ຫຼາຍເຂື່ອນ ມີນໍ້າບໍ່ພຽງພໍ ໃນການຜະລິດໄຟຟ້າ
2024.05.13
ເຂື່ອນໄຟຟ້າຕ່າງໆ ໃນທົ່ວປະເທດລາວ ມີປະລິມານນໍ້າໃນອ່າງ ຕໍ່າກ່ວາ 30% ທຽບໃສ່ລະດັບນໍ້າເຕັມອ່າງ ຍ້ອນປະລິມານນໍ້າ ໄຫຼເຂົ້າອ່າງໂຕຈິງໜ້ອຍ ສົ່ງຜົນໃຫ້ ການຜະລິດໄຟຟ້າຫຼຸດລົງ 10% ຄິດເປັນ 1,090 GWh (ກິກະວັດຊົ່ວໂມງ) ສ່ວນກໍາລັງການຜະລິດ ຢູ່ພາຍໃນ ສາມາດຜະລິດໄດ້ພຽງແຕ່ 1,600 ເມກະວັດ ແຕ່ການຊົມໃຊ້ ສູງເຖິງ 2,015 ເມກະວັດ ເພີ່ມຂຶ້ນ 15.30% ຈຶ່ງເຮັດໃຫ້ມີຜົນກະທົບ ຕໍ່ການສະໜອງໄຟຟ້າ ຢູ່ພາຍໃນ.
ດັ່ງເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າລາວ ຫຼື EDL ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ພຶດສະພາ ນີ້ວ່າ:
“ບັນຫາຫຼັກໆ ກະຄື ເວົ້າເລື້ອງຝົນ ກະບໍ່ເອື້ອອໍານວຍ ມັນບາງເຂື່ອນ ທີ່ເປັນ IPP (ໂຄງການທີ່ລັດເຂົ້າໄປຖືຫຸ້ນ) ກະປະກາດວ່າ ແຫ້ງແລ້ງເນາະ. ບາດນີ້ ການຜະລິດມັນກະບໍ່ພຽງພໍ. ມັນນໍ້າ ເຮົາບໍ່ໄດ້ເຂົ້າອ່າງຫັ້ນນ່າ."
ເມື່ອການຜະລິດໄຟຟ້າບໍ່ພຽງພໍ ຈົນສົ່ງຜົນກະທົບຕໍ່ການສະໜອງໄຟຟ້າ ຢູ່ພາຍໃນ ສະນັ້ນແລ້ວ ລັດວິສາຫະກິດໄຟຟ້າລາວ ຈຶ່ງຮຽກຮ້ອງມາຍັງ ຜູ້ຊົມໃຊ້ໄຟຟ້າ, ບັນດາໂຮງຈັກໂຮງງານ, ເຂດເສດຖະກິດພິເສດ, ເຂດອຸດສາຫະກໍາ ແລະປະຊາຊົນລາວ ນໍາໃຊ້ພະລັງງານໄຟຟ້າຢ່າງປະຢັດ ໂດຍໃຫ້ປະຕິບັດດັ່ງນີ້:
- ປິດດອກໄຟ ແລະອຸປະກອນໄຟຟ້າທີ່ບໍ່ໃຊ້ງານ.
- ປັບອຸນຫະພູມແອ ຢູ່ທີ່ 25-27 ອົງສາ ເພາະການປັບອຸນຫະພູມ ຂຶ້ນ 1 ອົງສາ ຈະຫຼຸດຄ່າໄຟຟ້າລົງ ໄດ້ເຖິງ 5-10% ແລະປັບພຶດຕິກໍາ ການໃຊ້້ໄຟຟ້າ ຄວນນໍາໃຊ້ເທົ່າທີ່ຈໍາເປັນ.
- ປົດປັກສຽບອຸປະກອນໄຟຟ້າທຸກຄັ້ງ ເມື່ອບໍ່ໃຊ້ງານ ເພາະສຽບປັກໄຟຟ້າເອົາໄວ້ ເຮັດໃຫ້ມີກະແສໄຟຟ້າໄຫຼວຽນຢູ່ ນອກຈາກນັ້ນ ຍັງເຮັດໃຫ້ເຄື່ອງໃຊ້ໄຟຟ້າ ເຊື່ອມຄຸນນະພາບໄວ ສ່ຽງຕໍ່ການເກີດໄຟຟ້າລັດວົງຈອນ.
- ປ່ຽນອຸປະກອນໄຟຟ້າ ທີ່ເກົ່າແກ່ເຊື່ອມໂຊມ ແລະຫັນມາໃຊ້ອຸປະກອນ ຫຼື ເຄື່ອງໃຊ້ໄຟຟ້າ ທີ່ໄດ້ມາດຕະຖານເຕັກນິກ ເພື່ອເພີ່ມປະສິດທິພາບໃນການໃຊ້ງານ ແລະຊ່ອຍປະຢັດພະລັງງານໄຟຟ້າ ໄດ້ຫຼາຍຂຶ້ນ.
ກ່ຽວກັບເລື່ອງນີ້ ຊາວລາວນາງໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ນັບແຕ່ເດືອນມີນາ ເປັນຕົ້ນມາ ເກີດມີໄຟຕົກ, ໄຟດັບຢ່າງຕໍ່ເນື່ອງ ໂດຍສະເພາະ ໃນເດືອນເມສາທີ່ຜ່ານມາ ເກີດໄຟຟ້າດັບເກືອບທຸກມື້ ແຕ່ບໍ່ຮູ້ວ່າ ເກີດຈາກສາເຫດໃດແທ້ ແຕ່ໄລຍະຫຼັງມາ ທາງການລາວ ກະແຈ້ງໃຫ້ປະຊາຊົນ ພາກັນປະຢັດໄຟຟ້າ ຍ້ອນໄຟຟ້າບໍ່ພຽງພໍ.
ນາງເອງ ໃນຖານະປະຊາຊົນລາວ ຜູ້ຊົມໃຊ້ໄຟຟ້າ ກໍ່ໄດ້ຈໍາເປັນ ທີ່ຈະຕ້ອງປະຢັດພະລັງງານ ຕາມຄໍາແນະນໍາ ຂອງທາງການລາວ ໂດຍການຖອດປັກສຽບໄຟຟ້າທີ່ບໍ່ຈໍາເປັນ, ປັບອຸນຫະພູມແອ ແລະພັດລົມ ແຕ່ສຸດທ້າຍແລ້ວ ໄຟຟ້າກະຍັງດັບຢູ່ຄືເກົ່າ.
ດັ່ງຊາວລາວນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຮ້ອນແລ້ວມັນກະ ມັກຈະມີໄຟຕົກ ໄຟດັບຕະຫຼອດຫັ້ນນ່າ ຕາມທີ່ເພິ່ນ (ລັດ) ລະບຸຢູ່ຫັ້ນ ວ່າໃຫ້ເຮົາຖອດປັກສຽບເບາະ ອີ່ຫຍັງຫັ້ນນ່າ ປັບແອປັບພັດລົມ ແຕ່ລະປີ ມັກຈະມີບັນຫາຕະຫຼອດຫັ້ນນ່າ."
ຊາວລາວນາງໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ໄລຍະເດືອນເມສາ ເປັນຕົ້ນມາ ໄດ້ເກີດມີໄຟຟ້າຕົກຢ່າງຕໍ່ເນື່ອງ ແລະພົບເຫັນໝໍ້ແປງໄຟຟ້າເກີດໄຟໄໝ້ ແລະລະເບີດສຽງດັງ ຢູ່ເປັນປະຈໍາ ເພາະສະພາບອາກາດຮ້ອນຫຼາຍ ຝົນກະບໍ່ຕົກ ສ່ວນເລື່ອງ ທີ່ທາງການລາວ ຮັບຊື້ໄຟຟ້າຈາກປະເທດໄທ ເພື່ອມາສະໜອງ ໃຫ້ກັບປະຊາຊົນລາວນັ້ນ ກະເປັນເລື່ອງທີ່ຈໍາເປັນ ແນວໃດ ປະຊາຊົນລາວ ກະຕ້ອງຈ່າຍຄ່າໄຟຟ້າແພງຂຶ້ນຢູ່ແລ້ວ.
ດັ່ງຊາວລາວ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ຊື່ໆກະໝໍ້ແປງແຕກຕຶ້ມ ແຕ່ເດືອນນີ້ມາ ແຕກດຸໆ ໄໝ້ຕະຫຼອດ ເພິ່ນຕໍ່ (ສາຍໄຟ) ມາໃຫ້ໃຊ້ ກະໃຊ້ນໍາເພິ່ນແຫຼະ ບໍ່ຮູ້ຈັກວ່າ ມັນຢູ່ໃສດອກ ໄຟຟ້ານີ້ກະດາຍ."
ທາງດ້ານ ຜູ້ປະກອບການໂຮງງານອຸດສາຫະກໍາ ໃນເຂດເສດຖະກິດ ວິຕ້າພາກ (VITA PARK) ນະຄອນຫຼວງວຽຈັນ ກະໄດ້ຮັບຜົນກະທົບໜັກ ເຊັ່ນດຽວກັນ ທັງເລື່ອງຂອງໄຟຟ້າບໍ່ພຽງພໍ ແລະນໍ້າປະປາໄຫຼຊ້າ ກະທົບຕໍ່ການຜະລິດສິນຄ້າ ເປັນຕົ້ນ ໂຮງງານອຸດສາຫະກໍາ ເບທາໂກ ແລະໂຮງງານອຸດສາຫະກໍາ ຈຽມ ພັດທະນາລາວ.
ຕາງໜ້າໂຮງງານ ອຸດສາຫະກໍາ ຈຽມ ພັດທະນາລາວ ກ່າວວ່າ ໃນໄລຍະ ລະດູແລ້ງຂອງທຸກປີ ປະເທດລາວ ມັກຈະເກີດມີໄຟຟ້າດັບ ແລະນໍ້າປະປາໄຫຼຊ້າ ເຊິ່ງສົ່ງຜົນກະທົບ ຕໍ່ການຜະລິດຂອງໂຮງງານ ເຊິ່ງປັດຈຸບັນ ທາງການລາວ ກະຍັງບໍ່ສາມາດແກ້ໄຂບັນຫາໃນເລື່ອງນີ້ ໄດ້ເທື່ອ.
ສະນັ້ນແລ້ວ ທາງໂຮງງານອຸດສາຫະກໍາຕ່າງໆ ກະໄດ້ລົງທຶນຕິດຕັ້ງໝໍ້ແປງໄຟຟ້າ ເພື່ອສໍາຮອງໄຟຟ້າ ກໍລະນີໄຟຟ້າດັບ ແລະຂຸດເຈາະນໍ້າບາດານ ເພື່ອກັກເກັບນໍ້າເອົາໄວ້ໃຊ້ ຫາກນໍ້າບໍ່ໄຫຼ ຫຼືໄຫຼຊ້າ ເຊິ່ງການແກ້ໄຂບັນຫາດັ່ງກ່າວນີ້ ກະໄດ້ເພີ່ມລາຍຈ່າຍ ໃຫ້ກັບບໍລິສັດເຫຼົ່ານັ້ນ ຫຼາຍສົມຄວນ.
ດັ່ງຕາງໜ້າໂຮງງານອຸດສາຫະກໍາ ຈຽມ ພັດທະນາລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບັນຫາຫຼາຍ ທັງເລື່ອງນໍ້າ ທັງໄຟຟ້າ ແຕ່ວ່າຂອງຂ້ອຍ (ໂຮງງານ) ແກ້ບັນຫາເອົາເອງ ກະຄືໃຊ້ນໍ້າບາດານກັກຕຸນໄວ້ ກະຕ້ອງຊື້ຖັງນໍ້າ ແລ້ວກະເຮັດແທ່ງນໍ້າຂຶ້ນມາເອງ ເພາະລໍຖ້ານໍ້າປະປາບໍ່ໄດ້ ຄັນລໍຖ້າ ກະເຈັ້ງແນ່ນອນ."
ທາງດ້ານເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າ ກ່າວວ່າ ການສະໜອງໄຟຟ້າ ບໍ່ພຽງພໍ ຖືເປັນຄວາມໝັ້ນຄົງລະດັບຊາດ ເພາະບໍ່ພຽງແຕ່ ສົ່ງຜົນກະທົບ ຕໍ່ປະຊາຊົນລາວເທົ່ານັ້ນ ແຕ່ຍັງກະທົບໄປເຖິງຂະແໜງອຸດສາຫະກໍາ ແລະການຄ້າ ເຊິ່ງເປັນອຸດສາຫະກໍາຂະໜາດໃຫຍ່ ຫາກໄຟຟ້າດັບ ກະບໍ່ສາມາດຜະລິດສິນຄ້າໄດ້ ຫຼືອາດໄປກະທົບ ຕໍ່ອຸປະກອນເຄື່ອງຈັກຕ່າງໆ ແລະທີ່ສໍາຄັນ ຫາກການສະໜອງໄຟຟ້າ ບໍ່ພຽງພໍ ຄືແບບນີ້ ຕໍ່ໄປ ຈະເຮັດໃຫ້ນັກລົງທຶນຕ່າງປະເທດ ຂາດຄວາມເຊື່ອໝັ້ນ ທີ່ຈະເຂົ້າມາລົງທຶນໃນປະເທດລາວ ກະເປັນໄດ້.
ເພື່ອບໍ່ໃຫ້ຜູ້ປະກອບການ ໄດ້ຮັບຜົນກະທົບ ຈຶ່ງຢາກສະເໜີໃຫ້ ກະຊວງອຸດສາຫະກໍາ ແລະການຄ້າ ຮ່ວມກັບກະຊວງ ພະລັງງານແລະບໍ່ແຮ່ ຫາລືກັນ ເພື່ອຫາແນວທາງແກ້ໄຂບັນຫາດັ່ງກ່າວ ແລະສ້າງຄວາມເຊື່ອໝັ້ນ ໃຫ້ກັບຜູ້ປະກອບການ, ນັກລົງທຶນ ທີ່ເຂົ້າມາລົງທຶນຢູ່ປະເທລາວ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບາງພາກສ່ວນ ຂະເຈົ້າກະໃຊ້ຈັກ ໄຟສໍາຮອງຫັ້ນຊ່ວຍ ເມື່ອເວລາ ຖ້າມັນໄຟຕົກ ຫຼືວ່າມັນໄຟຕັດ ກະມີບັນຫາ ມີຜົນກະທົບຢູ່ຄືກັນ ໂຕນີ້ກະຊວງອຸດສາຫະກໍາ ກະຕ້ອງປະສານ ກັບກະຊວງພະລັງງານນັ້ນ ຕໍ່ໜ້າໄປນີ້ ມັນສິສໍ່າໃດ ນີ້ຄວາມຮ້ອນ ຖ້າເປັນສະພາບຄືແນວນີ້."
ຈາກບັນຫາທີ່ເກີດຂຶ້ນນີ້ ເພື່ອເຮັດໃຫ້ປະເທດລາວ ໄດ້ສະໜອງໄຟຟ້າ ຢ່າງເປັນປົກກະຕິ ແລະພຽງພໍ ຕໍ່ຄວາມຕ້ອງການ ຂອງການຊົມໃຊ້ ລັດວິສາຫະກິດໄຟຟ້າລາວ ຈໍາເປັນຕ້ອງໄດ້ຊື້ພະລັງງານໄຟຟ້າ ຈາກປະເທດໄທ ຈໍານວນ 700 ເມກະວັດ ຄິດເປັນພະລັງງານໄຟຟ້າປະມານ 900 ປາຍກິກະວັດຊົ່ວໂມງ ແລະຄາດວ່າ ຈະນໍາເຂົ້າໝົດປີ 2024 ນີ້ ປະມານ 1,400-1,600 ກິກະວັດຊົ່ວໂມງ.
ຂໍ້ມູນໃນປີ 2023 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າ ຊື້ໄຟຟ້າຈາກປະເທດໄທ ທັງໝົດ 1,223 ກິກະວັດຊົ່ວໂມງ ແລະໃນປີ 2022 ສປປລາວ ຊື້ໄຟຟ້າຈາກໄທ ປະມານ 809.28 ກິກະວັດ ຜ່ານສາຍສົ່ງ 115 kV ແຂວງໄຊຍະບູລີ ແລະນະຄອນຫຼວງວຽງຈັນ.
ລັດວິສາຫະກິດໄຟຟ້າລາວ ຍັງໄດ້ລາຍງານອີກວ່າ ຫາກບັນດາເຂື່ອນໄຟຟ້າຕ່າງໆ ຍັງບໍ່ສາມາດຜະລິດໄຟຟ້າ ໄດ້ຕາມປົກກະຕິ, ປະລິມານນໍ້າໃນອ່າງເກັບນໍ້າ ຍັງເຫຼືອໜ້ອຍ ລັດວິສາຫະກິດໄຟຟ້າລາວ ຈໍາເປັນ ຕ້ອງໄດ້ບໍລິຫານຈັດການພະລັງງານ ດ້ວຍການຫຼຸດກໍາລັງຈໍາໜ່າຍລົງ ຫຼືມອດໄຟບາງຂົງເຂດ ຫຼືບາງໂຄງການລົງທຶນຂອງລັດຖະບານ ເພື່ອຮັກສາຄວາມໝັ້ນຄົງລະບົບໄຟຟ້າ ບໍ່ໃຫ້ດັບມອດເປັນວົງກວ້າງ.