ໂຮງງານເບັຽລາວ ລົດກິ່ນ ເໝັນ

0:00 / 0:00

ບັນຫາກິນເໝັນ ຈາກ ໂຮງງານເບັຽລາວ ຕັ້ງຢູ່ຫລັກ 10 ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ເລີ້ມລົດລົງ ຫລັງຈາກທີ່ ຊາວບ້ານ ຢູ່ເຂດໃກ້ຄຽງ ໄດ້ຮ້ອງທຸກ ໄປເຖິງຣັຖບານ. ປັດຈຸບັນ ກິ່ນເໝັນນັ້ນ ກໍບໍ່ແຮງ ຄືແຕ່ກ່ອນ ແລະ ເລີ້ມຈ່າງໄປ, ດັ່ງ ຊາວບ້ານທ່ານນຶ່ງ ທີ່ຢູ່ ໃກ້ໂຮງງານເບັຽ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 7 ມີນາ ວ່າ:

"ໄຄແລ້ວດຽວນີ້ ຖືວ່າໄຄຫຼາຍ ເຖິງແມ່ນວ່າ ມັນຈະມີສິ່ງ ເສດເຫລືອລົງມາ ແຕ່ມັນກໍບໍ່ ເຖິງຂັ້ນກັບວ່າ ເໝັນແລ້ວ ດຽວນີ້ ໄຄຫຼາຍ ເບິ່ງ ແຕ່ກ່ອນນີ້ ຫຍ້າ ກະຍັງຕາຍເວີຍ ແມ່ນລະຖືວ່າ ບໍ່ເໝັນແລ້ວ ຕອນນີ້".

ປົກກະຕິແລ້ວ ແຕ່ລະປີ ໃນຊ້ວງ ໜ້າແລ້ງ ຊາວບ້ານວ່າ ກິ່ນນັ້ນ ຈະເໝັນແຮງຫຼາຍ, ແຕ່ເມື່ອ ສອງ ເດືອນມານີ້ ປະກົດວ່າ ບໍ່ເໝັນ. ດັ່ງ ທ່ານກ່າວຕື່ມອີກວ່າ:

"ຂະໜາດວ່າ ຂະໜາດນີ້ໜິ ຍາມແລ້ງນີ້ ຖືວ່າເໝັນຫຼາຍໄດ໋ ແຕ່ປີນີ້ ຖື່ວ່າໄຄ ໃນຊ້ວງສອງເດືອນ ຜ່ານມານີ້ລະ ເພາະວ່າ ໃນເຂົາກະ ບຳບັດ ດີຂຶ້ນຫັ້ນນ່າ ຂະໜາດວ່າ ຍາມແລ້ງໄດ໋ໜິ".

ເຈົ້າໜ້າທີ່ ຢູ່ໃນກົມ ປະຊາສຳພັນ ກໍໄດ້ກ່າວຕໍ່ ເອເຊັຽເສຣີວ່າ ຢູ່ໃນເຂດ ໂຮງງານມີການ ປັບປຸງ ລະບົບນ້ຳເສັຽ ເພື່ອບໍ່ໃຫ້ສົ່ງ ຜົນກະທົບ ຕໍ່ສິ່ງແວດລ້ອມ ຫຼາຍ. ໃນປີ 2014 ທີ່ຜ່ານມາ ປະຊາຊົນ ຫຼາຍກວ່າ ພັນ ຄອບຄົວ ໄດ້ຂຽນຄຳຮ້ອງທຸກ ເຖິງຫ້ອງວ່າການ ສຳນັກ ນາຍົກ ຣັຖມົນຕຼີ ເພື່ອໃຫ້ ອອກກວດສອບ ແລະ ແກ້ໄຂ ເລື້ອງກິ່ນເໝັນ ຈາກໂຮງງານ ເບັຽລາວ ແຫ່ງນີ້.

ໝູ່ບ້ານທີ່ໄດ້ຮັບ ຜົນກະທົບ ຈາກກິ່ນເໝັນ ຂອງໂຮງງານເບັຽລາວ ແມ່ນ ບ້ານສາລາຄຳ, ນາໄຫ, ດອນຝ້າຍ ແລະ ດົງໂພນເລົາ ຊຶ່ງ ເຂົາເຈົ້າ ໄດ້ຮັບຜົນກະທົບ ຈາກກິນເໝັນ ດັ່ງກ່າວ ມາກວ່າ 10 ປີແລ້ວ. ອີງຕາມການ ບອກເລົ່າ ຂອງຊາວບ້ານ.

ຊາວບ້ານບອກວ່າ ທີ່ຜ່ານມາ ເຂົາເຈົ້າຈະໄດ້ ກິ່ນເໝັນ ໃນເວລາກາງຄືນ ຕະຫລອດ ໂດຍສະເພາະ ໃນຊ້ວງທີ່ ໂຮງງານ ມີການຜລິດ ແລະ ປ່ອຍນ້ຳ ອອກມາ.