ຂ.ຫຼວງນໍ້າທາ ຂ.ບໍ່ແກ້ວ ຫຼາຍບ້ານ ຖືກນໍ້າຖ້ວມ

ສຸພັດຕາ
2021.07.22
ຂ.ຫຼວງນໍ້າທາ ຂ.ບໍ່ແກ້ວ ຫຼາຍບ້ານ ຖືກນໍ້າຖ້ວມ ເນື້ອທີ່ປູກພືດຜັກ ແຄມນ້ຳຂອງ ຂອງປະຊາຊົນ ບ້ານໜອງຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ຖືກນ້ຳຖ້ວມເສັຽຫາຍ ຢ່າງຫຼວງຫຼາຍ.
ພາບ:ໂທຣະພາບບໍ່ແກ້ວ

ໃນວັນທີ 20-21 ກໍຣະກະດາ 2021 ນີ້ ໄດ້ເກີດຝົນຕົກໜັກ ຢູ່ເມືອງເມິງ ແຂວງບໍ່ແກ້ວ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ມີຄວາມເສັຽຫາຍ ເປັນບໍຣິເວນກວ້າງ.

ສະເພາະຢູ່ເມືອງເມິງ ແຂວງບໍ່ແກ້ວ ນໍ້າໄດ້ໄຫຼເຂົ້າຖ້ວມໜອງປາຂອງຊາວບ້ານ ໃນເຂດບ້ານຫ້ວຍທາດ ແລະບ້ານນໍ້າທ່າລື້ ຈໍານວນ ຫຼາຍໜອງ ໃນນັ້ນ ໜອງປາບາງໜອງ ປາກໍໄດ້ໄຫຼໄປກັບສາຍນໍ້າ, ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງ ກໍາລັງລົງຮິບໂຮມຂໍ້ມູນໜອງປາ ທີ່ເສັຽຫາຍນັ້ນຢູ່ ເພື່ອຫາທາງຊ່ອຍເຫຼືອຊາວບ້ານ ໃນຂັ້ນຕໍ່ໄປ, ດັ່ງຊາວບ້ານ ຢູ່ບ້ານຫ້ວຍທາດ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກໍຣະກະດາ ນີ້ວ່າ:

“ມັນອັນນີ້ ມັນມາກະທັນຫັນນີ້ ທຸກປີບໍ່ຕົກເອົາປານນີ້ ບໍ່ທັນຕັ້ງຕົວ ມັນມາເອົາບາດດຽວເລີຍ ມັນຖ້ວມໜອງປາ ເປັນຫັ້ນ ບາງໜອງ ກໍເອົາໄປເລີຍ ດຽວນີ້ເຂົາເຈົ້າກໍາລັງເກັບກໍາຂໍ້ມູນຢູ່ ເພາະວ່າມື້ນີ້ ຝົກກໍຍັງຕົກຢູ່ນີ້ ຕອນເຊົ້າ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ໃນເຂດບ້ານນໍ້າທ່າລື້ ຈະເປັນບ້ານທີ່ຢູ່ບ່ອນຕໍ່າ ຈຶ່ງເຮັດໃຫ້ມີເຮືອນຂອງຊາວບ້ານຈໍານວນນຶ່ງ ຖືກນໍ້າຖ້ວມ ໝົດຫຼັງເລີຍ ອີກທັງທົ່ງນາ ແລະສວນຜັກ ຂອງຊາວບ້ານໃນບ້ານນີ້ ກໍເສັຽຫາຍອີກຈໍານວນນຶ່ງຄືກັນ ນອກຈາກນີ້ ຍັງມີເສັ້ນທາງແຕ່ ເມືອງເມິງ ຫາ ເມືອງຫ້ວຍຊາຍ ເຂດບ້ານປຸ່ງຜາ ຫາບ້ານຫົວນໍ້າຄາ ກໍຖືກຕັດຂາດ, ເສົາໄຟຟ້າກໍຫັກລົ້ມ ຈົນເຮັດໃຫ້ຫຼາຍບ້ານ ໃນ ເຂດໃກ້ຄຽງ ຍັງບໍ່ສາມາດໃຊ້ໄຟຟ້າໄດ້ ປົກກະຕິເທື່ອ.

ສ່ວນຢູ່ແຂວງຫຼວງນໍ້າທາ ຊາວບ້ານຢູ່ບ້ານນໍ້າແງ້ນ ເມືອງຫຼວງນໍ້າທາ ເວົ້າວ່າຕັ້ງແຕ່ກາງຄືນຂອງມື້ວັນທີ 21 ກໍຣະກະດາ ຜ່ານມາ ເກີດຝົນຕົກໜັກ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມທົ່ງນາ ຂອງຊາວບ້ານ ທີ່ຫາກໍດໍານາໄດ້ 2 ອາທິດ ປະມານ 10 ເຮັກຕ້າຣ໌, ປັດຈຸບັນ ສະພາບນໍ້າຖ້ວມນັ້ນ ກໍບົກແຫ້ງລົງແດ່ແລ້ວ ແຕ່ພັດມີດິນແລະຂີ້ຊາຍ ໄປຖົມທົ່ງນາຂອງພວກເຂົາເຈົ້າ, ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມີແຕ່ທົ່ງນາຫັ້ນແຫຼະ ມັນມີດິນ ມີຂີ້ຊາຍເນາະໄປຖົມຫັ້ນນ່າ ຂອງເຮົາມັນນໍ້າຊັນເນາະ ມັນແບບວ່າ ໄຫຼຊຽວ ແລະມັນກໍແຫ້ງໄວເດ້ ຟ້າຫຼັງຝົນເຊົາຕົກແລ້ວ ກໍແຫ້ງເລີຍ ບໍ່ຄືແບບວ່າ ນໍ້າອັ່ງນໍ້າຂັງຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງເມິງ ແຂວງບໍ່ແກ້ວ ກ່າວວ່າ ພາບລວມຄວາມເສັຽຫາຍຢູ່ເມືອງເມິງ ຕໍ່ເຫດການ ນໍ້າຖ້ວມເທື່ອນີ້ ແມ່ນເສັຽຫາຍຫຼາຍສົມຄວນ ທັງໜອງປາ, ໄຮ່ນາ ແລະດິນສວນຂອງຊາວບ້ານ ມູນຄ່າຄວາມເສັຽຫາຍ ຄາດຄະເນ ວ່າຈະເສັຽຫາຍຫຼາຍຮ້ອຍລ້ານກີບ ເຊິ່ງຄະນະຮັບຜິດຊອບຂັ້ນເມືອງ ກໍາລັງລົງກວດກາ ແລະ ຈະຣາຍງານຄວາມເສັຽຫາຍ ພ້ອມທັງ ຫາແນວທາງ ຊ່ອຍເຫຼືອໃນລໍາດັບຕໍ່ໄປ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ກໍເສັຽຫາຍຫຼາຍເຕີບຢູ່ ເສັ້ນທາງຖືກຕັດຂາດ ເພາະທາງເພິ່ນກໍຕັດໃໝ່ ເສົາໄຟຟ້າກໍລົ້ມຖ້ວມໜອງປາ ຖ້ວມໄຮ່ນາດິນໄຫຼຊຸແຮງຫັ້ນ ກໍຄາດການ ກໍຊິໝົດຫຼາຍຮ້ອຍລ້ານ(ກີບ) ຢູ່ ຍັງບໍ່ທັນປະເມີນໂຕຈິງຢູ່ ຄະນະຮັບຜິດຊອບຂັ້ນເມືອງ ກໍາລັງຈະລົງກວດກາມື້ນີ້ເດ້.”

ທ່ານກ່າວຕື່ມວ່າ ປັດຈຸບັນ ເຈົ້າໜ້າທີ່ ທະຫານແລະຕໍາຣວດ ພາຍໃນເມືອງ ກໍໄດ້ໄປຊ່ອຍຊາວບ້ານ ຂົນຍ້າຍເຄື່ອງຂອງ ອອກຈາກ ເຮືອນທີ່ນໍ້າຖ້ວມ ແລະເອົາເຄື່ອງຂອງນັ້ນໄປໄວ້ ຢູ່ບ່ອນສູງ ພ້ອມທັງໂຍກຍ້າຍຊາວບ້ານທີ່ບໍ່ມີເຮືອນຢູ່ ຍ້ອນນໍ້າຖ້ວມເຮືອນໄປໝົດ ຫຼັງນັ້ນ ໄປຢູ່ບ່ອນທີ່ປອດພັຍແລ້ວ.

ນອກຈາກນີ້ ກ່ອນທີ່ຈະເກີດເຫດນໍ້າຖ້ວມ ທາງພາກສ່ວນທີ່ກ່ຽວຂ້ອງ ເມືອງເມິງ ກໍໄດ້ແຈ້ງການຜ່ານທາງໂທຣະໂຄ່ງໃຫ້ຊາວບ້ານ ຕຽມຮັບມືກັບຝົນຕົກໜັກນັ້ນແລ້ວ ຈຶ່ງເຮັດໃຫ້ ເຄື່ອງຂອງໃນເຮືອນ ແລະສັດລ້ຽງຈໍາພວກ ເປັດ-ໄກ່, ງົວ-ຄວາຍ ຂອງຊາວບ້ານ ບໍ່ຄ່ອຍໄດ້ຮັບຄວາມເສັຽຫາຍ ມີແຕ່ໄຮ່ນາ, ດິນສວນ ແລະໜອງປາ ທີ່ຢູ່ບ່ອນຕໍ່າເທົ່ານັ້ນ ໄດ້ຮັບຄວາມເສັຽຫາຍ.

ຂນະທີ່ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວວ່າ ນໍ້າຖ້ວມເມືອງຫຼວງນໍ້າທາ ເທື່ອນີ້ ຖືວ່າ ໜັກສຸດ ໃນຮອບ 2 ປີທີ່ຜ່ານມາ ເນື່ອງຈາກນໍ້າຫ້ວຍ ທຸກສາຍພາຍໃນເມືອງ ໄດ້ໄຫຼເຂົ້າຖ້ວມທົ່ງນາຂອງຊາວບ້ານ ທີ່ມີນາຢູ່ຕິດແຄມນໍ້າ ທັງໝົດ ໃນນັ້ນມີບ້ານ ນໍ້າແງ້ນ, ບ້ານດອນຄູນ, ບ້ານຂອນ, ບ້ານຫຼວງ, ບ້ານທ່າອໍ້, ບ້ານບຸ່ງ, ບ້ານໃໝ່ ແລະ ບ້ານນາລື. ເຊິ່ງ ປັດຈຸບັນ ນໍ້າກໍບົກແຫ້ງລົງຫຼາຍແລ້ວ ມີແຕ່ສືບຕໍ່ຖ້ວມໄຮ່ນາ ທີ່ຢູ່ບ່ອນຕໍ່າຈໍານວນນຶ່ງເທົ່ານັ້ນ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ຕົກຮອດມື້ນີ້ ຖືວ່າ ສະພາບນໍ້າຫັ້ນ ມັກບົກແຫ້ງລົງໄປຫຼາຍແລ້ວ ແຕ່ວ່າສືບຕໍ່ຖ້ວມໄຮ່ນາຕາກ້າຈໍານວນນຶ່ງ ທີ່ວ່າພື້ນທີ່ຍັງຕໍ່າ ຖືວ່າ ທຸກນໍ້າຫ້ວຍ ທຸກສາຍນໍ້ານີ້ ຖືວ່າມັນເອົາຂີ້ດິນ ຂີ້ຊາຍໄປຖົມໃສ່ໝົດ.”

ທ່ານກ່າວຕື່ມວ່າຕັ້ງແຕ່ນໍ້າຖ້ວມໃນວັນທີ 20 ກໍຣະກະດາ ຈົນຮອດມື້ນີ້ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປຮິບໂຮມຂໍ້ມູນເພື່ອຣາຍງານ ຂັ້ນແຂວງ ໃນການຊອກຫາແນວທາງ ຊ່ອຍເຫຼືອຊາວບ້ານ ຜູ້ທີ່ສູນເສັຽເຮືອນ ແລະເນື້ອທີ່ທໍາການຜລິດ ຈາກເຫດນໍ້າຖ້ວມໃນຄັ້ງນີ້, ອີກທັງເຈົ້າໜ້າທີ່ກໍຍັງໄດ້ ໂຍກຍ້າຍຊາວບ້ານໄປບ່ອນທີ່ປອດພັຍ ພ້ອມທັງຊ່ອຍຂົນ ເຄື່ອງຂອງ ຂອງຊາວບ້ານໄປໄວ້ຢູ່ບ່ອນສູງ ນໍາອີກ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງ ທັງເມືອງເມິງ ແຂວງບໍ່ແກ້ວ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ ກ່າວ ມ້ວນທ້າຍວ່າ ຈາກເຫດການນໍ້າຖ້ວມ ກະທັນຫັນ ໃນເທື່ອນີ້ ມາຮອດປັດຈຸບັນ ຍັງບໍ່ໄດ້ຮັບຣາຍງານ ຜູ້ໄດ້ຮັບບາດເຈັບ ຫຼື ເສັຽຊີວິດເທື່ອ.

ອີງຕາມແຈ້ງການແຈ້ງເຕືອນ ນໍ້າຖ້ວມຊຸ ແລະຝົນຕົກໜັກໃນວັນທີ 19-25 ກໍຣະກະດາ 2021 ຂອງກົມອຸຕຸນິຍົມ ແລະອຸທົກກະສາດ ກໍໄດ້ຣະບຸວ່່າ ແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ຈະມີຝົນຕົກໜັກພ້ອມທັງລົມພັດແຮງ ທີ່ຈະເຮັດໃຫ້ດິນເຈື່ອນນໍ້າຖ້ວມກະທັນຫັນ ແລະນໍ້າຖ້ວມໄຫຼຊຸແຮງ ອັນເປັນຜົນມາຈາກ ມີພະຍາໝູນເຂດຮ້ອນ ເຈິມປາກ່າ ກໍາລັງພັດເຂົ້າມາສູ່ ປະເທດລາວ ຈາກທະເລຈີນໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.