ບໍ່ແກ້ວ ໄດ້ຮັບຜົລກະທົບ ຍ້ອນເຂື່ອນຈີນ

ສິດນີ
2019.07.14
F-Mekong-dam-China 1 ໃນ 7 ເຂື່ອນ ທີ່ ຈີນ ສ້າງໃສ່ແມ່ນໍ້າຂອງ ໃນປະເທດຈີນ
Public Domain

ປະຊາຊົນ ສອງຝັ່ງແມ່ນ້ຳຂອງ ລາວ-ໄທ 500 ປາຍຄອບຄົວ ໃນຈຳນວນ 25 ບ້ານ ໄດ້ຮັບຜົລກະທົບ ຢ່າງໜັກ ຈາກການປິດ-ເປີດນ້ຳ ຈາກເຂື່ອນ ຈີນຫົງ ແຂວງຢູນານ ຂອງຈີນ ໃນໄລ​ຍະ ເດືອນເມສາຜ່ານມາ. ເຂື່ອນດັ່ງກ່າວ ໄດ້ເລີ້ມປ່ອຍນ້ຳ ໃນມື້ວັນທີ 11 ເມສາ ປີ 2019 ເພື່ອລະບາຍນ້ຳ ອອກຈາກ ອ່າງເກັບນ້ຳ ໃນປະຣິມານ 2000-3000 ແມັດກ້ອນ ຕໍ່ວິນາທີ ເປັນເວລາ 7 ມື້ ແລະ ໃນເວລາ ທີ່ປ່ອຍນ້ຳນັ້ນ ກໍໄດ້ສົ່ງຜົລກະທົບ ຕໍ່ປະຊາຊົນລາວ ໃນ 5 ບ້ານ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເຮັດໃຫ້ ປະຊາຊົນ ບໍ່ສາມາດ ຫາລາຍໄດ້ ຈາກການ ເກັບໃຄຫິນ ການປະມົງ ແລະ ການປູກຝັງ ຕາມແຄມນ້ຳຂອງ ເໝືອນດັ່ງ ປີຜ່ານມາ, ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 2 ກໍຣະກະດານີ້ວ່າ:

"ຂຶ້ນກໍຂຶ້ນສູງ ພໍສົມຄວນແຫຼະ ນ້ຳຂອງຂຶ້ນນີ້ນະ ກໍແມ່ນຣະດູແລ້ງ ມັນປ່ອຍນ້ຳຕລອດ ກໍກະທົບຫຼາຍແຫຼະ ກະທົບໜັກ ກໍເຣື້ອງໃຄຫິນ ບໍ່ມີເລີຍໃຄປີນີ້ ບໍ່ມີເລີຍ ຣະດູໃຄອອກແລ້ວ ນ້ຳມັນ ກໍບໍ່ຫຼຸດ ນ້ຳມັນ ແຮງບໍ່ເປັນທັມມະຊາດ ກະທົບຫຼາຍ ແຕ່ເໜືອຮອດໃຕ້ ຫຼາຍຮ້ອຍ ຄອບຄົວ.”

ທ່ານກ່າວຕື່ມວ່າ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບນັ້ນ ຢູ່ເມືອງຕັ້ນເຜິ້ງ 200 ຄອບຄົວ ເປັນຕົ້ນ ປະຊາຊົນ ບ້ານປາກງາວ ບ້ານສີບຸນເຮືອງ, ບ້ານສີເມືອງງາມ ບ້ານຫ້ວຍຕາບ ແລະ ບ້ານໂຄກຫຼວງ. ໃນຣະດູແລ້ງ ທຸກໆປີ ປະຊາຊົນ ໃນບ້ານດັ່ງກ່າວ ຈະພາກັນໄປຫາໃຄຫິນ ເພື່ອສ້າງລາຍໄດ້ ໃຫ້ແກ່ຄອບຄົວ ແລະ ປູກພືດຕາມແຄມຂອງ ແຕ່ເມື່ອເຂື່ອນ ຈີນຫົງ ທີ່ຕັ້ງ ຢູ່ຫ່າງ ຈາກບ້ານຂະເຈົ້າປະມານ 300 ກິໂລແມັດ ປ່ອຍນ້ຳ ເຮັດໃຫ້ນ້ຳຖ້ວມ ໂງ່ນຫິນ ທີ່ໃຄຫິນ ຈັບນັ້ນ ເສັຽຫາຍໝົດ ຊາວບ້ານ ບໍ່ສາມາດເກັບໃຄຫິນໄດ້ ສ່ວນຜົລກະທົບ ປະເພດອື່ນໆນັ້ນ ກໍແມ່ນການ ຫາປາ ການປູກຝັງຕາມແຄມຂອງ ແລະ ການເດີນເຮືອຄ້າຂາຍ ຂອງຊາວບ້ານ.

ນອກຈາກນັ້ນ, ທີ່ຝັ່ງໄທ ຊາວບ້ານ ຢູ່ເມືອງຊຽງແສນ ແລະ ຊຽງຂອງ ແຂວງຊຽງຮາຍ ຈຳນວນ 320 ຄອບຄົວ ປະມານ 20 ບ້ານ ທີ່ອາສັຍ ຢູ່ຕາມແຄມຂອງ ກໍໄດ້ຮັບ ຜົລກະທົບ ຈາກການປ່ອຍນ້ຳ ຈາກເຂື່ອນ ຂອງຈີນເໝືອນກັນ ເປັນຕົ້ນ ການຫາປາ ການເກັບໃຄຫິນ ແລະ ການເຮັດກະເສດ ຕາມແຄມຂອງ ດັ່ງຊາວບ້ານຫາດໃຄ້ ເມືອງຊຽງຂອງ ແຂວງຊຽງຮາຍ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 2 ກໍຣະກະດາ ນີ້ວ່າ:

"ຕອນນັ້ນ ນ້ຳມັນຂຶ້ນມາ ຂຶ້ນມາຈົນຖ້ວມລານ ກະທົບ ເພາະວ່າ ຄົນຫາປາ ປາມັນ ຈະບໍ່ເຂົ້າໃຈ ທັມມະຊາດນ້ຳແລ້ວ ນ້ຳມັນ ບໍ່ປົກກະຕິ ນ້ຳຂຶ້ນກໍຂຶ້ນຫຼາຍ ນ້ຳລົງ ກໍລົງຫຼາຍ ລົງແຮງຫຼາຍ ນ້ຳມັນ ບໍ່ປົກກະຕິ ແລ້ວຊາວສວນ ຊາວຫຍັງ ຢູ່ເກາະຢູ່ດອນ ນ້ຳມັນກໍຖ້ວມໝົດ ມັນນ້ຳຖ້ວມເສັຽຫາຍ ໝົດເລີຍ.”

ອີງຕາມ ການລົງພື້ນທີ່ ຮິບໂຮມຂໍ້ມູນ ໃນໄລ​ຍະ ເດືອນເມສາ ປີ 2019 ຜ່ານມາ ຂອງເຄືອຂ່າຍ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທ ຫຼັງຈາກ ຈີນໄດ້ປ່ອຍນ້ຳ ເຮັດໃຫ້ຣະດັບນ້ຳຂອງ ສູງຂຶ້ນ ເຖິງ 3.7 ແມັດ, ຊຶ່ງຖືວ່າ ນ້ຳຂຶ້ນສູງ ທີ່ສຸດໃນຮອບ 37 ປີ ແລະ ຫຼັງຈາກ ປ່ອຍນ້ຳ 1 ອາທິດ ຣະດັບນ້ຳສູງຂຶ້ນ ຈົນຮອດ ເດືອນພຶສພາ ນ້ຳກໍຍັງບໍ່ຫຼຸດລົງ. ປັດຈຸບັນ ຫຼຸດລົງ ແດ່ແລ້ວ ປະມານ 1.50 ແມັດ. ການເປີດ-ປິດນ້ຳ ຂອງເຂື່ອນໃນຈີນ ຄັ້ງນີ້ ທ່ານ Sopheak Meas ເຈົ້າຫນ້າທີ່ ຄນະກັມມະທິການ ແມ່ນ້ຳ ຂອງສາກົນ ຫຼື MRC ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 2 ກໍຣະກະດາວ່າ:

“ທາງອົງການ ໄດ້ຮັບຮູ້ ເຣື້ອງນີ້ ແລະ ກໍໄດ້ມີການແຈ້ງເຕືອນ ໃຫ້ຣະວັງ ນ້ຳຖ້ວມ ຫາພາກສ່ວນກ່ຽວຂ້ອງ ຂແນງການຕ່າງໆ ໃນປະເທດໄທ, ລາວ, ວຽດນາມ ແລະ ກຳພູຊາ ໃນວັນທີ 8 ເມສາ ຜ່ານມາ ຫຼັງຈາກ ກະຊວງຊັພຍາກອນນ້ຳ ຂອງຈີນ ແຈ້ງການວ່າ ຈະເປີດປະຕູນ້ຳ ຂອງເຂື່ອນ ຈີນຫົງ ໃນເວລານັ້ນ.”

ກຸ່ມອະນຸຮັກ ຊຽງຂອງ ແຂວງຊຽງຮາຍ ກຳລັງ ຮ່າງໜັງສື ສົ່ງໄປຫາ ປະທານປະ​ເທດຈີນ ຜ່ານສຖານທູດຈີນ ທີ່ບາງກອກ ໃນໄວໆນີ້ ເພື່ອໃຫ້ທາງການຈີນ ຮັບຜິດຊອບ ຄວາມເສັຽຫາຍ ທີ່ເກີດຂຶ້ນ ກັບຊາວບ້ານ ຍ້ອນການປ່ອຍນ້ຳ ຈາກເຂື່ອນຈີນ. ເຈົ້າຫນ້າທີ່ ສະຫະຣັດ ຈາກສຖານທູດສະຫະຣັດ ປະຈຳປະເທດໄທ ກໍຈະໄປ ພົບພໍ້ ກັບຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ທີ່ເມືອງຊຽງແສນ ແລະ ຊຽງຂອງ ໃນໄວໆນີ້ ກ່ຽວກັບບັນຫາດັ່ງກ່າວ.

ອີງຕາມ ຂໍ້ມູນເບື້ອງຕົ້ນ ເລີ້ມແຕ່ ວັນທີ 11 ເມສາ ເປັນຕົ້ນມາ ຈີນ ໄດ້ປ່ອຍນ້ຳ ຈາກເຂື່ອນ ຈີນຫົງ ແຂວງຢູນານ ຂນາດໃຫຍ່ ເຮັດໃຫ້ປະເທດ ໃຕ້ແມ່ນ້ຳຂອງ ໄດ້ພາກັນ ຣະມັດຣະວັງ ນ້ຳຖ້ວມ ໄຫລແຮງ ຢ່າງກະທັນຫັນ ແລະ ຜິດປົກກະຕິ. ເຈົ້າຫນ້າທີ່ ຈາກໄທ ລາວ ແລະ ກຳພູຊາ ໄດ້ພາກັນ ເຝົ້າຣະວັງ ເຫດພັຍ ພິບັດຈະເກີດຂຶ້ນຢ່າງໃກ້ຊິດ ຫຼັງຈາກ ຖືກແຈ້ງການ ຈາກທາງການຈີນ ວ່າ ເຂື່ອນຈີນຫົງ ຂນາດ 1750 ເມກາວັດ ຕ້ອງໄດ້ປ່ອຍນ້ຳ ອອກຈາກ ອ່າງເກັບນ້ຳ ຍ້ອນຝົນຕົກໜັກ ເປັນເວລາຫຼາຍມື້ ໃນເວລານັ້ນ.

ສຳລັບ ສປປລາວແລ້ວ ແຂວງທີ່ໄດ້ຮັບ ຜົລກະທົບ ຫຼາຍກວ່າໝູ່ ແມ່ນແຂວງບໍ່ແກ້ວ ເພາະຕັ້ງ ຢູ່ບໍ່ໄກ ຈາກເຂື່ອນດັ່ງກ່າວ ພຽງແຕ່ 300 ກິໂລແມັດ ເທົ່ານັ້ນ ເຈົ້າຫນ້າທີ່ ແຂວງບໍ່ແກ້ວ ກ່າວຕໍ່ ເອເຊັຽເສຣີ ກ່ອນຫນ້ານີ້ວ່າ ຫຼັງຈາກ ໄດ້ຮັບແຈ້ງການ ຈາກທາງການຈີນ ວ່າ ຈະມີການປ່ອຍນ້ຳ ຈາກເຂື່ອນ ຈີນຫົງ ພວກທ່ານ ກໍໄດ້ປ່າວເຕືອນ ໜ່ວຍງານຕ່າງໆ ໃຫ້ເຕືອນຊາວບ້ານ ເປັນຕົ້ນ ບ້ານຢູ່ແຄມຂອງ ໃຫ້ຣະມັດຣະວັງ ພັຍອັນຕຣາຍ ຈາກເຫດນ້ຳຖ້ວມ.

ທ່ານວ່າ ສູນວັດແທກນ້ຳ ໃນແມ່ນ້ຳຂອງ ຢູ່ເມືອງຫ້ວຍຊາຍ ຈະວັດແທກ ຣະດັບນ້ຳຂອງ ໃນແຕ່ລະມື້ ເພື່ອປ່າວເຕືອນ ປະຊາຊົນ ກ່ອນເຫດ ພັຍພິບັດຈະເກີດຂຶ້ນ. ທ່ານຍັງບອກອີກວ່າ ບາງປີ ການປ່ອຍນ້ຳ ຈາກເຂື່ອນ ຂອງຈີນ ເຮັດໃຫ້ຣະດັບນ້ຳ ໃນແມ່ນ້ຳຂອງ ສູງເຖິງ 10 ແມັດກໍມີ.

ອົງການ ເຄືອຂ່າຍ ແມ່ນ້ຳສາກົນ ໄດ້ເຕືອນຈີນ ເຖິງພັຍອັນຕຣາຍ ທີ່ເກີດຂຶ້ນ ຈາກການປ່ອຍນ້ຳ ຈາກເຂື່ອນ ຈີນຫົງ ໃນແຕ່ລະປີ ຕໍໍ່ປະຊາຊົນ ໃນປະເທດໃຕ້ນ້ຳ ເປັນຕົ້ນ ລາວ, ໄທ ແລະ ກຳພູຊາ. ອົງການດັ່ງກ່າວເວົ້າວ່າ:

“ການປ່ອຍນ້ຳ ຈາກເຂື່ອນຈີນຫົງ ຂອງຈີນ ລົງໃສ່ອ່າງແມ່ນ້ຳຂອງ ຕອນໃຕ້ ພາໃຫ້ເກີດ ພັຍພິບັດ ລາຍໃຫຍ່ ຕໍ່ປະເທດໃຕ້ນ້ຳ.”

ເຈົ້າຫນ້າທີ່ ຈາກອົງການ ສີ້ງຊອມ ແມ່ນ້ຳຂອງ ຫຼື MEKONG WATCH ເວົ້າວ່າ ຈີນ ຕ້ອງຮັບຜິດຊອບ ກ່ຽວກັບຜົລກະທົບ ທີ່ປະຊາຊົນ ໃຕ້ນ້ຳ ໄດ້ຮັບຈາກການປ່ອຍນໍ້າ ຈາກເຂື່ອນຂອງຈີນ. ນັກວິເຄາະເວົ້າວ່າ ແມ່ນ້ຳຂອງ ເປັນແມ່ນ້ຳ ນາໆຊາດ ການໃຊ້ນ້ຳ ຮ່ວມກັນ ຖືວ່າສຳຄັນ ຕໍ່ຊິວິດ ການເປັນຢູ່ ຂອງປະຊາຊົນ ຕາມແຄມຂອງ ໃນປະເທດໃຕ້ນ້ຳ ອົງການ ແມ່ນ້ຳຂອງ ຫຼື MRC ຕ້ອງມີກົດຣະບຽບ ກ່ຽວກັບ ບັນຫາດັ່ງກ່າວ ດັ່ງນັ້ນ ຈີນ ຈະປ່ອຍນ້ຳ ຈາກເຂື່ອນ ທຸກຄັ້ງ ຕ້ອງໄດ້ຮັບ ອະນຸຍາດ ຈາກປະເທດ ໃຕ້ນ້ຳກ່ອນ ບໍ່ດັ່ງນັ້ນ ຄວາມເສັຽຫາຍ ທີ່ເກີດຂຶ້ນ ກັບຊາວບ້ານ ໃຜຈະຮັບຜິດຊອບ ທ່ານກ່າວ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.