ວັນປ່າໄມ້ສາກົລປີນີ້ ຫຼາຍແຂວງ ບໍ່ໄດ້ຈັດພິທີສລອງໃຫຍ່ ຍ້ອນຂາດງົບປະມານ ແລະ ຜົລກະທົບຈາກການຣະບາດ ຂອງພຍາດ ໂຄວິດ-19. ດັ່ງ ແຂວງຫຼວງນໍ້າທາ ໄດ້ຈັດກິຈກັມ ລົງເຜີຍແຜ່ໂຄສະນາ ຣະບຽບຫຼັກການ ການເຮັດໃຫ້ໄຟໄໝ້ລາມປ່າ ທີ່ມີຜົລ ເສັຽຫາຍເປັນຕົ້ນ. ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ມິນາ ວ່າ:
"ຍຸທສາດຂອງໄທເຮົານີ້ ໄທເຮົາກໍເອົາໂຄສະນາເຜີຍແຜ່ຣະບຽບຫຼັກການ ຄັນວ່າຫາກຜູ້ໃດເຮັດໄໝ້ປ່າແລ້ວຈັບໄດ້ໄລ່ທັນ ກໍຈະ ໄດ້ປັບໃໝຕາມຜົລເສັຽຫາຍນັ້ນ. ຊັພຍາກອນປ່າໄມ້ ເສັຽຫາຍເທົ່າໃດ ກໍຊິໄດ້ຊົດໃຊ້, ເຂົາເຈົ້າກໍໃຫ້ການຮ່ວມມືດີຢູ່ ຊາວບ້ານ, ຄັນວ່າຖາງປ່າເຮັດໄຮ່ນີ້ແມ່ນມາຕການ ຂອງທາງເຈົ້າແຂວງອອກເລກທີ 02 ລະ ແມ່ນເຮັກຕ້ານຶ່ງ 10 ລ້ານກີບ."
ນອກຈາກນີ້ທາງພາກສ່ວນທີ່ກ່ຽວຂ້ອງ ຍັງໃຫ້ງົບປະມານຊຸກຍູ້ ອຳນາດການປົກຄອງບ້ານ ທັງ 91 ບ້ານ ໃຫ້ກວດກາລາຕຕະເວນ ທຸກມື້. ປັກປ້າຍຫຼັກເຂດແດນປ່າສງວນ ປະຈຳບ້ານຕົນເອງ ແລະ ໂຄສະນາໃຫ້ຊາວບ້ານເຂົ້າໃຈ ຫ້າມບຸກລຸກ ແລະເຮັດໃຫ້ໄຟໄໝ້ ລາມປ່າເຂດ ທີ່ໄດ້ກຳນົດໄວ້.
ແຂວງຄຳມ່ວນ ກໍບໍ່ໄດ້ຈັດສລອງວັນປ່າໄມ້ສາກົລ ເຊີ່ງເຈົ້າໜ້າທີ່ໄດ້ກ່າວເຖິງວຽກງານ ປົກປັກຮັກສາປ່າສງວນໃນແຂວງຄຳມ່ວນ. ໂດຍເນື້ອທີ່ປ່າສງວນສ່ວນຫຼາຍພາຍໃນແຂວງ ຍັງຄົງທີ່. ຕາມແຜນແມ່ນຈະເພີ່ມມາຕການ ດູແລເນື້ອທີ່ປ່າສງວນ ແລະ ປ່າ ປ້ອງກັນບໍ່ໃຫ້ມີການບຸກລຸກ ເພື່ອທໍາການຜລິດ.
"ໄທຍເຮົາຄຸ້ມຄອງ ໃນປ່າທີ່ມີແລ້ວ ໃຫ້ມັນມີຄວາມສງົບເນາະ. ເພາະວ່າເນື້ອທີ່ສ່ວນຫຼວງຫຼາຍ ແມ່ນໂຕທີ່ວ່າເປັນປ່າທັມມະຊາດ ໄທເຮົາໄດ້ກຳນົດ ເປັນເຂດປ່າສງວນ ຫຼື ປ່າປ້ອງກັນ ໝົດແລ້ວເນາະ. ມີແຕ່ເວົ້າເຣື່ອງການຄຸ້ມຄອງ ເພື່ອບໍ່ໃຫ້ມີການບຸກລຸກ ບໍ່ຄືແຂວງບໍລິຄຳໄຊ ເພິ່ນບຸກລຸກເປັນປ່າທໍາການຜລິດ."
ໃນວັນປ່າໄມ້ສາກົລ ແຂວງບໍຣິຄຳໄຊ ກໍໄດ້ກ່າວເຖິງວຽກງານການອະນຸຮັກປ່າ ເຊັ່ນທາງແຂວງ ກຳລັງຂຶ້ນແຜນງົບປະມານເພື່ອ ມາຟື້ນຟູປ່າ, ປູກປ່າທົດແທນປີລະ 50 ເຮັກຕ້າ ນັບແຕ່ ປີນີ້ເປັນຕົ້ນໄປ. ດັ່ງ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ໄດ້ກ່າວວ່າ:
"ກຳລັງຂຶ້ນແຜນຢູ່ ເຮົາກໍເຮັດຊ່ວງນຶ່ງແລ້ວ ຟື້ນຟູປ່າເຮົາກໍຄິດວ່າໃຫ້ນຶ່ງ ບໍ່ຫຼຸດ 50 ເຮັກຕ້າ. ຟື້ນຟູປ່າໃຫທັງໝົດ 500 ເຮັກຕ້າ ເດືອນ 6 ນີ້ແຫຼະ ຈະປູກຕື່ມບໍ່ໃຫ້ ຫຼຸດ 20-30 ເຮັກຕ້າ ເພາະວ່າເຮົາບໍ່ມີງົບປະມານເດ້ ແຜນກໍຂຽນໄວ້ 5 ປີ ຫັ້ນນ່າ. ພາກຣັຖ ເຮົາກໍຂຶ້ນໄວ້ແນວນັ້ນ ພາກຣັຖເຮັດບໍ່ມີເງິນ ກໍຂໍນໍານໍ້າເທີນ. "
ເນື່ອງໃນໂອກາດວັນປ່າໄມ້ສາກົລ ອົງການ UNDP ໄດ້ອອກບົດຖແລງຜ່ານສື່ສັງຄົມອອນລາຍ ເມື່ອວັນທີ 21 ມິນາ ວ່າ; ອົງການ ສະຫະປະຊາຊາດ ເພື່ອການພັທນາ UNDP ໂດຍຜ່ານການໃຫ້ທຶນຂອງກອງທຶນ ສິ່ງແວດລ້ອມ ໄດ້ໃຫ້ການສນັບສນູນ ຣັຖບານ ລາວ ໃນການສົ່ງເສີມ ການຈັດການປ່າໄມ້ ແບບຍືນຍົງ ໃນແຂວງສວັນນະເຂດ ໂດຍໂຄງການ ອະນຸຮັກ ຣະບົບນິເວດປ່າໂຄກ SAFE Ecosystem.
ກິຈກັມນຶ່ງຂອງໂຄງການ ທີ່ໄດ້ປະຕິບັດມາໄດ້ 6 ປີ ເຊັ່ນ; ການປູກປ່າທົດແທນ ຖືວ່າເປັນກິຈກັມ ທີ່ສຳຄັນໂດຍເຮັດວຽກ ຮ່ວມກັບ 44 ບ້ານ ແລະ ສວນກ້າເບັ້ຽໄມ້ ອີກ 6 ແຫ່ງ ເພື່ອຟື້ນຟູ ທີ່ດິນທີ່ເຊື່ອມໂຊມ ຫຼາຍກວ່າ 1,100 ເຮັກຕ້າ.
ປີ 2021 ເປັນການເຣີ້ມໂຄງການ ມີສ່ວນຮ່ວມໂດຍກົງກັບ ແຕ່ລະຄອບຄົວ. ສ່ວນແນວທາງການປູກຕົ້ນໄມ້ ໃນເຂດເມືອງ ແລະ ກະສິກັມ ໝູນວຽນໂດຍການປູກຕົ້ນໄມ້ ຊນິດ ພັນສະເພາະຖິ່ນ ຫຼາຍກວ່າ 5,500 ເບັ້ຽ ທີ່ຊ່ວຍປັບປຸງ ໃຫ້ດິນອຸດົມສົມບູນ.
