ການພັທນາທີ່ບໍ່ມີ ມາຕການປ້ອງກັນ

0:00 / 0:00

ມາຕກາຣ ປົກປ້ອງ ສິ່ງແວດລ້ອມ ຂອງ ທາງການລາວ ບໍ່ສາມາດ ກີດກັ້ນ ການພັທນາ ທີ່ ສົ່ງຜົນຮ້າຍ ຕໍ່ ປະຊາຊົນ ແລະ ສິ່ງແວດລ້ອມ ໄດ້.

ໂຄງການພັທນາ ໃນຮູບແບບ ຕ່າງໆ ເຊັ່ນໂຄງການ ສ້າງເຂື່ອນ ໄຟຟ້າ ຢູ່ ແຂວງເຊກອງ ມີຜົນຮ້າຍ ຕໍໍ່ ປະຊາຊົນ ແລະ ສິ່ງແວດລ້ອມ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ທາງການລາວ ແລະ ອົງການ ຊັພຍາກອນນໍ້າ ແຕ່ຣະດັບ ສູນກາງ ຈົນເຖິງ ທ້ອງຖິ່ນ ຈະວາງມາຕການ ປົກປ້ອງ ສິ່ງແວດລ້ອມ ເອົາໄວ້ກໍຕາມ. ດັ່ງເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງເຊກອງ ເວົ້າວ່າ:

"ປັດຈຸບັນ ນີ້ ການກໍ່ສ້າງ ເຂື່ອນ ກໍາລັງ ເລີ່ມຕົ້ນ ສິ່ງທີ່ ຫລີກລ່ຽງ ບໍ່ໄດ້ ໂດຍສະເພາະ ໃນຣະຍະ ເລີ່ມຕົ້ນ ການເປີດໜ້າດິນ ເຂດທີ່ເປັນ ສໂລປ ມັນຈະມີການ ເຈາະເຈື່ອນ ການກໍ່ສ້າງ ເສັ້ນທາງ".

ທ່ານໄດ້ຍົກ ຕົວຢ່າງ ການກໍ່ສ້າງ ເຂື່ອນໄຟຟ້າ ຢູ່ ແຂວງເຊກອງ ເປັນຕົ້ນ ແມ່ນເຂື່ອນ ໄຟຟ້າ ເຊກະໝານ3 ຢູ່ ເມືອງດັກຈຶງ ແລະ ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ຢູ່ ເມືອງທ່າແຕງ ໄດ້ສ້າງບັນຫາ ເຣື່ອງດິນເຈື່ອນ ແລະ ເຮັດໃຫ້ ຄຸນນະພາບ ນໍ້າຕໍ່າ ກວ່າເດີມ.

ຢູ່ ແຂວງເຊກອງ ເຖິງແມ່ນ ຈະບໍ່ມີບັນຫາ ເຣື່ອງ ການປ່ອຍຄວັນພິດ ຫລື ນໍ້າເສັຍ ຈາກໂຮງງານ ຍ້ອນບໍ່ມີ ໂຮງງານ ອຸດສາຫະກັມ ຂນາດໃຫຍ່ ແຕ່ການສ້າງ ເຂື່ອນ ຕ່າງໆນັ້ນ ກໍສ້າງບັນຫາ ບໍ່ໜ້ອຍ ແລະ ອາດຈະເຮັດໃຫ້ ສະພາບ ແວດລ້ອມ ພາຍໃນແຂວງ ບໍ່ຄືເກົ່າ ອີກຕໍ່ໄປ.