ຂ.ບໍ່ແກ້ວ ສັ່ງປິດສວນກ້ວຍ 18 ແຫ່ງ

ສົມເນ
2017.01.25
F-Banana ສວນກ້ວຍຂອງນັກລົງທຶນຈີນ ໃນພາກເໜືອຂອງປະເທດລາວ
RFA

ເຈົ້າໜ້າທີ່ ແຂວງບໍ່ແກ້ວ ກ່າວວ່າ ທາງແຂວງ ໄດ້ສັ່ງຫ້າມ ບໍ່ໃຫ້ ບໍຣິສັດຈີນ ທີ່ປູກກ້ວຍ 18 ແຫ່ງ ໃຫ້ເຊົາ ປຸກກ້ວຍ ຍ້ອນລະເມີດ ກົດ ຣະບຽບ ການນໍາໃຊ້ ສານເຄມີ ເກີນກໍານົດ ຊຶ່ງທໍາລາຍ ສິ່່ງແວດລ້ອມ ແລ້ວຍັງ ປູກກ້ວຍຢູ່ ໃນພື້ນທີ່ ທີ່ທາງການ ບໍ່ໄດ້ ອະນຸມັດໃຫ້. ດັ່ງທ່ານໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 25 ມົກກະຣາ ນີ້ວ່າ:

"ສ່ວນຫຼາຍຜ່ານມາ ມັນມີບັນຫາ ສິ່ງແວດລ້ອມແນ່ ແລ້ວກ່າເຂົາເຈົ້າ ທໍາລາຍ ສິ່ງແວດລ້ອມ ໃຊ້ ສາຣເຄມີຫຼາຍ. ນອກຈາກນັ້ນແລ້ວ ຄືຜ່ານມາ ນັກທຸຣະກິດ ຈີນ ເຂົາເຈົ້າໄປປູກ ບໍ່ໄປຕາມແຜນກ ຂອງ ທາງຣັຖບານເຮົາ ກໍານົດໄວ້ ໃນບ່ອນທີ່ເຮົາ ບໍ່ໄດ້ກໍານົດບໍ, ບໍ່ໄດ້ ອະນຸມັດໃຫ້ ເຂົ້າໄປປູກ ແລ້ວສະນັັ້ນ ມັນຈຶ່ງຫ້າມ ນັ້ນແຫຼະ ຫ້າມ ການປູກກ້ວຍ".

ທ່ານວ່າ ການຫ້າມນີ້ ມີຜົນປະຕິບັດ ນັບແຕ່ປີ 2017 ນີ້ໄປ. ບໍຣິສັດເຫລົ່ານີ້ ປູກກ້ວຍ ຢູ່ໃນ 10 ເຂດ ຂອງເມືອງຕ່າງໆ ໃນແຂວງບໍ່ແກ້ວ ສ່ວນຫຼາຍແລ້ວ ແມ່ນຢູ່ ເມືອງຕົ້ນເຜິ້ງ ແລະຫ້ວຍຊາຍ. ຄວາມຈິງແລ້ວ ທາງແຂວງໄດ້ ວາງຣະບຽບ ແລະ ກໍານົດການຕ່າງໆ ໃນການປູກ ເມື່ອ 2 ປີ ກ່ອນພຸ້ນ. ທໍາອິດ ເຂົາເຈົ້າກໍ ປະຕິບັດ ຕາມຄໍາແນະນໍາຢູ່. ຫລັງຈາກ ເຂົາບໍ່ ປະຕິບັດແລ້ວ ເຈົ້າໜ້າທີ່ ກໍລົງໄປ ຕັກເຕືອນ ແຕ່ຕໍ່ມາ ເຂົາເຈົ້າ ກໍປະຕິບັດ ຄືເກົ່າ ທາງແຂວງ ຈຶ່ງຕ້ອງ ສັ່ງຫ້າມ. ການປູກກ້ວຍຂອງຈີນ ບໍ່ແມ່ນແຕ່ ສ້າງບັນຫາ ຕໍ່ສິ່ງແວດລ້ອມ ເທົ່ານັ້ນ ແຕ່ນັກທຸຣະກິດ ຍັງເອົາປຽບ ປະຊາຊົນ ອີກດ້ວຍ:

"ຄືເວົ້າຫັ້ນແຫຼະ ຫ້າມກໍຫ້າມ ເຮົາກ່າບໍ່ຢາກ ໃຫ້ເຮັດ ເຂົາເຈົ້າ ຈະເອົາຜົນ ປະໂຫຍດ ຂອງເຂົາເຈົ້າ ເປັນສ່ວນໃຫຍ່ ເຂົາກ່າໄດ້ ລົງທຶນ ມູນຄ່າ ມະຫາສານ, ແຕ່ວ່າ ມາເອົາປຽບ ປະຊາຊົນຫັ້ນ ຄືຂ້າພະເຈົ້າ ໄດ້ຣາຍງານ ໄປຫັ້ນວ່າ ສົ່ງເສີມ ແຕ່ວ່າຜົນ ສຸດທ້າຍ ກ່າມາຕັດເອົາ ຄ່າປູ໋ຍ ຄ່າແນວພັນ. ທາງຕົ້ນເຜິ້ງ ທາງບໍ່ແກ້ວ ກໍຫ້າມ ໝົດແລ້ວ ເຂົາເຈົ້າກໍເລີ້ມ ທະຍອຍ ຢາກຈະອອກແລ້ວ ເຂົາເຈົ້າກ່າ ບໍ່ຢາກ ເຂົ້າມາແລ້ວ".

ທ່ານວ່າ ໃນລະຍະ 2 ປີ ຕໍ່ໜ້ານີ້ ທາງແຂວງ ຫ້າມນັກລົງທຶນຈີນ ປູກກ້ວຍ ອີກແລ້ວ, ແຕ່ຢາກໃຫ້ ເຂົາເຈົ້າ ຫັນໄປປູກ ພືດອື່ນແທນ ເຊັ່ນວ່າໝາກໂມ ໝາກນໍ້າມັນ ຫລື ພືດອື່ນໆ ໂດຍຈະມີ ການກວດສອບ ຢ່າງເຂັ້ມງວດ. ສ່ວນສວນກ້ວຍ ທີ່ຍັງເຫລືອນັ້ນ ທາງການ ລໍຖ້າໃຫ້ ເກັບກ່ຽວໝົດ ເສັຽກ່ອນ ຈຶ່ງຈະສັ່ງປິດ. ຈາກການ ປະຕິບັດ ມາດຕະການ ດັ່ງກ່າວນີ້ ນັກລົງທຶນຈີນ ຫຼາຍບໍຣິສັດ ກໍບໍ່ຢາກ ມາລົງທຶນຕໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.