ອັດຕະປື ຍັງຂາດເຂົ້າປາ ອາຫານ

ໄຊຍາ
2019.09.16
F-flood ສະພາບນໍ້າຖ້ວມ ອ້ອມເຮືອນ ປະຊາຊົນ ອອກບໍ່ໄດ້
ຮູບຈາກ : ນັກຂ່າວພົລເມືອງ

ພັຍພິບັດນ້ຳຖ້ວມຢູ່ ແຂວງອັດຕະປື ຕົ້ນເດືອນກັນຍາ ຜ່ານມາ ທາງການແຂວງອັດຕະປື ຣາຍງານວ່າມີ 5 ເມືອງ 91 ບ້ານ, ຮວມມີ 6.341 ຄອບຄົວ ໄດ້ຮັບຜົນກະທົບ ໃນນັ້ນມີຜູ້ເສັຽຊີວິດຢູ່ 4 ຄົນ. ປັດຈຸບັນ  ເຂດທີ່ຖືກນ້ຳຖ້ວມ ໄດ້ກັບເຂົ້າຊູ່ພາວະ ປົກກະຕິແລ້ວ ແຕ່ປະຊາຊົນ ຍັງຕ້ອງການ ການຊ່ອຍເຫຼືອ ເຄື່ອງອຸປໂພກ ບໍຣິໂພກ ເປັນຈຳນວນຫຼາຍ. ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍາ ວ່າ:

"ປະຊາຊົນນີ້ຂາດແຄນຫຼາຍເຂົ້ານ້ຳ ອີ່ຫຍັງກໍ່ນ້ຳຖ້ວມໝົດລະ ຈະເຮັດຈັ່ງໃດ ຢູ່ຈັ່ງໃດ ນ້ຳຖ້ວມໝົດເປັນໄຮ່ນາເຂົ້ານາ ກໍແມ່ນອີຫຍັງ ຕາຍໝົດນ່າ ການຊ່ອຍເຫຼືອນີ້ກາມີ ແຕ່ກໍ່ຍັງບໍ່ຄົບເທົ່າທີ່ຄວນ ບາງບ້ານກໍຍັງມີຫຼາຍບ້ານ ຢູ່ບາງຈຸດກໍ່ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ ຍ້ອນວ່າມັນກໍ່ຍັງໄປຍາກ ທາງຂາດຂົວຂາດ."

ໃນຂນະທີ່ ກອງເລຂາຄນະພັຍພິບັດ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ແຈ້ງໃຫ້ຮູ່ວ່າ ເນື້ອທີ່ທຳການຜລິດ ຂອງ ແຂວງ ອັດຕະປື ໄດ້ຮັບຄວາມເສັຽຫາຍໜັກ ໂດຍສັງລວມໂຕເລກເບື້ອງຕົ້ນ ເນື້ອທີ່ທຳການຜລິດ ກະສິກັມໄດ້ຮັບຜົນເສັຽຫາຍເຖິງ 9.600 ເຮັກຕ້າ.  ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແຂວງອັດຕະປື ໄດ້ກ່າວຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ວ່າ:

"ຂ້ອນຂ້າງຢ່າງຫຼາຍແຫຼະ ມັນກໍ່ຂາດເພາະວ່າມັນເປັນເນື້ອທີ່ ທຳການຜລິດໝົດເດ້ ນຶ່ງມີເຂົ້າ ສອງນີ້ມີສັດປະເພດປະມົງ ແລ້ວກາປະເພດ ສັດໃຫຍ່ ກາສູນເສັຍແດ່ ດຽວນີ້ກໍ່ຍັງເລັ່ງ ເອົາຂໍ້ມູນສັງລວມ ມີຢູ່ແຕ່ຍັງບໍ່ຣະອຽດ ຍັງຊ່ວງເກັບກຳຂໍ້ມູນ ເພິ່ນຄິດວ່າ ໃຫ້ສຳເຣັດໝົດ ເພາະວ່າເພິ່ນກໍ່ເລັ່ງຢູ່ ການນຳຂອງແຂວງນີ້."

ສ່ວນໂຕເລກຜົນເສັຍຫາຍ ແຍກຕາມປະເພດ ການຜລິດ ທີ່ຖືກນ້ຳຖ້ວມຮວມມີ ເນື້ອທີ່ນາເສັຍ 7.982 ເຮັກຕ້າ. ເນື້ອທີ່ມັນຕົ້ນຖືກ 1.193 ເຮັກຕ້າ, ສວນສາລີ 60 ເຮັກຕ້າ ພືດສະບຽງອາຫານ ຖືກນ້ຳ 152 ເຮັກຕ້າ, ສວນໝາກໄມ້ 42 ເຮັກຕ້າ, ສວນກາເຟ 153 ເຮັກຕ້າ ແລະ ໝາກແໜ່ງ 45 ເຮັກຕ້າ. ນອກຈານີ້ຍັງມີສັດລ້ຽງ ເຊັ່ນ ງົວ, ຄວາຍ, ໝູ ແລະ ໜອງປາໄດ້ຮັບຜົນກະທົບ ເສັຍຫາຍເປັນຈຳນວນຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.