ໃຊ້ຊ້າງເພື່ອທຸຣະກິດ ຄືການ ທາຣຸນ ຊ້າງ

ມະນີຈັນ
2019.10.08
f-Elephant ພາບຈໍາລອງຂອງໂຄງການ ສູນອະນຸຮັກຊ້າງ ຂອງນັກລົງທຶນຈີນ ຢູ່ແຂວງໄຊຍະບູຣີ
RFA

ນັກອະນຸຮັກຊ້າງເອເຊັຽ ບໍ່ເຫັນດີໃຫ້ນັກທຸຣະກິດ ຈີນ ເອົາຊ້າງມາໃຫ້ນັກທ່ອງທ່ຽວ ຂີ່ຫລິ້ນຢູ່ເຂດເສຖກິດພິເສດ ບຶງທາດຫຼວງນະຄອນຫຼວງ ວຽງຈັນ ຍ້ອນເຫັນວ່າເປັນການທໍຣະມານສັດ ໃນຮູບແບບນຶ່ງ ຊຶ່ງຫລາຍປະເທດ ກໍພຍາຍາມທີ່ຈະບໍ່ໃຫ້ມີ ແລະ ຍັງເຫັນວ່າການເອົາຊ້າງ ມາ ໃຫ້ນັກທ່ອງທ່ຽວ ຂີ່ຫລິ້ນ ເປັນການຫາຜົນປະໂຫຍດທາງທຸຣະກິດ ພຽງເທົ່ານັ້ນ, ອີງຕາມຄໍາເວົ້າຂອງ ທ່ານ Edwin Wiek ເຈົ້າໜ້າທີ່ ມູນນິທິສັດປ່າເພື່ອປ້ອງກັນ ຊ່ວຍເຫລືອ ແລະຟື້ນຟູ ໃນພູມີພາກອາຊຽນ ປະຈໍາ ປະເທດໄທ ຕໍ່ RFA ໃນມື້ວັນທີ 8 ຕຸລາ ນີ້:

"ຫຼັງຈາກໃຫ້ຊ້າງມາຢູ່ໃນເຂດເສຖກິດພິເສດແລ້ວ ຈະຕ້ອງເປັນຊັບສິນຂອງເມືອງຈີນ ທ່ານຄິດວ່າຕໍ່ໄປ ຈະເປັນຊ່ອງຫວ່າງທາງກົດໝາຍ ແນ່ນອນ ຢູ່ແລ້ວ."

ທ່ານ Edwin ເວົ້າວ່າເມື່ອຣັຖບານລາວ ອະນຸຍາດໃຫ້ນັກລົງທຶນຈີນ ເຄື່ອນຍ້າຍຊ້າງໄປສະແດງຕາມສະຖານທີ່ຕ່າງໆໄດ້ຢ່າງເສຣີ ໂດຍບໍ່ມີ ການກວດການັ້ນ ອາດເປັນຊ່ອງຫວ່າງໃຫ້ເກີດ ການຄ້າຊ້າງຜິດກົດໝາຍ ໃນເຂດເສຖກິດພິເສດ ໃນຂັ້ນຕໍ່ໄປ.

ການເອົາຊ້າງມາສະແດງ ມາໄວ້ໃຫ້ນັກທ່ອງທ່ຽວ ຂີ່ ຢູ່ກາງນະຄອນຫຼວງວຽງຈັນ ຈະບໍ່ສົ່ງຜົນດີຕໍ່ຊ້າງ ຍ້ອນທໍາມະຊາດຂອງຊ້າງມັກຈະ ຢູ່ໃນປ່າດົງ, ເມື່ອເອົາມາຢູ່ໃນເມືອງ ກໍອາດເຮັດໃຫ້ພຶດຕິກັມ ແລະຄຸນນະພາບຊີວິດ ຂອງຊ້າງປ່ຽນແປງໄປ, ທ່ານ Edwin ກ່າວວ່າ:

"ໄຊຍະບູຣີ ແທ້ຈິງແລ້ວ ຍັງເປັນເຂດທີ່ມີປ່າ ມີທົ່ງຫຍ້າຢູ່ຫລາຍ. ຊ້າງມັນຄົງຢູ່ດີຢູ່ແລ້ວບ່ອນນັ້ນ ນັກທ່ອງທ່ຽວກໍຍັງໄປທີ່ນັ້ນຢູ່ ຊຶ່ງທ່ານກໍ ເຂົ້າໃຈແລ້ວວ່າ ຈໍານວນນັກທ່ອງທ່ຽວ ທີ່ໄຊຍະບູຣີ ອາດຈະບໍ່ຫລາຍຄືກັບ ວຽງຈັນ ແຕ່ຄຸນນະພາບ ຊີວິດຂອງຊ້າງ ທີ່ນັ້ນ ນ່າຈະດີກວ່າຢູ່ ເມືອງໃຫຍ່."

ເຈົ້າໜ້າທີ່ບໍຣິສັດ ສຸດໃຈທ່ອງທ່ຽວ ໃນຖານະບໍຣິສັດ ຮັບຜິດຊອບ ການຂີ່ຊ້າງ ກ່າວຕໍ່ RFA ໃນມື້ດຽວກັນວ່າຊ້າງ ທັງໝົດ ມີ 10 ໂຕ ທີ່ເອົາມາຈາກແຂວງ ໄຊຍະບູຣີ ຊຶ່ງໄດ້ຮັບອະນຸຍາດ ໃຫ້ໃຊ້ພື້ນທີ່ພາຍໃນເຂດ ເສຖກິດພິເສດບຶງທາດຫລວງ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ ລາວ-ຈີນ, ຄາດວ່າຈະເປີດໃຫ້ ນັກທ່ອງທ່ຽວ ໃນປະເທດ ແລະຕ່າງປະເທດ ເຂົ້າມາທ່ຽວ ໃນອາທິດໜ້າ.

ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກ ກະສິກັມແລະປ່າໄມ້ ແຂວງໄຊຍະບູຣີ ຕໍ່ RFA ໃນມື້ວັນທີ 8 ຕຸລານີ້, ຊ້າງໃນລາວ ມີແນວໂນ້ມ ຫລຸດລົງ ຕໍ່ເນື່ອງ ຍ້ອນຜ່ານມາຊ້າງປ່າ ຖືກລ່າເພື່ອສົ່ງຂາຍ ໄປຕ່າງປະເທດ. ສ່ວນຊ່າງບ້ານ ກໍບໍ່ມີການປະສົມພັນ ເຮັດໃຫ້ຈໍານວນຊ້າງ ຫລຸດລົງຢ່າງໄວວາ.

ເພື່ອບໍ່ໃຫ້ຈໍານວນຊ້າງຫຼຸດລົງໄປກວ່ານີ້ທາງການລາວຈຶ່ງອະນຸຍາດໃຫ້ບໍຣິສັດ ລົງທຶນພັທນາທ່ອງທ່ຽວ ເຊໂນ-ລາວ ຊຶ່ງເປັນຣັຖວິສາຫະກິດ ຈາກຈີນ ເຂົ້າມາເປີດສູນອານຸຮັກ ພັນຊ້າງຢູ່ ແຂວງໄຊຍະບູຣີ ແຕ່ສູນນັ້ນ ຍັງບໍ່ທັນເປີດເທື່ອ ມາຮອດມື້ນີ້:

"ດຽວນີ້ກໍມີທ່າອຽງວ່າຢາກ ຫລຸດແນ່ຈັກໜ່ອຍຫັ້ນແລ້ວເນາະ ເພາະວ່າເວົ້າເຣື່ອງການຜະສົມພັນຊ້າງ ບໍ່ຂຍາຍໂຕດີ ຫັ້ນນ່າ ດຽວນີ້ບໍຣິສັດ ສິເຮັດສູນ ຂະເຈົ້າສິສ້າງສູນຜະສົມຊ້າງ ຢູ່ເມືອງໄຊຍະ ເຮົານີ້ແຫລະ."

ຊ້າງປ່າໃນທົ່ວປະເທດລາວ ມີຢູ່ 400 ໂຕ ແລະຊ້າງບ້ານ 450 ໂຕ ຂະນະນີ້ທາງການລາວ ຍັງຕ້ອງການງົບປະມານ ຈາກສາກົນມາຊ່ອຍ ເຣື່ອງການຂຍາຍພັນ ຊ້າງ  ປ່າເພື່ອບໍ່ໃຫ້ຊ້າງປ່າສູນພັນ ໃນຂັ້ນຕໍ່ໄປ, ອີງຕາມສະຖິຕິ ຂອງກົມປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ປີ 2016.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.