ມື້ວັນທີ 25 ກໍຣະກະດາ 2018 ເປັນມື້ທີສາມ ໃນການເຫດການສັນເຂື່ອນເຊປຽນແຕກ, ເຮັດໃຫ້ມີປະຊາຊົນເສັຍຊີວິດ ແລະ ຫາຍສາບສູນ ເປັນຈຳນວນຫລາຍ.
ກ່ອນໜ້າເຫດການ ສັນເຂື່ອນແຕກ, ໃນວັນທີ 23 ກໍຣະກະດາ 2018, ບໍຣິສັດ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ອອກ ແຈ້ງການດ່ວນ ໃຫ້ມີການຍົກຍ້າຍ ປະຊາຊົນ ຢູ່ໃກ້ເຂດເຂື່ອນເຊປຽນ ຍ້ອນວ່າສັນເຂື່ອນມີຮອຍແຕກ ແລະ ຊຸດຕົວ.
ເນື້ອໃນຂອງແຈ້ງເຕືອນດັ່ງກ່າວ ກໍໄດ້ເວົ້າເຖິງສາເຫດວ່າ ເປັນຍ້ອນຝົນຕົກໜັກ ຢູ່ເຂດເມືອງປາກຊ່ອງ ເຮັດໃຫ້ນຳລົ້ນເຂື່ອນ ແລະ ເຂື່ອນ ຈະບໍ່ສາມາດຮອງຮັບນ້ຳ ຈຳນວນມະຫານສານນັ້ນໄດ້.
ໃນທັສນະຂອງນັກວິຊາການ ກັບເວົ້າວ່າສາເຫດທີ່ເຂື່ອນແຕກ ເປັນຍ້ອນບໍ່ໄດ້ມາຕຖານ ແລະບໍຣິສັດຕ້ອງຮັບຜິດຊອບ ໃນຄວາມເສັຍຫາຍ ທີ່ເກີດຂຶ້ນກັບປະຊາຊົນ.
ຂ້າພະເຈົ້າໄດ້ມີໂອກາດ ສໍາພາດ ດຣ. ອຽນ ແບ ຮອງສາສດາຈານ ພູມີສາດ ທີ່ ມະຫາວິທຍາໄລ ວິສຄອນຊິນ-ເມດີເຊິນ ທີ່ໄດ້ສຶກສາວິຈັຍ ເລື້ອງປາ ແລະວິຖີຊີວິດຂອງຄົນ ໃນຊົນນະບົດ ຢູ່ລາວ ເປັນເວລາຫລາຍກວ່າ 10 ປີ.