ການຕັດໄມ້ຢູ່ລາວບໍ່ເຄີຍຢຸດ

ໄມຊູລີ
2015.05.27
F-logging-attapeu ການຕັດແລະຂົນສົ່ງໄມ້ໄປວຽດນາມ ທີ່ ແຂວງອັດຕະປື ຮູປຖ່າຍ ວັນທີ 12 ພຶສພາ 2015
RFA/NY

ບັນຫາ ການ ຕັດໄມ້ ເພືຶ່ອ ສົ່ງ ອອກຂາຍ ໃຫ້ ວຽດນາມ ທີ່ ແຂວງ ອັດຕະປື ຍັງບໍ່ ຫຼຸດຜ່ອນ, ຕາມທີ່ ທ່ານ ນາຍົກ ທອງສິງ ທໍາມະວົງ ໄດ້ກ່າວ ໄວ້ ໃນ ສະພາ ແຫ່ງຊາດ ເລີຍ. ແຕ່ ກົງກັນຂ້າມ ແຮ່ງ ດຳເນີນ ກັນໄປ ແລະ ນັບມື້ ຫຼາຍຂຶ້ນ, ຊຶ່ງ ສະແດງ ໃຫ້ ເຫັນວ່າ ຣັຖບານ ບໍ່ເຄີຍ ແກ້ໄຂ ບັນຫາ ນີ້ ຢ່າງ ຈິງຈັງ ຍ້ອນວ່າ ຣັຖບານ ເປັນຜູ້ ອອກ ໂຄຕ້າ ເອງ, ແລະ ເຊັນ ສຳປະທານ ໃຫ້ ພວກເຂົາ ມາຕັດ ເອງ, ສະນັ້ນ ບັນຫາ ດັ່ງກ່າວ ນີ້ ຈຶ່ງ ນັບມື້ ຮຸນແຮງ ຂຶ້ນ ແລະ ຍັງຈະ ສຶບຕໍ່ ຈົນ ກວ່າ ຈະບໍມີ ໄມ້ ເຫຼືອໄວ້ ໃຫ້ຂາຍ.

ຈາກ ການລົງ ພື້ນທີ່ ໃນ ຄັ້ງນີ້ ພວກເຮົາ ກໍໄດ້ ເຫັນ ຣົດ ຂົນໄມ້ ທ່ອນ ຫຼາຍຄັນ ໃນ ຊ່ວງ ເວລາ ຕິດຕໍ່ ກັນ, ທີ່ ແລ່ນຜ່ານ ເມືອງ ໄຊເສດຖາ, ແຂວງ ອັດຕະປື ອອກສູ່ ຊາຍແດນ ວຽດນາມ. ນອກນີ້ ພວກເຮົາ ຍັງເຫັນ ເຈົ້າໜ້າທີ່ ຕຳຣວດ ຕັ້ງ ດ່ານ ກວດຕາມ ສາຍທາງ ດັ່ງກ່າວ ແລະ ກໍມີການ ຢຸດ ຣົດ ແກ່ໄມ້ ຂອງ ວຽດນາມ ທຸກຄັນ ທີ່ ແລ່ນຜ່ານ, ແຕ່ ກໍ ລົງມາ ເອົາເງິນ ໃຫ້ກັນ ແລ້ວ ກໍປ່ອຍໄປ, ຊຶ່ງ ເຮັດໃຫ້ ພວກເຮົາ ຮູ້ ຢ່າງ ຈະແຈ້ງ ວ່າ ຂະບວນ ການຕັດໄມ້ ແມ່ນມີ ຜູ້ມີ ອຳນາດ ຢູ່ ເບື້ອງຫຼັງ, ທີ່ໄດ້ ປະໂຫຍດ ກັບ ພັກ-ຣັດ ຢ່າງ ໂຈ່ງແຈ້ງ.

ເຈົ້າໜ້າທີ່ ກ່ຽວຂ້ອງ ຮູ້ວ່າ ການ ຕັດໄມ້ ແມ່ນ ການ ກະທຳ ຂອງ ຄົນ ບາງ ຈຳພວກ, ຍ້ອນວ່າ ເປັນຫຍັງ ເວລາ ເຈົ້າໜ້າທີ່ ເຫັນແລ້ວ ຈຶ່ງ ບໍຍຶດ ໄມ້ໄວ້ ເປັນ ຂອງກາງ ແລ້ວ ສືບຕໍ່ ຊາວຫາ ຜູ້ ບົງການ, ກໍ ຍ້ອນວ່າ ຜູ້ ບົງການ ກໍແມ່ນ ຜູ້ມີ ອຳນາດ ນັ້ນເອງ ຖ້າ ເຈົ້າໜ້າທີ່ ຜູ້ໃດ ສໍ້ຖາມ ຂັ້ນເທິງ ວ່າ ເປັນຫຍັງ ຈຶ່ງ ມີການ ຕັດໄມ້ ຫລາຍ ແທ້, ເຈົ້າໜ້າທີ່ ຜູ້ນັ້ນ ກໍຖຶກ ຍົກຍ້າຍ ໜ້າທີ່ ທັນທີ. ດັ່ງ ນັກ ຊຽວຊານ ປ່າໄມ້ ພາກສນາມ ຜູ້ນຶ່ງ ໃນ ແຂວງ ອັດຕະປຶ ເວົ້າວ່າ:

“ຕັດ ກໍຕັດ ຫລາຍຄົນ ຜູ້ນ້ອຍ ຈະ ໄປເວົ້າ ໄປຮ້າຍ ເຂົາ ກໍຢ້ານ ຖຶກຍ້າຍ ຕໍາແໜ່ງ ຫັ້ນນະ ຖ້າແມ່ນ ຜູ້ໃດ ເວົ້າ ຮອດ ຄນະ ຂັ້ນເມືອງ ຄນະຂັ້ນ ແຂວງ ຮອດຫັ້ນ ກໍຢຸດ ຖ້າ ເດິນຕໍ່ ເຈົ້າ ກໍຖືກຍ້າຍ ພາຍໃນ 24 ຊົ່ວໂມງ ນັ້ນແຫລະ”.

ທ່ານ ເວົ້າ ຕຶ່ມວ່າ ເວລາ ທີ່ ປະຊາຊົນ ຕັດໄມ້ ມາ ປຸກເຮືອນ ພຽງຕົ້ນ ສອງຕົ້ນ ຊ້ຳພັດ ຖືກ ຈັບ ຖືກໃຫມ ແຕ່ ຄົນ ວຽດນາມ ຕັດໄດ້ ຢ່າງ ບໍ່ເກງກົວ ຜູ້ໃດ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.