ສວນປູກກ້ວຍຂອງຈີນສ້າງ ມົລພິດ

ອຸ່ນແກ້ວ ສຸກສະຫວັນ
2016.04.21
F-fish ປາ ຢູ່ໃນໜອງ ຂອງ ຊາວບ້ານນໍ້າເກິ່ງ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຕາຍ ແບບບໍ່ຮູ້ສາເຫດ
RFA/VD

ປຸຍເຄມີທີ່ຂາດການຄວບຄຸມ

ການສໍາປະທານ ທີ່ດິນ ປູກກ້ວຍ ຢູ່ພາກເໜືອ ຂອງລາວ ມີເຖິງ 20 ພັນ ເຮັກຕາ ໂດຍແມ່ນ ນັກ ທຸຣະກິຈ ຈີນ ເປັນ ຜູ້ລົງທຶນ ແລະ ການປູກກ້ວຍ ມີທັງຜົນ ໄດ້ຮັບ ທາງ ເສຖກິຈ ແລະ ຜົນກະທົບ ຕໍ່ຄົນ ແລະ ສິ່ງແວດລ້ອມ. ເມື່ອ ສົມທຽບກັນ ຣະຫວ່າງ ການສູນເສັຍ ກັບ ຜົນໄດ້ຮັບ ແລ້ວ ມັນກຸ້ມຄ່າ ຫລືບໍ່.

ເມື່ອເວົ້າເລື້ອງ ຜົນກະທົບ ຈາກສວນກ້ວຍ: ພວກເຮົາ ຈະເຫັນວ່າ ສື່ມວນຊົນ ຢູ່ລາວ ຣາຍງານ ເລື້ອງສວນກ້ວຍ ຢູ່ແຂວງ ພາກເໜືອ ທີ່ ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຄົນ ຫຼາຍຂຶ້ນ.

ມີຣາຍງານວ່າ ປາ ໃນໜອງ ຂອງຊາວບ້ານ ຕາຍ 900 ກິໂລກຼັມ ຍ້ອນວ່າ ສານເຄມີ ເປັນ ຕົ້ນເຫດ ຊຶ່ງເຫດການ ດັ່ງກ່າວ ເກີດຂຶ້ນ ຢູ່ບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນ ເດືອນມິນາ ທີ່ຜ່ານມາ, ແລະ ເຈົ້າຂອງ ສວນກ້ວຍ ກໍຍອມ ຈ່າຍຄ່າ ຊົດເຊີຍ ໃຫ້ກັບເຈົ້າຂອງ ໜອງປາ ໃນມູນຄ່າ 15 ລ້ານ ກີບ.

ເຈົ້າໜ້າທີ່ ກະສິກັມ ຢູ່ແຂວງ ຫຼວງນໍ້າທາ ເຄີຍກ່າວຕໍ່ ເອເຊັຽ ເສຣີວ່າ ເຈົ້າຂອງ ສວນກ້ວຍ ທີ່ ເປັນນາຍຈ້າງ ບໍ່ກ້າຈ້າງ ກັມມະກອນ ໃຫ້ເຮັດວຽກ ຢູ່ສວນກ້ວຍ ໄດ້ເກີນ 2 ຫາ 3 ປີ ຕໍ່ກັນ ຍ້ອນວ່າ ເຂົ້າເຈົ້າຢ້ານ ກັມມະກອນ ຈະເສັຽຊີວິດ ຢູ່ສວນກ້ວຍ ແລະ ນາຍຈ້າງ ຢ້ານໄດ້ ເສັຽຄ່າຫົວໃຫ້.

ຍັງມີອີກຫຼາຍ ເຫດການ ທີ່ເກີດຂຶ້ນ ເຊັ່ນ ຊາວບ້ານ ເຂດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄປເຮັດວຽກ ໃນສວນກ້ວຍ ແລ້ວ ເກີດຕຸ່ມ ຕາມຕົນໂຕ ແລະ ກໍມີເດັກນ້ອຍ ເປັນລູກ ກັມມະກອນ ທີ່ເຮັດວຽກ ຢູ່ຕາມ ສວນກ້ວຍ ເກີດຕຸ້ມ ຕາມຕົນໂຕ ເຊັ່ນດຽວກັນ.
ທັງຫມົດນີ້ ຄື ຕົວຢ່າງ ຜົນກະທົບ ຈາກ ສານເຄມີ ທີ່ໃຊ້ຢູ່ໃນ ສວນກ້ວຍ ທີ່ເປັນຂອງ ນັກລົງທຶນຈີນ, ໂດຍສະເພາະ ສວນກ້ວຍ ຢູ່ ພາກເໜືອ ຂອງ ປະເທດລາວ.

ສິ່ງທີ່ກ່າວ ມານັ້ນ ມັນເກີດຈາກ ການໃຊ້ ສານເຄມີ ທີ່ບໍ່ມີ ການຄວບຄຸມ ແລະ ຄຸ້ມຄອງ ສານເຄມີ ແລະ ບໍ່ມີການ ກໍາຈັດ ສິ່ງເສດເຫລືອ. ແລະ ບາງ ກໍຣະນີ ສານເຄມີ ທີ່ໃຊ້ຢູ່ ໃນສວນກ້ວຍ ແມ່ນຖືກ ຫ້າມໃຊ້ ໃນ ປະເທດລາວ. ອີງຕາມ ການວິໄຈ ຂອງ ສະຖານ ບັນວິຈັຍ ກະສິກັມ ແລະ ປ່າໄມ້ ແຫ່ງຊາດ ລາວ ຫລື NAFRI.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.