ຫຼາຍອົງການບໍ່ເຂົ້າຮ່ວມ ຫາລື ລ່ວງໜ້າ ເຂື່ອນ ຫຼວງພຣະບາງ

ຈໍາປາທອງ
2019.11.07
F-Neewat ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ປະເທດໄທ
RFA

ກອງປະຊຸມ ປຶກສາຫາລືລ່ວງໜ້າ ໂຄງການສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ໄດ້ຖືກຈັດຂຶ້ນ ທີ່ ນະຄອນຫລວງວຽງຈັນ ມາແຕ່ມື້ວັນທີ 8 ຕຸລາ ຜ່ານມາ. ແຕ່ຫຼາຍເຄືອຂ່າຍພາກປະຊາສັງຄົມໄທ ຮວມທັງກຸ່ມຮັກຊຽງຂອງ, ເຄືອຂ່າຍຮັກຊຽງຄານ ແລະ ເຄືອຂ່າຍອົງການຊຸມຊົນ ລຸ່ມນ້ຳຂອງບໍ່ເຂົ້າຮ່ວມ ຍ້ອນວ່າກອງປະຊຸມ ບໍ່ຮັບເອົາຂໍ້ສເນີ ແລະຄຳຮຽກຮ້ອງ ຂອງປະຊາຊົນ ແລະຂອງເຄືອຂ່າຍ ພາກປະຊາສັງຄົມ ໄປພິຈາຣະນາ ໃນການສ້າງເຂື່ອນ ຄື ດັ່ງເຂື່ອນທີ່ຜ່ານໆມາ. ດັ່ງທີ່ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພິສຈິກາ ນີ້ວ່າ:

"ຈາກການຜ່ານປະສົພການໃນເຣຶ່ອງ PNPCA ນໍ ມັນກໍຈັດມາສີ່ເທື່ອແລ້ວ ຕັ້ງແຕ່ເຂື່ອນໄຊຍະບູລີ ເຂື່ອນດອນສະໂຮງ ເຂື່ອນປາກແບງ ພວກນີ້ ເຮົາເຫັນແລ້ວວ່າ ຂະບວນການປຶກສາຫາລື ລ່ວງໜ້ານີ້ ມັນເປັນຂະບວນການ ທີ່ເຂົາບໍ່ໄດ້ໃຫ້ຄວາມສຳຄັນ ກັບຊາວບ້ານ ຕົວຢ່າງເຊັ່ນຊາວບ້ານ ບໍ່ເຫັນດ້ວຍ ຈະຕ້ອງເຮັດແນວໃດ ເຣຶ່ອງການສຶກສາ ເຣຶ່ອງອີ່ຫຍັງຕ່າງໆ ກໍຕ້ອງໄປສຶກສາໃຫມ່ ຫລືເຮັດໃໝ່ ແຕ່ພາກສ່ວນກ່ຽວຂ້ອງ ບໍ່ໄດ້ເຮັດແນວນັ້ນ."

ແລະ ທ່ານ ຊານນະຣົງ ວົງສາ ຜູ້ປະສານງານເຄືອຂ່າຍ ຮັກຊຽງຄານ ແຂວງເລີຍຂອງໄທ ກໍເວົ້າວ່າເຄື່ອຂ່າຍ ຂອງພວກທ່ານບໍ່ໄດ້ໄປ ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລ່ວງໜ້ານັ້ນ ກໍຍ້ອນວ່າ ເປັນກອງປະຊຸມ ທີ່ຈັດຂຶ້ນເພື່ອໃຫ້ຄົບ ຂະບວນການ ທີ່ກ່ຽວຂ້ອງກັບ ການສ້າງເຂື່ອນນັ້ນຊື່ໆ ບໍ່ແມ່ນເພື່ອຮັບຟັງຄຳເຫັນ ຂອງພາກປະຊາສັງຄົມ ແຕ່ຢ່າງໃດ ມັນບໍ່ມີປະໂຫຍດຫຍັງເລີຍ, ດັ່ງທີ່ທ່ານກ່າວວ່າ:

"ໃນເວທີ ຄຳຄິດຄຳເຫັນຕ່າງໆ ມັນກໍບໍ່ເກີດການພິຈາຣະນາ ຫຍັງເລີຍ ຄືມັນບໍ່ມີປະໂຫຍດຫຍັງເລີຍ ເຂົາແຄ້ຈັດໃຫ້ຄົບຂະບວນການ ແຕ່ວ່າເຂົາບໍ່ໄດ້ຈິງໃຈ ທີ່ຈະມາແກ້ບັນຫາ ແລະຈະເອົາບັນຫາ ທີ່ເຮົາສເນີໄປ ໄປທຳການແກ້ໄຂ."

ພ້ອມກັນນັ້ນ ຍານາງ ອ້ອມບຸນ ທິບສຸນາ ນາຍົກສະມາຄົມ ເຄືອຂ່າຍອົງການຊຸມຊົນ ລຸ່ມນ້ຳຂອງ 7 ແຂວງ ພາກອີສານຂອງໄທ ກໍບໍ່ໄດ້ໄປຮ່ວມ ກອງປະຊຸມ ດັ່ງກ່າວ ທີ່ ນະຄອນຫລວງວຽງຈັນ ຍ້ອນເຫດຜົນຄ້າຍໆຄື ກັນນັ້ນ:

"ໃນກໍຣະນາເຂື່ອນ ຫລວງພຣະບາງນີ້ ເຮົາສິບໍ່ເຂົ້າຮ່ວມ ເຮົາສິຮ້ອງຂໍໃຫ້ມີການທົບທວນ ສະຖານະ ແລ້ວກໍເຄົາຣົບສິດຄົນທ້າຍນ້ຳ ຂອງປະເທດທ້າຍນ້ຳ ນຳກັນ ມັນຄ່ອຍຈະຂຶ້ນ ຊື່ວ່າແມ່ນ້ຳຂອງ ເປັນແມ່ນ້ຳຂອງ ແມ່ນ້ຳຂອງຂອງເຮົາ ເປັນແມ່ນ້ຳ ຂອງ ທຸກຄົນ ຂອງທັງຫົກປະເທດ."

ບໍ່ພຽງແຕ່ຫລາຍເຄືອຂ່າຍ ພາກປະຊາສັງຄົມໄທ ເທົ່ານັ້ນ ທີ່ບໍ່ໄປເຂົ້າຮ່ວມກອງປະຊຸມ ປຶກສາຫາລືລ່ວງໜ້າ ອົງການຈັດຕັ້ງສາກົນ ດ້ານສິ່ງແວດລ້ອມ ໃນລາວ ກໍບໍ່ເຂົ້າຮ່ວມ ດັ່ງເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ ແລະອົງການຈັດຕັ້ງ ຂອງທ່ານ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ບໍ່ໄດ້ໄປເຂົ້າຮ່ວມ ຍ້ອນວ່າ ຫາກໄປກໍບໍ່ສາມາດ  ສເນີຫຍັງໄດ້, ຖ້າຣັຖບານລາວ ຕ້ອງການສ້າງແລ້ວ ເຮັດແນວໃດກໍຕ້ອງໄດ້ສ້າງ:

"ກອງປະຊຸມຄນະກັມມະການ ແມ່ນ້ຳຂອງ ມີແຜນລະອຽດແລ້ວ ຂະເຈົ້າຣັຖບານສິສ້າງນໍ ແຕ່ວ່າຕາມທີ່ເຫັນເພິ່ນ ບອກວ່າ ເພິ່ນສິສ້າງ ສ່ວນຫລາຍກໍສິສ້າງນໍ ແຕ່ວ່າກອງປະຊຸມ ເພິ່ນວ່າ ເພິ່ນສິທົບທວນເຣຶ່ອງຄຸນນະພາບ ລະອຽດແລ້ວຈຶ່ງຈະສ້າງ."

ກອງປະຊຸມປຶກສາຫາລືລ່ວງໜ້າ ໂຄງການສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ໄດ້ຖືກຈັດຂຶ້ນມາແຕ່ມື້ວັນທີ 8 ຕຸລາຜ່ານມາ ແລະຈະ ສິ້ນສຸດລົງ ໃນມື້ວັນທີ 7 ເມສາ ປີໜ້າ ຄືໃນໄລຍະ 6 ເດືອນ ນັ້ນຈະຕ້ອງໄດ້ສຶກສາ ເຖິງຜົນກະທົບ ຂອງເຂື່ອນ ໄຟຟ້າ ແຫ່ງນີ້ໃຫ້ດີ ເພື່ອບໍ່ໃຫ້ເກີດຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະສັງຄົມ. ແຕ່ຫຼາຍເຄືອຂ່າຍພາກ ປະຊາສັງຄົມໄທ ເວົ້າວ່າ ກອງປະຊຸມທີ່ວ່ານັ້ນ ເປັນພຽງຮູບການ, ບໍ່ມີຄວາມໝາຍຫຍັງ ເພາະຄຳເຫັນ ແລະຂໍ້ສເນີຂອງພາກປະຊາສັງຄົມ ທີ່ສເນີ ໄປນັ້ນ ບໍ່ໄດ້ຮັບການພິຈາຣະນາຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.