ເຂື່ອນແມ່ນ້ຳຂອງ ຢູ່ຈີນ ສ້າງຜົລກະທົບ ຂ້າມຊາຍແດນ

0:00 / 0:00

ເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ອອກຖແລງການໃນມື້ວັນທີ 10 ເມສາ 2022 ນີ້ ຮຽກຮ້ອງໃຫ້ຈີນຮັບວ່າ ເຂື່ອນທີ່ຈີນສ້າງຢູ່ແມ່ນໍ້າຂອງ ຕອນເທິງ ຊຶ່ງຈີນເອີ້ນວ່າແມ່ນໍ້າລ້ານຊ້າງ ເປັນສາເຫດ ຂອງບັນຫາຜົລກະທົບຂ້າມຊາຍແດນ ຍ້ອນເຂື່ອນຈີນເຮັດໃຫ້ການຂຶ້ນ-ລົງຂອງນໍ້າ ແລະລະບົບນິເວດໃນແມ່ນໍ້າຂອງ ປ່ຽນແປງ ຊຶ່ງທີ່ຜ່ານມາຈີນບໍ່ໃຫ້ຄວາມສໍາຄັນ ກັບບັນຫາທີ່ເກີດຂຶ້ນ ໂດຍໃຫ້ເຫດຜົລວ່າ ສາເຫດທີ່ເຮັດໃຫ້ສະພາບ ແມ່ນໍ້າຂອງຜິດທັມມະຊາດ ເປັນຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ.

ດັ່ງທີ່ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມ ສານີ້ວ່າ:

" ຖ້າຈີນບໍ່ຍອມຮັບ ມັນກໍໝາຍຄວາມວ່າ ຈີນປະຕິເສດທີ່ຈະຮ່ວມກັນ ໃນການແກ້ໄຂບັນຫາ ການຂຶ້ນລົງຂອງນໍ້າແບບບໍ່ປົກກະຕິນີ້ ເພິ່ນກໍພະຍາຍາມເວົ້າວ່າ ມັນເປັນເຣື່ອງຂອງການປ່ຽນແປງ ພູມີອາກາດເນາະ ແຕ່ວ່າເຣື່ອງນໍ້າຂອງນີ້ ເຮົາພະຍາຍາມບອກຕລອດເວລາ ແມ່ນໍ້າຂອງມັນປ່ຽນແປງເພາະວ່າການປິດ-ເປີດນໍ້າ ແລ້ວເຮົາກະພະຍາຍາມຮຽຮ້ອງຕລອດເວລາ ຊຶ່ງຈີນນີ້ ກໍພະຍາຍາມບ່າຍບ່ຽງຕລອດ. "ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ເມື່ອວັນທີ 3 ເມສາ 2010 ພາກປະຊາສັງຄົມໄທຍ ໄດ້ໄປຍື່ນໜັງສືຢ່າງເປັນທາງການ ຕໍ່ສະຖານທູດຈີນ ທີ່ບາງກອກ ເພື່ອຮຽກຮ້ອງໃຫ້ທາງການຈີນ ຢຸດການສ້າງເຂື່ອນກັ້ນແມ່ນໍ້າຂອງທັງໝົດ ແລະຟື້ນຟູຄວາມເສັຍຫາຍ ທີ່ເກີດຂຶ້ນຕໍ່ລະບົບລນິເວດ ແລະວິຖີຊີວິດຂອງຊຸມຊົນ. ນໍ້າຂອງຂຶ້ນ-ລົງຜິດປົກກະຕິ ພາຍຫລັງທີ່ທາງການຈີນເປີດໃຊ້ເຂື່ອນຈິງຫົງ ຊຶ່ງສົ່ງຜົລເຮັດໃຫ້ນໍ້າຂອງຫລຸດລົງຫລາຍ ຈົນເກີດຄວາມແຫ້ງແລ້ງຕລອດແລວນໍ້າຂອງຂ້າງລຸ່ມ. ແຕ່ທາງການຈີນກໍບໍ່ໄດ້ຕອບສນອງຄໍາຮຽກຮ້ອງທີ່ວ່ານັ້ນແຕ່ຢ່າງໃດ ເຖິງຜົລກະທົບນັ້ນ ເກີດມີໂດຍກົງຕໍ່ວິຖີຊີວິດ ຂອງປະຊາຊົນຫລາຍສິບລ້ານຄົນ ແລະພັນປາຊນິດຕ່າງໆ ຫລຸດໜ້ອຍລົງ.

ດັ່ງທີ່ທ່ານ ມົນຕຣີ ຈັນທະວົງ ຜູ້ປະສານງານກຸ່ມເສຣີພາບ ແມ່ນໍ້າຂອງ ຫລື Mekong Butterfly ຂອງໄທຍ ກ່າວໃນມື້ດຽວກັນນີ້ວ່າ:

" ປາກົດວ່ານໍ້າມັນຂຶ້ນໆ ລົງໆຫລາຍ 10 ປີ ກໍາລັງເຮັດໃກ້ໄດ້ດີໆ ນໍ້າຂຶ້ນມາກໍເກັບບໍ່ໄດ້ ອາຊີບຫາປາໃນຊ່ວງຣະດູແລ້ງ ກໍຫາບໍ່ໄດ້ ຍ້ອນນໍ້າມັນຂຶ້ນໆ ລົງໆ ຊຶ່ງໂຕນີ້ມັນກໍເກີດມາຢ່າງຕໍ່ເນື່ອງ ແທ້ໆແລ້ວກໍເຂົ້າໄປໃນລາວນໍາດ້ວຍ ເປັນເຂດແດນໄທຍ-ລາວ ແຂວງເລີຍ, ໜອງຄາຍ, ບຶງການ ເຂື່ອນຈີນ ກໍກັກຝຸ່ນຕົມໄວ້ເປັນຈໍານວນຫລາຍ ທີ່ຈະສ້າງຄວາມສົມບູນໃຫ້ກັບຕລິ່ງແມ່ນໍ້າຂອງ ຫລືວ່າຝຸ່ນຕົມບາງສ່ວນ ກໍເປັນອາຫານຂອງປາ ໂຕນີ້ມັນກໍຫລຸດລົງເລື້ອຍໆ. "

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວປະມົງຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ເມສານີ້ວ່າ ໃນໄລຍະ 5 ປີຜ່ານ ມານີ້ ການກັກ ແລະການລະບາຍນໍ້າຂອງເຂື່ອນຈີນ ເຮັດໃຫ້ລະດັບນໍ້າຂອງຂຶ້ນ-ລົງ ບໍ່ເປັນໄປຕາມທັມມະຊາດ. ດັ່ງນັ້ນມັນຈຶ່ງສົ່ງຜົລກະທົບ ຕໍ່ວິຖີີວິດຂອງຊາວບ້ານ ທີ່ຫາຢູ່ຫາກິນຕາມແຄມແມ່ານໍ້າຂອງຂ້າງລຸ່ມ, ບໍ່ສາມາດປູກຝັງ ແລະຫາປາໄດ້ຄືເກົ່າ ຍ້ອນພັນປາຫລາຍຊນິດ ແລະຈໍານວນປາຫລຸດລົງ ແລະເກີດນໍ້າຖ້ວມໃນລະດູຝົນ ແລະຂາດເຂີນນໍ້າຮຸນແຮງໃນລະດູແລ້ງ.

ດັ່ງທີ່ທ່ານກ່າວວ່າ:

"ມີຜົນກະທົບຫລາຍ ຍອມຮັບວ່າຫລາຍເລີຍ ຫາຢູ່ຫາກິນກໍຜິດປົກກະຕິ ປານີ້ສູນພັນ 2-3 ພັນແລ້ວຕີ໋. ພວກເຮົາລົງນໍ້າຂອງຕລອດເດ໋ ຮູ້ເດ໋ວ່າມີຊນິດໃດແດ່. ປາບຶກນີ້ຢາກໜ້ອຍແລ້ວ ແນ່ນອນ ມັນຫລາຍເຂື່ອນແນ່ ທາງເທິງແນ່ ສົມມຸດທາງໃຕ້ປ່ອຍ ທາງເໜືອປ່ອຍ ມັນຊິໝູນເດ໊ ມັນກໍເຣີ່ມຕັນທາງເຮົາ ຫາກິນກໍລໍາບາກຄືວ່າຫັ້ນແຫລະ. ໂອ໋ ! ແຄມນໍ້າຂອງຄືວ່າເບິດແລ້ວ ທາງລາວທາງໄທຍໄດ໋. "ແລະຊາວປະມົງຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຜູ້ນຶ່ງກໍເວົ້າວ່າ ເຂື່ອນຈີນໄດ້ກັກນໍ້າໄວ້ດົນ ແລະປ່ອຍນໍ້າລົງມາເທື່ອລະໜ້ອຍ ເຮັດໃຫ້ນໍ້າຂອງຢູ່ຂ້າງລຸ່ມຄືບໍ່ໄຫລ, ນໍ້າຂອງໃສຄ້າຍຄືນໍ້າທະເລ ແລະບໍ່ມີຝຸ່ນຕົມສົມບູນຄືເກົ່າ, ໄຄຕາຍ, ເນົ່າ ແລະມີກິ່ນເໝັນ.

"ແຕ່ວ່າ ເວົ້າເຣື່ອງນໍ້າມັນກໍຈະມີອັນນ່າ ຕາມທັມມະຊາດ ນໍ້າມັນກໍຈະໄຫລເນາະ ແລ້ວບາດນີ້ ນໍ້າມັນກໍບໍ່ໄຫລ ແລ້ວມັນຈະມີ, ເຂົາເອີ້ນຫຍັງ ນໍ້າເສັຽນໍ້າອີ່ຫຍັງຫັ້ນນ່າ ແຕ່ວ່ານໍ້ານີ້ ຈະບໍ່ຄືແຕ່ກີ້ເນາະ ຈະຄ້າຍໆແບບວ່າ ຄືສົມມຸດວ່າ ນໍ້າມັນເປັນນໍ້າຂັງຫັ້ນນ່າ ມັນຈະ ບາງບ່ອນມີກິ່ນອີ່ຫຍັງຊີ້ນ່າ. "ໃນຂະນະດຽວກັນ ໃນລະດູຝົນ ເຂື່ອນນໍ້າຂອງຢູ່ຈີນ ແລະຢູ່ລາວ ຄືເຂື່ອນໄຊຍະບູຣີ ມັກປ່ອຍນໍ້າອອກຈາກເຂື່ອນລົງມາ ໂດຍບໍ່ແຈ້ງເຕືອນໃຫ້ຊາວບ້ານ ທີ່ຢູ່ແຄມຂອງຮູ້ກ່ອນ, ຕ້ອງໄດ້ລະມັດລະວັງຢູ່ຕລອດ.

ດັ່ງເຈົ້າຂອງຮ້ານອາຫານ ຢູ່ນະຄອນຫລວງພຣະບາງ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມ ສານີ້ວ່າ:

"ຄິດວ່າຕ້ອງຄອຍລະວັງ ເພາະມັນກໍບໍ່ໄດ້ຢູ່ໄກຈາກເຂື່ອນຫັ້ນນ່າ ຂະເຈົ້າສ້າງຂຶ້ນສໍາເຣັດ ລະມີແຕ່ເບິ່ງໂຕຈິງວ່ານໍ້າຊິເປັນຈັ່ງໄດ໊ ຖ້າວ່າເວລານໍ້າແຫ້ງ ມັນກໍຈະແຫ້ງຫລາຍ ຖ້າວ່ານໍ້າຂຶ້ນແລ້ວ ຂະເຈົ້າປ່ອຍເຂື່ອນນີ້ກະຄິດວ່າ ກໍບໍ່ຮູ້ວາອະນາຄົດກໍຊິເປັນແນວໃດ໊ ເພາະວ່າເຂົາຍັງສ້າງບໍ່ແລ້ວເທື່ອ. "

ໃນໄລຍະປີ 2019-2020 ທາງການຈີນເວົ້າວ່າ ຈະເປີດເຜີຍຂໍ້ມູນ ກ່ຽວກັບການລະບາຍນໍ້າອອກຈາກເຂື່ອນ ໃນແມ່ນໍ້າລ້ານຊ້າງຂອງຕົນ ລົງມາຕລອດທັງປີ ໃຫ້ປະເທດລຸ່ມແມ່ນໍ້າຂອງ ຮູ້ກ່ອນລ່ວງໜ້າ, ແຕ່ໃນພາກຕົວຈິງ ທາງການຈີນບໍ່ໄດ້ປະຕິບັດຕາມຄໍາເວົ້າ ທີ່ໄດ້ໃຫ້ໄວ້, ໄດ້ກັກນໍ້າ ແລະລະບາຍນໍ້າຈາກເຂື່ອນຈິງຫົງ ລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ນໍ້າຂອງເພີ່ມຂຶ້ນ ແລະຫລຸດລົງຢ່າງໄວວາ. ເມື່ອເດືອນມົກກະຣາ 2022 ນີ້ ຈີນປ່ອຍນໍ້າອອກຈາກເຂື່ອນຈິງຫົງ ລົງມາເຮັດໃຫ້ນໍ້າຂອງ ຊຶ່ງປົົກກະຕິໄຫລລົງມາ 820 ແມັດກ້ອນຕໍ່ວິນາທີ ເພີ່ມຂຶ້ນເປັນ 1,280 ແມັດກ້ອນຕໍ່ວິນາທີ ແລະໃນກາງເດືອນມິນາທີ່ຜ່ານມາ ໄດ້ປ່ອຍນໍ້າລົງມາເພີ່ມຂຶ້ນອີກເປັນ 2,760 ແມັດກ້ອນຕໍ່ວິນາທີ.

ມາເຖິງປັດຈຸບັນ ຈີນໄດ້ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງຢູ່ປະເທດຈີນແລ້ວ 11 ແຫ່ງ ຮວມທັງເຂື່ອນ ຕ້າເຊົາຊານ ປີ 2003, ເຂື່ອນຈິງຫົງ ປີ 2009, ເຂື່ອນຊຽວຫວັນ ປີ 2010, ເຂື່ອນນູຊາດູ ປີ 2012 ແລະຫລ້າສຸດແມ່ນເຂື່ອນ ວູນົງ ລ໊ອກ ປີ 2019.

ເຂື່ອນທຸກແຫ່ງຂອງຈີນ ມີອ່າງກັກເກັບນໍ້າຮວມກັນບໍ່ຕໍ່າກວ່າ 41,700 ລ້ານແມັດກ້ອນ. ເຂື່ອນຈິງຫົງ ເປັນເຂື່ອນທີ່ຕັ້ງຢູ່ລຸ່ມສຸດຂອງຈີນ ທີ່ປ່ອຍນໍ້າລົງມາຕໍ່ໃສ່ແມ່ນໍ້າຂອງຂ້າງລຸ່ມ ຄືປະເທດລາວ ແລະປະເທດພະມ້າ ແລ້ວໄຫລຜ່ານເມືອງຊຽງແສນ ແຂວງຊຽງຮາຍຂອງໄທຍ ໃນໄລຍະປະມານ 300 ກິໂລແມັດ ທີ່ຢູ່ກົງກັນຂ້າມກັບຝັ່ງລາວ.

ປະຊາຊົນລຸ່ມແມ່ນ້ຳຂອງ ຢາກໃຫ້ທາງການຈີນຮັບຮູ້ວ່າ ເຂື່ອນຈີນ ເປັນສາເຫດສໍາຄັນ ຂອງບັນຫາທັງໝົດ ທີ່ກ່າວມາຂ້າງເທິງນັ້ນ.