ແລ້ວໂຮງງານກໍເພີ່ມຂຶ້ນ ໜ້າເປັນຫ່ວງຫຼາຍ ແລ້ວປ່າໄມ້ກໍຖືກຕັດ, ເຂົາທໍາຣາຍໄປເນາະ ມັນກໍຈະບໍ່ມີຜູ້ຜລິດອາກາດ ບໍຣິສຸດໃຫ້ເຮົາ. ປະມານ 10 ປີ ຫລັງ ຫລື 20 ປີ ຫລັງມານີ໊ ປະເທດລາວ ກວມ ເນື້ອທີ່ປ່າໄມ້ 75% ເນາະແຕ່ດຽວນີ້ ເຫຼືອແຕ່ 40 ປາຍເປີເຊັນ ຖ້າມັນຫຼາຍໆຄົນຊ່ວຍກັນ ພາກັນໄປປູກຕົ້ນໄມ້ທົດແທນ ຮັກສາມັນ ນ້ອງວ່າມັນສິຍັງ ຄົງໂຕ ຢູ່ນໍາເຮົາ.”

ພາບ ໄຟໄໝ້ປ່າສງວນ ພູຫີຜີ ແຂວງອຸດົມໄຊ

ຊາວບ້ານທີ່ອາສັຍຢູ່ບ້ານນໍ້າຫລ້າ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເວົ້າວ່າ ບັນຫາໄຟໃໝ້ລາມ ປ່າສງວນແຫ່ງຊາດ ຢູ່ບ້ານນໍ້າຫຼ້າ -ຂົວສູງ ແຕ່ວັນທີ 8 ມິນາ ຫາ ວັນທີ 4 ເມສາ ຜ່ານມາ ຖືວ່າໜ້າວິຕົກ ກັງວົນໃຈຫຼາຍ.

ແລະຖ້າເກີດໄຟໃໝ້ປ່າ ແນວນີ້ຕື່ມ ໃນປີໜ້າ ກໍອາຈເຮັດໃຫ້ສັດປ່າສງວນ ແລະພືດພັນນາໆຊນິດ ທີ່ເປັນຢາສມຸນໄພປົວພຍາດ ສູນພັນໄປ. ເຖິງເວລາແລ້ວ ທີ່ຕ້ອງປູກຕົ້ນໄມ້ທົດແທນ ແລະປູກຈິດສໍານຶກ ໃຫ້ຊາວບ້ານ ແລະ ເຍົາວະຊົນ ໃຫ້ຮັກປ່າໄມ້:

“ໜ້າວິຕົກແຫຼະ ຕໍ່ໜ້າຄັນວ່າໄຟໃໝ້ປ່າແນວນີ້ ຕລອດຫັ້ນນ່າເນາະ. ໃນຕໍ່ໜ້າ ມັນກໍເຮັດໃຫ້ສູນເສັຽເນາະ ຖືວ່າສັດທີ່ວ່າໃກ້ຈະສູນພັນມັນ ກໍສິດັບສູນໄປ ຫັ້ນເນາະ. ພືດພັນນາໆຊນິດ ເປັນຢາບໍ່ ມັນກໍສູນພັນໄປ ນໍາ. ອັນທີ 1 ເຮົາກໍຕ້ອງປູກຈິດສໍານຶກ ອະນຸຂົນ ເຍົາວະຊົນ ພໍ່ແມ່ປະຊາຊົນ ບໍ່ໃຫ້ໄປລ່າສັດ ບໍ່ໃຫ້ໄປຈູດປ່າຊະຊາຍ ບໍ່ໃຫ້ໄປເອົາເຜີ້ງຫັ້ນແຫລະ.”

ຊາວບ້ານໂພນວຽງ ເມືອງວັງວຽງ ແຂວງວຽງຈັນ ເວົ້າວ່າ ໃນວັນສິ່ງແວດລ້ອມໂລກ ປີນີ້ສໍາລັບທ່ານແລ້ວ ເຫັນວ່າ ບັນຫາສນາມຖິ້ມຂີ້ ເຫຍື້ອຢູ່ບ້ານໂພນວຽງ ຖືເປັນເຣື່ອງ ທີ່ໜ້າກັງວົນ ຍ້ອນຂີ້ເຫຍື້ອ ທຸກປະເພດ ທັງທີ່ເປັນພິດ ແລະ ບໍ່ເປັນພິດ ກອງຢູ່ຮວມກັນ ເຮັດໃຫ້ ນໍ້າຂີ້ເຫຍື້ອ ເຫລົ່ານັ້ນ ໄຫລລົງດິນໄປສູ່ຫ້ວຍນໍ້ານ້ອຍ ທີ່ຊາວບ້ານໃຊ້ ຊຶ່ງຈະມີຜົລກະທົບ ຕໍ່ຊາວບ້ານໃນໄລຍະຍາວ:

“ໜ້າເປັນຫ່ວງ ກໍເວົ້າເຣື່ອງສນາມເນາະ. ສນາມເຂົາເຈົ້າ ບໍ່ໄດ້ມາຕຖານເພາະວ່າ ຊ່ວງນຶ່ງມີຊ່ຽວຊານ ເຂົາເຈົ້າມາກວດ ເຂົາວ່ານໍ້າຢູ່ ແຖວນັ້ນນະ ບໍ່ສາມາດກິນໄດ້ ເຂົາບອກວ່າມັນມີສິ່ງ ເຈືອປົນ ມາຈາກສນາມ ຫັ້ນແຫລະ. ກໍໃກ້ບ້ານມັນອາຈຊຶມ ເພາະວ່າປະຊາຊົນ ແຖວນັ້ນເຂົາໃຊ້ນໍ້າສ້າງເດ໋ເນາະ. ແນ່ນອນ ຜົລກະທົບມັນກໍມີຍາວນານ ຫັ້ນແຫລະ.”

ການເພີ້ມຂຶ້ນ ຂອງການນໍາໃຊ້ ຢາປາບສັດຕຣູພືດ ໃນ ສປປລາວ ໄດ້ສົ່ງຜົນກະທົບຕໍ່ ສຸຂພາບຂອງຄົນ ແລະສິ່ງແວດລ້ອມ

ເນື່ອງໃນວັນສິ່ງແວດລ້ອມສາກົລ ທີ 5 ມິຖຸນາ 2020 ນີ້ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງໄຊ ແຂວງອຸດົມໄຊ ກ່າວວ່າ ທາງຫ້ອງການ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຍົາວະຊົນ ຈັດກິຈກັມປູກຕົ້ນໄມ້ໃຫຍ່ ຢູ່ໂຮງຮຽນ ພາຍໃນເມືອງ ເປັນຕົ້ນໄມ້ດູ່ ໄມ້ແຕ້ຄ່າ ເພື່ອໃຫ້ນັກຮຽນ ຊ່ວຍຫົດໃຫ້ເຕີບໃຫຍ່ ເພື່ອທົດແທນປ່າໄມ້ ທີ່ຖືກໄຟລາມປ່າໃໝ້ ຂນະທີ່ ສະພາບແວດລ້ອມ ຢູ່ເຂດເມືອງໄຊ ໜ້າເປັນຫ່ວງ ພາຍຫລັງ ເມືອງໄຊ ສູນເສັຽພື້ນທີ່ປ່າສງວນ ແຫ່ງຊາດ ແລະ ປ່າຜລິດແຫ່ງຊາດ ທັງໝົດ 36 ພັນ ປາຍເຮັກຕາ ຈາກເຫດໄຟໄໝ້ລາມປ່າ ເມື່ອຕົ້ນເດືອນ ມິນາ ທີ່ຜ່ານມາ.

ດັ່ງນັ້ນຈຶ່ງຕ້ອງປູກຈິດສໍານຶກ ໃຫ້ເຍົາວະຊົນລູກຫຼານ ເອົາໃຈໃສ່ປູກຕົ້ນໄມ້ໃນປີນີ້ ຕາມແຜນຂອງຫ້ອງການກະສິກັມແລະປ່າໄມ້ເມືອງໄຊ:

“ກໍໜ້າເປັນຫ່ວງຢູ່ ແຕ່ວ່າພວກເຂົາເຈົ້າ ກະສິກັມ ເຂົາເຈົ້າມີທິດທາງ ປູກຟື້ນຟູໃໝ່. ກິຈກັມປູກຕົ້ນໄມ້ ພາເຍົາວະຊົນ ອານຸຊົນແມ່ນຫຍັງ ປູກຕົ້ນໄມ້.”

ໃນຂນະດຽວກັນເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວ ວ່າພາຍໃນນະຄອນໄກສອນ ນີ້ຈະຈັດ ກິຈກັມ ປູກຕົ້ນໄມ້ ອະນາມັຍ ຂີ້ເຫຍື້ອ ຮ່ອງລະບາຍນໍ້າ ເນື່ອງໃນ ວັນສິ່ງແວດລ້ອມ ສາກົລ ໃນອາທິດໜ້າ ໂດຍມີສ່ວນຮ່ວມ ຂອງທຸກພາກສ່ວນ ພາຍໃນນະຄອນ.

ເຣື່ອງບັນຫາສິ່ງແວດລ້ອມ ນະຄອນໄກສອນພົມວິຫານ ຖືວ່າຍັງບໍ່ໜ້າເປັນຫ່ວງ ເນື່ອງຈາກວ່າ ທຸກພາກສ່ວນໄດ້ປະກອບສ່ວນ ເປັນຢ່າງ ດີໃນການຮັກສາສິ່ງແວດລ້ອມ:

“ບໍ່ມີຫຍັງທີ່ເປັນໜ້າໜັກໜ່ວງ ເພາະວ່າ ມີຣະບົບການຈັດການດີ. ວັນສິ່ງແວດລ້ອມນີ້ ເພິ່ນກໍາລັງກະກຽມວ່າ ສິໄປຈັດຢູ່ເຊໂປນ ເກັບຂີ້ ຫຍອກຂີ້ເຫຍື້ອ ອະນາມັຍປ່າໄມ້ ແຄມທາງ ແລ້ວກໍປູກຕົ້ນໄມ້ ໂດຍການມີ ສ່ວນຮ່ວມ ຂອງໝົດທຸກຄົນ.”

ການຈູດປ່າ ຖາງປ່າແລ້ວຈູດ ເຮັດໄຮ່ໃສ່ນາ ເປັນບັນຫາ ທີ່ຮ້າຍແຮງ ຂື້ນນັບມື້ ປະສົມກັບ ມີການ ໂຍກຍ້າຍ ປະຊາຊົນ ອອກສູ່ເຂດ ຊົນນະບົດ ຫລາຍຂຶ້ນ

ນັກສິ່ງແວດລ້ອມໃນລາວ ທ່ານນຶ່ງ ໄດ້ໃຫ້ຄວາມເຫັນ ແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນສິ່ງແວດ ລ້ອມໂລກ ປີນີ້ວ່າ ບັນຫາທ້າທາຍ ກ່ຽວກັບສິ່ງແວດລ້ອມ ໃນລາວ ນອກຈາກໄຟໄໝ້ປ່າ ແລະ ຂີ້ເຫຍື້ອແລ້ວ, ກໍຍັງແມ່ນທັສນະ ຄະຕິ ແລະ ຈິຕສຳນຶກ ຂອງຊາວລາວ ທີ່ຍັງບໍ່ທັນເຂົ້າໃຈວ່າ ການໃຊ້ຊີວິຕປະຈຳວັນ ແບບຟຸມເຟືອຍ ຂອງພວກເຂົາ ກໍເປັນສ່ວນນຶ່ງ ໃນການທຳຣາຍ ສິ່ງແວດລ້ອມ, ເປັນຕົ້ນ ແມ່ນການໃຊ້ ສິນຄ້າຕ່າງໆ ແລະ ການສ້າງເສດອາຫານ ເພາະກ່ອນຈະໄດ້ອາຫານ ແລະ ສິນຄ້າເຫຼົ່ານັ້ນ ຂະບວນການຂອງມັນໄດ້ ທຳຣາຍສິ່ງແດວລ້ອມຫຼາຍສົມຄວນ:

“ຍັງກ່ຽວຂ້ອງກັບທັສນະຄະຕິ. ທັສນະຄະຕິ ດ້ວຍຄວາມທີ່ເຂົາເຈົ້າຄຶດວ່າ ສິ່ງແວດລ້ອມ ກະຊິແມ່ນ ເວົ້າເຣື່ອງຂອງປ່າໄມ້ ລະ ສິ່ງທີ່ວ່າ ເປັນຕົ້ນໄມ້ອີ່ຫຍັງຊື່ໆຊີ້ນ່າ. ເຂົາເຈົ້າຍັງບໍ່ທັນເຂົ້າໃຈວ່າ ສິ່ງແວດລ້ອມ ເຊັ່ນວ່າການ ເວົ້າເຣື່ອງຂອງເຄື່ອງທັນສມັຍ ຫຼືວ່າເວົ້າເຣື່ອງຂອງ ເສດອາຫານ ຈັ່ງຊີ້ນ່າ. ເຂົາເຈົ້າຍັງບໍ່ໄດ້ ຕະໜັກເຖິງຂັ້ນນັ້ນ.”

ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນ ທີ່ທຸກພາກສ່ວນ ໃນສັງຄົມ ຈະຕ້ອງໄດ້ຮ່ວມກັນ ແກ້ໄຂບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.