ອົງການ ສືບສວນ ດ້ານ ສິ່ງ ແວດລ້ອມ ທີ່ ມີ ສຳນັກງານ ຢູ່ ປະເທດ ອັງກິດ ໄດ້ ຮຽກຮ້ອງ ໃຫ້ມີ ການ ລົງໂທດທາງ ການຄ້າ ຕໍ່ ສປປລາວ ໃນຖານ ຄ້າ ສັດປ່າ ທີ່ ຕ້ອງຫ້າມ ຊື່ງ ເປັນການ ຝ່າຝຶນ ສົນທິ ສັນຍາ ສາກົນ ກ່ຽວກັບ ການຄ້າ ສັດປ່າ ທີ່ ໃກ້ຈະສູນ ພັນ ໃນໂລກ ໃນເຂດ ເສຖກິດ ພິເສດ ທີ່ ແຂວງ ບໍ່ແກ້ວ ຂອງ ສປປລາວ.
ອີງຕາມ ການ ສືບສວນ ຂອງ ອົງການ ດັ່ງກ່າວ ຮ່ວມກັບ ອົງການ ສຶກສາ ແລະ ທັມມະຊາດ ວຽດນາມ ພົບວ່າ ພື້ນທີ່ 3 ພັນ ເຮັກຕາ ໃນເຂດ ເສຖກິດ ພິເສດ ສາມ ຫລ່ຽມຄຳ ແຂວງ ບໍ່ແກ້ວ ສປປລາວ ກາຍເປັນ ເຂດ ທີ່ບໍ່ມີ ກົດຫມາຍ ຄຸ້ມ ຄອງ. ມີການຂາຍ ອາຫານ ທີ່ ປຸງແຕ່ງ ດ້ວຍ ຊິ້ນສ່ວນ ສັດປ່າ ທີ່ ຜິດ ກົດຫມາຍ ຢ່າງ ເສຣີ ບໍ່ເກງຂາມ ຕໍ່ ກົດໝາຍ ໃດໆ.
ອົງການ ສືບສວນ ດ້ານ ສິ່ງ ແວດລ້ອມ ໄດ້ພົບເຫັນ ເສືອໂຄ່ງ ທີ່ ຍັງມີ ຊີວິດ ຢູ່ໃນ ກົງຂັງ ໃນ ຮ້ານຄ້າ ແຫ່ງນຶ່ງ ແລະ ໃນ ບໍຣິເວນ ກາຊີໂນ ກໍໄດ້ ພົບເຫັນ ການຂາຍ ເຫລົ້າ WINE ເຮັດດ້ວຍ ກະດູກ ເສືອ ແລະ ຊີ້ນ ສັດປ່າ ທີ່ ໃກ້ ສູນພັນ.
ໃນຮ້ານ ອາຫານ ແຫ່ງນຶ່ງ ມີການ ບໍຣິການ ອາຫານ ປະເພດ ຕີນຫມີ ຫລິນ ຈີກ້ຽມ ງູ ແລະ ເຕົ່າ ທີ່ ຄົນຈີນ ຖືວ່າເປັນ ອາຫານ ອາຍຸ ວັທນະ ເພີ້ມ ກຳລັງ. ນອກຈາກນັ້ນ ອົງການ ສືບສວນ ດ້ານ ສິ່ງ ແວດລ້ອມ ຍັງໄດ້ ພົບເຫັນ ງູເຫລືອມ ໂຕເປັນໆ ຢູ່ ໃນກົງຂັງ ແລະ ພ້ອມທີ່ ຈະ ຖືກຂ້າ ເພື່ອ ເປັນ ອາຫານ ຂອງ ລູກຄ້າ.
ອົງການ ສິ້ງຊອມ ດ້ານ ສິ່ງ ແວດລ້ອມ ໄດ້ ຮຽກຮ້ອງ ໃຫ້ ມີການ ລົງໂທດ ດ້ານ ການຄ້າ ຕໍ່ ສປປລາວ ກ່ຽວກັບ ການ ກະທຳ ຂອງຈີນ ໃນ ແຂວງ ບໍ່ແກ້ວ ແລະ ຍັງໄດ້ ຮຽກຮ້ອງ ໃຫ້ ຈີນ ສືບສວນ ກ່ຽວກັບ ການພົວພັນ ຣະຫວ່າງ ນັກ ທຸຣະກິດ ຈີນ ແລະ ພວກ ດໍາເນີນ ການຄ້າ ໃນເຂດ ເສຖກິດ ພິເສດ ກັບ ກຸ່ມຄ້າ ສັດປ່າ ທີ່ ຜິດ ກົດຫມາຍ ໃນ ສປປລາວ ພະມ້າ ແລະ ຈີນ ແລະ ການ ຮ່ວມມື ກັບ ກຸ່ມ ຄ້າສັດປ່າ ທີ່ ຜິດ ກົດຫມາຍ ສາກົນ ນຳອີກ.
ໃນ ຣາຍງານ ຍັງໄດ້ ຮຽກຮ້ອງ ໃຫ້ ຣັຖບານລາວ ສືບສວນ ແລະ ຍຶດ ຊິ້ນສ່ວນ ສັດປ່າ ທີ່ ຜິດ ກົດຫມາຍ ອອກຈາກ ສະຖານທີ່ ດັ່ງກ່າວ.
