ອາກາດຮ້ອນໃນເອເຊັຽສ່ຽງໃຕ້

0:00 / 0:00

ເຂດເອເຊັຽ ຕາເວັນອອກ ສ່ຽງໃຕ້ ຮ້ອນ ແລະ ແຫ້ງແລ້ງ, ນັກ ວິທຍາສາດ ເວົ້າວ່າ ຍ້ອນ ການປ່ຽນແປງ ຂອງ ດິນຟ້າ ອາກາດ ການສ້າງ ເຂື່ອນ ໄຟຟ້າ ແລະ ປະກົດການ ຂອງ ມໍຣະສຸມ El Nino.

ປະເທດລາວ ໄທ ກຳພູຊາ ແລະ ວຽດນາມ ຮ້ອນແລະແຫ້ງແລ້ງ ທີ່ສຸດ ໃນຣະຍະ ຫຼາຍສິບປີ ຜ່ານມາ. ແມ່ນ້ຳຂອງ ແລະ ຫ້ວຍນ້ ຳລຳທານ ທຸກສາຍ ບົກແຫ້ງ; ປະຊາຊົນ ຂາດເຂີນ ນ້ຳໃຊ້ ນ້ຳກິນ. ອົງການ ອາຫານ ແລະ ກະສິກັມ ສະຫະ ປະຊາຊາດ ແລະ ອົງການ ແຄ ຣາຍງານ ຕໍ່ ກອງປະຊຸມ ກ່ຽວກັບ ໄພແຫ້ງແລ້ງ ຢູ່ລາວ ທີ່ຈັດຂຶ້ນຢູ່ ນະຄອນຫຼວງ ວຽງຈັນ ເມື່ອທ້າຍ ເດືອນ ທີ່ແລ້ວວ່າ ປີນີ້ ປະຊາຊົນ ລາວເກືອບ 2 ແສນ ຄອບຄົວ ມີຄວາມສ່ຽງ ຈະ ປະສົບກັບ ການຂາດເຂີນ ອາຫານ ຍ້ອນໄພ ແຫ້ງແລ້ງ.

ຊາວລາວ ທີ່ຈະໄດ້ຮັບ ຜົນກະທົບ ຫຼາຍກວ່າໝູ່ ກໍແມ່ນ ຜູ້ຢູ່ແຂວງ ໄຊຍະບຸຣີ ວຽງຈັນ ຄຳມ່ວນ ສວັນນະເຂດ ສາຣະວັນ ອັດຕະປື ແລະ ຈຳປາສັກ. ອົງການຂ່າວ CNN ຣາຍງານ ເມື່ອວັນທີ່ 12 ພຶສພາ ນີ້ວ່າ ອາກາດ ຢູ່ລາວ ໄທ ແລະ ກຳພູຊາ ຮ້ອນເຖິງ 44.6 ອົງສາ Celsius. ເຈົ້າໜ້າທີ່ ຫ້ອງການ ອຸຕຸນິຍົມ ແລະ ອຸທົກກະສາດ ແຂວງ ອັດຕະປື ເລົ່າເຖິງ ຄວາມແຫ້ງແລ້ງ ໃນປີນີ້ ໃຫ້ ຂ້າພະເຈົ້າ ຟັງວ່າ:

“ແຂວງ ອັດຕະປື ຮ້ອນ ຮ້ອນຮອດ 40 ອົງສາ ປົກກະຕິ 30 ປາຍ ອາກາດຮ້ອນ. ອາກາດ ຮ້ອນ ແລະ ແຫ້ງແລ້ງ ຜິດ ປົກກະຕິ ນີ່ ມັນເຖິງຂັ້ນ ປະຊາຊົນ ບໍ່ມີນ້ຳໃຊ້ ນ້ຳກິນບໍ່? ແມ່ນແລ້ວ ຄືເຂດເມືອງ ໄຊເສດຖາ ນ້ຳໃຊ້ເຂົາ ກໍບໍ່ມີ ມັນຂາດ ນ້ຳເຊກະໝານ ເຄີຍໃຊ້ ກໍບໍ່ໄດ້ໃຊ້ ແຫຼະ ບົກແຫ້ງ ຍາມນີ້ ກໍຮ້ອນ ປູປາ ກໍບໍ່ມີ ມັນຕາຍໄປ ໝົດແຫລະ.”

ຢູ່ກຳພູຊາ ອາກາດຮ້ອນ ແລະ ແຫ້ງແລ້ງ ຫຼາຍ ທາງການ ຈຳເປັນຕ້ອງ ປິດໂຮງຮຽນ ຫລື ເປີດສອນ ຊົ່ວໂມງ ໜ້ອຍລົງ ສັດກໍຕາຍ. ຢູ່ເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ໃນວຽດນາມ ນ້ຳທະເລ ຊຶ່ງ ເປັນນ້ຳເຄັມ ໄຫລເຂົ້າ ທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ ເພາະນ້ຳຂອງ ແຫ້ງເກີນໄປ ມີຣະດັບນ້ຳ ຕ່ຳກວ່າ ຣະດັບ ນ້ຳທະເລ.
ສື່ມວລຊົນ ຂອງ ທາງການລາວ ເຊັ່ນ ໜັງສືພິມ ວຽງຈັນທາມສ ຣາຍງານວ່າ ສະພາບ ຄວາມຮ້ອນ ແລະແຫ້ງແລ້ງ ໃນປີນີ້ ເກີດມາຈາກ ການປ່ຽນແປງ ຂອງ ດິນຟ້າ ອາກາດ. ແຕ່ ນັກຊ່ຽວຊານ ສາກົນ ເຊື່ອວ່າ ໄພແຫ້ງແລ້ງ ຢູ່ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ເກີດມາຈາກ ສາມສາເຫດ ໃຫຍ່ໆ ຄື

1. ການປ່ຽນແປງ ຂອງ ດິນຟ້າ ອາກາດ;

2. ການສ້າງ ເຂື່ອນໄຟຟ້າ ແລະ

3. ປະກົດການ ຜິດ ປົກກະຕິ ຂອງ El Nino.

ທ່ານ Brian Eyler ຮອງ ຜູ້ອຳນວຍການ ສະຖາບັນ Stimson Center ທີ່ ມີສຳນັກງານ ຢູ່ ນະຄອນຫຼວງ ວໍຊິງຕັນ ສະຫະຣັດ ອະເມຣິກາ ກ່າວຢູ່ ກອງປະຊຸມ ສັມມະນາ ກ່ຽວກັບ ການສ້າງເຂື່ອນ ເມື່ອ ເດືອນ ເມສາ ປີນີ້ວ່າ:

ທ່ານເວົ້າວ່າ "ມີສາເຫດ ຫຼາຍຢ່າງ ທີ່ພາໃຫ້ເກີດ ໄພແຫ້ງແລ້ງ ເຊັ່ນ ການສ້າງເຂື່ອນ ຢູ່ພາກເໜືອ ຂອງ ແມ່ນ້ຳຂອງ ໃນຈີນ ການສ້າງເຂື່ອນ ຢູ່ລາວ, ປະກົດການ ຜິດ ປົກກະຕິ ຂອງ El Nino ແລະ ການປ່ຽນແປງ ຂອງ ດິນຟ້າ ອາກາດ. ສິ່ງເຫລົ່ານີ້ ສົມທົບກັນ ພາໃຫ້ເກີດ ສະພາບແຫ້ງແລ້ງ ຢ່າງແຮງ ໃນພາກພື້ນ."

ເປັນຫຍັງເຂື່ອນ ຈຶ່ງມີສ່ວນເຮັດໃຫ້ ສະພາບ ແວດລ້ອມ ແຫ້ງແລ້ງ? ທ່ານ Eyler ອະທິບາຍ ວ່າ ໃນຍາມແລ້ງ ຕາມ ປົກກະຕິ ກ່ອນມີເຂື່ອນ ປະຣິມານ ນ້ຳທີ່ໄຫລ ລົງຕາມ ແມ່ນ້ຳຂອງ ພາກລຸ່ມ ແມ່ນນ້ຳມາຈາກ ຈີນ 40 ສ່ວນຮ້ອຍ ຂອງ ປະຣິມານ ທັງໝົດ; ອີກ 60 ສ່ວນຮ້ອຍ ມາຈາກ ສາຂາ ຂອງ ແມ່ນ້ຳຂອງ ຊຶ່ງ ສ່ວນຫຼາຍ ແມ່ນຢູ່ລາວ. ແຕ່ຫລັງຈາກ ສ້າງເຂື່ອນ ເຂື່ອນ ຂອງຈີນ ກັກນ້ຳໄວ້ ປ່ອຍນ້ຳ ລົງໜ້ອຍ ໜ້ອຍກວ່າ ປົກກະຕິ; ໃນຂນະດຽວກັນ ສາຂາໃຫຍ່ ຂອງ ແມ່ນ້ຳຂອງ ຢູ່ລາວ ເກືອບ ທຸກສາຍ ກໍມີເຂື່ອນ ໄຟຟ້າ ເຊັ່ນ ນ້ຳອູ ນ້ຳຄານ ນ້ຳງື່ມ ນ້ຳກະດິງ ແລະ ນ້ຳເຊບັງໄຟ ດັ່ງນີ້ ເປັນຕົ້ນ.

ແນ່ນອນ ເຂື່ອນເຫລົ່ານີ້ ກໍເກັບນ້ຳໄວ້ ໃນປະຣິມານ ອັນ ຫຼວງຫຼາຍ ຄືກັບເຂື່ອນ ຢູ່ຈີນ ປ່ອຍນ້ຳ ລົງໜ້ອຍ. ສລຸບແລ້ວ ເຂື່ອນ ຂອງຈີນ ກໍກັກນ້ຳ ເຂື່ອນຂອງລາວ ກໍບໍ່ປ່ອຍນ້ຳ; ຜົນທີ່ໄດ້ຮັບ ກໍຄື ສະພາບ ແຫ້ງແລ້ງ ໂດຍສະເພາະ ຢູ່ປະເທດ ທາງ ພາກລຸ່ມ ເຊັ່ນ ກຳພູຊາ ແລະ ວຽດນາມ.

ສາເຫດໃຫຍ່ ອີກຢ່າງນຶ່ງ ທີ່ພາໃຫ້ ເກີດ ສະພາບ ແຫ້ງແລ້ງ ກໍແມ່ນ ການປ່ຽນແປງ ຂອງ ດິນຟ້າ ອາກາດ ທີ່ເຮັດໃຫ້ ໜ່ວຍໂລກ ຮ້ອນຂື້ນ. ນັກວິທຍາສາດ ຄາດຄະເນ ວ່າ ໃນຣະຍະ 60 ປີ ຜ່ານມາ ໂລກຮ້ອນຂຶ້ນ 2 ອົງສາ Celsius ຈະຮ້ອນຂື້ນ ອີກ 2 ອົງສາ ພາຍໃນ 30 ປີ ຂ້າງໜ້າ ແລະ ຮ້ອນຂຶ້ນ ເລື້ອຍໆ.

ເປັນຫຍັງໂລກ ຂອງເຮົາ ຈຶ່ງຮ້ອນຂຶ້ນ? ນັກວິທຍາສາດ ຕອບວ່າ ເປັນຍ້ອນ ມະນຸດເຮົາ ປ່ອຍຄວັນພິດ carbon monoxide ທີ່ເກີດຈາກ ຣົດ ແລະ ໂຮງຈັກ ໂຮງງານ ອອກສູ່ ບັນຍາກາດ ແລະ ເປັນຍ້ອນມະນຸດ ເຮົາຕັດໄມ້ ທຳຣາຍປ່າ ຊຶ່ງ ເປັນ ສິ່ງແວດລ້ອມ ທີ່ຫັນໃຈ ເອົາຄວັນພິດ carbon monoxide. ໃນເມື່ອ ບໍ່ມີຕົ້ນໄມ້ ປ່າໄມ້ ຄວັນພິດ ກໍນັບມື້ ຫຼາຍຂຶ້ນ.

ບັນຫາມີຢູ່ວ່າ ໃນເມື່ອມີຫຼາຍ ຄວັນພິດ ຈະປົກຄຸມ ໜ່ວຍໂລກເຮົາຢູ່ ຈະບໍ່ປິວໜີ ຫລື ຫາຍສາບສູນ ໄປໃສ. ໃນເມື່ອ ຄວັນ ປົກຄຸມໂລກ ຢູ່ ຄວາມຮ້ອນ ທີ່ເກີດຂຶ້ນ ຕາມໜ້າໂລກ ກໍບໍ່ສາມາດ ຣະບາຍ ອອກໄດ້ ເຮັດໃຫ້ ອາກາດ ຂອງໂລກຮ້ອນ ຂຶ້ນ ຮ້ອນຂຶ້ນ.

ນັກວິທຍາສາດ ເອິ້ນ ປະກົດການ ນີ້ວ່າ ປະກົດການ ເຮືອນແກ້ວ. ໜ່ວຍໂລກ ກໍຄືເຮືອນ ຫລັງນຶ່ງ ທີ່ມຸງ ແລະອ້ອມ ດ້ວຍແກ້ວ ຄວັນ ແລະຄວາມຮ້ອນ ບໍ່ສາມາດ ລະບາຍ ອອກໄດ້. ເຈົ້າໜ້າທີ່ ຫ້ອງການ ອຸຕຸນິຍົມ ອຸທົກກະສາດ ແຂວງ ອັດຕະປື ອະທິບາຍ ປະກົດການນີ້ ຕື່ມວ່າເ

“ທັມມະຊາດ ປ່ຽນແປງ ໄປເລີຍ ແມ່ນ້ຳບົກແຫ້ງ ນ້ຳເຊກະໝານ ກໍບົກແຫ້ງ ແຕ່ລະປີ ມັນບໍ່ໄດ້ ບົກແຫ້ງ ອັນນີ້ມັນ ບົກແຫ້ງ ຍ່າງໄປ ຍ່າງມາ ກໍໄດ້ ມີໂຮງຈັກ ໂຮງງານ ມັນກໍພາໃຫ້ມີ ມົລພິດ ມີອາກາດ ຮ້ອນ ຄືວ່າ ເຮືອນແກ້ວ ອີສັງນິແລ້ວ. ແລະເຂົາເວົ້າ ອີກວ່າ ແມ່ນເປັນຍ້ອນ ການຕັດໄມ້ ທຳຣາຍປ່າ ນຳ ມັນແມ່ນ ແນວນັ້ນ ນຳບໍ່? ແມ່ນ. ອະທິບາຍ ເບິ່ງດຸວ່າ ມັນແມ່ນ ແນວໃດ? ຕັດໄມ້ນີ່ ມັນກະພາໃຫ້ ປ່ຽນແປງ ທັມມະຊາດ ມັນບໍ່ມີ ຄວາມຊຸມຊື່ນ. ຄັນມີຕົ້ນໄມ້ ຫຼາຍ ດິນຟ້າ ອາກາດ ກໍຊຸມຊື່ນ ແມ່ນບໍ່? ແມ່ນ.”

ອີກສາເຫດໃຫຍ່ ນຶ່ງ ທີ່ເຮັດໃຫ້ ມີໄພແຫ້ງແລ້ງ ຢູ່ລາວ ແລະ ປະເທດອື່ນໆ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ກໍຄື ຣະບົບ ອາກາດ ປະກົດການ ຜິດ ປົກກະຕິ ຂອງ El Nino ຊຶ່ງເປັນຣະບົບ ອາກາດ ທີ່ຮ້ອນ ແລະ ຝົນຕົກໜ້ອຍ ກວ່າ ປົກກະຕິ. ກົມ ອຸຕຸນິຍົມ ວິທຍາ ຂອງ ອອສເຕຣເລັຽ ຣາຍງານວ່າ ປະກົດການ El Nino ເກີດຂຶ້ນ ຢູ່ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ນັບແຕ່ເດືອນ ສາມ ປີກາຍ ເປັນຕົ້ນມາ ແລະ ຈະຍາວນານໄປ ເຖິງກາງປີ ນີ້.