ນໍ້າອໍ້ເປັນມົລພິດ


2013.03.04
f-huaphanh ທັມມະຊາດ ແຂວງ ຫົວພັນ
Wikipedia

ປະຊາຊົນ ບ້ານ ອໍ້ ເມືອງ ຫົວເມືອງ ແຂວງຫົວພັນ ໄດ້ຮັບຄວາມ ເດຶອດຮ້ອນ ຍ້ອນ ການຂຸດຄົ້ນ ແຮ່ຄໍາ.

ນາຍບ້ານເຂດ ບ້ານເມືອງອໍ້ ເມືອງຫົວພັນ ແຂວງຫົວພັນ ຜູ້ບໍ່ປະສົງ ອອກຊື່ ທ່ານນື່ງ ເປິດເຜີຍຕໍ່ ວິທຍຸ ເອເຊັຍເສຣີ ເມື່ອທ້າຍ ສັປດາ ຜ່ານມາວ່າ, ໃນປີ 2012 ມີຫລາຍ ບໍຣິສັດ ເອກກະຊົນ ໄດ້ຮັບ ສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ໃນ ເຂດພື້ນທີ່ ໝູ່ບ້ານ ຂອງຕົນ ແຕ່ ປະຊາຊົນ ທ້ອງຖີ່ນ ບໍ່ໄດ້ຮັບ ການພັທນາ ດ້ານຊິວິດ ການເປັນຢູ່ ໃຫ້ດີຂຶ້ນເລີຍ, ແຕ່ກັບ ຍິ່ງເຮັດໃຫ້ ການດໍາຣົງ ຊິວິດ ຂອງ ປະຊາຊົນ ໃນ 8 ໝູ່ບ້ານ ທີ່ຂື້ນກັບ ກຸ່ມບ້ານ ເມືອງອໍ້ ໄດ້ຮັບຄວາມ ເດຶອດຮ້ອນ ຢ່າງຫນັກ ເພາະຣະບົບ ນິເວດ ຕາມຫ້ວຍຮ່ອງ ແລະ ສາຍນໍ້າອໍ້ ຖືກທໍາລາຍ ຈາກ ການຂຸດຄົ້ນ ແຮ່ຄໍາ, ເຮັດໃຫ້ ຊິວະນາໆພັນ ເຊື່ອມໂຊມ ກຸ້ງຫອຍ ປູປາ ສັດໃນນໍ້າ ຕ່າງໆ  ບໍ່ຂຍາຍພັນ ແລະ ນັບມື້ ຈະສູນພັນ ໄປໃນທີ່ສຸດ ຊື່ງຈະເຮັດໃຫ້ ການຫາຢູ່ ຫາກີນ ຂອງ ປະຊາຊົນ ພົບຄວາມລໍາບາກ ຕື່ມຂື້ນ ແຕ່ກໍເຮັດຫຍັງ ບໍ່ໄດ້ ເນື່ອງຈາກວ່າ ທຸກບໍຣິສັດ ທີ່ເຂົ້າມາ ຂຸດຄົ້ນ ແຮ່ຄໍາ ແມ່ນໄດ້ຮັບ ອະນຸຍາດ ຈາກພາກສ່ວນ ທີ່ກ່ຽວຂ້ອງ ຢ່າງຖຶກຕ້ອງ  ນອກນັ້ນ ກຸ່ມກໍາອໍານາດ ການປົກຄອງ ທ້ອງຖີ່ນ ກໍສນັບສນຸນ ໃຫ້ຄວາມສະດວກ ແກ່ກຸ່ມ ເຈົ້າຂອງ ບໍຣິສັດ ເປັນຢ່າງດີ.

ປັຈຈຸບັນ ມີບໍຣິສັດ ຂນາດນ້ອຍ ສ່ວນບຸກຄົນ ໄດ້ທໍາການ ຂຸດຄົ້ນ ບໍ່ແຮ່ ຕາມຫ້ວຍນໍ້າ ໃນຫລາຍພື້ນທີ່ ໃນແຂວງ ຫົວພັນ ເຮັດໃຫ້ ຣະບົບ ນິເວດ ໃນຂົງເຂດ ໄດ້ຮັບ ຜົນກະທົບ ຫລາຍຂື້ນ ເລື່ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.