ຄົບຮອບ 2 ປີເຂື່ອນແຕກ

ອຸ່ນແກ້ວ ສຸກສະຫວັນ
2020.07.23
f-sanamxay2 ບ້ານໃໝ່ ເມືອງສນາມໄຊ ແຂວງອັດຕະປື, ບ້ານນີ້ ທາງການເຄີຍໃຫ້ເປັນ ບ້ານທີ່ທັທານ່
Photo: RFA

ຊາວບ້ານ ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຍັງຄົງມີຊີວິດການເປັນຢູ່ ທີ່ລຳບາກ ເຖິງວ່າເຫດການເຂື່ອນແຕກ ຈະຜ່ານໄປ 2 ປີ ແລ້ວກໍຕາມ. ຊາວບ້ານຜູ້ທີ່ຢູ່ເຮືອນພັກຊົ່ວຄາວ ຕ້ອງໄດ້ອອກໄປ ປຸກຕຸບຢູ່ຕ່າງຫາກ ແລະ ໄປຫາກິນໂດຍລຳພັງ. ຊາວບ້ານດົງບາກ ທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເຊັ່ນວ່າ:

"ເຫັນວ່າ ມັນທຸກກວ່າເກົ່າ ຫັ້ນແຫຼະ ທຸກກວ່າກ່ອນເຂື່ອນ ແຕກຫັ້ນແຫຼະທຸກມື້ນີ້ ມັນບໍ່ມີລະເດ້ເຮືອນຊານຢູ່ກະບໍ່ມີ ມາຫາກິນເອງຢູ່ໄປຈັ່ງ ຊັ້ນແຫຼະ ອາໃສແຕ່ກິນເຂົ້ານຳເພິ່ນ ເງິນເດືອນ ກະ 4 ເດືອນລະເດ້ບໍ່ໄດ້, ສາມເດືອນຂາດ ສີ່ເດືອນເຂົ້າມາລະເດ້ ບໍ່ເຫັນເພິ່ນຈ່າຍ."

ຊາວບ້ານຫຼາຍຄົນຕ້ອງເກັບຄືນ ໄປບ້ານເກົ່າຂອງເຂົາເຈົ້າ ເພື່ອເກັບເຄື່ອງປ່າຂອງດົງມາເພື່ອດຳລົງຊີວິດ, ຊາວບ້ານທ່ານນີ້ກ່າວວ່າ:

"ໃສ່ເບັດໃສ່ຢູ່ບ້ານເກົ່າ ພໍໄດ້ກິນ ຫັກໜໍ່ໄມ້ໜໍ່ຕອກໄປ ພໍໄດ້ກິນ ມັນບໍ່ມີຫຍັງລະເດ້ ລົດລາງພາຫະນະ ກະບໍ່ມີ ຢູ່ໄປແບບຈັ່ງຊັ້ນແຫຼະ ຕາມໝູ່ ພາໄປພາຫາຫັ້ນແຫຼະຫາໃສ່ເບັດໃສ່ມອງ ຫາໜໍ່ໄມ້ ໜໍ່ຕອກກິນ."

ການເຮັດນາຢູ່ບ່ອນເກົ່າ ທີ່ເຄີຍຖືກນ້ຳຖ້ວມ ກໍບໍ່ໄດ້ຮັບຜົນ ເພາະວ່າຝົນບໍ່ຕົກ ແລະ ດິນບໍ່ສົມບູນ ຄືເກົ່າ, ຊາວທ່ານນີ້ ກ່າວຕື່ມອີກ ວ່າ:

"ນານີ້ ໄດ້ມາເຮັດຢູ່ບ້ານເກົ່າ ທີ່ວ່າເພິ່ນມາໄຖໃຫ້ ໄປຫວ່ານເຂົ້າໃສ່ ໄປຫວ່ານເພິ່ນມາໄຟໃຫ້ຂຶ້ນກັບບໍ່ງາມ ປີນີ້ມັນແລ້ງ ບໍ່ມີຝົນບໍ່ຕົກ."

ຊາວບ້ານຫຼາຍຄົນ ກໍພາກັນໄປປຸກຕູບ ຫລື ເຮືອນຢູ່ດິນຂອງເຂົາເຈົ້າ ດ້ວຍຕົນເອງ ແລະທຳມາຫາກິນຕາມເງື່ອນໄຂ ຂອງຕົນເອງ, ຊາວບ້ານທ່າແສງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບ່ອນສະຖານທີ່ຊາວບ້ານ ທ່າແສງຈັນ ໄດ້ອອກຈາກເຮືອນເຫລັກ ແລະ ໄປປຸກເຮືອນເອງ ທີ່ຢູ່ຕາມໄຮ່ຕາມນາ ຕາມໜອງປູໜອງປາ ຕາມທີ່ມີເງື່ອນໄຂ ເຮືອນ ດັ່ງກ່າວນີ້ ກະປຸກເອງ ເຮັດເອງ."

ປັດຈຸບັນ ຢູ່ບ້ານທ່າແສງຈັນ ມີຊາວບ້ານປະມານ 60 ຄອບຄົວ ໄດ້ຕັດສິນໃຈອອກໄປ ຈາກສູນພັກຊົ່ວຄາວ, ດັ່ງຊາວບ້ານ ທ່ານນີ້ ກ່າວວ່າ:

"ຢູ່ນຳໄຮ່ນຳນາ ຢູ່ເຮືອນເຫຼັກຢູ່ບໍ່ໄດ້ ມັນຮ້ອນເທິງເຮືອນ ດັ່ງກ່າວມັນໂຊມ ຝົນຕົກມັນຮົ່ວ ຮົ່ວໄປທົ່ວທີບທົ່ວແດນ ຈັ່ງຊັ້ນລະ ໃນບໍລິເວນ ນີ້ພໍ່-ແມ່ ປະຊາຊົນຂອງບ້ານທ່າແສງຈັນ ໄດ້ອອກຈາກເຮືອ ນເຫລັກ ປັດຈຸບັນນີ້ ປະມານ 50,60 ຄອບຄົວ ແລ້ວ ອອກຈາກພື້ນທີ່ ເຮືອນເຫລັກຊົ່ວຄາວຫັ້ນ."

ປັດຈຸບັນ ຄວາມຈຳເປັນຂອງຊາວບ້ານ ຄື ມີການພື້ນທີ່ ທຳມາຫາກິນ ໂດຍສະເພາະ ທີ່ດິນເຮັດນາ ຖືກນ້ຳຖ້ວມໝົດ ແລະ ເຂົາເຈົ້າບໍ່ ສາມາດ ເຮັດນາໄດ້.

ທ່ານ Ian Baird ສາສດາຈານ ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ຜູ້ທີ່ເຄີຍຢູ່ປະເທດລາວ 10 ກວ່າ ປີ ໄດ້ໃຫ້ສຳພາດ ວ່າ:

ນັກຂ່າວ: ເປັນຈັ່ງໃດ ເຫດການເຂື່ອນແຕກຄົບຮອບ 2 ປີ ນີ້?

Ian Baird: ຂ້າພະເຈົ້າຄຶດວ່າ ມັນກະມີຄວາມຄືບໜ້າ ສ່ວນນຶ່ງ ໃນບາງເລື່ອງເນາະ ແຕ່ວ່າ ກະຍັງມີຫລາຍບັນຫາ ທີ່ຍັງບໍ່ທັນໄດ້ແກ້ ຫັ້ນນ່າ. ແລະ ກະຮູ້ສຶກວ່າ ບໍຣິສັດເກົາຫລີ ທີ່ເປັນເຈົ້າຂອງ ເຂື່ອນນີ້ນະ ກະບໍ່ໄດ້ຮັບຜິດຊອບ ພຽງພໍ ຄືບໍ່ມີການແກ້ໄຂໃຫ້ປະຊາຊົນ ຕາມທີ່ຄວນ.

ນັກຂ່າວ: ອັນທີ່ບໍ່ແກ້ໄຂ ບໍ່ແກ້ໄຂຈັ່ງໃດນິ?

Ian Baird: ມັນກະມີຫລາຍອັນຄືວ່າ ການຊົດເຊີຍຂະເຈົ້າ ກະລ່າຊ້າເນາະ ມັນກະບັນຫານຶ່ງ, ບັນຫາທີສອງ ບາງທີກະ ບໍ່ໄດ້ໃຫ້ຫຼາຍ ຕາມທີ່ຄວນ ຄືວ່າ ບໍ່ໃຫ້ເຕັມຕາມຈຳນວນ. ລະກະ ນອກຈາກນັ້ນ ມັນກະຍັງບໍ່ທັນແກ້ໄຂ ກ່ຽວກັບຊີວິດການເປັນຢູ່ ໂດຍສະເພາະນີ້ ກ່ຽວກັບກະສິກັມ ເພາະວ່າ ດິນນາ ຂອງເຂົາເຈົ້າຫລາຍບ້ານກະຖືກນ້ຳຖ້ວມເນາະ ແລະ ກະດຽວນີ້ ມັນກະມີດິນ ເຕັມຢູ່ແຖວນັ້ນ ປະຊາຊົນມັນຊິເຮັດກະສິກັມ ກະຍາກ ເຮັດນາກະຍາກ.

ສະນັ້ນແລ້ວ ຄວນມີແຜນການຊັດເຈນ ວ່າ ຊິແກ້ໄຂໃຫ້ເຂົາເຈົ້າໄດ້ຈັ່ງໃດ ຫັ້ນນ່າ ກ່ຽວກັບດິນນາ ຫັ້ນນ່າ ລະກະ ນອກຈາກນີ້ ກະຍັງມີບັນຫາກ່ຽວກັບ ອ່າ ສົມມຸດວ່າ ບ້ານທ່າແສງຈັນ ນີ້ນ່າ ແຕ່ກ່ອນເຂົາເຈົ້າ ກະມີຊົລປະທານ ທີ່ວ່າສາມາດເຮັດນາ ໄດ້ດີ ໄດ້ຜົນຜລິດສູງ ແຕ່ບັດນີ້ ເຮັດນາກະບໍ່ໄດ້ ຢູ່ຈຸດນັ້ນ ກະລະບົບຊົລປະທານ ກະເພໝົດ ກະບໍ່ມີແຜນການ ແລະ ບໍ່ມີການສ້ອມແປງ ໃຫ້ຂະເຈົ້າ ໃນໄລຍະຕໍ່ໄປ.

ນັກຂ່າວ: ມັນຈະສາມາດຟື້ນຟູຊີວິດການເປັນຢູ່ ຂອງເຂົາເຈົ້າພາຍໃນ 2,3 ປີ ນີ້ບໍ່?

Ian Baird: ມັນກະແລ້ວແຕ່ ເຂົາເຈົ້າຊິເອົາໃຈໃສ່ ບໍ່ຫລືບໍ່ ເພາະວ່າດຽວນີ້ ກະຍັງບໍ່ທັນໄດ້ແກ້ນ່າ ຍັງບໍ່ທັນກັບມາເຖີງຈຸດເກົ່າ ເພາະວ່າ ຍັງມີບັນຫາເຮັດນາເນາະ ເພາະດຽວນີ້ ເຂົາເຈົ້າ ກະເລີ່ມສ້າງເຮືອນ ໃຫ້ຂະເຈົ້າລະນະ, ແຕ່ວ່າ ເຮືອນນີ້ ບັນຫາຂອງເຮືອນນີ້ ຄືເຮືອນ ມັນບໍ່ໄດ້ຢູ່ບ່ອນເຮັດນາ ຄືເຈົ້າເຮັດເຮືອນໃຫ້ຂະເຈົ້າ ແຕ່ວ່າ ບ່ອນໃດເຂົາເຈົ້າຊິຫາກິນ ບ່ອນໃດ ຂະເຈົ້າຊິຜລິດເຂົ້າ ອັນນີ້ກະຍັງບໍ່ທັນໄດ້ ມີແຜນການໂຕນີ້.

ຄືມີເຮືອນກະບໍ່ພຽງພໍ ຕ້ອງແກ້ໄຂກ່ຽວກັບ ຊີວິດການເປັນຢູ່ແທ້ໆ ວ່າເຮັດຈັ່ງໃດ ຂະເຈົ້າຊິມີຢູ່ມີກິນ ເພາະວ່າ ຖ້າແກ້ໄຂໂຕນັ້ນ ເລື່ອງເຮືອນ ເລື່ອງອັນອື່ນ ມັນກະຊິໄປຕາມມັນ. ເພາະວ່າ ຖ້າປະຊາຊົນມີລາຍໄດ້ເນາະ ສາມາດເຮັດນາໄດ້ ເພາະວ່າ ແຕ່ກ່ອນນີ້ ບ້ານຢູ່ແຖວນັ້ນ ກະອຸດົມສົມບູນ ພໍສົມຄວນໃດ ມັນມີດິນນາດີໃດ ແຕ່ດຽວນີ້ ນາມັນໃຊ້ບໍ່ໄດ້ ເພາະວ່າ ແຕ່ກ່ອນນີ້ ດິນບ້ານ ຢູ່ແຖວນັ້ນ ມັນກະອຸດົມສົມບູນ ພໍສົມຄວນໃດ ມັນມີດິນນາດີໃດ ແຕ່ວ່າດຽວນີ້ ນາມັນໃຊ້ບໍ່ໄດ້ຕາມ ທີ່ຄວນເພາະວ່າ ມັນຖືກ ແຕ່ກ່ອນມັນລົງໄປ ມັນບໍ່ໄດ້ຄືແຕ່ເກົ່າ ຫັ້ນນ່າ ແລະ ກະເຂົາກະຕ້ອງມີເຂົາດຸດອອກ ໂຕນີ້ນ່າ ເພື່ອວ່າ ເຂົາເຈົ້າຊິໄດ້ເຮັດນາອີກ.

ມີແຕ່ວ່າ ເອົາແນວປູກໃຫ້ເຂົາເຈົ້າ ໃຫ້ເຂົາເຈົ້າຫວ່ານໄປ ເຂົາຫວ່ານໄດ້ ແຕ່ວ່າ ໂຕນີ້ມັນ ບໍ່ແມ່ນເຕັມສ່ວນນີ້ນ່າ ມັນກະບາງທີກະໄດ້ ບາງທີກະບໍ່ໄດ້ ມັນບໍ່ແມ່ນວ່າ ຊິໄດ້ດີໃດ ຄືແຕ່ເກົ່າໃດ ເຂົາມີລະບົບຊົລປະທານໃດ ເຂົາເຈົ້າສາມາດເຮັດນາ ຂາຍເຂົ້ານີ້ນ່າ ເຂົາກະຂາຍ ຫລາຍໃດ ຢູ່ບ້ານທ່າແສງຈັນ ຍົກຕົວຢ່າງຫັ້ນນ່າ ຂະເຈົ້າກໍຂາຍແຕ່ລະປີ 500 ໂຕນ ຫັ້ນນ່າ. ດຽວນີ້ ມັນກະຊິບໍ່ໄດ້ແລ້ວ ເພາະວ່າ ດິນນາ ມັນບໍ່ສາມາດໃຊ້ໄດ້.

ນັກຂ່າວ: ຄາດວ່າ ຊິໃຊ້ເວລາອີກຈັກປີ ຕາມທີ່ເຮົາໄປສັງເກີດເບິ່ງ ຊາວບ້ານຈຶ່ງຊິສາມາດ ຟື້ນຟູຊີວິດການເປັນຢູ່ ເຂົາເຈົ້າໄດ້ນີ້?

Ian Baird: ອ້າວ ຖ້າວ່າ ມີແຜນການຄັກແນ່ ເອົາໃຈໃສ່ໃນການທີ່ຈະແກ້ໄຂ ການເຮັດນາຂອງເຂົາເຈົ້າ ມັນອາດຈະໄດ້ຢູ່ 2,3 ນະເນາະ, ແຕ່ວ່າດຽວນີ້ ບໍ່ມີແຜນການ ເລື່ອງນາ ດິນກະສິກັມ ຫັ້ນນ່າ ມີແຕ່ວ່າແບ່ງດິນ ໃຫ້ເຂົາເຈົ້າ ເຮັດສວນ ຫລືວ່າ ກະແນວອື່ນ ຄືປູກເຂົ້າໂພດ ຫລື ປູກອັນອື່ນ ແຕ່ວ່າ ບັນຫາຄືວ່າ ມັນບໍ່ແມ່ນນາເນາະ ບໍ່ແມ່ນຊິໄດ້ເຂົ້າກິນນີ້ນ່າ ແລະ ອີກອັນນຶ່ງ ດິນທີ່ເຂົາແບ່ງ ໃຫ້ເຂົາເຈົ້າ ໃຫ້ເຂົາເຈົ້າເຮັດນຳກັນ ກັບບໍຣິສັດວຽດນາມ ເຂົາເຈົ້າກະບໍ່ຕ້ອງການເຮັດ ປະຊາຊົນນີ້ນ່າ.

ເຂົາເຈົ້າກະເຄີຍເປັນຊາວນາ ເຄີຍເຮັດນາ ມັນຕ້ອງເວົ້າເລື່ອງນາ ນີ້ນະ ໃຫ້ແກ້ໄຂເລື່ອງດິນນາ ໃຫ້ເຂົາເຈົ້າ, ແຕ່ວ່າ ຖ້າບໍ່ແກ້ໄຂເລື່ອງ ເຮັດນາ ໃຫ້ເຂົາເຈົ້າ ມັນອາດຈະ 10 ປີ, 20 ປີ ກະຍັງບໍ່ດີກະເປັນໄປໄດ້ ມັນແລ້ວແຕ່ເຂົາເຈົ້າຊິເອົາໃຈໃສ່ບໍ່ ຫລື ບໍ່.

ສຳຄັນຄືບໍຣິສັດເກົາຫລີນີ້ ທີ່ລົງທຶນເຮັດ ເຂື່ອນ ເຂົາເຈົ້າຕ້ອງມີຄວາມຮັບຜິດຊອບ ໃນການເຮັດນາ ຂອງປະຊາຊົນ ເພາະວ່າ ບໍ່ແມ່ນວ່າ ຊິເຮັດແຕ່ເຮືອນ ລະກະແລ້ວຫັ້ນນ່າ ມັນກະບໍ່ ພຽງພໍນະ ມັນຕ້ອງເວົ້າເລື່ອງຊີວິດການເປັນຢູ່ແທ້ໆ ຄືເຮັດຈັ່ງໃດ ເຂົາເຈົ້າຊິມີເຂົ້າກິນ ຫລືວ່າ ຊິໄດ້ຂາຍເຂົ້າຄືແຕ່ເກົ່າ.

ເພື່ອຖາມຄວາມຄືບໜ້າກ່ຽວກັບການຟື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນທີ່ເຮັດຜົນກະທົບ, ເອເຊັຽເສຣີ ໄດ້ຕິດຕໍ່ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາ ຣັຖບານ ທັງເປັນຮອງປະທານຄະນະຮັບຜິດຊອບສືບສວນ-ສອບສວນສາເຫດເຂື່ອນແຕກ, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໃນເລື່ອງນີ້.

ເຖີງຢ່າງໃດກໍຕາມ, ເພສຂ່າວ Lao Youth Radio ໄດ້ລາຍງານໃນວັນທີ 8 ກໍຣະກະດາ ໂດຍອ້າງຄຳເວົ້າຂອງ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຼີ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ກ່ຽວກັບການສ້າງ ເຮືອນພັກຖາວອນ ໃຫ້ປະຊາຊົນທີ່ໄດ້ ຮັບຜົນກະທົບ ວ່າ:

“ສາເຫດທີ່ເຮັດໃຫ້ການກໍ່ສ້າງ ມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໃຈເປັນຕົ້ນ ແບບເຮືອນ, ຊຶ່ງຜູ້ນຶ່ງມັກແບບນຶ່ງ ຜູ້ນຶ່ງມັກອີກແບບນຶ່ງ ເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວ ເວລາ ໃນການປຸກສ້າງ ອອກໄປ ເພາະວ່າ ທຸກຢ່າງຕ້ອງເຮັດ ສົມເຫດ ສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ  ແລະ ສາເຫດອື່ນໆ.”

ຫວນຄືນເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍຣະກະດາ ປີ 2018 ເຮັດໃຫ້ມີເຮັດໃຫ້ ມີຄົນເສັຍຊີວິດ 71 ຄົນ ແລະ ສົ່ງຜົນກະທົບ ຕໍ່ປະຊາຊົນຫລາຍ 1,000 ຄົນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

• ໃນວັນທີ 8 ສິງຫາ 2018, ຣັຖບານ ໄດ້ແຕ່ງຕັ້ງຄະນະສືບສວນ-ສອບສວນແຫ່ງຊາດ ເພື່ອສືບຫາສາເຫດການແຕກ ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ.

• ໃນວັນທີ 28 ພືສພາ 2019, ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາຣັຖບານ ແລະ ທັງເປັນຮອງປະທານ ຄະນະຮັບຜິດຊອບ ສືບສວນ-ສອບສວນ ສາເຫດ ຂອງເຂື່ອນແຕກ, ໄດ້ຖະແຫລງຕອນນຶ່ງ ວ່າ:

"ການແຕກພັງຂອງຄູກັ້ນນ້ຳ D ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍຣະກະດາ ປີ 2018 ຊຶ່ງຢູ່ໃນໄລຍະ ເກັບກັກນ້ຳ ເຖິງແມ່ນວ່າ ມີຝົນຕົກໜັກ ຕໍ່ກັນຫລາຍວັນ ກ່ອນມື້ຄູ ກັ້ນນ້ຳແຕກ ພັງກໍຕາມ, ແຕ່ໃນເວລາການແຕກພັງ ໄດ້ເລີ່ມຂຶ້ນນັ້ນ ລະດັບນ້ຳໃນອ່າງເກັບນ້ຳຍັງຕໍ່າກ່ວາ ລະດັບສັນເຂື່ອນຫລາຍ. ສະນັ້ນບໍ່ສາມາດເອີ້ນເຫດການຄັ້ງນີ້ ວ່າເປັນເຫດສຸດວິໄສ ຕາມທີ່ໄດ້ກຳນົດໄວ້ ໃນສັນຍາສຳປະທານ."

• ໃນວັນທີ 23 ກໍຣະກະດາ 2019, ເຈົ້າໜ້າທີ່ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມອບເງິນຊົດເຊີຍ 50% ໃຫ້ປະຊາຊົນ ຜູ້ປະສົບໄພເຂືຶ່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ ເມືອງສະຫນາມໄຊ.

• ໃນເດືອນ ເດືອນກໍຣະກະດາ 2020, ເຈົ້າໜ້າທີ່ແຂວງ ໄດ້ມອບເງິນຄ່າຊົດເຊີຍ ສ່ວນທີ່ເຫລືອອີກ 50 ເປີເຊັນ ໃຫ້ປະຊາຊົນ ແຕ່ ເຈົ້າໜ້າທີ່ ຫັກອອກ 20 ເປີເຊັນ ໃນຂນະທີ່ຊາວບ້ານ ຍັງບໍ່ຮູ້ວ່າ ເປັນຫຍັງເຈົ້າໜ້າທີ່ ຈຶ່ງຫລັກເງິນຈຳນວນດັ່ງກ່າວອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.