ບໍລິສັດຈີນ ສຶກສາຄວາມເປັນໄປໄດ້ ປູກໝາກຖົ່ວລຽນ ຢູ່ ຂ. ຈໍາປາສັກ

ພອນ ພູມ​ມີ​ທອນ
2025.01.07
ບໍລິສັດຈີນ ສຶກສາຄວາມເປັນໄປໄດ້ ປູກໝາກຖົ່ວລຽນ ຢູ່ ຂ. ຈໍາປາສັກ ໝາກຖົ່ວລຽນລາວ ປູກເອງໃນທ້ອງຖິ່ນ ທີ່ພວກແມ່ຄ້າ ຂາຍໝາກໄມ້ ນຳມາວາງຂາຍ ຕາມແຄມທາງ ເຂດເມືອງປາກຊ່ອງ ແຂວງຈຳປາສັກ. (TS) ເດືອນກໍລະກົດ 2018
RFA

ໃນວັນທີ 3 ມັງກອນ 2025, ພະແນກແຜນການ ແລະ ການລົງທຶນ ແຂວງຈໍາປາສັກ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ກັບບໍລິສັດ ລາວຢວນຊົ່ວ ການຄ້າ ແລະ ການຂົນສົ່ງ ຈໍາກັດ ຂອງນັກລົງທຶນຈີນ ເພື່ອສຶກສາຄວາມເປັນໄປໄດ້ ໃນການລົງທຶນ ໂຄງການປູກໝາກຖົ່ວລຽນ ແລະ ປູກພືດກະສິກໍາ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານສ້ອມໂຮງ, ເມືອງມູນລະປະໂມກ ແຂວງຈໍາປາສັກ.

ໃນການເຊັນບົດບັນທຶກນີ້, ບໍລິສັດຈີນດັ່ງກ່າວ ຈະສຶກສາຄວາມເປັນໄປໄດ້ ໃນການປູກໝາກຖົ່ວລຽນ ແລະ ພືດກະສິກໍາ ອື່ນໆກ່ອນ, ໂດຍເປັນດິນ ຂອງລັດ ທີ່ອາດມີຊາວບ້ານ ເຂົ້າໄປຈັບຈອງ ເຮັດການຜະລິດ ຢູ່ແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພະແນກແຜນການ ແລະ ການລົງທຶນ ແຂວງຈໍາປາສັກ ທ່ານໜຶ່ງ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ມັງກອນ 2025.

“ປູກໝາກຖົ່ວລຽນ. ຕົວນີ້, ເພິ່ນສໍາປະທານ ດິນລັດເຈົ້າ, ສຶກສາສໍາຫຼວດ ຂອງລັດ ເປັນດິນລັດ ເປັນປ່າຫັ້ນແຫຼະ, ແຕ່ວ່າ ມີປະຊາຊົນ ໄປຈັບຈອງຊື່ໆ ໄປທໍານາ ໄປທໍາການຜະລິດຊື່ໆ ແຕ່ວ່າ ຄັນມີໂຄງການ ມີຫຍັງມາ, ລັດກໍຄຸ້ມຄອງ.”

ປັດຈຸບັນ, ໃນເຂດບ້ານສ້ອມໂຮງ ແລະ ບ້ານໜອງບົວທອງ, ເຊິ່ງເປັນບ້ານໃກ້ຄຽງ ມີບໍລິສັດ ຂອງນັກລົງທຶນຈີນ ໄດ້ເຂົ້າມາສໍາປະທານ ໂຄງການປູກໝາກຖົ່ວລຽນ ຢູ່ແລ້ວ 2 ບໍລິສັດ. ດັ່ງຊາວບ້ານ ຢູ່ເມືອງມູນລະປະໂມກ ນາງໜຶ່ງ ກ່າວໃນມື້ດຽວກັນວ່າ:

“ມີໆ, ສວນໝາກຖົ່ວລຽນ ມີຢູ່. ເຂົາປູກໝາກຖົ່ວລຽນ ຢູ່ພຸ້ນ ມີ 2 ສວນ 2 ໝ້ອງ. ສວນໜຶ່ງຫັ້ນ, ທາງໜອງບົວທອງ, ສວນໜຶ່ງຫັ້ນ ທາງສ້ອມໂຮງ. ແມ່ນ, ຂອງບໍລິສັດປູກ, ຈີນອີ່ຫຍັງນີ້, ຫັ້ນນ່າ. ແມ່ນ, ເຂົາປູກແຕ່ປີກາຍພຸ້ນ ແບບວ່າ ລັດເຂົ້າມາສໍາປະທານ ອີ່ຫຍັງ, ຫັ້ນນ່າ ໂຄງການ.”

ສໍາລັບບ້ານສ້ອມໂຮງ ຢູ່ຫ່າງຈາກ ເຂດເທດສະບານ ເມືອງມູນລະປະໂມກ ປະມານ 15 ຫຼັກ. ຊາວບ້ານສ່ວນຫຼາຍ ມີອາຊີບເຮັດນາ ເປັນຫຼັກ ແລະ ເຮັດສວນມັນຕົ້ນ ໃນລະດັບຄົວເຮືອນ. ດັ່ງຊາວບ້ານ ຢູ່ເມືອງມູນລະປະໂມກ ທ່ານໜຶ່ງ ກ່າວວ່າ:

“ກໍໃກ້ຢູ່ ອອກໄປທາງນອກ ນອກເມືອງ. ສ່ວນຫຼາຍ ເຂົາຈະເຮັດນາ, ເຂົາເຮັດຄືກັນ ມັນຕົ້ນເຂົາກໍເຮັດ ກໍບໍ່ຫຼາຍ, ມັນຕົ້ນກໍບໍ່ຫຼາຍ ກໍມີຢູ່ທົ່ວໄປ ແບບຄອບຄົວ.”

ດ້ານເຈົ້າຂອງສວນຖົ່ວລຽນ ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ນາງໜຶ່ງ ກ່າວວ່າ ກໍໄດ້ຍິນຂ່າວ ການໃຫ້ນັກລົງທຶນຈີນ ເຂົ້າມາສໍາຫຼວດ ຄວາມເປັນໄປໄດ້ ໃນການປູກໝາກຖົ່ວລຽນ ຢູ່ເມືອງມູນລະປະໂມກ, ແຕ່ເຖິງຢ່າງໃດກໍຕາມ ໃນເຂດເມືອງມູນລະປະໂມກ ສະພາບອາກາດ ຈະຂ້ອນຂ້າງ ແຫ້ງແລ້ງກວ່າ ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ, ເຊິ່ງເປັນບ່ອນປູກ ໝາກຖົ່ວລຽນ ເປັນຫຼັກ ໃນພາກໃຕ້.

ສ່ວນເລື່ອງການແຂ່ງຂັນ ລະຫວ່າງໝາກຖົ່ວລຽນ ຂອງຊາວກະສິກອນລາວ ແລະ ຂອງນັກລົງທຶນຈີນ ນັ້ນ, ກໍຍັງຕອບບໍ່ໄດ້ ຍ້ອນໝາກຖົ່ວລຽນ ຂອງບໍລິສັດຈີນ ຍັງຕ້ອງລໍຖ້າຜົນຜະລິດ. ດັ່ງຍານາງ ກ່າວວ່າ:

“ເຂົາເຈົ້າມາທົດລອງປູກ ເພາະວ່າ ດິນເຂດເມືອງບາຈຽງ ກັບເຂດປາກຊ່ອງ ຂ້ອນຂ້າງຈະເບິດແລ້ວ, ຊິປູກໄດ້ຮັບຜົນຜະລິດ ດີບໍ່? ແຕ່ເຂົາເຈົ້າ ກໍມາປູກ, ຫັ້ນນ່າ ກໍລອງເບິ່ງ. ຖ້າຜົນຜະລິດເຂົາ ອອກກ່ອນ ປີນີ້ ກັບປີໜ້າ, ຜົນຜະລິດເຂົາ ຍັງບໍ່ທັນອອກ, ແຕ່ວ່າ ຄົນເລີ່ມມາປູກຫຼາຍ.”

ໃນປີ 2024, ທົ່ວປະເທດ ປູກຖົ່ວລຽນ 20,000 ເຮັກຕາ ເກັບກ່ຽວໄດ້ 900 ໂຕນຕໍ່ປີ, ໂດຍມີທັງຜູ້ປະກອບການ ທັງຄົນລາວ ແລະ ຕ່າງປະເທດ ເປັນຕົ້ນ ຫວຽດນາມ ແລະ ຈີນ ທີ່ເຂົ້າມາປູກຖົ່ວລຽນ ໃນປະເທດລາວ. ເວົ້າສະເພາະ ບໍລິສັດຈິນກົວ ຂອງນັກລົງທຶນຈີນ ໄດ້ປູກຖົ່ວລຽນ ໄປແລ້ວ ຫຼາຍກວ່າ 50,000 ຕົ້ນ.

ໝາກຖົ່ວລຽນ ເປັນໜຶ່ງໃນສິນຄ້າກະເສດ ທີ່ຕະຫຼາດຈີນ ຕ້ອງການຫຼາຍ ເຮັດໃຫ້ນັກລົງທຶນຈີນ ເຂົ້າມາສໍາປະທານ ທີ່ດິນຊາວບ້ານ ປູກຖົ່ວລຽນ ຫຼາຍ ເພື່ອສົ່ງອອກໄປຂາຍ ຢູ່ຈີນ.

ໃນຂະນະທີ່ ປະຊາຊົນລາວ, ກໍເລີ່ມຫັນມາ ປູກຖົ່ວລຽນ ນໍາ ຍ້ອນຫວັງວ່າ ຈະໄດ້ສົ່ງໝາກຖົ່ວລຽນ ໄປຂາຍໃຫ້ຈີນ, ແຕ່ກໍຍັງບໍ່ສາມາດ ສົ່ງໄປຂາຍຢູ່ຈີນ ໄດ້ ຍ້ອນລາວ ແລະ ຈີນ ຍັງບໍ່ມີບົດບັນບັນທຶກ ຄວາມເຂົ້າໃຈກັນ ຫລື MOU ກ່ຽວກັບການສົ່ງ ໝາກຖົ່ວລຽນ ທີ່ປູກຢູ່ລາວໄປຈີນ ນັ້ນເທື່ອ. ຄາດວ່າ ໃນປີນີ້, ການປູກຖົ່ວລຽນ ຢູ່ລາວ ຈະສາມາດສົ່ງອອກ ໝາກຖົ່ວລຽນ ທີ່ປູກໃນລາວ ໄປຂາຍ ຍັງປະເທດຈີນໄດ້.

ເລື່ອງທີ່ອ່ານຫຼາຍ
ສະພາບແວດລ້ອມ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.