ສາ​ເຫດຊົດເຊີຍ ເຂື່ອນແຕກ ສນາມໄຊ ຫຼ້າຊ້າ

ສຸພັດຕາ
2019.11.22
ສ​ະ​ພາບ​ເຮືອນ​ຊານ​ຂອງ​ປະ​ຊາ​ຊົນ ທີ່​ຖືກ​ນ້ຳ​ຈາກ ​ເຂື່ອນເຊ​ປຽນ​-ເຊ​ນ້ຳ​ນ້ອຍ ​ແຕກ ພັດ​ໃສ່​ເຮືອນ​ຊານ​ເສັຽ​ຫາຍ (ຮູບ​ຖ່າຍ​ເມື່ອ​ເດືອນ​ກຸມ​ພາ ປີ 2019)
RFA/Korean CSO group

ທ່ານ ຄໍາມະນີ ອິນທິລາດ, ຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ວ່າ ຣັຖບານ ກຽມຈະຊົດເງິນທັງໝົດ ໃຫ້ກັບປະຊາຊົນເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບຈາກເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ.

ປະຈຸບັນ, ຣັຖບານກໍາລັງສັງລວມຂໍ້ມູນຢ່າງຣະອຽດ ເພື່ອການຊົດເຊີຍ ໃຫ້ຍຸຕິທັມກັບທຸກຝ່າຍ ແລະ ບໍ່ໃຫ້ຝ່າຍໃດຝ່າຍນຶ່ງເສັຽຜົລປໂຍດ. ສະນັ້ນ, ຈຶ່ງເກີດຄວາມລ່າຊ້າ, ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

ສາເຫດຂອງການຊັກຊ້າ ກໍຍ້ອນການເກັບກໍາຂໍ້ມູນຄາດເຄື່ອນກັນຫຼາຍ, ດ້ານລາຄາສູງ. ສະນັ້ນ, ຈຶ່ງໄດ້ມີການວ່າຈ້າງ ບໍຣິສັດທີ່ປຶກສາ ມາກວດຄືນໃໝ່ ເພື່ອຄວາມຍຸຕິທັມ ທັງສອງຝ່າຍ.

ທ່ານກ່າວຕື່ມວ່າ ດຽວນີ້, ບໍຣິສັດ ຊັບສາມັກຄີ ປະກັນພັຍ, ເຊິ່ງເປັນບໍຣິສັດປະກັນພັຍ ໃຫ້ກັບໂຄງການ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໄດ້ລົງກວດກາ ແລະ ປະເມີນຄວາມເສັຽຫາຍໃນພື້ນທີ່ ທີ່ໄດ້ຮັບຜົລກະທົບ ສໍາເຣັຈແລ້ວ, ໂດຍບໍຣິສັດປະກັນພັຍ ຈະຊົດເຊີຍໃຫ້ 54 ລ້ານໂດລ້າສະຫະຣັຖ ແລະ ບໍຣິສັດປະກັນພັຍ ໄດ້ໂອນເງິນເຂົ້າບັນຊີຣັຖບານລາວແລ້ວ ຈໍານວນເກືອບ 50 ລ້ານໂດ​ລ້າ​ສະ​ຫະ​ຣັ​ຖ. ແຕ່ຣັຖບານ ຍັງບໍ່ທັນກໍານົດວ່າ ມື້ໃດຈະເຣີ່ມຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນທີ່ຮັບຜົລກະທົບນັ້ນເທື່ອ.

ນອກຈາກເຣື້ອງຄ່າຊົດເຊີຍນັ້ນແລ້ວ, ທ່ານ ຄໍາມະນີ ຍັງໄດ້ຣາຍງານອີກວ່າ ມີປະຊາຊົນຈໍານວນນຶ່ງ ຕ້ອງການເງິນຊົດເຊີຍຈາກຣັຖບານ ເພື່ອໄປສ້າງເຮືອນຢູ່ບ່ອນໃໝ່, ໂດຍບໍ່ຍອມໄປຢູ່ບ້ານຈັດສັນ ທີ່ທາງການກຽມຈະສ້າງໃຫ້ໃນອີກບໍ່ດົນນີ້.

ກ່ຽວກັບເຣື້ອງທີ່ວ່ານີ້, ປະຊາຊົນ ບ້ານໃໝ່, ເມືອງສນາມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຕ້ອງການເງິນຊົດເຊີຍຈາກຣັຖບານ ເພື່ອອອກໄປຫາສ້າງເຮືອນຢູ່ບ່ອນອື່ນ ຍ້ອນຢ້ານເຂື່ອນແຕກ ຊໍ້າຮອຍອີກ. ເຫດການດັ່ງກ່າວ ໄດ້ເຮັດໃຫ້ ສູນເສັຽຄົນພາຍໃນຄອບຄົວໄປ:

ຄິດວ່າ ບໍ່ຢາກຢູ່ແລ້ວ ຢ້ານມັນຊິເປັນອີກ ຢ້ານຄັນຢູ່ມີຄວາມສ່ຽງແນວນີ້ ກໍບໍ່ຢາກຢູ່ແລ້ວ ຄິດຮອດຢູ່ດອກບ້ານເມືອງ, ມີແຕ່ເສດເຫຼັກເສດຫຍັງ ມັນຍັງຫາກິນບໍ່ໄດ້ ກໍຊິເວົ້າບໍ່ຢາກຢູ່ ຄືໄປຢູ່ບ້ານຈັດສັນ ແຖວສນາມໄຊ ແຖວນັ້ນ ກໍອາຊີບເຮົາບໍ່ມີ ບໍ່ໄດ້ມີເງິນກິນເງິນເດືອນ ນາເຮັດກໍນາເຂົາໝົດ ກໍຍັງຄິດກັງວົນໃຈ ບໍ່ຈັກຊິຢູ່ໃສ.

ປະຊາຊົນບ້ານສົ້ມປ່ອຍ, ເມືອງສນາມໄຊ ຊຶ່ງເປັນບ້ານນຶ່ງ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິກາ ນີ້ວ່າ ທາງການ ກໍລົງມາປະເມີນຄວາມເສັຽຫາຍ ແລະ ຖ່າຍຮູບເປັນຫຼັກຖານຫຼາຍເທື່ອແລ້ວ, ແຕ່ມາຮອດປະຈຸບັນ ປະຊາຊົນທຸກຄອບຄົວ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ:

ບໍ່...ບໍ່ທັນໄດ້ ເສັຽຫາຍຄວາຍ, ງົວ ມັນຕາຍ ເປັນຣົດເປັນນາ ມັນນໍ້າຖ້ວມ ມັນຫຼຸບມັນຕາຍຫັ່ນເດ້. ກໍບອກວ່າຊິຊົດເຊີຍ ຫາກບໍ່ເຫັນຈັກເທື່ອ ເຫັນຕັ້ງແຕ່ເມືອງລົງມາຖ່າຍຮູບ, ຫັ່ນແຫຼະ, ແຕ່ວ່າເງິນຫັ້ນ ຍັງບໍ່ທັນໄດ້.

ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ກໍາລັງຢູ່ໃນຂັ້ນຕອນຫາລືກັນ ຣະຫວ່າງ ຣັຖບານລາວ ວ່າຈະຊົດເຊີຍໃຫ້ປະຊາຊົນ ໃນຮູບແບບໃດ ເພື່ອໃຫ້ເກີດຄວາມຍຸຕິທັມທີ່ສຸດ ຄາດວ່າອີກບໍ່ດົນ ຈະຮູ້ຣາຍຣະອຽດ:

ຣາຍງານໃຫ້ຂັ້ນເທິງແລ້ວລະ ຄັນຕົກລົງແນວໃດ ກໍປະຕິບັດຕາມນັ້ນແຫຼະ, ກໍຄົ້ນຄວ້າກັນຢູ່ວ່າ ຊິໃຊ້ເວລາດົນປານໃດ ເພິ່ນຕົກລົງແນວໃດ ກໍແນວນັ້ນ.

ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ເກີດຂຶ້ນໃນວັນທີ 23 ເດືອນກໍຣະກະດາ ປີ 2018, ເຮັດໃຫ້ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ມີຜູ້ເສັຽຊີວິດ 71 ຄົນ ແລະ 6,000 ປາຍຄົນ ທີ່ໄດ້ຮັບຜົລກະທົບ, ອີງຕາມຂໍ້ມູນຈາກ ເຈົ້າເມືອງ ເມືອງສນາມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.