ຊົນເຜົ່າຊຽງຂວາງຍ້າຍລົງ ທົ່ງພຽງ

ສິດນີ
2014.05.01
f-xiengkhuang ຊາວບ້ານ ຫາເຊົ້າກິນຄໍ່າ ໃນແຂວງ ພາກເໜືອ ຂອງລາວ
RFA/VS

 

ເຈົ້າຫນ້າທີ່ ແຂວງ ຊຽງຂວາງ ທ່ານນຶ່ງ ເວົ້າວ່າ ໃນ ປັດຈຸບັນ ແຂວງ ຊຽງຂວາງ ໄດ້ ໂຍກຍ້າຍ ຊົນເຜົ່າ ຈາກພູດອຍ ລົງມາຢູ່ ທົ່ງພຽງ ຕາມເຂດ ຕ່າງໆ ຫມົດແລ້ວ ເພື່ອແກ້ໄຂ ບັນຫາ ການຕັດໄມ້ ຈູດປ່າ ເຮັດໄຮ່ ແລະ ການປູກຝິ່ນ ໃນເຂດ ດັ່ງກ່າວ:

"ສຳເຣັດ ແລ້ວ ໂຕນີ້ ສຳເຣັດ ຫມົດແລ້ວ ບໍ່ມີແລ້ວ ພວກທີ່ ຢູ່ພູຢູ່ຜາ ທີ່ ຄົນຂະເຈົ້າ ທຳລາຍ ປ່າໄມ້ ເຮັດໄຮ່ນັ້ນ ບໍ່ມີ  ເຂົາເຮັດ ມາຕຣອດ ນະນີ້".

ທ່ານກ່າວ ຕື່ມວ່າ ບັນດາ ຊາວເຜົ່າ ທີ່ຍ້າຍລົງມາ ຢູ່ທົ່ງພຽງ ທີ່ທາງການ ຈັດສັນ ໃຫ້ນັ້ນ ອາສັຍຢູ່ ໃນ ຫລາຍເມືອງ ແຕ່ຍັງ ບໍ່ມີຕົວເລກ ແນ່ນອນ ເທື່ອວ່າ ມີຈັກຄົນ ແທ້ ກຸ່ມຊົນເຜົ່າ ກຸ່ມນີ້ ສ່ວນໃຫຍ່ ປະກອບ ອາຊີບ ກະສິກັມ ບາງຄົນ ກໍຄ້າຂາຍ ຫລື ຜລິດສິນຄ້າ ພື້ນເມືອງ ສົ່ງຂາຍ ໃນການສ້າງ ຣາຍໄດ້ ລ້ຽງ ຄອບຄົວ.

ທ່ານວ່າ ເບີ່ງສະພາບ ໂດຍ ທົ່ວໄປ ແລ້ວ ຖືວ່າ ບັນດາ ຊາວເຜົ່າ ທີ່ຍ້າຍ ມານີ້ ມີຊີວີດ ຄວາມເປັນຢູ່ ດີຂື້ນ ມີອາຫານ ການກິນ ສະດວກ ກວ່າ ແຕ່ກ່ອນ ເມື່ອ ຢູ່ພູດອຍ ຂາດແຄນ ອາຫານ ແລະ ທຸກຍາກ. ທາງການ ໄດ້ສົ່ງເສີມ ອາຊີບ ໃຫ້ແກ່ ພວກຂະເຈົ້າ ເພີ້ມອີກ ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ຊຸມຊົນ.

ເຖິງຢ່າງໃດ ກໍຕາມ ທ່ານວ່າ ຊາວເຜົ່າ ບາງຄົນ ບໍ່ມັກຢູ່ ບ່ອນ ຈັດສັນໃຫ້ ໄດ້ໄປ ຫາເຮັດວຽກ ອອກ ແຮງງານ ໃນເຂດ ໃນເມືອງ ຫລື ໃນ ຕ່າງປະເທດ ດັ່ງ ປະເທດໄທ ບາງຄົນ ກໍຕົກເປັນ ເຫຍືື່ອ ຂອງ ຂບວນການ ຄ້າມະນຸດ ຍ້ອນຂາດ ການສຶກສາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.