ປ່າໄມ້ ແຂວງຄໍາມ່ວນ ຫລຸດລົງ ນໍາທຸກປີ ເຖິງວ່າ ຈະມີໂຄງການ ປູກຕົ້ນໄມ້ ກໍຕາມ.
ເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນ ທ່ານນຶ່ງ ເວົ້າໃນວັນ ທີ 21 ພຶສພາ ນີ້ວ່າ ປ່າໄມ້ ຢູ່ ແຂວງຄໍາມ່ວນ ຫລຸດລົງ ນໍາທຸກປີ ຍ້ອນມີການ ລົງທຶນ ທາງດ້ານ ກະສິກັມ ແລະ ການກໍ່ສ້າງ ຕ່າງໆ ຫລາຍຂຶ້ນ ເຖິງແມ່ນວ່າ ຈະມີໂຄງການ ປູກຕົ້ນໄມ້ ທຸກປີ ກໍຕາມ:
"ເນື້ອທີ່ປ່າໄມ້ ຄໍາມ່ວນ ຍັງຢູ່ ປະມານ 40 ເປີເຊັນ ກະຫລຸດລົງ ປີໜຶ່ງມັນກໍ ສະພາບມັນ ບຸກເບີກເນາະ ມີຫລາຍ ໂຄງການ ເຣື່ອງໂຄງການນີ້ ໜຶ່ງເຣື່ອງ ບຸກເບີກ ປູກພືດ ອຸດສາຫະກັມ ປູກພືດ ກະສິກັມ ເນາະໂຕນີ້ ແລ້ວກໍພື້ນຖານ ໂຄງລ່າງ ສ້າງທາງ ສ້າງໄຟຟ້າ ຈັ່ງຊີ້ນະ ມັນຕ້ອງໄດ້ຕັດ ຕາມໂຕນີ້".
ທ່ານເວົ້າ ຕໍ່ໄປວ່າ ຢ່າງໃດກໍຕາມ ໃນປີນີ້ ທາງແຂວງ ມີໂຄງການ ປູກຕົ້ນໄມ້ ແລະ ຈະປູກ ໃນວັນທີ 1 ມິຖຸນາ ຊຶ່ງເປັນວັນ ປູກຕົ້ນໄມ້, ຈະປູກຢູ່ ເມືອງນາກາຍ 5 ເຮັກຕາ ຄືໄມ້ຊີ, ໄມ້ຍາງ,ໄມ້ບາກ, ໄມ້ບົກ. ຫລັງຈາກປູກແລ້ວ ຈະມອບໃຫ້ ຜແນກ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ເປັນຜູ້ດູແລ.
ທີ່ຜ່ານມາ ຕົ້ນໄມ້ ທີ່ໄດ້ປູກນັ້ນ ແມ່ນຍັງຫລືອ ຢູ່ລອດມາໄດ້ ພຽງ 50 ສ່ວນຮ້ອຍ ຍ້ອນການ ປົກປັກຮັກສາ ບໍ່ດີ. ແຂວງຄໍາມ່ວນ ເປັນແຂວງນຶ່ງ ທີ່ມີການ ຕັດໄມ້ ຢ່າງໜັກໜ່ວງ ໂດຍສະເພາະ ຍ້ອນການ ສ້າງເຂື່ອນ ໄຟຟ້າ ທີ່ຕັດໄມ້ ອອກຢ່າງ ຫລວງຫລາຍ ເປັນຕົ້ນ ເຂື່ອນ ນໍ້າເທີນ 2, ເຂື່ອນເທີນ ຫີນບູນ ແລະ ເຂື່ອນຫີນບູນ.
