ກຸ່ມຮັກນໍ້າຂອງຮຽກຮ້ອງ ທົບທວນ ເຣື້ອງເຂື່ອນ

ມະນີຈັນ
2018-08-29
ອີແມວລ໌
ຄໍາເຫັນ
Share
ພິມ
ເຄືອຂ່າຍພາກ ປະຊາສັງຄົມໄທ ຈະຄັດຄ້ານບໍ່ເຂົ້າຮ່ວມ ຂັ້ນຕອນການປຶກສາຫາລື ລ່ວງຫນ້າ ໃນໂຄງການເຂື່ອນປາກລາຍ ທີ່ແຂວງໄຊຍະບູຣີ
ເຄືອຂ່າຍພາກ ປະຊາສັງຄົມໄທ ຈະຄັດຄ້ານບໍ່ເຂົ້າຮ່ວມ ຂັ້ນຕອນການປຶກສາຫາລື ລ່ວງຫນ້າ ໃນໂຄງການເຂື່ອນປາກລາຍ ທີ່ແຂວງໄຊຍະບູຣີ
RFA

ຜູ້ພິທັກສະພາບແວດລ້ອມ ແລະນັກຄົ້ນຄວ້າ ຮຽກຮ້ອງໃຫ້ທາງການລາວ ຄຶດຄືນອີກກ່ຽວກັບ ໂຄງການເຂື່ອນແມ່ນໍ້າຂອງ ຂນາດໃຫຍ່ ຮວມທັງເຂື່ອນປາກລາຍ ພາຍຫລັງ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອຄືນວັນທີ 23 ກໍຣະກະດາ 2018 ທີ່ສ້າງຄວາມເສັຽຫາຍ ຢ່າງໜັກໜ່ວງແກ່ຊາວເມືອງສນາມໄຊ ແຂວງອັດຕະປື ທັງຊີວິດແລະຊັບສິນ ແບບທີ່ບໍ່ເຄີຍມີຂຶ້ນມາກ່ອນ ໃນລາວ.

ອົງການກອບກູ້ແມ່ນໍ້າຂອງ Save the Mekong ຊຶ່ງເປັນພັນທະມິດ ບັນດາອົງການທີ່ບໍ່ຂຶ້ນກັບຣັຖບານ ຊຸມຊົນທ້ອງຖິ່ນແລະປະຊາຊົນ ທີ່ກ່ຽວຂ້ອງຢູ່ເຂດແມ່ນໍ້າຂອງ ໄດ້ອອກຖແລງການປະກາດ ຄວາມຕັ້ງໃຈຄັດຄ້ານ ການປຶກສາຫາຣືກັນກ່ອນ ລ່ວງໜ້າຂອງເຂື່ອນປາກລາຍ ທີ່ຈະເປັນເຂື່ອນແຫ່ງທີ 4 ສ້າງໃສ່ແມ່ນໍ້າຂອງ ເຂດແດນຂອງລາວ ຊຶ່ງທາງຄນະກັມມາທິການ ແມ່ນໍ້າຂອງ MRC ໄດ້ປະກາດເມື່ອວັນທີ 14 ມິຖຸນາ 2018 ນີ້ວ່າ ສປປລາວ ໄດ້ແຈ້ງໃຫ້ຕົນຊາບເຖິງ ຄວາມຕັ້ງໃຈທີ່ຈະ ສ້າງເຂື່ອນປາກລາຍ ຂນາດ 770 ເມກາວັດ ກັ້ນ ແມ່ນໍ້າຂອງ ພາຍຫລັງທີ່ 2 ເຂື່ອນຄື ເຂື່ອນໄຊຍະບູຣີ ແລະເຂື່ອນດອນສະໂຮງ ກໍາລັງສ້າງ ແລະມີແຜນສ້າງເຂື່ອນປາກແບງ ເປັນແຫ່ງທີ 3 ທີ່ກໍາລັງພິຈາຣະນາກັນຢູ່ ໃນຂນະນີ້.

ການປຶກສາຫາຣືກັນກ່ອນລ່ວງໜ້າ ຖືກຣະບຸໄວ້ໃນຂໍ້ຕົກລົງ ປີ 1995 ສໍາລັບປະເທດທີ່ເຂົ້າຮ່ວມ ທົບທວນທຸກໂຄງການໃຫຍ່ ທີ່ສເນີສ້າງ ໃສ່ແມ່ນໍ້າຂອງ ໂດຍມີເປົ້າໝາຍ ບັນລຸຂໍ້ຕົກລົງກ່ຽວກັບວ່າ ຄວນຫລືບໍ່ຄວນສ້າງໂຄງການນັ້ນ, ແລະຫາກວ່າຄວນ ກໍຢູ່ພາຍໃຕ້ເງື່ອນໄຂໃດ.

ພັນທະມິດ Save the Mekong ຂນະນີ້ກໍາລັງຄັດຄ້ານ ການປຶກສາຫາຣືກັນລ່ວງໜ້າ ຍ້ອນວິຕົກ ກັງວົນຢ່າງຍິ່ງນໍາແຕ່ລະເຂື່ອນ ແມ່ນໍ້າຂອງ ທີ່ເຂົ້າສູ່ຂະບວນການນັ້ນ ຈົນມາຮອດມື້ນີ້ ຄືເຂື່ອນ ໄຊຍະບູຣີ, ເຂື່ອນດອນສະໂຮງ ແລະເຂື່ອນປາກແບງ ທີ່ຍັງບໍ່ຖືກແກ້ໄຂ ເທື່ອ.

ຍິ່ງໄປກວ່ານັ້ນກໍແມ່ນ ການປຶກສາຫາຣືກັນ ລ່ວງໜ້າເຣື່ອງເຂື່ອນປາກລາຍ ໄດ້ເລີ່ມຂຶ້ນນຶ່ງມື້ ພາຍຫລັງຣັຖບານລາວ ປະກາດບໍ່ອະນຸມັດ ໂຄງການເຂື່ອນໄຟຟ້າໃໝ່ຊົ່ວ ຄາວພາຍຫລັງເຂື່ອນເຊປຽນ-ເຊນໍ້ານ້ອຍທີ່ເມືອງປາກຊ່ອງ ແຂວງຈໍາປາສັກ ແຕກເຮັດໃຫ້ປະຣິມານນໍ້າ ມະຫາສານ 5 ພັນລ້ານແມັຕກ້ອນ ໄຫລຖັ່ງລົງຖ້ວມເຂດເມືອງ ສນາມໄຊ ແຂວງອັດຕະປື ທີ່ຢູ່ໃຕ້ເຂື່ອນນັ້ນ ເສັຽຫາຍຢ່າງໜັກໜ່ວງ ທັງຊີວິດແລະຊັບສິນ, ປະຊາຊົນ 13 ພັນປາຍຄົນ ໄດ້ຮັບຜົລກະທົບ.

ທ່ານ Wora Suk ຈາກກຸ່ມສັງເກດການ Thai ETO-Watch ແລະເປັນສະມາຊິກອົງການ Save the Mekong ຊີ້ແຈງວ່າ ການປຶກສາຫາຣືກັນລ່ວງໜ້າ ໃນຕົວຈິງແລ້ວ ເປັນຂະບວນການທີ່ບໍ່ເອົາໃຈໃສ່ ເຖິງຄວາມວິຕົກກັງວົນ ຂອງຊຸມຊົນ. ແລະວ່າ ເຂື່ອນປາກລາຍ ຈະເພີ່ມຜົລກະທົບ ໃສ່ກັບຜົລກະທົບ ຈາກເຂື່ອນແມ່ນໍ້າຂອງ ຫລາຍແຫ່ງທີ່ມີຢູ່ແລ້ວ. ແລະເປັນທີ່ຄາດກັນວ່າ ເຂື່ອນເຫລົ່ານີ້ຈະເຮັດໃຫ້ເກີດ ຄວາມເສັຽຫາຍແບບທີ່ຕ່າວປີ້ນບໍ່ໄດ້ ໃສ່ວິຖີຊີວິດແລະວັທນະທັມ ຂອງປະຊາຊົນຫຼາຍສິບພັນ ລ້ານຄົນ ທີ່ອາສັຍຢູ່ໃນເຂດ ແມ່ນໍ້າຂອງແລະແມ່ນໍ້າສາຂາ ຊຶ່ງມີຊີວິດ ແລະຮີດຄອງປະເພນີຕິດພັນຢ່າງໃກ້ຊິດກັບນໍ້າ ແລະແຫລ່ງຊັພຍາກອນ ທັມຊາດ ທີ່ອຸດົມສົມບູນ.

ທ່ານ Tongsuk Ibtavong ພໍ່ບ້ານບ້ານຫ້ວຍເລິກ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ທີ່ຢູ່ບໍ່ໄກ ຈາກໂຄງການເຂື່ອນປາກແບງ ໄປທາງດ້ານເທິງ ນັ້ນເວົ້າວ່າພວກທ່ານ ເຮັດວຽກກັບຊຸມຊົນຊາວໄທ ແລະຊຸມຊົນຊາວລາວ ເຂດ 2 ຝັ່ງແມ່ນໍ້າຂອງ ເພື່ອຟື້ນຟູແຫຼ່ງທີ່ຢູ່ ຂອງປາ ແລະຄຸ້ມຄອງ ອະນຸຮັກປາ. ຫາກແຜນການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຍັງມີຢູ່ຕໍ່ໄປ, ວິຖີຊີວິດຂອງພວກທ່ານ ແລະການປະມົງ ກໍຈະຖືກ ກະທົບກະເທືອນ ແບບທີ່ຕ່າວປີ້ນບໍ່ໄດ້. ພ້ອມດຽວກັນນັ້ນ ຊາວປະມົງໄທ ທີ່ຊື່ວ່າ Por Bun ກໍກ່າວເສີມວ່າ ພວກທ່ານເພິ່ງພາ ແມ່ນໍ້າຂອງ ໂດຍກົງ ແລະປາກົດວ່າຈະຖືກສູນເສັຽ ທຸກສິ່ງທຸກຢ່າງ.

ຄວາມກັງວົນ ຂອງຊາວບ້ານແຄມຂອງ ແມ່ນມີເຫດມີຜົລ. ສູນສຶກສາຂອງ MRC ອອກຣາຍງານເມື່ອເດືອນກຸມພາ ປີນີ້ ບົ່ງບອກວ່າເຂື່ອນ ຂນາດໃຫຍ່ 11 ແຫ່ງຢູ່ເຂດແມ່ນໍ້າຂອງຕອນລຸ່ມ ແລະເຂື່ອນ 120 ແຫ່ງຕາມແມ່ນໍ້າສາຂາ ເມື່ອຮອດປີ 2040 ຕາມແຜນນັ້ນຈະເປັນພັຍ ຂົ່ມຂູ່ ຣະບົບນິເວດ, ຂົ່ມຂູ່ຄວາມເຂັ້ມແຂງ ທາງດ້ານເສຖກິດ ແລະຄວາມພຽງພໍ ທາງດ້ານອາຫານ ຂອງພາກພື້ນ.

ໂຄງການເຂື່ອນ ປາກລາຍ ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ຕໍ່ RFA ເມື່ອໄວໆມານີ້, ການສໍາຣວດບົ່ງບອກວ່າ ປະຊາຊົນສ່ວນໃຫຍ່ ບໍ່ເຫັນດີນໍາ ຍ້ອນຈະຕ້ອງໄດ້ ໂຍກຍ້າຍບ້ານເຮືອນ ອອກໄປຢູ່ບ່ອນໃໝ່ ພວກເຂົາເຈົ້າບໍ່ຢາກຍ້າຍ ຍ້ອນບ້ານທີ່ຢູ່ ທຸກມື້ນີ້ ມີດິນປູກຝັງ ແລະເຮືອນຢູ່ຖາວອນແລ້ວ:

"ສໍາຣວດຄວາມເປັນໄປໄດ້ ເຮັດໝົດແລ້ວ ລົມກັບປະຊາຊົນ ເວົ້າເຣື່ອງປະເມີນຜົລກະທົບ ສິ່ງແວດລ້ອມ ກັບປະຊາຊົນ ຂະເຈົ້າກະບໍ່ຢາກ ເຫັນດີ ຫັ້ນແຫລະ ບ້ານຂະເຈົ້າຖາວອນແລ້ວ ທໍາການຜລິດ ຂອງຂະເຈົ້າ ມັນຖາວອນແລ້ວ ບ້ານມັນກະຢູ່ໃກ້ ຄຽງກັນ."

ຫາກເວົ້າເຖິງຈໍານວນ ຜູ້ທີ່ໄດ້ຮັບຜົລກະທົບ ຫາກເຂື່ອນປາກລາຍເກີດຂຶ້ນນັ້ນ ທ່ານບອກວ່າຍັງບໍ່ທັນເຫັນ ຂໍ້ມູລລະອຽດເທື່ອວ່າມີຈັກ ຄອບຄົວກັນແທ້ ແຕ່ສະເພາະ 2 ບ້ານໃນ 20 ບ້ານກໍມີຢູ່ 400 ປາຍຄອບຄົວແລ້ວ. ສະເພາະເຂື່ອນເຊປຽນເຊນໍ້ານ້ອຍ ຢູ່ແຂວງພາກໃຕ້ ຂອງລາວ ຜູ້ອໍານວຍການຝ່າຍບໍຣິຫານ ອົງການ Focus on the Global South –Shalmali Guttal ເວົ້າວ່າພັຍພິບັດ ທີ່ເກີດຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບົ່ງບອກຢ່າງຈະແຈ້ງເຖິງ ຄວາມສ່ຽງຢ່າງໃຫຍ່ຫຼວງ ຕໍ່ຊີວິດຂອງຜູ້ຄົນ ແລະສິ່ງແວດລ້ອມ, ຕໍ່ເສຖກິດ ໃນເຂດພັຍພິບັດແລະເຂດ ໃກ້ຄຽງ ຮວມເຖິງເຂດທີ່ຢູ່ໃຕ້ລົງມາ ແລະຂ້າມຊາຍແດນ ນໍາດ້ວຍ. ເພື່ອປ້ອງກັນຜົລຮ້າຍ ດັ່ງກ່າວ  MRC ຄວນຊ່ວຍຣັຖບານລາວ ແກ້ໄຂສ່ອງຫວ່າງໃນຂະບວນການ ປຶກສາຫາຣືກັນລ່ວງໜ້າ ສໍາລັບໂຄງການເຂື່ອນໃໝ່ ຊຶ່ງປາກົດວ່າຈະເພີ່ມ ຄວາມສ່ຽງເຫລົ່ານັ້ນຂຶ້ນ ຕື່ມອີກ.

ໃນຖແລງການ Save the Mekong ເວົ້າຕໍ່ໄປວ່າໃນການໂຕ້ຕອບ ເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ນັ້ນຣັຖບານລາວ ໄດ້ແຕ່ງຕັ້ງ ຄນະຮັບຜິດຊອບສືບສວນສອບສວນ ຫາສາເຫດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຕລອດເຖິງການກວດກາ ໂຄງການ ເຂື່ອນທີ່ກໍາລັງກໍ່ສ້າງ ແລະຈະກໍ່ສ້າງ ແລະບໍ່ອະນຸມັດ ໂຄງການເຂື່ອນໄຟຟ້າໃໝ່ຊົ່ວຄາວ ເພື່ອທົບທວນເບິ່ງຍຸທສາດ ພລັງງານໄຟຟ້າຂອງລາວ.

ສູນສຶກສາຂອງ MRC ແນະນໍາສປລາວ ໃຫ້ພິຈາຣະນາເຣື່ອງເທັກໂນໂລຊີ ພລັງງານ ເປັນຕົ້ນແສງຕາເວັນ ແລະລົມ. ພັນທະມິດ Save the Mekong ຮຽກຮ້ອງໃຫ້ MRC ສນັບສນູນຣັຖບານລາວ ຕີຣາຄາແຜນການ ສ້າງເຂື່ອນໃນຂັ້ນຕໍ່ໄປຄືນໃໝ່ ໂດຍໃຫ້ຄວາມສໍາຄັນ ແກ່ແຫ່ລງພລັງງານ ທາງເລືອກກັບແມ່ນໍ້າ ທີ່ມີຄຸນນະພາບ ແລະຄວາມປອດພັຍ ແລະສວັດດີພາບ ຂອງຊຸມຊົນ ແຄມແມ່ນໍ້າຂອງ.

ອົງການ Save the Mekong ຮຽກຮ້ອງໃຫ້ຣັຖບານລາວ ພິຈາຣະນາ ຄືນໃໝ່ກ່ຽວກັບ ການລົງທຶນຢ່າງຫລວງຫລາຍ ໃສ່ການສ້າງ ເຂື່ອນໄຟຟ້າ ແລະວ່າຣັຖບານລາວຄວນເພີ່ມ ການບັງຄັບໃຊ້ກົດໝາຍເພື່ອໃຫ້ຕ່າງປະເທດ ທີ່ເປັນຜູ້ລົງທຶນຮັບຜິດຊອບ ຕໍ່ພັນທະຂອງຕົນ ຫລາຍຂຶ້ນ.

ບໍ່ເປັນທີ່ຄາດກັນວ່າ ການກໍ່ສ້າງເຂື່ອນ ປາກລາຍຊຶ່ງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວທີ່ກ່ຽວຂ້ອງ ຕໍ່ RFA ວ່າໄດ້ສໍາເຣັດ ຂັ້ນຕອນ ການສໍາຣວດ ແລະສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງ ມາຕັ້ງແຕ່ຕົ້ນປີ 2018 ນັ້ນ ຈະເລີ່ມຂຶ້ນກ່ອນປີ 2022 ແລະຈະສ້າງສໍາເຣັດ ໃນປີ 2029. ສ່ວນໄຟຟ້າທີ່ຜລິດໄດ້ນັ້ນຈະຂາຍໃຫ້ໄທ. ແຕ່ມາເຖິງປັດຈຸບັນກໍຍັງບໍ່ຮູ້ຊື່ ຂອງຜູ້ທີ່ຈະເປັນເຈົ້າຂອງ ໂຄງການເຂື່ອນນີ້ເທື່ອ.

ຄໍາເຫັນ (1)
Share

(

When you speak to animals they won't understand human language. Lao government is animal not human being.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Aug 30, 2018 05:37 AM

ເຕັມຫນ້າ