ມ.ຮຸນເຄັ້່ງຄັດກວດກາ ສວນກ້ວຍ

ມະນີຈັນ
2017.05.21
F-Chemical ຮູປຂອງບໍຣິເວນ ສວນປູກກ້ວຍ ຂອງຈີນ ທີ່ຖືກນໍ້າຖ້ວມ ຮວມທັງສາງເກັບມ້ຽນ ສານເຄມີ ແລະ ຢາຂ້າຫຍ້າຕ່າງໆ ທີ່ຖືກນໍ້າພັດ ໄຫຼລົງສູ່ລໍານໍ້າ
RFA/LX

ຫ້ອງການຊັພຍາກອນ ທັມຊາດແລະສິ່ງແວດລ້ອມ ເມືອງຮຸນ ແຂວງອຸດົມໄຊ ເພີ່ມມາຕການຄຸ້ມຄອງ ສວນປູກກ້ວຍ ຂອງຈີນ ແຕ່ລະແຫ່ງ ຫລາຍຂຶ້ນ ເພື່ອຫລຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ.

ໃນນັ້ນເຈົ້າໜ້າທີ່ ຈະຄຸ້ມຄອງ ການໃຊ້ສານເຄມີ ໃນສວນກ້ວຍ ຢ່າງເຂັ້ມງວດ ແລະ ໃກ້ຊິດຂຶ້ນ ຈົນເຈົ້າຂອງສວນກ້ວຍ ໄດ້ຫັນມາໃຊ້ປຸ໊ຍ ທີ່ທາງ ກະຊວງກະສິກັມ ແລະປ່າໄມ້ ອະນຸຍາດ, ດັ່ງເຈົ້າໜ້າທີ່ ເມືອງຮຸນ ກ່າວໃນມື້ວັນທີ 17 ພຶສພາ ນີ້ວ່າ:

"ທາງສິ່ງແວດລ້ອມ ພວກເຮົາກວດກາ ຕິດຕາມການນໍາໃຊ້ປຸ່ຍ ເຄມີ ຫັ້ນ ປຸ໊ຍໝາກປຸຍເລັ່ງບໍ່ ກໍບໍ່ມີແລ້ວ ດຽວນີ້ ແຕ່ເຮົາມີການ ປະສານ ສົມທົບກັບ ບັນດາຂແນງການ ທີ່ກ່ຽວຂ້ອງ ຫລັກໆກໍແມ່ນ ກະສິກັມ ຫັ້ນແຫລະ ເພິ່ນຈະນໍາໃຊ້ ທີ່ທາງກະຊວງ ກະສິກັມ ໄດ້ແນະນໍາ ໄດ້ນໍາເຂົ້າ ມາຫັ້ນ".

ນອກຈາກນັ້ນທາງການ ຍັງໄດ້ເຮັດບົດບັນທຶກ ດ້ານສິ່ງແວດລ້ອມ ກັບບໍຣິສັດ ແຕ່ລະແຫ່ງ ເປັນຕົ້ນສ້າງອ່າງ ບໍາບັດນໍ້າເສັຽ ເພື່ອຮອງຮັບ ນໍ້າເປື້ອນ ສານເຄມີ ຈາກການລ້າງເຄືອກ້ວຍ ແລະໃຫ້ຂຸດຂຸມ ໃກ້ກັບເຮືອນພັກ ຂອງກັມກອນ ເພື່ອເປັນບ່ອນ ຖິ້ມຂີ້ເຫຍື້ອ ຊຶ່ງເຈົ້າຂອງ ສວນກ້ວຍ ແຕ່ລະແຫ່ງ ກໍໃຫ້ການຮ່ວມມື ພ້ອມທັງ ປະຕິບັດ ຕາມຄໍາສັ່ງ ຂອງທາງການ ນໍາດ້ວຍ -ທ່ານກ່າວ.

ປັດຈຸບັນ ຢູ່ເມືອງຮຸນ ຍັງເຫລືອສວນກ້ວຍ ຂອງຈີນ 6 ບໍຣິສັດ ໃນເນື້ອທີ່ທັງໝົດ 1 ພັນປາຍ ເຮັກຕາ ຊຶ່ງແຕ່ລະແຫ່ງ ຍັງເຫລືອ ເວລາ ອີກ 2 ປີ ຫລັງຈາກນັ້ນ ຈຶ່ງຈະຄືນເນື້ອທີ່ ປູກກ້ວຍ ໃຫ້ ປະຊາຊົນ.

ປະຊາຊົນເມືອງຮຸນ ເວົ້າເມື່ອປີກາຍວ່າ ສວນກ້ວຍຈີນ ໄດ້ສ້າງຜົລກະທົບ ແກ່ພວກເຂົາເຈົ້າ ໜັກໜ່ວງ. ໃນຍາມນໍ້າຖ້ວມ ສານເຄມີໄດ້ໄຫຼ ລົງໜອງນໍ້າ ໃກ້ຄຽງ ແລະການຜົ່ນ ສານເຄມີ ເຮັດໃຫ້ຄົນງານ ຈໍານວນນຶ່ງທີ່ເຮັດວຽກ ໃນສວນກ້ວຍເສັຽຊີວິດ ມາແລ້ວແລະ ອີກຫຼາຍຄົນ ມີໂອກາດສ່ຽງ ຕໍ່ການທີ່ຈະເປັນ ໂຣກມະເຮັງ ແລະ ໂຣກຜິດໜັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.