ຜແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍຣິສັດ ວາຍແອວ ຊ້ຽວ ພັທນາກະສິກັມ ຈຳກັດ ຂອງນັກລົງທຶນຈີນ ເພື່ອສຶກສາ ສຳຣວດ ຄວາເມປັນໄປໄດ້ໃນການລົງທຶນ ສັມປະທານທີ່ດິນ ເນື້ອທີ່ປະມານ 80 ເຮັກຕ້າຣ໌ ຢູ່ບ້ານປົວ ເມືອງພູກູດ ແຂວງ ຊຽງຂວາງ ເພື່ອປູກຫຍ້າລ້ຽງງົວ.
ໂຄງການດັ່ງກ່າວ ມີເປົ້າໝາຍລ້ຽງງົວ ສົ່ງຂາຍໄປຈີນ, ວຽດນາມ ແລະ ພາຍໃນປະເທດ ແຕ່ ມີຊາວບ້ານ ຈຳນວນ 15 ຄອບຄົວ ຢູ່ບ້ານປົວ ຈະຕ້ອງເສັຽດິນນາ ເນື້ອທີ່ 20 ປາຍເຮັກຕ້າຣ໌ ແລະ ເຂົາເຈົ້າຍັງບໍ່ຮູ້ວ່າ ຈະໄດ້ຄ່າຊົດເຊີຍເທົ່າໃດ ຈົນກະທັ່ງ ຜົລການສຶກສາ ສຳຣວດຈະອອກມາ.
ຊາວບ້ານປົວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ກໍຣະກະດາ ວ່າ:
"ຊາວ ບ້ານ ຫັ້ນ ໄປ ແລ້ວ ຄອບ ຄົວ ທີ່ ວ່າ ມີ ຜົ ລ ກະ ທົບ ຫັ້ນ ກໍ ໄດ້ ໂອ້ ລົມ ກັນ ແລ້ວ ສຸດ ທ້າຍ ເພິ່ນ ກໍ ໃຫ້ ສຶກ ສາ ຄວາມ ເປັນ ໄປ ໄດ້ ໄດ້ໂຕ ນັ້ນ ຮຽບ ຮ້ອຍ ບົດ ສິ່ງ ແວດ ລ້ອມຄົບ ແລ້ວ ເພິ່ນ ຈຶ່ງ ເຊັນ ສັນ ຍາ ການ ໃຫ້ ເຊົ່າ ສັມ ປະ ທານ ."
ໄລຍະຜ່ານ ບໍຣິສັດ ວາຍແອວ ຊ້ຽວ ພັທນາ ກະສິກັມ ຈຳກັດ ລົງມາສົມທົບກັບຄະນະບ້ານ ແລະ ເຈົ້າຂອງດິນທີ່ 2 ຄັ້ງ ສ່ວນຊາວບ້ານຄົນອື່ນ ທີ່ຈະບໍ່ເສັຽທີ່ດິນ ຍັງບໍ່ຮູ້ຂໍ້ມູນເຣື່ອງນີ້.
ຊາວບ້ານ ມີຄວາມກັງວັນ ຕໍ່ການປູກຫຍ້າ ເພາະວ່າ ຈະມີການໃຊ້ສານເຄມີ ຍ້ອນວ່າ ປັດຈຸບັນ ມີບໍຣິສັດປູກໝາກກ້ຽງຂອງຈີນ ຢູ່ໃນບ້ານດັ່ງກ່າວ ໃຊ້ສານເຄມີຢາຂ້າຫຍ້າ.
ເຈົ້າໜ້າທີ່ບ້ານປົວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນດຽວກັນວ່າ:
"ເອີ! ກໍ ກັງ ວົນ ຫັ້ນ ແຫຼະ ຖ້າ ມັນ ໃຊ້ ມັນ ກໍ ບໍ່ ດີ ຫັ້ນ ແຫຼະ ສີດ ຢາ ຄື ບໍ ຣິ ສັດ ຈີນ ມາ ປູກ ໝາກ ກ້ຽງ ເຂົາ ເຈົ້າ ສີດ ຢາ ເດ້ ຈຸນີ້ ນ່າ ສີດ ຢາ ຂ້າ ຫຍ້າ ຂ້າ ຫຍ້າ ຫັ້ນ ນ່າ ຈຸ ອ້າຍ ກໍ ບໍ່ ຢາກ ໃຫ້ ໃຊ້ ຫັ້ນ ແຫຼະ ສານເຄ ມີນີ້ນະ ."
ເຖິ່ງຢ່າງໃດກໍຕາມ, ຢູບ້ານ ປົວ ເມືອງພູກູດ ມີໂຄງການປູກຫຍ້າລ້ຽງງົວ ຂອງຂແນງນິເວດວິທຍາ ແຂວງຊຽງຂວາງ ມາທົດລອງ ແຕ່ ບໍ່ໄດ້ສ້າງຜົລກະທົບແນວໃດຕໍ່ຊຸມຊົນເທື່ອ. ການປູກຫຍ້າ ຈະຕ້ອງມີການໃຊ້ສານເຄມີ ຈຳນວນນຶ່ງ ເພື່ອຂ້າຫຍ້າ.
ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງ ພູກູດ ກ່າວວັນທີ 7 ກໍຣິກະດາ ວ່າ:
"ມັນ ມີ ບາງ ບ່ອນ ທີ່ ວ່າ ມັນ ເປັນ ດິນ ຈັບ ຈອງ ຂອງ ຊາວ ບ້ານ ກໍ ມີ ຢູ່ [ ຄ່າ ຊົດ ເຊີຍ ] ໂຕນີ້ ກໍ ຂຶ້ນ ກັບ ອັນ ນ່າ ເຂົາ ເຈົ້າ ລົມ ກັນ ເນາະ ເຂົາ ເຈົ້າ ໄປ ກວດ ກາ ແລ້ວ ເຂົາ ເຈົ້າ ກໍ ລົມ ກັນ ທາງ ບ້ານ ທາງ ເມືອງ ເຂົາ ເຈົ້າ , ສານ ເຄ ມີ ສ່ວນ ຫຼາຍ ຈະ ໄດ້ ໃຊ້ ຈຳ ນວນ ນຶ່ງ ທີ່ ວ່າ ໃນ ເບື້ອງ ຕົ້ນ ທີ່ ວ່າ ບາງ ບ່ອນ ເຂົາ ເຈົ້າ ໃຊ້ ອັນ ນ່າ ຍາ ຂ້າຍ ຫຍ້າ ກ່ອນ ປູກບໍ່ ຈະ ມີ ຈຳ ນວນ ນຶ່ງ ."
ເຈົ້າໜ້າທີ່ ແນະນຳໃຫ້ຊາວບ້ານ ມີການລ້ອມຮົ້ວດິນນາ ຂອງຕົນເອງ ເພື່ອປ້ອງກັນບໍ່ໃຫ້ງົວ ຂອງໂຄງການ ເຂົ້າໄປທຳລາຍພືດຜົລ ຂອງຊາວບ້ານ ໃນເວລາ ທີ່ລິເຣີ່ມໂຄງການ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຊຽງຂວາງ ໄດ້ກ່າວ ໃນວັນທີ 7 ກໍຣະກະດາ ວ່າ:
"ປະ ຊາ ຊົນຫັ້ນ ກໍ ມີ ແຕ່ ວ່າ ເຂົາ ເຈົ້າ ລ້ອມ ຮົ້ວ ຂອບ ເຂດ ອ້ອມ ໄຮ່ ອ້ອມ ນາ ເຂົາ ຊື່ໆ ແຫຼະ ຂັ້ນ ເທິງ ກໍ ແນະ ນຳ ໃຫ້ ເຂົາ ເຈົ້າ ເຮັດ ແນວ ນັ້ນ ແຕ່ ວ່າ ເຂົາ ບໍ່ ເຮັດ ກໍ ບໍ່ ຮູ້ ນຳ ເພິ່ນ ."
ໂຄງການສຶກສາ ສຳຣວດ ຄວາມເປັນໄປໄດ້ ໃນການສັມປະທານທີ່ດິນ ປູກຫຍ້າ ເພື່ອລ້ຽງງົວພັນຊີ້ນ ແລະ ຂຍາຍພັນງົວ ຍັງບໍ່ທັນມີການລິເຣີ່ມ. ຖ້າໂຄງການ ໄດ້ຮັບການອະນຸມັດ, ບໍຣິສັດດັ່ງກ່າວ ກໍຈະດຳເນີນ ເປັນການລ້ຽງງົວພັນຊີ້ນ ແລະ ປູກຫຍ້າເອງ ແລະ ວ່າຈ້າງຄົນງານລາວ ມາເຮັດວຽກນຳ ອິງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຊຽງຂວາງ.